ບົດສຳພາດ / profile / behind the scenes: ນາງງາມ, ນາງແບບ, designer, makeup artist, stylist, mentor ແລະ ບຸກຄົນເບື້ອງຫຼັງ.
“ບໍ່ຕ້ອງເສຍແຮງຫຼາຍ ເພາະຂັນລາງວັນເປັນຂອງນາຍາແລ້ວ“ ປະໂຫຍກເປີດຕົວທີ່ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ພະລັງອັນລົ້ນເຫຼືອຂອງ ນາຍາ – ພອນສະວັນ ອຸທະບົງ ຫຼື ທີ່ຫຼາຍຄົນຮູ້ຈັກໃນນາມ FOL 13. ໃຜຈະເຊື່ອວ່າ ພາຍໃຕ້ຄວາມມຸ່ງໝັ້ນທີ່ພ້ອມຈະຟາດຟັນເທິງເວທີ Face of Laos ໃນໄວ 31 ປີຄົນນີ້, ຕົວຕົນທີ່ແທ້ຈິງຂອງນາງຄືຜູ້ຍິງທີ່ສະຫງົບ, ເລິກເຊິ່ງ...
ນອກຈາກຫຼໍ່ຢ່າງດຽວແລ້ວ ຫີນກໍຄືຫີນ! ຖ້າຈະເວົ້າເຖິງຄວາມສົດໃສ ແລະ ພະລັງງານຂອງ “ໜ້າໃໝ່” ໃນວົງການທີ່ພ້ອມຈະພັດທະນາແບບກ້າວກະໂດດ ຊື່ຂອງ “ມາວິນ” ຫຼື ທ. ມາວິນ ໄທລາວັນ (FOL 12) ຕ້ອງເປັນໜຶ່ງໃນນັ້ນແນ່ນອນ. ໜຸ່ມນະຄອນຫຼວງວຽງຈັນ ຈາກເມືອງໄຊເສດຖາ ໄວພຽງ 19 ປີຄົນນີ້ ປັດຈຸບັນກຳລັງສຶກສາຢູ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ....
ຖ້າຈະຊອກຫາຜູ້ເຂົ້າແຂ່ງຂັນທີ່ກ້າເວົ້າກົງໄປກົງມາ, ມີສະເໜ່ແບບແປກໆ ແຕ່ດຶງດູດສາຍຕາຈົນລະໄລ່ບໍ່ໄດ້ ຕ້ອງຍົກໃຫ້ກັບສາວຫຼວງພະບາງໄວ 21 ປີ ຄົນນີ້: “ພອຍ” ຫຼື ພອຍໄພລິນ ສີມມາວົງ (FOL 11). ດ້ວຍຮູບຮ່າງທີ່ເກີດມາເພື່ອເປັນນາງແບບ ບວກກັບໃບໜ້າເກ๋ໆ ທີ່ເບິ່ງແລ້ວຕ້ອງຫຼົງຮັກ ແຕ່ໃຜຈະຮູ້ວ່າພາຍໃຕ້ລຸກທີ່ໝັ້ນໃຈເບີແຮງນີ້ ນາງຄືຄົນທີ່ນິຍາມຕົນເອງວ່າເປັນ Introvert ທີ່ພ້ອມສະຫຼະຄວາມຂີ້ອາຍຖິ້ມທັນທີ ຖ້າມັນສາມາດປ່ຽນເປັນ “ເງິນ” ໄດ້!...
ໃນວົງການນາງແບບ ຄວາມສວຍງາມບໍ່ໄດ້ມີພຽງຮູບແບບດຽວສະເໝີໄປ. ບາງຄັ້ງຄວາມແຕກຕ່າງທີ່ເປັນເອກະລັກ ກໍຄືມົນສະເໜ່ທີ່ສະກົດທຸກສາຍຕາໄດ້ດີທີ່ສຸດ. ພົບກັບ “ນ້ອຍ” ຫຼື ພອນທິດາ ສຸເທບມະນີ (FOL 09) ສາວຫຼວງພະບາງ ໄວ 23 ປີ ຜູ້ເປັນເຈົ້າຂອງຮ້ານເຊົ່າຊຸດລາຕີ ແລະ ມາພ້ອມກັບລຸກທີ່ໂດດເດັ່ນບໍ່ຊໍ້າໃຜ ຈົນກຳມະການເຖິງກັບທ້ວງວ່ານາງມີໂຄງໜ້າ ແລະ ຮູບຮ່າງຄືກັບຕົວລະຄອນຈາກເລື່ອງ “ອາວະຕານ” ເຊິ່ງຖືເປັນຄຳຊົມສຳລັບຄົນທີ່ມີລັກສະນະ...
ເມື່ອເວົ້າເຖິງການປະກວດ FACE of LAOS ຫຼາຍຄົນອາດຈະຈິນຕະນາການເຖິງການແຂ່ງຂັນເລື່ອງຮູບຮ່າງໜ້າຕາ ແລະ ການຍ່າງແບບ. ແຕ່ສຳລັບ “ທີ” ຫຼື ຫລອຍແຮນລີ້ ສີລາຄຳ (FOL 08) ໜຸ່ມໄວ 21 ປີ ຈາກເມືອງປາກກະດິງ ແຂວງບໍລິຄຳໄຊ ຄົນນີ້ ໄດ້ນຳເອົາອາວຸດທີ່ແຕກຕ່າງອອກມານຳສະເໜີ ນັ້ນກໍຄື “ຄວາມສະຫຼາດ,...
ຖ້າຈະເວົ້າເຖິງຜູ້ເຂົ້າແຂ່ງຂັນທີ່ພົກພາຄວາມໝັ້ນໃຈແບບບໍ່ມີຄວາມຢ້ານກົວ ພ້ອມກັບບຸກຄະລິກທີ່ເຮັດໃຫ້ຄົນອ້ອມຂ້າງຍິ້ມໄດ້ສະເໝີ ຊື່ຂອງ “ແອ່ນນີ້-ມີໄຊ ໄພສະຖຽນ” ຫຼື FOL07 ຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ສາວນ້ອຍໄວ 19 ປີຄົນນີ້ ບໍ່ໄດ້ມີພຽງແຕ່ຄວາມໜ້າຮັກສົດໃສ ແຕ່ເບື້ອງຫຼັງຮອຍຍິ້ມຂອງນາງ ຄືແນວຄິດ ແລະ ຄວາມຝັນທີ່ຍິ່ງໃຫຍ່ແບບທີ່ຫຼາຍຄົນຄາດບໍ່ເຖິງ. ມື້ນີ້ ມ່ວນຈະພາທຸກຄົນໄປທຳຄວາມຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງແອ່ນນີ້ ໃຫ້ຫຼາຍຂຶ້ນກວ່າການເຫັນນາງຢູ່ເທິງເວທີ. ຈາກນັກສຶກສາເສດຖະສາດ ສູ່ສາວຜູ້ຮັກການນອນເປັນຊີວິດຈິດໃຈ ປັດຈຸບັນ ແອ່ນນີ້...
ຖ້າໃຜມັກຜູ້ຊາຍລັກສະນະພາຍນອກທີ່ເບິ່ງຄືມີມາດນາຍແບບ (Model look) ແຕ່ພາຍໃນເຕັມໄປດ້ວຍຄວາມອົບອຸ່ນ ແລະ ໃສ່ໃຈຄົນອ້ອມຂ້າງ ຕ້ອງຂໍແນະນຳໃຫ້ຮູ້ຈັກກັບ “ທາເວສ” ຫຼື ທະວີສັກ ບັນນະວົງ (FOL 06). ໜຸ່ມນະຄອນຫຼວງວຽງຈັນ ຈາກເມືອງຈັນທະບູລີຄົນນີ້ ປັດຈຸບັນກຳລັງເຮັດວຽກຢູ່ທີ່ ທະນາຄານຄຳລາວ. ເຖິງໜ້າຕາຈະເບິ່ງຄົມເຂັ້ມແບບມີຄາແຣັກເຕີ ແຕ່ຕົວຈິງແລ້ວ ລາວເປັນຄົນທີ່ອ່ອນໄຫວ, ອົບອຸ່ນ, ແຄຣ໌ຄວາມຮູ້ສຶກຄົນອື່ນ ແລະ...
ຫຼາຍຄັ້ງທີ່ເຮົາມັກຈະຕັດສິນຄົນຈາກພາຍນອກ ແຕ່ຖ້າໄດ້ລອງເປີດໃຈສຳຜັດແທ້ໆ ເຮົາອາດຈະໄດ້ເຫັນມຸມມອງທີ່ແຕກຕ່າງອອກໄປຢ່າງສິ້ນເຊີງ. ມື້ນີ້ ມ່ວນຈະພາໄປຮູ້ຈັກກັບ “ລີ່ຊ້າ” ຫຼື ສຸພາວະດີ ເລັ່ງສະຫວັດ (FOL 05) ສາວນະຄອນຫຼວງວຽງຈັນ ໄວ 29 ປີ ທີ່ປັດຈຸບັນກຳລັງສວມບົດບາດເປັນພະນັກງານທະນາຄານ. ສາວຄົນນີ້ມາພ້ອມກັບບຸກຄະລິກທີ່ຫຼາຍຄົນອາດຈະແອບຢ້ານໃນຕອນທຳອິດ ເພາະນາງຍອມຮັບວ່າຕົນເອງເປັນຄົນມາດນິ່ງ, ຂີ້ອາຍ ແລະ ມີໃບໜ້າທີ່ດູ “ໂຫດ” ຫຼື...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.