ມາວິນ ໄທລາວັນ FOL 12 ໜຸ່ມຫຼໍ່ສະຖາປັດກັບການອອກແບບຄວາມຝັນໃນ FACE of LAOS

Key Takeaways:
- ມາວິນ (FOL 12) ເປັນໜຶ່ງໃນໜ້າໃໝ່ທີ່ມີພະລັງງານໃນວົງການ ພ້ອມຈະພັດທະນາແບບກ້າວກະໂດດ.
- ມາວິນ, ນັກສຶກສາສະຖາປັດຕະຍະກຳສາດ ອາຍຸ 19 ປີ, description ຕົນເອງວ່າເປັນຄົນຫຼາກຫຼາຍມິຕິ, ປັບຕົວເກັ່ງ ແລະ ເຮັດວຽກເປັນທີມໄດ້ດີ.
- ລາວມີຄວາມຝັນຢາກເປັນທັງ "ນາຍແບບ ແລະ ສະຖາປະນິກ" ໄປພ້ອມໆກັນ, ແລະ ໄດ້ພັດທະນາຕົນເອງໃນການປະກວດ FACE of LAOS.
- ມາວິນບໍ່ມີປະສົບການໃນການປະກວດມາກ່ອນ, ແຕ່ການເຂົ້າຮອບ 20 ຄົນສຸດທ້າຍກໍເຮັດໃຫ້ລາວດີໃຈ ແລະ ເຊື່ອໝັ້ນໃນຕົນເອງຫຼາຍຂຶ້ນ.
- ຄວາມຝັນສູງສຸດຂອງລາວຄືການເປັນນາຍແບບທີ່ໂດ່ງດັງໄປທົ່ວອາຊີ, ພ້ອມທັງຮັກສາຄວາມເປັນຕົນເອງ ແລະ ເຂົ້າຫາງ່າຍ.
ນອກຈາກຫຼໍ່ຢ່າງດຽວແລ້ວ ຫີນກໍຄືຫີນ!
ຖ້າຈະເວົ້າເຖິງຄວາມສົດໃສ ແລະ ພະລັງງານຂອງ “ໜ້າໃໝ່” ໃນວົງການທີ່ພ້ອມຈະພັດທະນາແບບກ້າວກະໂດດ ຊື່ຂອງ “ມາວິນ” ຫຼື ທ. ມາວິນ ໄທລາວັນ (FOL 12) ຕ້ອງເປັນໜຶ່ງໃນນັ້ນແນ່ນອນ. ໜຸ່ມນະຄອນຫຼວງວຽງຈັນ ຈາກເມືອງໄຊເສດຖາ ໄວພຽງ 19 ປີຄົນນີ້ ປັດຈຸບັນກຳລັງສຶກສາຢູ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ. ພາຍໃຕ້ໃບໜ້າທີ່ຫຼໍ່ເຫຼົາ ແລະ ໂດດເດັ່ນ ມາວິນນິຍາມຕົນເອງວ່າເປັນຄົນທີ່ມີຫຼາກຫຼາຍມິຕິ ທັງມັກຢອກ, ຂີ້ອາຍ, ຂີ້ສົງໄສ ແລະ ແອບມີຄວາມໃຈຮ້ອນໜ້ອຍໜຶ່ງ ແຕ່ກໍເປັນຄົນທີ່ປັບຕົວເກັ່ງ ແລະ ເຮັດວຽກເປັນທີມໄດ້ຢ່າງດີຢ້ຽມ.

ຈາກນັກອອກແບບຕຶກ ສູ່ການອອກແບບຄວາມຝັນຂອງຕົນເອງ ຊີວິດນອກເວທີຂອງມາວິນ ກໍຄືກັບນັກສຶກສາທົ່ວໄປທີ່ກຳລັງມ່ວນຊື່ນກັບການຮຽນ ແລະ ການເປັນອາສາສະໝັກໃນງານຕ່າງໆ. ເວລາຫວ່າງລາວມັກຈະຮ້ອງເພງ ແລະ ເຂົ້າຍິມອອກກຳລັງກາຍ. ແຕ່ສິ່ງທີ່ເຮັດໃຫ້ໜຸ່ມຄົນນີ້ໜ້າສົນໃຈຄື ລາວມີຄວາມຝັນຢາກເປັນທັງ “ນາຍແບບ ແລະ ສະຖາປະນິກ” ໄປພ້ອມໆກັນ! ທັກສະທີ່ຫຼາຍຄົນອາດຈະຍັງບໍ່ຮູ້ຄື ນອກຈາກຮູບຮ່າງໜ້າຕາທີ່ເປັນເອກະລັກແລ້ວ ລາວຍັງສາມາດອອກແບບອາຄານໄດ້ອີກດ້ວຍ. ຖ້າບໍ່ໄດ້ມາປະກວດ ຕອນນີ້ເຮົາກໍຄົງເຫັນລາວກຳລັງນັ່ງຂີດຂຽນແຕ້ມແບບໂຄງສ້າງຢູ່ນັ້ນເອງ.
ເຊື່ອບໍ່ວ່າ ກ່ອນຈະກ້າວຂຶ້ນມາຢືນເທິງເວທີ FACE of LAOS ມາວິນ “ບໍ່ເຄີຍມີປະສົບການ ຫຼື ຜ່ານເວທີໃດມາກ່ອນເລີຍ!” ການເປັນນາຍແບບຄືຄວາມຝັນໃນໄວເດັກທີ່ລາວເກັບຊ່ອນໄວ້ ໂດຍມີໝູ່ເພື່ອນ ແລະ ຜູ້ຄົນໃນໂຊຊຽວມີເດຍເປັນແຮງບັນດານໃຈ. ຈົນມາຮອດມື້ນີ້ ມື້ທີ່ລາວຮູ້ສຶກວ່າຕົນເອງພ້ອມ ແລະ ມີຄວາມກ້າຫຼາຍພໍ ຈຶ່ງຕັດສິນໃຈຍື່ນໃບສະໝັກ. ວິນາທີທີ່ຮູ້ວ່າຜ່ານເຂົ້າຮອບ 20 ຄົນສຸດທ້າຍ ລາວບອກວ່າ:
ບໍ່ເຊື່ອຫູໂຕເອງເລີຍ ເພາະຫຼາຍຄົນກໍເຮັດດີ ແລະ ເກັ່ງຫຼາຍ ການທີ່ເຮົາຕິດເຂົ້າຮອບມາໄດ້ ມັນຮູ້ສຶກດີໃຈສຸດໆ.

ການຕັດສິນໃຈຄັ້ງນີ້ ຖືເປັນຈຸດປ່ຽນຄັ້ງສຳຄັນທີ່ເຮັດໃຫ້ລາວຕ້ອງປັບຕົວຫຼາຍຂຶ້ນ, ປ່ຽນທັງແນວຄິດ, ມຸມມອງ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆທີ່ບໍ່ເຄີຍຄິດວ່າຊີວິດນີ້ຈະໄດ້ເຮັດ ບໍ່ວ່າຈະເປັນການຈັດລະບຽບຮ່າງກາຍ, ການຍ່າງ, ການໂພສ ເຊິ່ງມັນເຮັດໃຫ້ລາວຄົ້ນພົບວ່າ “ເຮົາເອງກໍສາມາດເຮັດຫຍັງໄດ້ຫຼາຍກວ່າທີ່ຄິດໄວ້.”
ຄວາມຝັນລະດັບອາຊີ ແລະ ຄາແຣັກເຕີທີ່ບໍ່ຄືໃຜ ເມື່ອຖາມເຖິງຈຸດເດັ່ນທີ່ເຮັດໃຫ້ລາວແຕກຕ່າງ ມາວິນຕອບດ້ວຍຄວາມໝັ້ນໃຈວ່າ ມັນຄື “ຄາແຣັກເຕີ ແລະ ຮູບຮ່າງທີ່ອາດຈະແປກ ແລະ ແຕກຕ່າງຈາກຄົນອື່ນ”. ຄວາມຝັນສູງສຸດຂອງໜຸ່ມໄວ 19 ປີຄົນນີ້ ບໍ່ແມ່ນພຽງແຕ່ການມີຊື່ສຽງໃນປະເທດ ແຕ່ລາວຕັ້ງເປົ້າຢາກເປັນນາຍແບບທີ່ມີຊື່ສຽງໄປທົ່ວອາຊີ ໂດຍຍັງຄົງຮັກສາຄວາມເປັນກັນເອງ ແລະ ເຂົ້າຫາງ່າຍ ໃຫ້ຜູ້ຄົນໄດ້ຈົດຈຳສະເໝີ.
ຈັບຕາເບິ່ງ “ນ້ອງໃໝ່” ຄົນນີ້ໄວ້ໃຫ້ດີ! ມາວິນຂໍຝາກຂໍ້ຄວາມເຖິງທຸກຄົນທີ່ກຳລັງຕິດຕາມວ່າ: “ຝາກເຊຍ ແລະ ເອັນດູມາວິນແນ່ເດີ້ FOL 12. ເຖິງວົງການນີ້ຈະໃໝ່ແຮງສຳລັບໂຕເຮົາ ແຕ່ເຮົາຈະພະຍາຍາມໃຫ້ດີທີ່ສຸດ.” ເຫດຜົນທີ່ທຸກຄົນຕ້ອງຈັບຕາມອງໜຸ່ມຄົນນີ້ ກໍເພາະວ່າການເປັນ “ນ້ອງໃໝ່” ໝາຍຄວາມວ່າເຮົາຈະໄດ້ເຫັນພັດທະນາການ ແລະ ການປ່ຽນແປງແບບກ້າວກະໂດດຂອງລາວໃນທຸກໆຮອບການແຂ່ງຂັນແນ່ນອນ.


