ຫາກໍຈົບລົງໄປສົດໆ ຮ້ອນໆ ເມື່ອວັນທີ 30 ພຶດສະພາ ທີ່ຜ່ານມາ ກັບເວທີ Miss Grand International All Stars 2026 ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທ ແລະ ຜູ້ທີ່ຄວ້າມົງກຸດທຳອິດໄປຄອງກໍຄື “ວາເນສຊ່າ ປູລການິນ ມອນຊັລເບ” (Vanessa Pulgarín Monsalve) ຈາກໂຄລອມເບຍ ທີ່ຜ່ານຜູ້ເຂົ້າປະກວດລະດັບທັອບຈາກອີກ 55 ປະເທດ ຈົນໄດ້ມົງມາຄອງ
ວາເນສຊ່າ ເກີດວັນທີ 13 ກັນຍາ 1991 ປັດຈຸບັນອາຍຸ 34 ປີ, ບ້ານເກີດຢູ່ທີ່ເມືອງເມເດຢິນ (Medellín) ປະເທດໂຄລອມເບຍ, ຮຽນຈົບປະລິນຍາຕີດ້ານການສື່ສານມວນຊົນ ແລະ ວາລະສານສາດ ຈາກ Universidad Pontificia Bolivariana. ກ່ອນເຂົ້າວົງການປະກວດນາງກໍໄດ້ເດີນເສັ້ນທາງອາຊີບບໍ່ວ່າຈະເປັນນັກຂ່າວ ແລະ ນາງແບບອາຊີບລະດັບອິນເຕີ ທີ່ເຄີຍບິນໄປໂກອິນເຕີເດີນແບບໄກຮອດຊິດນີ ອົດສະຕຣາລີ, ຄອສຕາຣິກາ ແລະ ສີລັງກາມາແລ້ວ. ວາເນສຊ່າມີກິດຈະກຳຍາມວ່າງຄືການແລ່ນມາຣາທອນ 21 ກິໂລແມັດ ແລະ ຍັງເປັນນັກກິລາພິກເຄິນບອນ (Pickleball) ລະດັບແຊ້ມທົວນາເມນມາແລ້ວເຖິງ 3 ລາຍການ!
ເສັ້ນທາງຂອງວາເນສຊ່າບໍ່ໄດ້ໂປຍດ້ວຍກີບກຸຫຼາບ ແຕ່ເປັນຄວາມພະຍາຍາມທີ່ແຟນນາງງາມຕ້ອງຍອມຮັບ
- ຈຸດເລີ່ມຕົ້ນ 2016-2017 ໄດ້ຕຳແໜ່ງ ຮອງອັນດັບ 1 Miss Colombia 2017 ແລະ ໄດ້ເປັນຕົວແທນໄປປະກວດ Miss International 2017 ຢູ່ຍີ່ປຸ່ນ ແຕ່ບໍ່ຜ່ານເຂົ້າຮອບ.
- ກັບມາປີ 2025 ໄປອັບເລເວລແລ້ວມາຄວ້າມົງໃຫຍ່ Miss Universe Colombia 2025 ແຖມຍັງໄປຟາດຕໍ່ໃນເວທີໂລກຈົນທະລຸເຂົ້າຮອບ Top 12 Miss Universe 2025.
- ເມື່ອເວທີ MGI All Stars ເປີດກົດໃໝ່ທະລາຍກຳແພງອາຍຸ, ວາເນສຊ່າໃນໄວ 34 ປີ ເລີຍຂໍມາແກ້ມື ແລະ ໃຊ້ປະສົົບການ, ທັກສະການເດີນ ແລະ ຄວາມສາມາດທີ່ບໍ່ມີຂໍຕິ ຈົນສາມາດຄວ້າມົງຄອງໄດ້!

ໃນຖານະທີ່ເປັນນາງແບບອາຊີບທຸກບາດຍ່າງເທິງເວທີຂອງວາເນສຊ່າຄືການສັບ ບໍ່ວ່າຈະການເດີນ, ການໂພສ ແລະ ການຈັດລະບຽບຮ່າງກາຍທີ່ແຟນນາງງາມຕ່າງກໍພາກັນເທໃຈໃຫ້, ເວລາທີ່ກ້ອງຈັບກໍຈິກກ້ອງທັນທີ ເພາະດ້ວຍສາຍຕາທີ່ມີສະເໜ່ ແລະ ຊົງພະລັງສົມຖານະ All Stars ຂອງແທ້ທີ່ຫາຕົວຈັບໄດ້ຍາກ.
ເສັ້ນທາງສູ່ມົງກຸດບໍ່ໄດ້ມາເພາະໂຊກຊ່ວຍ ແຕ່ມັນຄືການຕໍ່ສູ້ ແລະ ເກັບກ່ຽວປະສົບການມາເກືອບ 10 ປີເຕັມ, ເລື່ອງລາວຄວາມມຸ່ງໝັ້ນນີ້ເອງ ທີ່ເຮັດໃຫ້ເບິ່ງເປັນຕາເອົາໃຈຊ່ວຍ ແລະ ຮັບຄວາມປະທັບໃຈຈາກແຟນນາງງາມທົ່ວໂລກ. ວາເນສຊ່າ ເຮັດໃຫ້ທຸກຄົນເຫັນວ່າ ລາວບໍ່ໄດ້ມາແຕ່ແຂ່ງເພື່ອເອົາຕຳແໜ່ງເທົ່ານັ້ນ ແຕ່ມາເພື່ອພິສູດຄວາມຮັກ ແລະ ຄວາມຕັ້ງໃຈທີ່ມີຕໍ່ວົງການນາງງາມຢ່າງແທ້ຈິງ.
ອາຍຸເປັນພຽງຕົວເລກ ແລະ ໃນໄວ 34 ປີນີ້ເອງ ຄືອາວຸດລັບທີ່ເຮັດໃຫ້ລາວໂດດເດັ່ນກວ່າຄົນອື່ນຢ່າງຊັດເຈນ. ວາເນສຊ່າ ສະແດງໃຫ້ເຫັນເຖິງ ຄວາມນິ່ງ ແລະ ຄວາມສະຫຼາດທາງອາລົມ (EQ) ທີ່ສູງຫຼາຍ ໂດຍສະເພາະໃນຮອບຕອບຄຳຖາມ ລາວສາມາດຕອບໄດ້ຈະແຈ້ງ, ເປັນຮູບປະທຳ, ມີເນື້ອຫາທີ່ມີຄຸນຄ່າ ແລະ ເບິ່ງເປັນຜູ້ໃຫຍ່ ທີ່ພ້ອມຈະເຮັດວຽກຮ່ວມກັບອົງກອນໄດ້ທັນທີ.
ຫຼັງຈາກຄວ້າມົງກຸດປະຫວັດສາດນີ້ມາໄດ້ ໃນຖານະຜູ້ຊະນະຄົນທຳອິດ ວາເນສຊ່າ ຈະຕ້ອງຮັບໜ້າທີ່ເປັນ Brand Ambassador ຂອງອົງກອນ MGI ແລະ ເດີນທາງໄປປະຕິບັດພາລະກິດ ພ້ອມສ້າງແຮງບັນດານໃຈໃຫ້ກັບຜູ້ຄົນທົ່ວໂລກ.
ແຕ່ທີ່ຕື່ນເຕັ້ນກວ່ານັ້ນຄື ໃນປີໜ້າເຮົາຈະເຫັນວາເນສຊ່າອີກແນ່ ເພາະຕາມກະຕິກາໃໝ່ຂອງເວທີ MGI All Stars ຄືຜູ້ທີ່ຊະນະໄດ້ມົງຈະຕ້ອງກັບມາເວທີນີ້ອີກຄັ້ງເພື່ອປ້ອງກັນຕຳແໜ່ງຂອງຕົວເອງ ໃນການປະກວດປີທີ 2 ອີກດ້ວຍ.
ບອກເລີຍວ່າ ງານນີ້ແຟນນາງງາມກຽມລໍຖ້າເບິ່ງຄວາມມ່ວນຄວາມປັງກັນໄດ້ເລີຍ ເພາະຕົວແມ່ໂຄລອມເບຍຄົນນີ້ ພ້ອມທີ່ຈະສ້າງຕຳນານບົດໃໝ່ໃຫ້ພວກເຮົາໄດ້ຕື່ນຕາຕື່ນໃຈກັນຢ່າງແນ່ນອນ.
