ຖອດບົດຮຽນ “ທີມຊັດຊາດ” ຫາສຽງເລືອກຕັ້ງ: ໃຊ້ສູດ ຄຣີເອທີບ + ຄວາມເຊື່ອໃຈ ມັດໃຈຄົນ

ແບ່ງປັນ

ຖອດບົດຮຽນ “ທີມຊັດຊາດ” ຫາສຽງເລືອກຕັ້ງ: ໃຊ້ສູດ ຄຣີເອທີບ + ຄວາມເຊື່ອໃຈ ມັດໃຈຄົນ

22 June 2026 42
AI Summarized

Key Takeaways:

  • ປ່ຽນ Mindset ໃຫ້ຮູ້ຈັກ “ຄິດຕ່າງ” ແລະ ພ້ອມທີ່ຈະ “Think Again” ໂດຍຮູ້ຈັກສົງໄສໃນສິ່ງທີ່ເຄີຍຮູ້, ມີຄວາມຢາກຮູ້ຢາກເຫັນ ແລະ ພ້ອມປັບປ່ຽນຄວາມຄິດໃຫ້ທັນສະໄໝຕາມຂໍ້ມູນໃໝ່ໆ ຢູ່ສະເໝີ.
  • ການສື່ສານທີ່ “ມ່ວນ” ແລະ ເປີດຮັບໄອເດຍຈາກຄົນຮຸ່ນໃໝ່ ໂດຍໃຊ້ຕົວການຕູນ (Mascot) ເປັນສື່ກາງ, ເປີດໃຈໃຫ້ກັບແພລດຟອມໃໝ່ເຊັ່ນ TikTok, ແລະ ໃຊ້ແຄມເປນແບບ "0 ປ້າຍຫາສຽງ".
  • “ໂຊກດີບໍ່ມີໃນໂລກ” ມີແຕ່ການກຽມພ້ອມ ແລະ ການສ້າງຄວາມໄວ້ວາງໃຈ, ເຊິ່ງສ້າງຂຶ້ນມາຈາກ Character, Competency, ແລະ Empathy.
  • ການນໍາໃຊ້ຄວາມຄຣີເອທີບໃນການຄິດຮູບແບບໂຄສະນາໃໝ່ໆ ບໍ່ພຽງແຕ່ສ້າງຜົນກະທົບໄດ້ດີເທົ່ານັ້ນ, ຍັງຊ່ວຍຫຼຸດຕົ້ນທຶນ ແລະ ຄ່າໃຊ້ຈ່າຍໃນການໂຄສະນາໄດ້ອີກດ້ວຍ.
  • ແຄມເປນທີ່ປະສົບຄວາມສຳເລັດ ບໍ່ໄດ້ເກີດຈາກການເຮັດຕາມສູດເກົ່າໆ ແຕ່ເກີດຈາກການປະສົມປະສານລະຫວ່າງ “ຄວາມຄິດສ້າງສັນ (Creativity)” ທີ່ກ້າຫານ, ມ່ວນຊື່ນ, ເຂົ້າເຖິງງ່າຍ ບວກກັບ “ຄວາມໄວ້ວາງໃຈ (Trust)” ທີ່ຈິງໃຈ ແລະ ມີພື້ນຖານທີ່ແຂງແຮງ.

ສະຫຼຸບ Session ພິເສດ 5 Minute Talk ໃນງານ CTC2026 ໂດຍທ່ານ ຊັດຊາດ ສິດທິພັນ ຜູ້ລົງສະໝັກຜູ້ວ່າກຸງເທບ ທີ່ໄດ້ຂຶ້ນມາແບ່ງປັນເຖິງເບື້ອງຫຼັງການເຮັດວຽກຂອງທີມງານ ໃນການສ້າງສັນແຄມເປນຫາສຽງທີ່ເຕັມດ້ວຍຄວາມຄິດສ້າງສັນ ແລະ ການສື່ສານທີ່ແຕກຕ່າງຈາກຕຳລາເກົ່າໆ.

ອ່ານຕື່ມ:  ເປັນຫຍັງ ຄົນເຮັດວຽກເກັ່ງ ແຕ່ພໍກາຍເປັນຫົວໜ້າຊໍ້າພັດໄປບໍ່ລອດ?

Muan Specialty ໄດ້ສະຫຼຸບ 3 ບົດຮຽນ ຈາກວິທີຄິດຂອງ ທ່ານ ຊັດຊາດ ທີ່ຈະຊ່ວຍຈຸດປະກາຍໄອເດຍໃໝ່ໆ ໃຫ້ກັບຄົນເຮັດວຽກຄຣີເອທີບ ແລະ ນັກການຕະຫຼາດຍຸກນີ້ ມາຝາກກັນເລີຍ!

1. ປ່ຽນ Mindset ໃຫ້ຮູ້ຈັກ “ຄິດຕ່າງ” ແລະ ພ້ອມທີ່ຈະ “Think Again”

ທ່ານ ຊັດຊາດ ໄດ້ຍົກແນວຄິດຈາກປຶ້ມ Think Again ຂອງ Adam Grant ມາອະທິບາຍວ່າ ການຄິດໃໝ່ຄື ການຮູ້ຈັກສົງໄສໃນສິ່ງທີ່ເຮົາເຄີຍຮູ້, ມີຄວາມຢາກຮູ້ຢາກເຫັນ ແລະ ພ້ອມປັບປ່ຽນຄວາມຄິດໃຫ້ທັນສະໄໝຕາມຂໍ້ມູນໃໝ່ໆ ຢູ່ສະເໝີ.

✅ ຖ່ອມຕົນຕໍ່ຄວາມຮູ້ທີ່ມີ ແລະ ຢ້ານຕໍ່ຄວາມບໍ່ຮູ້: ຢ່າຢຶດຕິດກັບຄວາມສຳເລັດ ຫຼື ຄວາມຮູ້ເກົ່າໆ ແຕ່ໃຫ້ເຊື່ອໝັ້ນໃນຄວາມສາມາດທີ່ຈະສະແຫວງຫາຄວາມຮູ້ໃໝ່.

✅ ຝຶກຕັ້ງຄຳຖາມ: ໃນການເຮັດວຽກ ໃຫ້ຮູ້ຈັກ “ເອະ?” (ສົງໄສ) ແນ່, ຢ່າເອົາແຕ່ “ອື” (ຍອມຮັບ) ຢ່າງດຽວ.

ຈາກແຄມເປນທຳອິດເມື່ອ 4 ປີກ່ອນໃນຊື່ “ເຮັດວຽກ ເຮັດວຽກ ເຮັດວຽກ” (ทำงาน ทำงาน ทำงาน) ທີ່ມີການນຳໃຊ້ປ້າຍຫາສຽງຂະໜາດນ້ອຍ ມາຮອດປັດຈຸບັນ ແຄມເປນໄດ້ຖືກຄິດໃໝ່ອີກຄັ້ງພາຍໃຕ້ຊື່ “ກຸງເທບເຮັດວຽກ!” (กรุงเทพทำงาน!) ເຊິ່ງຜ່ານການກັ່ນຕອງມາເປັນຢ່າງດີ (ເນື່ອງຈາກຕອນທຳອິດມີໄອເດຍຈະໃຊ້ຊື່ເດີມຍົກກຳລັງສອງ ແຕ່ຍ້ອນຄວາມໃສ່ໃຈໃນລາຍລະອຽດ ເພາະຢ້ານຄົນເຂົ້າໃຈຜິດວ່າເປັນໝາຍເລກສອງ ຈຶ່ງໄດ້ປ່ຽນແປງເພື່ອຄວາມຊັດເຈນ).

2. ການສື່ສານທີ່ “ມ່ວນ” ແລະ ເປີດຮັບໄອເດຍຈາກຄົນຮຸ່ນໃໝ່

ອີກໜຶ່ງກົນລະຍຸດສຳຄັນຄືການມີ CFO (Chief Fun Officer) ປະຈຳທີມ ເພື່ອຊ່ວຍຄິດໄອເດຍການສື່ສານທີ່ສ້າງສັນ ແລະ ມ່ວນຊື່ນ:

ອ່ານຕື່ມ:  ເມື່ອ AI ຄິດໄອເດຍແທນເຮົາໄດ້… ຄົນເຮັດວຽກຄຣີເອທີບຍຸກນີ້ ຈະປັບຕົວແນວໃດໃຫ້ຢູ່ລອດ?

✅ ໃຊ້ຕົວການຕູນ (Mascot) ເປັນສື່ກາງ: ທີມງານໄດ້ອອກແບບຕົວການຕູນຂຶ້ນມາ ເພື່ອຫຼຸດການຕັດສິນຈາກຮູບລັກສະນະຕົວຈິງ ໂດຍເນັ້ນໃຫ້ຜູ້ຄົນຄວາມສຳເລັດກັບ “ເນື້ອຫາ ແລະ ນະໂຍບາຍ” ຫຼາຍກວ່າໃບໜ້າຂອງຜູ້ສະໝັກ ພ້ອມທັງສ້າງ Mood & Tone ໃຫ້ມີຄວາມ “ມ່ວນ ແລະ ມີຄວາມຫວັງ”.

✅ ເປີດໃຈໃຫ້ກັບແພລດຟອມໃໝ່: ທ່ານ ຊັດຊາດ ໄດ້ເປີດໂອກາດໃຫ້ທີມງານຄົນຮຸ່ນໃໝ່ທີ່ມີອາຍຸພຽງ 18 ປີ ມາຊ່ວຍຄິດໄອເດຍ ແລະ ເຮັດວຽກສ້າງສັນວິດີໂອເທິງ TikTok ເຊິ່ງເປັນກະແສຫຼັກໃນຕອນນັ້ນ ແລະ ຕອນນີ້.

✅ ແຄມເປນແບບ “0 ປ້າຍຫາສຽງ”: ໃນຄັ້ງນີ້ ທີມງານໄດ້ເລືອກທີ່ຈະບໍ່ໃຊ້ປ້າຍຫາສຽງແບບເກົ່າເລີຍ ແຕ່ປ່ຽນໄປໃຊ້:

– ວິດີໂອສັ້ນທາງອອນລາຍ.

– ປ້າຍໂຄສະນາຕິດລົດຕຸກໆ ແລະ ເພງຫາສຽງ.

– ປ້າຍ “ພຶບ” ທີ່ເນັ້ນສ້າງຄວາມສົນໃຈໃນພື້ນທີ່ຈິງ ແລ້ວດຶງຄົນໃຫ້ໄປໂພສຕໍ່ໃນໂລກອອນລາຍ.

– ປ້າຍສິລະປະ ທີ່ຮ່ວມມືກັບສິລະປິນ ໃຫ້ມີສ່ວນຮ່ວມໃນການສ້າງສັນ ພ້ອມທັງຊ່ວຍເພີ່ມຄວາມສວຍງາມໃຫ້ກັບເມືອງ.

ການໃຊ້ຄວາມຄຣີເອທີບໃນການຄິດຮູບແບບໂຄສະນາໃໝ່ໆ ນອກຈາກຈະສ້າງຜົນກະທົບໄດ້ດີແລ້ວ ຍັງຊ່ວຍຫຼຸດຕົ້ນທຶນ ແລະ ຄ່າໃຊ້ຈ່າຍໃນການໂຄສະນາໄດ້ຢ່າງມະຫາສານ.

3. “ໂຊກດີບໍ່ມີໃນໂລກ” ມີແຕ່ການກຽມພ້ອມ ແລະ ການສ້າງຄວາມໄວ້ວາງໃຈ

ທ່ານ ຊັດຊາດ ໄດ້ຝາກຂໍ້ຄິດເຕືອນສະຕິໄວ້ຢ່າງໜ້າສົນໃຈວ່າ ຄວາມໂຊກດີທີ່ແທ້ຈິງ ມັນຄື *”“ການກຽມຄວາມພ້ອມ ເພືອມື້ທີ່ມີໂອກາດເຂົ້າມາ” ໂດຍມີທີມງານທີ່ເກັ່ງ, ມີຄວາມຄຣີເອທີບສູງ ແລະ ທີ່ສຳຄັນຄື ຕ້ອງມີເຄືອຂ່າຍ ຫຼື ມິດສະຫາຍທີ່ກ້າຕິຕຽນ ແລະ ເວົ້າຄວາມຈິງກັບເຮົາ.

ນອກຈາກນີ້ ປັດໄຈທີ່ຢູ່ເໜືອຄວາມຄຣີເອທີບ ກໍຄື “ຄວາມໄວ້ວາງໃຈ (Trust)” ເຊິ່ງທ່ານເຊື່ອວ່າມີຄ່າຫຼາຍກວ່າຄວາມຮັກ ໂດຍ ທ່ານ ຊັດຊາດບອກວ່າ ຄວາມໄວ້ວາງໃຈນັ້ນ ສ້າງຂຶ້ນມາຈາກ 3 ພື້ນຖານຫຼັກຄື:

ອ່ານຕື່ມ:  ເມື່ອ AI ຄິດໄອເດຍແທນເຮົາໄດ້… ຄົນເຮັດວຽກຄຣີເອທີບຍຸກນີ້ ຈະປັບຕົວແນວໃດໃຫ້ຢູ່ລອດ?

1. Character (ຄຸນລັກສະນະ/ຕົວຕົນ)

2. Competency (ຄວາມຮູ້ຄວາມສາມາດ)

3. Empathy (ຄວາມເຫັນອົກເຫັນໃຈ ແລະ ເຂົ້າໃຈຜູ້ອື່ນ)

ບົດຮຽນຈາກ ທ່ານ ຊັດຊາດ ສິດທິພັນ ໃນງານ CTC2026 ສະແດງໃຫ້ເຮົາເຫັນວ່າ ແຄມເປນທີ່ປະສົບຄວາມສຳເລັດ ບໍ່ໄດ້ເກີດຈາກການເຮັດຕາມສູດເກົ່າໆ ແຕ່ເກີດຈາກການປະສົມປະສານລະຫວ່າງ “ຄວາມຄິດສ້າງສັນ (Creativity)” ທີ່ກ້າຫານ, ມ່ວນຊື່ນ, ເຂົ້າເຖິງງ່າຍ ບວກກັບ “ຄວາມໄວ້ວາງໃຈ (Trust)” ທີ່ຈິງໃຈ ແລະ ມີພື້ນຖານທີ່ແຂງແຮງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.