ນາຍາ ພອນສະວັນ FOL 13 ກັບການພິສູດວ່າອາຍຸ 31 ປີ ບໍ່ແມ່ນອຸປະສັກໃນການຕາມຫາຄວາມຝັນໃນ FACE of LAOS

ແບ່ງປັນ

ນາຍາ ພອນສະວັນ FOL 13 ກັບການພິສູດວ່າອາຍຸ 31 ປີ ບໍ່ແມ່ນອຸປະສັກໃນການຕາມຫາຄວາມຝັນໃນ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
27 August 2026 7
AI Summarized

Key Takeaways:

  • ນາຍາ (FOL 13) ເປັນຜູ້ເຂົ້າປະກວດ Face of Laos ທີ່ມີອາຍຸ 31 ປີ, ເຖິງວ່າຈະມີຄວາມໝັ້ນໃຈໃນການແຂ່ງຂັນ, ແຕ່ຕົວຕົນທີ່ແທ້ຈິງຂອງນາງຄືຜູ້ຍິງທີ່ສະຫງົບ, ເລິກເຊິ່ງ ແລະ ມີພາລະກິດໃນການປົດລັອກຈິດໃຈຜູ້ຄົນ.
  • ນອກເໜືອຈາກການເປັນຜູ້ເຂົ້າປະກວດ, ນາງຍັງເຮັດທຸລະກິດທີ່ປຶກສາດ້ານການປ່ຽນແປງຕົນເອງ, ຊ່ວຍເຫຼືອຜູ້ຄົນທີ່ຮູ້ສຶກວ່າງເປົ່າໃຫ້ຄົ້ນພົບຕົວຕົນທີ່ແທ້ຈິງ ແລະ ສັກກະຍະພາບຂອງຕົນເອງ.
  • ນາງມີຄວາມສົນໃຈໃນການພັດທະນາຕົນເອງໃນລວງເລິກ ຜ່ານການຫຼິ້ນເຄື່ອງດົນຕີ, ສະມາທິ, ການຝຶກລົມຫາຍໃຈ, ແລະ Ecstatic Dance ເພື່ອເຊື່ອມຕໍ່ກັບພະລັງງານທຳມະຊາດ ແລະ ຈິດວິນຍານ.
  • ປະສົບການການເດີນທາງໄປຖ່າຍຮູບດ່ຽວທີ່ປະເທດເມັກຊິໂກ ໄດ້ສອນໃຫ້ນາງກ້າທີ່ຈະເປັນຜູ້ກຳນົດເສັ້ນທາງຊີວິດຂອງຕົນເອງ ໂດຍບໍ່ລໍຖ້າໂອກາດ.
  • ນາຍາຕ້ອງການໃຊ້ເວທີ Face of Laos ເພື່ອເປັນແຮງບັນດານໃຈໃຫ້ຄົນອື່ນຮູ້ວ່າບໍ່ມີຄຳວ່າຊ້າເກີນໄປໃນການເລີ່ມຕົ້ນສິ່ງໃໝ່, ແລະ ຕ້ອງການເປັນ Icon ແຟຊັ່ນທີ່ເປັນຕົວແທນຂອງການປ່ຽນແປງຈາກພາຍໃນສູ່ພາຍນອກ.

ບໍ່ຕ້ອງເສຍແຮງຫຼາຍ ເພາະຖ້ວຍລາງວັນເປັນຂອງນາຍາແລ້ວ

ປະໂຫຍກເປີດຕົວທີ່ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ພະລັງອັນລົ້ນເຫຼືອຂອງ ນາຍາ – ພອນສະວັນ ອຸທະບົງ ຫຼື ທີ່ຫຼາຍຄົນຮູ້ຈັກໃນນາມ FOL 13. ໃຜຈະເຊື່ອວ່າ ພາຍໃຕ້ຄວາມມຸ່ງໝັ້ນທີ່ພ້ອມຈະຟາດຟັນເທິງເວທີ Face of Laos ໃນໄວ 31 ປີຄົນນີ້, ຕົວຕົນທີ່ແທ້ຈິງຂອງນາງຄືຜູ້ຍິງທີ່ສະຫງົບ, ເລິກເຊິ່ງ ແລະ ມີພາລະກິດຍິ່ງໃຫຍ່ໃນການປົດລັອກຈິດໃຈຜູ້ຄົນ.

ອ່ານຕື່ມ:  ເຄີຍຕິດລົບບໍ່ມີຫຍັງ ຈົນຖືກດູຖູກບໍ່? Dee Roc ຊວນມາປຸກໄຟໃນໃຈຜ່ານເພງ Pock£t

ມື້ນີ້ ມ່ວນຈະພາໄປເຈາະເລິກເບື້ອງຫຼັງຮອຍຍິ້ມ ແລະ ສາຍຕາທີ່ມຸ່ງໝັ້ນຂອງສາວນະຄອນຫຼວງວຽງຈັນຄົນນີ້ ທີ່ພິສູດໃຫ້ເຫັນວ່າອາຍຸບໍ່ເຄີຍເປັນອຸປະສັກ ສຳລັບຄົນທີ່ຮູ້ວ່າຕົນເອງເກີດມາເພື່ອຫຍັງ.

ນອກເໜືອຈາກບົດບາດການເປັນຜູ້ເຂົ້າປະກວດແລ້ວ, ປັດຈຸບັນ ນາຍາ ກຳລັງປຸກປັ້ນທຸລະກິດທີ່ໜ້າສົນໃຈຫຼາຍ ນັ້ນຄືການເປັນທີ່ປຶກສາດ້ານການປ່ຽນແປງຕົນເອງ. ນາງເຮັດວຽກກັບກຸ່ມຄົນທີ່ເບິ່ງຄືວ່າ “ມີພ້ອມທຸກຢ່າງໃນຊີວິດ ແຕ່ພາຍໃນພັດຮູ້ສຶກວ່າງເປົ່າ” ເພື່ອຊ່ວຍດຶງພວກເຂົາໃຫ້ກັບມາຄົ້ນພົບຕົວຕົນທີ່ແທ້ຈິງ ແລະ ເຫັນສັກກະຍະພາບຂອງຕົນເອງອີກຄັ້ງ.

ນາຍາ ຮູ້ວິທີຕັ້ງຄຳຖາມທີ່ຖືກຈຸດ ເພື່ອຊ່ວຍໃຫ້ຄົນຄົ້ນພົບ ແລະ ເຂົ້າໃຈຕົນເອງ ນີ້ຄືທັກສະພິເສດທີ່ນາຍາພູມໃຈ.

ດ້ວຍບຸກຄະລິກທີ່ເປັນຄົນເປີດໃຈ, ສະຫງົບ ແຕ່ມີຄວາມທະເຍີທະຍານສູງ, ນາຍາມັກໃຊ້ເວລາວ່າງໄປກັບການພັດທະນາຕົນເອງໃນລວງເລິກ ບໍ່ວ່າຈະເປັນການຫຼິ້ນເຄື່ອງດົນຕີທີ່ຕ້ອງໃຊ້ລົມຫາຍໃຈຢ່າງ “ຂຸ່ຍ”, ການເຮັດສະມາທິ, ການຝຶກລົມຫາຍໃຈ ລວມໄປເຖິງການເຕັ້ນແບບ Ecstatic Dance ທີ່ປ່ອຍໃຫ້ຮ່າງກາຍເຄື່ອນໄຫວໄປຕາມຄວາມຮູ້ສຶກໂດຍບໍ່ສົນໃຈຄວາມງາມ. ທຸກຢ່າງທີ່ນາງເຮັດ ລ້ວນແລ້ວແຕ່ເປັນການເຊື່ອມຕໍ່ກັບພະລັງງານທຳມະຊາດ ແລະ ຈິດວິນຍານຈາກພາຍໃນ.

ຖ້າຖາມເຖິງຜົນງານທີ່ປ່ຽນແປງມຸມມອງຊີວິດຂອງນາຍາໄປຕະຫຼອດການ ມັນບໍ່ແມ່ນການຍ່າງແບບເທິງເວທີໃຫຍ່ ແຕ່ມັນຄື ການບິນດ່ຽວໄປຖ່າຍຮູບ ທີ່ປະເທດເມັກຊິໂກ.

ນັ້ນບໍ່ແມ່ນການໄປເຮັດວຽກທີ່ກຽມໄວ້ ແຕ່ມັນຄືສິ່ງທີ່ນາງ “ຢາກເຮັດ” ແລະ ລົງມືສ້າງມັນຂຶ້ນມາເອງ ໂດຍບໍ່ລໍຖ້າໃຫ້ໂອກາດແລ່ນມາຫາ. ນາຍາ ເດີນທາງໄປຮອດເມືອງໃຫຍ່ທີ່ບໍ່ຮູ້ຈັກໃຜເລີຍ ໂດຍບໍ່ມີເສື້ອຜ້າ ຫຼື ເກີບສຳລັບຖ່າຍທຳ. ນາຍາມີເວລາພຽງ 1 ອາທິດໃນການຈັດການທຸກຢ່າງ ຕັ້ງແຕ່ຊອກຫາຊ່າງພາບ, ຊ່າງແຕ່ງໜ້າ, ຫາສະຖານທີ່ ແລະ ວາງຄອນເຊັບທັງໝົດເອງ.

ມື້ນັ້ນນາຍາມີເວລາແຄ່ 2 ຊົ່ວໂມງແລ່ນຊື້ເຄື່ອງໃນເມືອງທີ່ບໍ່ລຶ້ງເຄີຍ ທ່າມກາງຝົນຕົກ ແຕ່ມັນເຮັດໃຫ້ນາຍາຄົ້ນພົບວ່າ ເຮົາມີຄວາມສຸກກັບການສ້າງສັນສິ່ງເຫຼົ່ານີ້ຫຼາຍ. ມັນອາດບໍ່ສົມບູນແບບທີ່ສຸດ ແຕ່ທຸກຢ່າງມັນໄຫຼໄປຢ່າງເປັນທຳມະຊາດ

ນາຍາເລົ່າດ້ວຍຄວາມພູມໃຈ. ປະສົບການຄັ້ງນັ້ນ ຫຼໍ່ຫຼອມໃຫ້ນາງກ້າທີ່ຈະເປັນຜູ້ກຳນົດເສັ້ນທາງຂອງຕົນເອງ.

ຄວາມຈິງແລ້ວ ເສັ້ນທາງນາງແບບຄວນຈະເລີ່ມຕົ້ນຕັ້ງແຕ່ນາງຍັງນ້ອຍ. ຄົນອ້ອມຂ້າງ ແລະ ແມ້ແຕ່ຄົນແປກໜ້າ ເຄີຍບອກໃຫ້ນາງໄປປະກວດນາງງາມ, ແຕ່ຄວາມອາຍ ແລະ ຄວາມເຊື່ອໝັ້ນໃນຕົວເອງທີ່ຍັງຕ່ຳ ເຮັດໃຫ້ປິດກັ້ນໂອກາດນັ້ນມາຕະຫຼອດ.

ອ່ານຕື່ມ:  ປັງບໍ່ໄຫວ! ອານິຕ້າ ຢາການາກິ ຮັບບົດນາງເອກຊ່ອງດັງ ປະກົບຄູ່ພະເອກ ພູມ ກຽດຕິພູມ

ຈຸດປ່ຽນສຳຄັນເກີດຂຶ້ນໃນປີ 2024 ເມື່ອນາຍາເດີນທາງໄປ Retreat ທີ່ປະເທດເປຣູ. ຢູ່ທີ່ນັ້ນ, ໄດ້ເຫັນພາບຂອງຕົນເອງໃນອະດີດທີ່ເຄີຍມີຄົນບອກໃຫ້ໄປປະກວດ ແລະ ມັນໄດ້ກາຍເປັນແຮງຊຸກຍູ້ພາຍໃນທີ່ບອກວ່ານາງສາມາດເປັນ International Model ໄດ້.

ເຖິງຢ່າງນັ້ນ, ຄວາມກັງວົນກ່ຽວກັບ “ອາຍຸ” ກໍຍັງຕິດຄ້າງຢູ່ໃນໃຈ ເພາະໃນໄວ 31 ປີ ມັນເກືອບຈະກາຍເກນຂອງຫຼາຍໆເວທີໄປແລ້ວ. ແຕ່ສຳລັບຄົນທີ່ເຊື່ອວ່າ “ບໍ່ມີຫຍັງເກີດຂຶ້ນດ້ວຍຄວາມບັງເອີນ” ຢ່າງນາຍາ, ເມື່ອຈັງຫວະຊີວິດພານາງກັບມາລາວ ແລະ ບັງເອີນເຫັນປະກາດ Audition ຂອງ Face of Laos ໃນມື້ທີ່ນາງກຳລັງຊອກຫາຊ່າງພາບພໍດີ ນາງຮູ້ທັນທີວ່າ ນີ້ຄື “ສັນຍານ” ທີ່ຕ້ອງຈັບເອົາໄວ້.

ນາຍາຢາກໃຊ້ໂອກາດນີ້ ເພື່ອເປັນແຮງບັນດານໃຈໃຫ້ຄົນອື່ນເຫັນວ່າ ມັນບໍ່ມີຄຳວ່າຊ້າເກີນໄປ ມັນອາດເປັນແຮງບັນດານໃຈ ທີ່ຈະຊ່ວຍປົດປ່ອຍຄວາມເຊື່ອທີ່ຈຳກັດຂອງຜູ້ຄົນ ໃຫ້ເຂົາກ້າເຮັດໃນສິ່ງທີ່ຕ້ອງການໄດ້ໄວຂຶ້ນ

ການໄດ້ຍ່າງບົນ Runway ຖືເປັນການເຮັດຄວາມຝັນໜຶ່ງໃຫ້ກາຍເປັນຈິງ. ແຕ່ສຳລັບນາຍາ, Face of Laos ໃຫ້ຫຼາຍກວ່າການເປັນແຄ່ເວທີແຂ່ງຂັນ. ມັນຄືຫ້ອງຮຽນຊັ້ນດີທີ່ເຮັດໃຫ້ນາງໄດ້ສະທ້ອນເບິ່ງຕົວເອງ .

“ມີບາງຄັ້ງທີ່ນາຍາຮູ້ສຶກວ່າຕົນເອງຍັງບໍ່ໄດ້ຢູ່ໃນຈຸດສົມດຸນ ແລະ ຍັງບໍ່ໄດ້ເປັນຕົວເອງ 100%. ເຊິ່ງນັ້ນເປັນ Feedback ທີ່ດີຫຼາຍ ເຮັດໃຫ້ນາຍາກ້າທີ່ຈະເວົ້າຄຳວ່າ ‘ບໍ່’ ກັບສິ່ງທີ່ບໍ່ແມ່ນຕົວເຮົາ” ນາງຍອມຮັບຢ່າງຈິງໃຈ ພ້ອມກັບມຸ່ງໝັ້ນທີ່ຈະພັດທະນາທັງທັກສະການຍ່າງ, ການໂພດສ໌ ແລະ ການສື່ສານຕໍ່ໜ້າຜູ້ຄົນໃຫ້ດີຍິ່ງຂຶ້ນ ໂດຍມີ Mentor ແລະ ເພື່ອນຮ່ວມທີມທີ່ມີ Spirit ດຽວກັນຄອຍຊຸກຍູ້.

ເມື່ອຖາມເຖິງຄວາມຝັນສູງສຸດ, ນາຍາ ຜູ້ມີ Tony Robbins ເປັນແຮງບັນດານໃຈ ບໍ່ໄດ້ຝັນພຽງແຕ່ຊື່ສຽງ ແຕ່ນາງຢາກເປັນ “Icon ໃນວົງການແຟຊັ່ນ ທີ່ເປັນຕົວແທນຂອງການປ່ຽນແປງ ຈາກພາຍໃນສູ່ພາຍນອກ”

ນາງຢາກສ້າງ Impact ໃຫ້ໂລກໃບນີ້ ຢາກຊ່ວຍໃຫ້ຜູ້ຄົນກ້າໃຊ້ຊີວິດໃນແບບຂອງຕົນເອງ ບໍ່ແມ່ນໃຊ້ຊີວິດຕາມຄວາມຝັນຂອງສັງຄົມ ຫຼື ຄອບຄົວ. ນອກຈາກນີ້ ນາງຍັງມີຄວາມຝັນທີ່ຢາກຈະສ້າງສັນຜົນງານເພງ ປັດຈຸບັນນາງມີເພງທຳອິດຊື່ວ່າ “Shaya” ໃນສະຕາຍ Downtempo ແລະ ຢາກສະແດງຮູບເງົາອີກດ້ວຍ.

ອ່ານຕື່ມ:  ຈາກຄົນຫຼັງກ້ອງສູ່ໜ້າເວທີ ຮູ້ຈັກ ແຈັກກີ້ ຊ່າງພາບໜຸ່ມຫຼວງພະບາງກັບເສັ້ນທາງ Mister Universe Laos

“ຂໍໃຫ້ທຸກຄົນມາຊ່ວຍເຊຍ ແລະ ໃຫ້ກຳລັງໃຈນາຍາແດ່ເດີ. ຈັບຕາເບິ່ງໄວ້ໃຫ້ດີ ນາຍາອາດຈະຍັງເວົ້າບໍ່ເກັ່ງ ແຕ່ນາຍາຈະເຮັດໃຫ້ເບິ່ງວ່າ ນີ້ແຫຼະຄື Face of Asia 2026!”

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.