ຜູ້ນຳຄືເພດານຂອງອົງກອນ ຢາກໃຫຍ່ຕ້ອງຫຼຸດອີໂກ້ – ສະຫຼຸບໃຈຄວາມຈາກເຊດຊັນຂອງ ທ່ານ ຈິຣາຍຸດ ຊັບສີໂສພາ ຈາກ Bitkub ໃນ Startnovation Forum 2026

ແບ່ງປັນ

ຜູ້ນຳຄືເພດານຂອງອົງກອນ ຢາກໃຫຍ່ຕ້ອງຫຼຸດອີໂກ້ – ສະຫຼຸບໃຈຄວາມຈາກເຊດຊັນຂອງ ທ່ານ ຈິຣາຍຸດ ຊັບສີໂສພາ ຈາກ Bitkub ໃນ Startnovation Forum 2026

04 July 2026 0

ເຈົ້າເຄີຍສົງໄສບໍ່ວ່າ? ເປັນຫຍັງຫຼາຍບໍລິສັດທີ່ເລີ່ມຕົ້ນຢ່າງສວຍງາມດ້ວຍໄອເດຍທີ່ເດັດດ່ຽວ ແຕ່ພໍຜ່ານໄປໄລຍະໜຶ່ງຊໍ້າພັດເລີ່ມຄ້າງຢູ່ຢູ່ບ່ອນເກົ່າ ບໍ່ສາມາດ Scale-up ໄປສູ່ລະດັບທີ່ໃຫຍ່ກວ່າໄດ້? ບາງທີຄຳຕອບອາດບໍ່ໄດ້ຢູ່ທີ່ຕະຫຼາດບໍ່ເປັນໃຈ ຫຼື ພະນັກງານບໍ່ເກັ່ງຄືກັບທີ່ເຮົາມັກໂທດ, ແຕ່ມັນອາດຈະມາຈາກເພດານທີ່ສູງທີ່ສຸດຂອງອົງກອນ ເຊິ່ງກໍຄື… ຕົວຂອງຜູ້ນຳເອງ.

ໃນງານ Startnovation Forum 2026 ທ່ານ ຈີຣາຍຸດ ຊັບສີໂຊພາ (ຫຼື ທັອບ Bitkub) ໄດ້ຖອດບົດຮຽນຈາກປະສົບການການປັ້ນທຸລະກິດລະດັບພາກພື້ນ ໂດຍເນັ້ນຢ້ຳວ່າອີໂກ້ ຄືກັບດັກທີ່ງຽບທີ່ສຸດຂອງຜູ້ນຳ. ເມື່ອເຮົາປະສົບຜົນສຳເລັດມັກຈະເກີດຄວາມໝັ້ນໃຈທີ່ເກີນຂອບເຂດ, ແຕ່ໃນໂລກທີ່ AI ແລະ ນະວັດຕະກຳປ່ຽນແປງທຸກວິນາທີ, ການຢຶດຕິດກັບຄວາມສຳເລັດເກົ່າໆຄືການຂຸດຂຸມຝັງຕົວເອງ.

ເມື່ອຜູ້ນຳກາຍເປັນເພດານ

ທ່ານທັອບຊີ້ໃຫ້ເຫັນວ່າ ເມື່ອທຸລະກິດໃຫຍ່ຂຶ້ນ, ບັນຫາທີ່ຍາກທີ່ສຸດບໍ່ແມ່ນການຫາເງິນ ແຕ່ແມ່ນການບໍລິຫານຄົນ ແລະ ການປັບປ່ຽນຕົວເອງ.

ຜູ້ນຳຫຼາຍຄົນເມື່ອຢູ່ຈຸດສູງສຸດ ມັກຈະສູນເສຍຄວາມເປັນນັກຮຽນໄປ. ດັ່ງນັ້ນ, ຫົນທາງດຽວທີ່ຈະທະລຸເພດານນີ້ໄປໄດ້ ຄືການຫຼຸດ Ego ແລະ ດຶງຕົນເອງໃຫ້ກັບໄປເປັນເດັກນ້ອຍ ເພື່ອພ້ອມທີ່ຈະຮຽນຮູ້ສິ່ງໃໝ່ສະເໝີ.

ການສຶກສາ Case Study ຈາກທົ່ວໂລກບໍ່ແມ່ນເພື່ອອວດຮູ້, ແຕ່ເພື່ອໃຫ້ເຫັນຈຸດບົກພ່ອງຂອງຕົວເອງ ແລະ ຝຶກການຕັດສິນໃຈໃຫ້ເດັດຂາດຂຶ້ນ.

Scale-up ໃຫ້ຍືນຍົງ ບໍ່ແມ່ນເລື່ອງຂອງເຕັກໂນໂລຊີຢ່າງດຽວ

ນອກເໜືອຈາກເລື່ອງ Ego, ການຈະເຕີບໂຕຈາກ Startup ໄປສູ່ບໍລິສັດທີ່ຍືນຍົງ ຕ້ອງອາໄສ 3 ເສົາຫຼັກ ຄື:

ອ່ານຕື່ມ:  4 ບົດຮຽນຈາກເຈົ້າຂອງ Naked Espresso, ເຖົ້າແກ່ດໍ ແລະ ບ້ານເຂົ້າໜົມ ສຳລັບຜູ້ທີ່ຢາກເປີດທຸລະກິດຮ້ານອາຫານ-ເຄື່ອງດື່ມ ແຕ່ຍັງບໍ່ກ້າ

 ✅ People: ທີມງານຕ້ອງເຕີບໂຕ ແລະ ປັບໂຕໃຫ້ທັນກັບຄວາມໄວຂອງອົງກອນ.

 ✅ Strategy: ຢ່າເຮັດອຸດສາຫະກຳເກົ່າທີ່ຄົນເຮັດຫຼາຍແລ້ວ ເພາະນັ້ນຈະດຶງຄ່າສະເລ່ຍຂອງເຈົ້າລົງ. ໃຫ້ເລືອກເຮັດອຸດສາຫະກຳໃໝ່ທີ່ຍັງບໍ່ມີໃຜເຮັດ.

 ✅ Culture: ວັດທະນະທຳທີ່ບໍ່ຢ້ານການປ່ຽນແປງ.

ເບິ່ງໂລກໃຫ້ກວ້າງຄືທາງລອດໃນຍຸກມະຫາອຳນາດຄຸມເກມ

ໃນວັນທີ່ມະຫາອຳນາດ (ຈີນ, ອາເມລິກາ, ເອີຣົບ) ຄຸມເກມການຄ້າ, ປະເທດນ້ອຍຢ່າງລາວຕ້ອງຫັນມາສ້າງ Value ຫຼື ຄຸນຄ່າ ໃຫ້ສູງຂຶ້ນ.

ທ່ານທັອບແນະນຳວ່າ ໃຫ້ຈັບມືກັນພາຍໃນກຸ່ມອາຊຽນ, ສ້າງຄວາມເຊື່ອໝັ້ນ (Go Deep, Go Why) ແລະ ຖອດບົດຮຽນການພັດທະນາແບບ “Swiss Model” ມາປັບໃຊ້.

AI ຄືຄວາມຈິງທີ່ຫ້າມເບິ່ງຂ້າມ

ສຸດທ້າຍ, ຢ່າລືມວ່າ AI ຄື Platform Gen 5 ທີ່ທຸກອຸດສາຫະກຳຕ້ອງໃຊ້. ໃນອີກ 5 ປີຂ້າງໜ້າ, ໂລກຈະປ່ຽນໄປຢ່າງສິ້ນເຊິງ.

ຜູ້ບໍລິຫານຍຸກໃໝ່ບໍ່ພຽງແຕ່ຕ້ອງແຂ່ງຂັນກັນດ້ວຍອຳນາດ ຫຼື ຊື່ສຽງເທົ່ານັ້ນ, ແຕ່ສຸຂະພາບຈະກາຍເປັນ Status ໃໝ່ທີ່ສຳຄັນທີ່ສຸດໃນການປະຄອງຕົວເອງໃຫ້ຢູ່ຈຸດສູງສຸດຂອງເກມສະຖານະໃນຍຸກ AI.

ບົດຮຽນຈາກ ທ່ານ ທັອບ Bitkub ໃນຄັ້ງນີ້ ບອກເຮົາຊັດເຈນວ່າ ຄວາມສຳເລັດໃນມື້ວານນີ້ ບໍ່ສາມາດຮັບປະກັນອະນາຄົດໃນມື້ພາຍໜ້າໄດ້. ຖ້າຢາກໃຫ້ທຸລະກິດໄປໄດ້ໄກກວ່າເກົ່າ, ເລີ່ມຕົ້ນດ້ວຍການທຳລາຍເພດານທີ່ຊື່ວ່າ Ego ຂອງເຮົາເອງອອກໄປກ່ອນ ແລ້ວອະນາຄົດໃໝ່ໆຈະເປີດອອກ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.