ຄຸ້ມຄ່າບໍ່ທີ່ຈະລົງທຶນໃນໂລໂກ້? ຊົມຜົນງານລວມໂລໂກ້ຈາກ 19 ນັກອອກແບບລາວ

ແບ່ງປັນ

ຄຸ້ມຄ່າບໍ່ທີ່ຈະລົງທຶນໃນໂລໂກ້? ຊົມຜົນງານລວມໂລໂກ້ຈາກ 19 ນັກອອກແບບລາວ

ໂດຍ: Johnny Sayasane Johnny Sayasane
07 July 2026 16

“ໂລໂກ້” ໃຜໆ ກໍເຮັດໄດ້. ແຕ່ມັນດີແທ້ຫວາ?

ໂລໂກ້ (Logo) ຫຼື ກາໝາຍ ມັນເປັນພຽງສັນຍາລັກຂອງອົງກອນ, ຢູ່ເທິງສິນຄ້າ ທີ່ມີໄວ້ເພື່ອຄວາມສວຍງາມເທົ່ານັ້ນແທ້ບໍ? ເປັນຫຍັງຫຼາຍຄັ້ງ ຜູ້ປະກອບການ ມັກໃຫ້ຄຸນຄ່າມັນເປັນພຽງແຕ່ວຽກງານລາຄາຖືກ ໃຜເຮັດກໍໄດ້ ຫຼື ໃຫ້ເອໄອເຮັດກໍໄດ້ ໄວອີກ.
ມັນພຽງພໍ ແລະ ຄຸ້ມຄ່າແທ້ບໍ່ ເມື່ອທຽບກັບກາໝາຍທີ່ຕ້ອງຢູ່ກັບອົງກອນໄປອີກຫຼາຍປີ.

ພາທຸກຄົນມາຊົມຜົນງານກັນກ່ອນ

ກ່ອນຈະໄປເນື້ອຫາເລື່ອງໂລໂກ້ທີ່ດີ, ບົດນີ້ພວກເຮົາ ທີມມ່ວນ ຈະພາທຸກຄົນມາຊົມຜົນງານອອກແບບໂລໂກ້ຈາກແທັກ #logoarchive ທີ່ສ້າງສັນໂດຍນັກອອກແບບໃນລາວທີ່ມາປະກອບສ່ວນກັບພວກເຮົາໃນຄັ້ງນີ້ເຖິງ 19 ທ່ານ. ແຕ່ລະຜົນງານລ້ວນແຕ່ສະທ້ອນໃຫ້ເຫັນເຖິງມາດຕະຖານຂອງວົງການສ້າງສັນໃນບ້ານເຮົາທີ່ກ້າວໄປອີກຂັ້ນ.

  • ໂລໂກ້ອອກແບບໂດຍ Vilakone Phachanthavong — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Saphaongern Nix Vongthavilay, Designix Studio — ນັກອອກແບບໂລໂກ້ລາວ
  • ໂລໂກ້ອອກແບບໂດຍ Fonnapha Taymany — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Ork Baeb ອອກແບບ — ນັກອອກແບບໂລໂກ້ລາວ
  • ໂລໂກ້ອອກແບບໂດຍ Vila Phounvongsa, SNAE DESIGN — ນັກອອກແບບໂລໂກ້ລາວ
  • ໂລໂກ້ອອກແບບໂດຍ Singha Louangsivilay — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Jip Rattanavong — ນັກອອກແບບໂລໂກ້ລາວ
  • ໂລໂກ້ອອກແບບໂດຍ Bou Souvannouvong — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Pele Panya Vilaythong - TID ART
  • ໂລໂກ້ອອກແບບໂດຍ Sps Jack Sp — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Visouda Somsouk — ນັກອອກແບບໂລໂກ້ລາວ
  • ໂລໂກ້ອອກແບບໂດຍ Thanouphet Soulivongxay — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Alex Sisoulath — ນັກອອກແບບ
  • ໂລໂກ້ອອກແບບໂດຍ Donna Phanthavong, Analox Design Studio — ນັກອອກແບບ
  • ໂລໂກ້ອອກແບບໂດຍ Taii Chittavong — Laos Graphic Designer #logoarchive
  • ໂລໂກ້ອອກແບບໂດຍ Thanouphet Soulivongxay — ຜົນງານທີ 2, ນັກອອກແບບ
  • ໂລໂກ້ອອກແບບໂດຍ Anouluck Fa Nhouvannasack, LINES Creative Agency — ນັກອອກແບບໂລໂກ້
  • logoarchive designed by Pik Phounsouk
  • ໂລໂກ້ອອກແບບໂດຍ Johnny M. Sayasane, JFallenArchangel

ທັງ 19 ຜົນງານນີ້ ເປັນພຽງສ່ວນໜຶ່ງຂອງພະລັງຄວາມຄິດສ້າງສັນຈາກນັກອອກແບບໃນລາວເທົ່ານັ້ນ. ຖ້າພິນິດວິເຄາະໄປຕາມແຕ່ລະອັນຈະເຫັນວ່າ ນັກອອກແບບໃນບ້ານເຮົາກໍມີຜົນງານທີ່ມີຄຸນນະພາບ ຕອບໂຈດຕາມຈຸດປະສົງທຸລະກິດບໍ່ໜ້ອຍເລີຍ.

Good design is as little design as possible. ການອອກແບບທີ່ດີ ແມ່ນໃຫ້ມີການອອກແບບທີ່ເຫຼືອໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

Dieter Rams (ນັກອອກແບບຂະແໜງອຸສາຫະກຳຊາວເຢຍລະມັນ ເກີດເມື່ອ 1932 ຜູ້ໃຫ້ທິດສະດີ 10 ຫຼັກການຂອງການອອກແບບທີ່ດີ Ten Principles of “good design” Braun consumer products, Vitsœ furniture

ການສ້າງກາໝາຍ ຫຼື ແບຣນດິ້ງ (branding) ທີ່ດີ

ການຊື່ນຊົມຜົນງານເຫຼົ່ານີ້ ອາດຈະບໍ່ມີຄວາມໝາຍເລີຍ, ຖ້າເຮົາບໍ່ລອງຫັນມາເບິ່ງຄືນກັບຄວາມເປັນຈິງທີ່ເກີດຂຶ້ນກັບການເຮັດວຽກ ສາຍງານອອກແບບໃນບ້ານເຮົາ ທີ່ຫຼາຍຄັ້ງມັກຖືກຕີລາຄາເປັນວຽກບໍລິການລາຄາຖືກ… “ຊ່ຳນີ້ໜຶ່ງກໍເກັບເງິນ” “ຄືເອົາແພງແທ້ ຮ້ານນັ້ນລາວຍັງເຮັດໃຫ້ຟຣີ”

ອ່ານຕື່ມ:  ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ໃນຖານະທີ່ຜູ້ຂຽນ ເປັນທັງຜູ້ຮວບຮວມ ແລະ ກໍເປັນໜຶ່ງໃນນັກອອກແບບ ຢາກໃຫ້ທັດສະນະວ່າ: ໂລໂກ້ທີ່ດີ ບໍ່ໄດ້ມີພຽງດ້ານຄວາມສວຍງາມ ຫຼື ເຮັດຕາມສັ່ງຂອງຜູ້ຈ້າງເທົ່ານັ້ນ, ແຕ່ມັນຄືການເຮັດວຽກຮ່ວມກັນລະຫວ່າງຜູ້ອອກແບບ ກັບ ຜູ້ວ່າຈ້າງ, ເຈົ້າຂອງໂຄງການ ຫຼື ທຸລະກິດນັ້ນໆ ເພື່ອ ສະກັດກັ່ນຕອງ ເອົາເລື່ອງລາວ, ວິໄສທັດ ແລະ ຕົວຕົນຂອງອົງກອນ ຫຼື ຂອງແບຣນອອກມາ ໃຫ້ເຫຼືອພຽງຄວາມລຽບງ່າຍທີ່ມີພະລັງທີ່ສຸດ, ທີ່ຈະສາມາດສື່ສານກັບຜູ້ພົບເຫັນໄປອີກຍາວນານ.

Perfection is achieved, not when there is nothing more to add, but when there is nothing left to take away. ການໄປເຖິງຄວາມສົມບູນແບບ, ບໍ່ແມ່ນວ່າຮອດຈຸດທີ່ບໍ່ສາມາດເຕີມແຕ່ງຫຍັງໄດ້ແລ້ວ, ແຕ່ແມ່ນການເຖິງຈຸດທີ່ບໍ່ສາມາດຕັດຫຍັງອອກໄດ້ແລ້ວຕ່າງຫາກ.

Antoine de Saint-Exupéry ນັກຂັບຍົນ ນັກຂຽນທີ່ມີຊື່ຈາກຜົນງານເລື່ອງ The Aviator (1965)

🏢ໃນມູມທຸລະກິດ

ຕາມທີ່ເຫັນມາ ວຽກການອອກແບບ ມັກຈະຖືກເບິ່ງເປັນພຽງແຕ່ “ຄ່າໃຊ້ຈ່າຍບໍ່ຈຳເປັນ” ບໍ່ແມ່ນ “ການລົງທຶນໃນໄລຍະຍາວ”, ແລະ ມັກຈະວາງງົບປະມານວຽກສ່ວນນີ້ໄວ້ແບບບໍ່ສົມເຫດສົມຜົນ ເພາະຄິດວ່າມັນເປັນພຽງການສ້າງຮູບ, ເປັນສາເຫດສ່ວນໜຶ່ງທີ່ເຮັດຜະລິດຕະພັນເຫຼົ່ານັ້ນ ແຂ່ງຂັນກັບສິນຄ້າຕ່າງປະເທດລຳບາກ ເພາະຄົນມັກຈະຕີມູນຄ່າຈາກ ພາບລັກ ແລະ ລາຄາກ່ອນຕັດສິນໃຈ. ແຕ່ການຈະຊອກຫາ ນັກອອກແບບທີ່ເປັນມືອາຊີບໃນບ້ານເຮົາ ທີ່ສາມາດໃຫ້ຄຳປຶກສາໄດ້ຈິງ ມີຫຼັກການໃນການອອກແບບ ທີ່ບໍ່ແມ່ນເຮັດໄປຕາມອາລົມໂຕເອງ ກໍເປັນເລື່ອງທີ່ເຂົ້າໃຈໄດ້ເຊັ່ນກັນວ່າ ມັນຊອກກໍຍາກອີຫຼີ.

ອ່ານຕື່ມ:  ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

🎨ໃນມູມນັກອອກແບບ

ນັກອອກແບບກຣາຟຟິກໃນບ້ານເຮົາ ສ່ວນໃຫຍ່ແມ່ນຮຽນຮູ້ດ້ວຍໂຕເອງ (ຜູ້ຂຽນເອງກໍເຊັ່ນກັນ) ເພາະບໍ່ໄດ້ມີສະຖາບັນສະເພາະທາງມາຮອງຮັບຢ່າງພຽງພໍ, ການຮຽນການສອນສ່ວນໃຫຍ່ເນັ້ນການໃຊ້ໂປຣແກຣມໃຫ້ເປັນເທົ່ານັ້ນ ບໍ່ໄດ້ສອນລົງເລິກ ເຖິງວິທີການເຮັດວຽກ, ຫຼັກຄິດ, ຫຼັກການສິລະປະ ແລະ ຂະບວນການອອກແບບທີ່ຖືກຕ້ອງໃນລະດັບສາກົນ. ດ້ວຍຂໍ້ຈຳກັດນີ້ ບວກກັບການຂາດທັກສະການສື່ສານເຈລະຈາ ເຮັດໃຫ້ນັກອອກແບບຈຳນວນຫຼາຍບໍ່ສາມາດໃຫ້ຄຳອະທິບາຍກັບຜູ້ວ່າຈ້າງໄດ້ວ່າ ທີ່ໄປທີ່ມາແມ່ນຫຍັງ ເບື້ອງຫຼັງແນວຄິດມາແຕ່ໃສ ການເຮັດຄົ້ນຄວ້າກໍລຳພັງອາໄສຊອກເບິ່ງຮູບຕົວຢ່າງຕາມອິນເຕີເນັດພຽງຢ່າງດຽວ ຈົນລືມຄິດໄປວ່າ ຜູ້ວ່າຈ້າງເອງນອກຈາກຈະຢາກໄດ້ງານທີ່ດີແລ້ວ ຍັງຕ້ອງການການໂອ້ລົມສື່ສານ, ຄຳອະທິບາຍ, ຄຳແນະນຳ ແລະ ຢາກໄດ້ຄວາມເຊື່ອໝັ້ນ ຢາກຟັງເຫດແລະຜົນ ໃນການຕັດສິນໃຈທາງທຸລະກິດ ຈາກນັກອອກແບບມືອາຊີບເຊັ່ນກັນ.

ອອກແບບຕ້ອງຕອບໂຈດທຸລະກິດ, ທຸລະກິດຕ້ອງເພິ່ງພາການອອກແບບ

ແລະເພື່ອເປັນການສະຫຼຸບ, ການສ້າງກາໝາຍ ຫຼື ແບຣນດິ້ງທີ່ດີ ຈຳເປັນທີ່ສຸດທີ່ຈະຕ້ອງເລີ່ມຕົ້ນຈາກການທຳຄວາມເຂົ້າໃຈເຖິງຈຸດປະສົງ, ເປົ້າໝາຍ ເລື່ອງລາວຄວາມຕັ້ງໃຈ ໃນຝັ່ງຂອງເຈົ້າຂອງທຸລະກິດ ແລະ ຖືກຖ່າຍທອດອອກມາຢ່າງພິຖີພິຖັນ ດ້ວຍຫຼັກການການອອກແບບ ບວກກັບການຕໍ່ຍອດທາງສິລະປະ ຈາກທັກສະທີ່ເຝິກຝົນມາສະເພາະຂອງນັກອອກແບບມືອາຊີບ, ທັງສອງເບື້ອງຕ້ອງເຮັດວຽກຮ່ວມກັນເປັນທີມດຽວ.

ສຳລັບໃຜທີ່ມັກໃນວຽກງານການອອກແບບ ສາມາດເຂົ້າໄປຕິດຕາມຜົນງານຂອງນັກອອກແບບທົ່ວໂລກ ແລະ ເຂົ້າໄປຊົມແຮງບັນດານໃຈເພີ່ມຕື່ມໄດ້ທີ່ແທັກ #logoarchive ແລະຢາກຊວນນັກອອກແບບລາວທ່ານອື່ນຮ່ວມຕິດແທັກ #logoarchive_laos ເພື່ອຕາມຫານັກອອກແບບລາວຄົນອື່ນໆ ໄປນຳກັນ.

ລາຍຊື່ນັກອອກແບບ Graphic Designer ໃນລາວທີ່ຮ່ວມແບ່ງປັນກັບກິດຈະກຳນີ້ກັບທີມມ່ວນ

ຮວບຮວມໂດຍ Muan Specialty
ໂດຍໄດ້ຮັບການອະນຸຍາດໃນການເຜີຍແຜ່ຈາກນັກອອກແບບທຸກທ່ານແລ້ວ
  • Vilakone Phachanthavong
  • Saphaongern Nix Vongthavilay – Designix Studio – Designix.la
  • Fonnapha Taymany
  • Ork Baeb ອອກແບບ
  • Vila Phounvongsa – SNAE DESIGN
  • Singha Louangsivilay
  • Jip Rattanavong
  • Bou Souvannouvong
  • Pele Panya Vilaythong – TID ART
  • Sps Jack Sp
  • Visouda Somsouk
  • Thanouphet Soulivongxay
  • Alex Sisoulath
  • Donna Phanthavong – Analox Design Studio
  • Taii Chittavong
  • Thanouphet Soulivongxay
  • Anouluck Fa Nhouvannasack – LINES Creative Agency & Event Organizer
  • Pik Phounsouk
  • Johnny M. Sayasane – JFallenArchangel
ອ່ານຕື່ມ:  ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ຂອບໃຈນັກອອກແບບລາວທຸກທ່ານທີ່ຮ່ວມປະກອບສ່ວນ ຫວັງວ່າປີໜ້າຈະມີອັບເດດມາຕື່ມອີກຢ່າງຟົດຟື້ນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.