ດີໃຈນຳເດີ້ທີ່ຊະນະແຄມເປນ ເພາະຂ້ອຍບໍ່ໄດ້ມາເພື່ອເອົາຊະນະແຄມເປນ ແຕ່ຂ້ອຍມາເພື່ອຊະນະ Face of Laos ປີນີ້ – FOL 14 ດ້າ ຮອນດ້າ ດວງດາລາ
ໃຜຈະໄປຄິດວ່າ ປະໂຫຍກທີ່ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ພ້ອມຟາດຟັນຂະໜາດນີ້ ຈະອອກມາຈາກປາກຂອງຊາຍໜຸ່ມອາຍຸ 20 ປີ ທີ່ນິຍາມຕົນເອງວ່າເປັນຄົນ “ໃຈເຢັນ, ຖ່ອມຕົວ ແລະ ເວົ້ານ້ອຍ” ແຕ່ນີ້ແຫຼະຄືສະເໜ່ທີ່ໜ້າຄົ້ນຫາຂອງ ຮອນດ້າ ດວງດາລາ (FOL 14) ໜຸ່ມຫຼໍ່ເຈົ້າຂອງລວງສູງ 178 ຊັງຕີແມັດ ຈາກເມືອງຊະນະຄາມ ແຂວງວຽງຈັນໃນເວທີ Face of Laos 2026.
ມື້ນີ້ ມ່ວນຈະພາໄປຮູ້ຈັກຕົວຕົນທີ່ເຊື່ອງຄວາມມຸ່ງໝັ້ນອັນຮ້ອນແຮງຂອງຊາຍໜຸ່ມຄົນນີ້ ຮັບຮອງວ່າເລື່ອງລາວຂອງລາວຈະເຮັດໃຫ້ຫຼາຍຄົນຢາກລຸກຂຶ້ນມາເຮັດຕາມຄວາມຝັນແນ່ນອນ.

ໃນມື້ທຳມະດາທີ່ບໍ່ໄດ້ຈັບໄມ ຫຼື ຍ່າງແບບ, ຮອນດ້າ ຄືຊາຍໜຸ່ມສູ້ຊີວິດທີ່ເຮັດວຽກຢູ່ບໍລິສັດຂົນສົ່ງແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ພາບລັກທີ່ຫຼາຍຄົນເຫັນອາດຈະເປັນຄົນງຽບໆ, ເປັນຜູ້ຟັງທີ່ດີ ແຕ່ພາຍໃຕ້ຄວາມມາດນັ້ນ ລາວຄືຄົນທີ່ພ້ອມຮຽນຮູ້, ວ່ອງໄວ ແລະ ບໍ່ເຄີຍຢຸດພັດທະນາຕົນເອງໃນທຸກໆມື້.
ຖ້າມື້ນີ້ຂ້ອຍບໍ່ໄດ້ຢືນຢູ່ເທິງເວທີນີ້ ແນ່ນອນວ່າຂ້ອຍກໍຄົງຍັງຕິດຢູ່ໃນກອບຂອງຕົນເອງ ບໍ່ກ້າສະແດງອອກ ແລະ ຢູ່ແຕ່ຈຸດເດີມໆ ທີ່ບໍ່ມີໂອກາດໄດ້ພິສູດຕົນເອງ
ເຫດຜົນທີ່ຕັດສິນໃຈກ້າວອອກຈາກ Comfort Zone. ສຳລັບລາວແລ້ວ ເມື່ອໂອກາດມາຮອດ ຕ້ອງກ້າທີ່ຈະຄວ້າ ແລະ ເຮັດມັນໃຫ້ເຕັມທີ່ທີ່ສຸດ.
ເສັ້ນທາງສູ່ການເປັນ Top 20 ຂອງ Face of Laos ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ. ກ່ອນໜ້ານີ້ ຮອນດ້າ ເຄີຍຍ່າງສາຍແຄສງານໂມເດວມາແລ້ວຫຼາຍຄັ້ງ ແຕ່ຜົນກໍຄື “ບໍ່ສຳເລັດ”.
ແທນທີ່ຈະທໍ້ຖອຍ, ຊາຍໜຸ່ມຄົນນີ້ພັດເລືອກທີ່ຈະປ່ຽນມຸມມອງໃໝ່. ລາວເອົາຄວາມຜິດຫວັງມາເປັນແຮງຍູ້ດັນ ໃນການສຶກສາ, ຮຽນຮູ້ທັກສະການຍ່າງ, ການຈັດລະບຽບຮ່າງກາຍ ແລະ ການອອກກຳລັງກາຍໃຫ້ໜັກຂຶ້ນ ເພື່ອລໍຖ້າຈັງຫວະທີ່ເໝາະສົມ ແລະ ແລ້ວຄວາມພະຍາຍາມກໍບໍ່ເຄີຍທໍລະຍົດໃຜ.

ຕອນທີ່ຮູ້ວ່າຕົນເອງເຂົ້າຮອບ ໂຄດຕົກໃຈເລີຍ! ຕອນນັ້ນກຳລັງອາບນ້ຳຢູ່ ແລ້ວຮັບໂທລະສັບຈາກທີມງານ ດີໃຈຈົນເກືອບໄຫ້ເລີຍ ຟ້າວແຊັດໄປບອກເອື້ອຍທັນທີວ່າ ເຮົາຜ່ານແລ້ວເດີ.
ວິນາທີປ່ຽນຊີວິດຂອງຮອນດ້າມັນຮູ້ສຶກພູມໃຈທີ່ຄວາມພະຍາຍາມຂອງເຮົາບໍ່ສູນເປົ່າ ເຖິງມັນຈະເປັນໂອກາດນ້ອຍໆ ແຕ່ຂ້ອຍຈະເຮັດໃຫ້ໂອກາດນີ້ຍິ່ງໃຫຍ່ທີ່ສຸດ
“ເອື້ອຍຄຣິສຕີນ່າ ລາຊະສິມມາ” ນາງແບບ ແລະ ນາງງາມລຸ້ນເອື້ອຍ ຄືແຮງບັນດານໃຈສຳຄັນ ທີ່ບໍ່ພຽງແຕ່ມີຄວາມງາມ ແລະ ເກັ່ງເທົ່ານັ້ນ ແຕ່ຄື “ຄວາມບໍ່ຍອມແພ້ ແລະ ພ້ອມສູ້ເພື່ອຄວາມຝັນຈົນກວ່າຈະສຳເລັດ” ຂອງຄຣິສຕີນ່າ, ເຊິ່ງມັນກົງກັບຈິດວິນຍານທີ່ຢູ່ພາຍໃນຕົວຂອງລາວເຊັ່ນກັນ.
ສຳລັບຮອນດ້າແລ້ວ, ລາວຕິດຕາມເວທີ Face of Laos ມາດົນ ແລະ ຫຼົງໄຫຼໃນມົນສະເໜ່ຂອງຄວາມທ້າທາຍ. ການກ້າວເຂົ້າມາໃນບ້ານ FOL ປີນີ້ ລາວໄດ້ຮຽນຮູ້ສິ່ງໃໝ່ໆຫຼວງຫຼາຍ ຕັ້ງແຕ່ການແຕ່ງໜ້າ, ການພັດທະນາບຸກຄະລິກກະພາບ ໄປຈົນເຖິງການເຮັດວຽກເປັນທີມ.

ເວທີນີ້ໃຫ້ຫຍັງຫຼາຍກວ່າທີ່ຄິດ ທັງໝູ່ເພື່ອນ, ອ້າຍເອື້ອຍນ້ອງ, ຄວາມສາມັກຄີ ມັນອົບອຸ່ນທຸກຄັ້ງທີ່ໄດ້ມາຢູ່ນຳທຸກຄົນ. ຫຼັງຈາກຈົບການປະກວດນີ້ ຂ້ອຍຈະຈົດຈຳຄວາມຮູ້ສຶກນີ້ໄວ້ຕະຫຼອດໄປ
ຮອນດ້າ ບໍ່ພຽງແຕ່ຢາກເປັນນາຍແບບມືອາຊີບເທົ່ານັ້ນ ແຕ່ລາວຢາກໃຫ້ທຸກຄົນຈົດຈຳລາວໃນຖານະ “ຕົວແທນຂອງຄວາມພະຍາຍາມ”. ລາວຢາກພິສູດໃຫ້ເຫັນວ່າ ຈາກກ້າວນ້ອຍໆ ຂອງເດັກຊາຍບ້ານໆຄົນໜຶ່ງ ກໍສາມາດສ້າງກ້າວທີ່ຍິ່ງໃຫຍ່ໃນຊີວິດໄດ້. ແລະ ຢາກເປັນແຮງບັນດານໃຈໃຫ້ຫຼາຍໆຄົນທີ່ຍັງລັງເລ ໃຫ້ກ້າລົງມືເຮັດໃນສິ່ງທີ່ຕົນເອງຮັກ.

ດ້ວຍເອກະລັກສະເພາະຕົວທີ່ບໍ່ຊ້ຳໃຜ, ໃບໜ້າທີ່ໂດດເດັ່ນ ແລະ ການຍ່າງທີ່ມີສະຕາຍ ຮອນດ້າ ພ້ອມແລ້ວທີ່ຈະພິສູດຕົນເອງ.
ຢາກຝາກເຖິງທຸກຄົນທີ່ກຳລັງເຊຍຮອນດ້າຢູ່ ຝາກຕິດຕາມ FOL 14 ແດ່ເດີ ຮອນດ້າຈະເຮັດໃຫ້ເຕັມທີ່ໃນທຸກໆຮອບ ແລະ ຢາກບອກເລີຍວ່າ ຢ່າພາດ Face of Laos ປີນີ້ເດັດຂາດ ເພາະຄວາມປັງ ແລະ ຄວາມເຂັ້ມຂຸ້ນກຳລັງລໍຖ້າທຸກຄົນຢູ່ແນ່ນອນ!
ໃຜທີ່ມັກໃນຄວາມມຸ່ງໝັ້ນ, ມັກຄົນເວົ້ານ້ອຍແຕ່ເຮັດຈິງ ຢ່າລືມສົ່ງກຳລັງໃຈ ແລະ ໂຫວດໃຫ້ ຮອນດ້າ FOL 14 ໃຫ້ໄປເຖິງຕຳແໜ່ງ The Winner ໃນປີນີ້!