ບົດສຳພາດ / profile / behind the scenes: ນາງງາມ, ນາງແບບ, designer, makeup artist, stylist, mentor ແລະ ບຸກຄົນເບື້ອງຫຼັງ.
ເມື່ອເວົ້າເຖິງຜູ້ເຂົ້າປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຕິດພາບຊາຍໜຸ່ມທີ່ເຕັມໄປດ້ວຍຄວາມໝັ້ນໃຈມາແຕ່ເກີດ. ແຕ່ສຳລັບ ນາໂນ – ໂນະ ສີບຸນເລື່ອງ ຊາຍໜຸ່ມໄວ 22 ປີ ຕົວແທນຈາກແຂວງບໍລິຄຳໄຊຄົນນີ້ ເສັ້ນທາງຂອງລາວເລີ່ມຕົ້ນຈາກການເປັນພຽງເດັກນ້ອຍບ້ານນອກທີ່ຂີ້ອາຍ, ເຄີຍຫຼົງທາງ ແລະ ຖືກກົດດັນຈາກຄວາມຄາດຫວັງ. ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບຕົວຕົນ, ຄວາມຝັນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມ Introvert ຜູ້ຮັກການອ່ານຄົນນີ້...
ຫຼາຍຄັ້ງທີ່ຈຸດເລີ່ມຕົ້ນຂອງ “ຄວາມຍິ່ງໃຫຍ່” ບໍ່ໄດ້ເລີ່ມຈາກຄວາມພ້ອມແບບຮ້ອຍເປີເຊັນ ແຕ່ມັນເກີດຈາກ “ຄວາມກ້າ” ທີ່ຈະຍ່າງອອກຈາກກອບເດີມໆ. ເຊັ່ນດຽວກັບເລື່ອງລາວຂອງເດັກໜຸ່ມໄວ 19 ປີ ທີ່ຫອບເອົາຄວາມຝັນເດີນທາງໄກຈາກນະຄອນປາກເຊ ແຂວງຈຳປາສັກ. ໄລຍະທາງອາດຈະເຮັດໃຫ້ລາວຮູ້ສຶກຫ່າງໄກຈາກບ້ານ ແຕ່ມັນຊ້ຳພັດຫຍັບເຂົ້າໃກ້ໂອກາດທີ່ລາວຈະບໍ່ມີວັນຍອມປ່ອຍໃຫ້ຜ່ານໄປ. ເມື່ອວິນາທີທີ່ຊື່ຂອງລາວຖືກປະກາດອອກມາ ມັນບໍ່ແມ່ນພຽງແຕ່ຄວາມດີໃຈ ແຕ່ມັນຄືເຄື່ອງຢືນຢັນວ່າ ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ້າວແລ້ວ. ມື້ນີ້ ມ່ວນຈະພາໄປເຈາະເລິກ ແລະ ທຳຄວາມຮູ້ຈັກກັບໂລກຂອງ ເຈມມີ່-ໄຊສົມພອນ ເພັດແພງລາສີ...
“ຊີວິດຂອງເຮົາມັນສາມາດດີຂຶ້ນໄດ້ອີກເລື້ອຍໆ” ປະໂຫຍກສັ້ນໆ ແຕ່ເຕັມໄປດ້ວຍພະລັງນີ້ ສະທ້ອນໃຫ້ເຫັນເຖິງແນວຄິດທີ່ບໍ່ເຄີຍຢຸດພັດທະນາຂອງຊາຍໜຸ່ມຄົນໜຶ່ງ. ພາຍໃຕ້ພາບລັກທີ່ເບິ່ງທັນສະໄໝ ແລະ ຮອຍຍິ້ມທີ່ເຂົ້າຫາງ່າຍ ລາວໄດ້ເຊື່ອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ຄວາມອົດທົນທີ່ປັ້ນແຕ່ງໃຫ້ລາວກາຍເປັນຄົນທີ່ມີ “ຄວາມແຕກຕ່າງທີ່ມີສະເໜ່” ຢ່າງລົງຕົວ. ແມ່ນຄົນທີ່ເວົ້າເຖິງກໍຄື ອາໂກຍ ຫຼື ວັນນະກອນ ສຸດທະວິໄລ ຊາຍໜຸ່ມໄວ 28 ປີ ຕົວແທນຈາກເມືອງປາກເຊ ແຂວງຈຳປາສັກ....
ຖ້າເວົ້າເຖິງຊື່ຂອງ ເຄທີ້ ປາລະມີ ວຽງໃໝ່ ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີໃນຖານະເຈົ້າຂອງມົງກຸດ Miss Earth Laos 2025 ທີ່ເຄີຍສ້າງຄວາມພາກພູມໃຈ ແລະ ສ້າງຕຳນານຄວາມງາມເທິງເວທີລະດັບປະເທດມາແລ້ວ. ແຕ່ມື້ນີ້ ສາວເກັ່ງຄົນນີ້ໄດ້ກ້າວອອກຈາກກອບເດີມໆ ແລ້ວຜັນຕົວມາລຸຍວຽກເບື້ອງຫຼັງແບບເຕັມຕົວ ໃນຖານະຜູ້ບໍລິຫານຄ້າຍປັ້ນດາວໜ້າໃໝ່ໄຟແຮງຢ່າງ “Rizz Modeling”. ມ່ວນຈະພາທຸກຄົນມາເຈາະເລິກເຖິງຈຸດປ່ຽນ, ຄວາມຮູ້ສຶກ ແລະ ເປົ້າໝາຍທີ່ຍິ່ງໃຫຍ່ຂອງຜູ້ຍິງກັນວ່າເປັນຫຍັງຈຶ່ງຜັນຈາກຄົນທີ່ຢູ່ເບື້ອງໜ້າແລ້ວມາຢູ່ເບື້ອງຫຼັງ! ເຄທີ້ເລົ່າໃຫ້ຟັງວ່າ...
ຍ້ອນກັບໄປໃນປີ 2018 ທັນທີທີ່ມີການປະກາດຊື່ ອັງເຄລ່າ ປອນເຊ່ (Ángela Ponce) ເປັນຜູ້ຊະນະມົງກຸດ Miss Universe Spain ສະຕີຂ້າມເພດຄົນທຳອິດຂອງໂລກທີ່ໄດ້ມົງເວທີຈັກກະວານ ແຕ່ບອກເລີຍວ່າໂລກໂຊຊຽວເກືອບແຕກ! ເພາະນີ້ຄືການທຳລາຍທຸກກົດເກນເກົ່າໆຂອງເວທີຈັກກະວານ ທີ່ເຄີຍສະຫງວນໄວ້ໃຫ້ສະເພາະ “ຜູ້ຍິງໂດຍກຳເນີດ” ເທົ່ານັ້ນ. ມື້ນີ້ມ່ວນຈະພາມາທຳຄວາມຮູ້ຈັກກັບຕົວແມ່ຜູ້ຈາລຶກປະຫວັດສາດ ໃນຖານະ “ສະຕີຂ້າມເພດ” (Transgender Woman) ຄົນທຳອິດທີ່ໄດ້ຢືນເທິງເວທີ...
ຫາກໍຈົບລົງໄປສົດໆ ຮ້ອນໆ ເມື່ອວັນທີ 30 ພຶດສະພາ ທີ່ຜ່ານມາ ກັບເວທີ Miss Grand International All Stars 2026 ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທ ແລະ ຜູ້ທີ່ຄວ້າມົງກຸດທຳອິດໄປຄອງກໍຄື “ວາເນສຊ່າ ປູລການິນ ມອນຊັລເບ” (Vanessa Pulgarín Monsalve)...
ທຸກໆຄັ້ງທີ່ເວທີການປະກວດນາງງາມໝູນວຽນ ສິ່ງໜຶ່ງທີ່ດຶງດູດທັ້ງສາຍຕາ ແລະ ຄວາມສົນໃຈຂອງຄົນລາວທົ່ວປະເທດໄດ້ສະເໝີ ກໍຄື “ຊຸດປະຈຳຊາດ”. ມັນບໍ່ແມ່ນພຽງແຕ່ເສື້ອຜ້າທີ່ສວມໃສ່ເທິງຮ່າງກາຍ ແຕ່ມັນຄື Soft Power ທີ່ເຮັດໜ້າທີ່ບອກເລົ່າເລື່ອງລາວ, ຈິດວິນຍານ ແລະ ວັດທະນະທຳຂອງຊາດສູ່ສາຍຕາຊາວໂລກ. ມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບເລື່ອງລາວເບື້ອງຫຼັງຜືນຜ້າທີ່ງົດງາມ ເຊິ່ງແລກມາດ້ວຍຢາດເຫື່ອ, ຄວາມກົດດັນ ແລະ ຄວາມຫຼົງໄຫຼ ຂອງ ‘ຂັນໄຊ ແຖມພູຄຳ’...
ເບື້ອງໜ້າທີ່ງົດງາມສະເໝີເທິງເວທີການປະກວດ ຫຼື ໜ້າຈໍສະແດງຜົນ ລ້ວນແລ້ວແຕ່ມີອົງປະກອບຫຼາຍຢ່າງທີ່ຮ້ອຍລຽງເຂົ້າກັນ ແລະ ໜຶ່ງໃນຈິກຊໍຊິ້ນສຳຄັນທີ່ຂາດບໍ່ໄດ້ກໍຄື “ຄົນທີ່ຢູ່ເບື້ອງຫຼັງ”. ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກກັບ ມອນລີ້ – ອາມອນ ຈັນທະສຸກ (Amone Chanthasouk) ຈາກອະດີດພະນັກງານອອຟຟິດ ທີ່ກ້າອອກນອກກອບມາແລ່ນຕາມຄວາມຝັນ ຈົນກາຍມາເປັນ ຊ່າງແຕ່ງໜ້າຄິວທອງ ແລະ ກ້າວຂຶ້ນແທ່ນເປັນເຖິງປະທານໂຄງການປະກວດ Mister Universe Laos....
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.