ເປັນສະຕີຂ້າມເພດລົງ MU ໄດ້ຫວາ? ພາຮູ້ຈັກ ອັງເຄລ່າ ເຈົ້າຂອງມົງ MU Spain 2018

Key Takeaways:
- In 2018, Ángela Ponce was crowned Miss Universe Spain, becoming the first transgender woman to win a major international beauty pageant, which challenged traditional norms of the competition.
- Ángela Ponce, born in Seville, Spain in 1991, identified as female from childhood and transitioned in 2014 after family support and hormone therapy.
- Despite a background in computer science, Ponce pursued a career in modeling and fashion while working with a foundation supporting LGBTQ+ youth.
- Her journey faced obstacles, including being disqualified from Miss World Spain in 2015 due to the pageant's rules against transgender contestants, fueling her advocacy for equality.
- The Miss Universe Organization had allowed transgender women to compete since 2012, following a controversy involving Canadian transgender contestant Jenna Talackova and then-owner Donald Trump.
ຍ້ອນກັບໄປໃນປີ 2018 ທັນທີທີ່ມີການປະກາດຊື່ ອັງເຄລ່າ ປອນເຊ່ (Ángela Ponce) ເປັນຜູ້ຊະນະມົງກຸດ Miss Universe Spain ສະຕີຂ້າມເພດຄົນທຳອິດຂອງໂລກທີ່ໄດ້ມົງເວທີຈັກກະວານ ແຕ່ບອກເລີຍວ່າໂລກໂຊຊຽວເກືອບແຕກ! ເພາະນີ້ຄືການທຳລາຍທຸກກົດເກນເກົ່າໆຂອງເວທີຈັກກະວານ ທີ່ເຄີຍສະຫງວນໄວ້ໃຫ້ສະເພາະ “ຜູ້ຍິງໂດຍກຳເນີດ” ເທົ່ານັ້ນ.
ມື້ນີ້ມ່ວນຈະພາມາທຳຄວາມຮູ້ຈັກກັບຕົວແມ່ຜູ້ຈາລຶກປະຫວັດສາດ ໃນຖານະ “ສະຕີຂ້າມເພດ” (Transgender Woman) ຄົນທຳອິດທີ່ໄດ້ຢືນເທິງເວທີ Miss Universe. ແລ້ວສະຫຼຸບແລ້ວ ແມ່ແມ່ນໃຜ? ຜ່ານມໍລະສຸມຫຍັງມາແດ່? ແລະ ເປັນຫຍັງຄືຊະນະໃຈກຳມະການຈົນມົງລົງໄດ້ແບບໄຮ້ຂໍ້ກັງຂາ?
ອັງເຄລ່າເກີດເມື່ອປີ 1991 ທີ່ເມືອງເຊບີຢາ (Seville) ປະເທດສະເປນ, ແລະ ລາວກໍຮູ້ໂຕມາຕັ້ງແຕ່ເດັກນ້ອຍເລີຍວ່າລາວຄືຜູ້ຍິງ ແລະ ໂຊກດີທີ່ມີຄອບຄົວຄອຍຊັບພອດ ຈຶ່ງເຮັດໃຫ້ອັງເຄລ່າຕັດສິນໃຈເລີ່ມເທັກຮໍໂມນ ແລະ ຜ່ານການຜ່າຕັດຢືນຢັນເພດສະພາບຈົນເປັນຜູ້ຍິງໄດ້ສຳເລັດໃນປີ 2014.
ອັງເຄລ່າຮຽນຈົບດ້ານວິທະຍາສາດຄອມພິວເຕີ ແຕ່ດ້ວຍທີ່ຫຼົງໄຫຼໃນແສງສີ ແລະ ແຟຊັ່ນ ກໍເລີຍຜັນ ແລະ ດັນໂຕເອງກາຍເປັນນາງແບບ, ຍ່າງສັບເທິງຣັນເວຄວບຄູ່ໄປກັບການເຮັດວຽກກັບມູນນິທິຊ່ວຍເຫຼືອເດັກທີ່ມີຄວາມຫຼາກຫຼາຍທາງເພດ.

ເພາະຄຳວ່າ ສະຕີຂ້າມເພດ ເສັ້ນທາງນາງງາມຂອງອັງເຄລ່າຈຶ່ງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຍ້ອນກັບໄປປີ 2015 ເຄີຍລົງປະກວດເວທີ Miss World Spain (ເພື່ອຫາຕົວແທນໄປເວທີ Miss World) ເຊິ່ງຜົນງານໃນມື້ນັ້ນກໍເຮັດໄດ້ດີ ອໍຣ່າພຸ່ງ ແຕ່ພັດໄປຕິດຄຳວ່າກົດຂອງເວທີໃນຍຸກນັ້ນ ທີ່ບໍ່ອະນຸຍາດໃຫ້ສະຕີຂ້າມເພດລົງແຂ່ງໄດ້ ຈົນສຸດທ້າຍກໍຖືກປັດຕົກຮອບໄປ, ແຕ່ຄວາມຜິດຫວັງຄັ້ງນັ້ນກາຍເປັນແຮງຊຸກຍູ້ໃຫ້ອັງເຄລ່າລຸກຂຶ້ນສູ້ເພື່ອຄວາມເທົ່າທຽມຫຼາຍກວ່າເກົ່າ.
ແລ້ວເປັນຫຍັງຄືລົງປະກວດ Miss Universe ໄດ້ລ่ะ? ຊາວເນັດພາກັນຈົ່ມວ່າມີຂ່າວລືທີ່ MU ຫາກໍມາປ່ຽນກົດເພື່ອຊີອັງເຄລ່າໃນປີ 2018 ຫຼືບໍ່? ແຕ່ຄວາມຈິງຄືກອງປະກວດ Miss Universe ໄດ້ໄຟຂຽວໃຫ້ສະຕີຂ້າມເພດສາມາດລົງປະກວດໄດ້ມາຕັ້ງແຕ່ ປີ 2012 ແລ້ວ.
ເລື່ອງມັນເລີ່ມຈາກປີ 2012 ມີນາງງາມຂ້າມເພດຊາວແຄນາດາຊື່ Jenna Talackova ຖືກຕັດສິດປະກວດ ຈົນກາຍເປັນຂ່າວດັງໄປທົ່ວໂລກ ທ້າຍທີ່ສຸດ ໂດນັລ ທຣຳ (ເຈົ້າຂອງເວທີຕອນນັ້ນ) ເລີຍຕ້ອງຍອມຈັບມືກັບອົງກອນດ້ານ LGBTQ+ ປ່ຽນກົດໝາຍເວທີໃໝ່ຊະເລີຍ!
ແລະ ສະເປນກໍເປັນປະເທດທີ່ເປີດກວ້າງເລື່ອງນີ້ ມີກົດໝາຍຮັບຮອງເພດສະພາບ ອັງເຄລ່າທີ່ມີບັດປະຊາຊົນເປັນຜູ້ຍິງເຕັມຕົວ ເລີຍມີຄຸນສົມບັດຄົບຖ້ວນຕາມກົດ MU ທຸກປະການ ກໍເລີຍເຮັດໃຫ້ສາມາດເຂົ້າມາກອກໃບສະໝັກເວທີລະດັບປະເທດໄດ້ເລີຍແບບບໍ່ມີໃຜກັງຂາ.

ຕອນທີ່ອັງເຄລ່າຄວ້າມົງກຸດ Miss Universe Spain 2018 ມາຄອງ ມີຄົນຕັ້ງຄຳຖາມວ່າ ຊະນະເພາະກອງປະກວດຢາກສ້າງກະແສຄວາມ Woke ຫຼືບໍ່? ບອກເລີຍວ່າຖ້າໄປເບິ່ງໜ້າງານແທ້ ອັງເຄລ່າຊະນະດ້ວຍສັກກາຍະພາບລ້ວນໆ.
- Performance ລະດັບຕົວແມ່ ດ້ວຍປະສົບການນາງແບບອາຊີບ, ການຍ່າງຣັນເວ, ການຈະຣິດໂພສທ່າຄືມີຄວາມເປັນມືອາຊີບໝັ້ນໃຈ ແລະ ເບິ່ງອິນເຕີສຸດໆ.
- ບໍລິບົດນາງງາມຍຸກໃໝ່ບໍ່ໄດ້ຫາແຕ່ຄົນງາມຢ່າງດຽວ ແຕ່ຫາກະບອກສຽງທີ່ມີສາມາດສ້າງແຮງຜັກດັນໄດ້ ອັງເຄລ່າເອົາເລື່ອງລາວຊີວິດຕົວເອງມາຂັບເຄື່ອນສັງຄົມ, ຮຽກຮ້ອງສິດໃຫ້ສະຕີຂ້າມເພດແບບມີມິຕິ ແລະ ຈັບຕ້ອງໄດ້ ເຊິ່ງການສື່ສານຈຸດຢືນເປັນສິ່ງທີ່ຈັບໃຈກຳມະການສຸດໆ.
- ແນ່ນອນປະກວດນາງງາມ ເຂົາກໍຕ້ອງຫາຄົນທີ່ຮູບຮ່າງ, ໜ້າຕາ, ຄວາມໝັ້ນໃຈທີ່ສຸດ ແລະ ອັງເຄລ່າມີທຸກຢ່າງທີ່ຫຼອມລວມກັນຈົນກຳມະການຕ້ອງເທຄະແນນໃຫ້ເປັນແບບເອກະສັນ.
ເຖິງແມ່ນໃນການປະກວດ Miss Universe 2018 ຮອບໄຟນອລທີ່ອິມແພັກອະຣີນາ ປະເທດໄທ ອັງເຄລ່າຈະບໍ່ໄດ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ແຕ່ສິ່ງທີ່ກອງປະກວດມອບໃຫ້ຄື “ແອທາມພິເສດ”ໃຫ້ໄດ້ຍ່າງໂຊໂລ່ເທິງເວທີ ພ້ອມວິດີໂອເລົ່າເລື່ອງລາວຊີວິດ.
ວິນາທີທີ່ອັງເຄລ່າຍ່າງຖອດສາຍສະພາຍສະເປນອອກ ແລ້ວຊູຂຶ້ນຟ້າດ້ວຍສາຍຕາທີ່ປ່ຽມໄປດ້ວຍຄວາມຕື້ນຕັນ ມັນບໍ່ແມ່ນແຕ່ການປະກວດຄວາມງາມອີກຕໍ່ໄປ ແຕ່ມັນຄືການປະກາດໃຫ້ໂລກຮັບຮູ້ວ່າ “ຂ້ອຍມາຮອດຈຸດນີ້ໄດ້ ບໍ່ແມ່ນໃນຖານະສະຕີຂ້າມເພດ ແຕ່ໃນຖານະຜູ້ຍິງຄົນໜຶ່ງທີ່ມີຄວາມຝັນ ແລະ ມື້ນີ້ ກຳແພງນັ້ນມັນພັງທະລາຍລົງແລ້ວ”
ອັງເຄລ່າ ປອນເຊ່ ຈຶ່ງບໍ່ແມ່ນແຕ່ນາງງາມສະເປນປະຈຳປີ 2018 ແຕ່ຄື “Soft Power ຂອງຄວາມເທົ່າທຽມ” ທີ່ສ້າງແຮງບັນດານໃຈໃຫ້ຜູ້ຄົນທົ່ວໂລກ ແລະ ເຮັດໃຫ້ເວທີນາງງາມມີຄຸນຄ່າເລິກເຊິ່ງຫຼາຍກວ່າເລື່ອງຄວາມງາມເທິງເຮືອນຮ່າງຢ່າງແທ້ຈິງ.
