ເປີດຮ້ານໄດ້ ແຕ່ຮັກສາຮ້ານໄວ້ບໍ່ໄດ້: ນີ້ແມ່ນ 3 ຄວາມຈິງທີ່ຜູ້ປະກອບການຮ້ານອາຫານ-ຄາເຟ່ລາວ ມັກເບິ່ງຂ້າມ

Key Takeaways:
- ບັນຫາຫຼັກທີ່ເຮັດໃຫ້ຮ້ານອາຫານ-ຄາເຟ່ໃນລາວປິດກິດຈະການບໍ່ແມ່ນລົດຊາດອາຫານ ແຕ່ແມ່ນບັນຫາດ້ານການເງິນ, ໂດຍສະເພາະການຂາດການວາງແຜນການເງິນທີ່ດີ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ແລະ ການຕັ້ງລາຄາທີ່ບໍ່ຊັດເຈນ.
- ອຸປະສັກສຳຄັນອີກຢ່າງໜຶ່ງຄືການເພິ່ງພາອາໄສເຈົ້າຂອງຮ້ານພຽງຄົນດຽວໃນທຸກດ້ານຂອງການດຳເນີນງານ, ຂາດລະບົບ SOPs ແລະ ເອກະສານອ້າງອີງ, ເຊິ່ງເຮັດໃຫ້ການບໍລິການບໍ່ຕໍ່ເນື່ອງ ແລະ ເປັນຄວາມສ່ຽງສູງເມື່ອເຈົ້າຂອງບໍ່ສາມາດລົງມາເຮັດວຽກໄດ້.
- ການຂາດຄວາມໂດດເດັ່ນ ແລະ ການສື່ສານທີ່ອ່ອນແອເຮັດໃຫ້ຫຼາຍຮ້ານມີຮູບແບບ, ເນື້ອຫາການຕະຫຼາດ, ແລະ ໂປຣໂມຊັນຄ້າຍຄືກັນ, ເຊິ່ງນຳໄປສູ່ການແຂ່ງຂັນດ້ານລາຄາ ແລະ ເຮັດໃຫ້ລູກຄ້າບໍ່ຈື່ຈຳ.
- ການຂາດແຄນແຮງງານ ແລະ ການອອກວຽກສູງໃນຕະຫຼາດແຮງງານລາວ ເຮັດໃຫ້ຮ້ານອາຫານ-ຄາເຟ່ຕ້ອງອອກແບບຮ້ານໃຫ້ດຳເນີນງານໄດ້ຕໍ່ເຖິງແມ່ນວ່າພະນັກງານຈະປ່ຽນເລື້ອຍໆ, ໂດຍອາໄສລະບົບ ແລະ ຄວາມເປັນມືອາຊີບແທນຄວາມຈື່ຈຳຂອງບຸກຄົນ.
- ຂໍ້ມູນຈາກ World Bank ແລະ ADB/LNCCI ຊີ້ໃຫ້ເຫັນວ່າ ການເຂົ້າເຖິງແຫຼ່ງທຶນ ແລະ ເງື່ອນໄຂຄ້ຳປະກັນທີ່ສູງເປັນອຸປະສັກໃຫຍ່ສຳລັບທຸລະກິດຂະໜາດນ້ອຍໃນລາວ, ເຊິ່ງເນັ້ນໜັກຄວາມສຳຄັນຂອງການຄຸ້ມຄອງເງິນທີ່ມີໃຫ້ດີທີ່ສຸດ ແລະ ການສ້າງເຄືອຂ່າຍທຸລະກິດ.
ລອງຄິດຕາມເຮົາເບິ່ງ… ຮ້ານກາເຟທີ່ເຈົ້າ tag ໝູ່ໄປຖ່າຍຮູບເມື່ອ 6 ເດືອນກ່ອນ, ຕອນນີ້ຍັງເປີດຢູ່ບໍ່?
ຫຼາຍຮ້ານທີ່ເຄີຍຟົດຢື້ນໄປດ້ວຍລູກຄ້າ, ຄິວຍາວຢູ່ໜ້າຮ້ານ ມື້ນີ້ກາຍເປັນປ້າຍ “ໃຫ້ເຊົ່າ” ຕິດຢູ່ໜ້າຕຶກ.
ນີ້ບໍ່ແມ່ນເລື່ອງບັງເອີນ ເພາະເປັນຮູບແບບທີ່ເກີດຂຶ້ນຊ້ຳໆ ໃນທຸລະກິດຮ້ານອາຫານ-ຄາເຟ່-ເຄື່ອງດື່ມຢູ່ລາວ.
ຄຳຖາມທີ່ຄວນຖາມ ບໍ່ແມ່ນ “ເປັນຫຍັງຮ້ານຈຶ່ງປິດຕົວລົງ?” ແຕ່ອາດຈະເປັນ “ພວກເຮົາຮູ້ບັນຫາຢູ່ແລ້ວ ແຕ່ເປັນຫຍັງຄືບໍ່ແກ້?” ຫຼາຍກວ່າບໍ່?
ບົດຄວາມນີ້ອາດຈະເບິ່ງຄືເປີດໂຕມາແຮງແທ້ ແຕ່ເຮົາຄິດວ່າ ມັນຈະສາມາດຊ່ວຍໃຫ້ເຮົາເຫັນ 3 ອຸປະສັກໃຫຍ່ທີ່ຮ້ານອາຫານ-ຄາເຟ່ລາຍນ້ອຍໃນລາວ ຕິດຢູ່ຊ້ຳໆ.
ທີ່ສຳຄັນແມ່ນ ນີ້ບໍ່ແມ່ນຄວາມຄິດເຫັນສ່ວນຕົວ ແຕ່ອີງໃສ່ຂໍ້ມູນຈາກ World Bank ແລະ ADB/LNCCI ທີ່ສະທ້ອນສະພາບເສດຖະກິດ ແລະ ທຸລະກິດຢູ່ລາວ.

ຮ້ານປິດ ບໍ່ແມ່ນຍ້ອນອາຫານບໍ່ແຊບ ແຕ່ເປັນເລື່ອງກ່ຽວກັບ “ເງິນ”
ນີ້ຄືອຸປະສັກອັນດັບ 1 ທີ່ຮ້າຍແຮງທີ່ສຸດ ແລະ ເປັນອຸປະສັກທີ່ “ຫຼີກລ່ຽງໄດ້” ຫຼາຍທີ່ສຸດ ຖ້າວາງແຜນຕັ້ງແຕ່ຕົ້ນ. ຕໍ່ໄປນີ້ແມ່ນບາງປະເດັນທີ່ກ່ຽວຂ້ອງກັບເລື່ອງນີ້.
ຄວາມສ່ຽງປິດຮ້ານພາຍໃນ 1 ເດືອນ: ຫຼາຍຄົນເປີດຮ້ານດ້ວຍ “ໃຈຮັກ” ໂດຍບໍ່ໄດ້ຄິດເຖິງວ່າ ໃນໄລຍະເວລາທີ່ເງິນທຶນຕ້ອງລອດພໍ ກ່ອນຮ້ານຈະເລີ່ມມີກຳໄລ. ບໍລິບົດເສດຖະກິດລາວປັດຈຸບັນເຮັດໃຫ້ບັນຫານີ້ໜັກໜ່ວງຂຶ້ນອີກ ເຊັ່ນ: ຄ່າເງິນກີບອ່ອນລົງຢ່າງໜັກໃນຊ່ວງທີ່ຜ່ານມາ.
ໃນເດືອນສິງຫາ 2020, 1 ໂດລາສະຫະລັດ ແລກໄດ້ປະມານ 9,000 ກີບ, ແຕ່ຮອດເດືອນຕຸລາ 2025 ພຸ້ງຂຶ້ນເກີນ 21,500 ກີບ ເຮັດໃຫ້ຕົ້ນທຶນວັດຖຸດິບນຳເຂົ້າ (ກາເຟ, ນົມ, ວັດຖຸດິບຫຼາຍຢ່າງ) ແພງຂຶ້ນຢ່າງຕໍ່ເນື່ອງ ຜົນທີ່ຕາມມາແມ່ນຮ້ານທີ່ບໍ່ມີເງິນສຳຮອງ ຈຶ່ງລົ້ມງ່າຍກວ່າທີ່ຄິດ.
ຂ່າວດີກໍຄື ອັດຕາເງິນເຟີ້ເລີ່ມຊ້າລົງ ຈາກ 25% ໃນຕົ້ນປີ 2024 ເຫຼືອ 11.2% ໃນເດືອນມີນາ 2025, ແຕ່ນັ້ນຍັງໝາຍຄວາມວ່າ ຕົ້ນທຶນທຸລະກິດຍັງເພີ່ມຂຶ້ນຢູ່ ພຽງແຕ່ຊ້າລົງ ບໍ່ແມ່ນຢຸດ.
ການວາງແຜນການເງິນທີ່ບໍ່ດີ: ເຈົ້າຂອງບໍ່ແຍກເງິນສ່ວນຕົວອອກຈາກເງິນຮ້ານ, ບໍ່ມີເງິນສຳຮອງສຸກເສີນ, ບໍ່ໄດ້ຄາດຄະເນລາຍຮັບ-ລາຍຈ່າຍລ່ວງໜ້າ. ສິ່ງເຫຼົ່ານີ້ຄືສາເຫດທີ່ຮ້ານດີໆຫຼາຍຮ້ານຢືນບໍ່ໄຫວ ເມື່ອເຈິວິກິດພຽງແຕ່ໜ້ອຍດຽວ.
ການຕັ້ງລາຄາທີ່ບໍ່ຊັດເຈນ: ຫຼາຍຮ້ານຕັ້ງລາຄາຕາມຄວາມຮູ້ສຶກ ຫຼື ເບິ່ງຄູ່ແຂ່ງ ໂດຍບໍ່ຄິດຫາຕົ້ນທຶນແທ້ຈິງ ເຊັ່ນ: ຄ່າໄຟຟ້າ, ຄ່າແກ໊ສ, ຄ່າເສື່ອມອຸປະກອນ, ຄ່າວັດຖຸດິບເນົ່າເສຍ. ຜົນທີ່ຕາມມາກໍຄື ຂາຍດີແທ້ ແຕ່ບໍ່ມີກຳໄລ.
ການຄວບຄຸມລາຍຮັບ-ລາຍຈ່າຍບໍ່ດີ: ບໍ່ຮູ້ວ່າເມນູໃດກຳໄລດີ, ເມນູໃດຂາຍດີແຕ່ຂາດທຶນ, ບໍ່ມີການກວດສະຕັອກເປັນປະຈຳ ຜົນທີ່ຕາມມາແມ່ນ ຮ້ານມີ “ຮອຍຮົ່ວ” ໂດຍເຈົ້າຂອງບໍ່ຮູ້ຕົວ.
ອີງຕາມການສຳຫຼວດວິສາຫະກິດຂອງ World Bank ປີ 2024, ເກືອບ 30% ຂອງທຸລະກິດລາວ ໂດຍສະເພາະທຸລະກິດພາຍໃນປະເທດແລະຂະໜາດນ້ອຍ, ຊີ້ວ່າການເຂົ້າເຖິງແຫຼ່ງທຶນ ແລະ ເງື່ອນໄຂຄ້ຳປະກັນທີ່ສູງ ຄືອຸປະສັກໃຫຍ່. ໃນຂະນະທີ່ວິສາຫະກິດຂະໜາດນ້ອຍ-ກາງ (MSME) ຫຼາຍກວ່າ 99% ຂອງທຸລະກິດທີ່ຈົດທະບຽນ, ມີພຽງປະມານ 17% ເທົ່ານັ້ນທີ່ເຂົ້າເຖິງສິນເຊື່ອທາງການໄດ້.
ລອງຄິດເບິ່ງວ່າ ຂະໜາດຕົວເລກລະດັບປະເທດຍັງບອກວ່າການເຂົ້າເຖິງທຶນຍາກ, ແລ້ວຮ້ານກາເຟຮ້ານນ້ອຍໆ ຈະມີໂອກາດແນວໃດ ຖ້າບໍ່ຮູ້ຈັກຄຸ້ມຄອງເງິນທີ່ມີຢູ່ໃນມືໃຫ້ດີທີ່ສຸດ?

ຮ້ານທີ່ຢືນຢູ່ໄດ້ດ້ວຍເຈົ້າຂອງພຽງຄົນດຽວ ອາດບໍ່ແມ່ນທຸລະກິດ
ເຈົ້າຂອງຮ້ານອາດລອງຖາມຕົວເອງເບິ່ງວ່າ ຖ້າເຈົ້າລາພັກ 1 ອາທິດ, ຮ້ານຈະຍັງດຳເນີນໄປໄດ້ປົກກະຕິ ຫຼື ບໍ່? ຖ້າຄຳຕອບແມ່ນ “ບໍ່”, ນັ້ນບໍ່ແມ່ນທຸລະກິດ ນັ້ນຄືອາຊີບອິດສະລະທີ່ຕິດຢູ່ກັບຮ່າງກາຍຂອງເຈົ້າ.
ເອື່ອຍອີງໃສ່ເຈົ້າຂອງຮ້ານຢ່າງດຽວ: ຕັ້ງແຕ່ຄິດເມນູ, ສັ່ງວັດຖຸດິບ, ຊົງກາເຟ, ຄິດເງິນ, ຈົນເຖິງແກ້ບັນຫາລູກຄ້າ, ທຸກຢ່າງຕ້ອງຜ່ານມືເຈົ້າຂອງໝົດ. ນີ້ບໍ່ແມ່ນຄວາມຂະຫຍັນຂອງເຈົ້າຂອງຮ້ານເດີ ແຕ່ມັນຄືຄວາມສ່ຽງ ໃນມື້ທີ່ເຈົ້າຕ້ອງລົ້ມໝອນນອນເສື່ອ ຮ້ານເຈົ້າອາດຈະຕ້ອງໄດ້ຢຸດລົງທັນທີ.
ບໍ່ມີ SOPs, ບໍ່ມີເອກະສານອ້າງອີງ: ພະນັກງານແຕ່ລະຄົນເຮັດແຕ່ລະວຽກໃນຮ້ານດ້ວຍ “ຄວາມຈື່ຈຳ” ຂອງໃຜມັນ. ລົດຊາດກາເຟມື້ນີ້ອາດບໍ່ຄືມື້ວານ, ເຫດຜົນບໍ່ແມ່ນຍ້ອນວັດຖຸດິບປ່ຽນ ແຕ່ຍ້ອນຄົນຊົງປ່ຽນ.
ອັດຕາການອອກວຽກສູງ ແລະ ຄວາມບໍ່ຕໍ່ເນື່ອງຂອງການບໍລິການ: ນີ້ບໍ່ແມ່ນບັນຫາສະເພາະຮ້ານໃດຮ້ານໜຶ່ງ ເພາະມັນຄືສະພາບຕະຫຼາດແຮງງານລາວໂດຍລວມ.
ອີງຕາມ World Bank, ການຂາດແຄນແຮງງານແມ່ນອຸປະສັກໃຫຍ່ທີ່ສຸດຂອງທຸລະກິດເອກະຊົນລາວໃນປັດຈຸບັນ. ທຸລະກິດທີ່ໃຊ້ແຮງງານເຂັ້ມຂຸ້ນ (ລວມທັງຮ້ານອາຫານ-ຄາເຟ່) ລາຍງານວ່າ ແຮງງານລາວຈຳນວນຫຼາຍກຳລັງປ່ຽນໄປເຮັດອາຊີບອິດສະລະ ຫຼື ຍົກຍ້າຍໄປເຮັດວຽກຢູ່ຕ່າງປະເທດເພື່ອຫາລາຍໄດ້ທີ່ດີກວ່າ, ຍ້ອນຄວາມຫຍຸ້ງຍາກທາງເສດຖະກິດພາຍໃນປະເທດ.
ເມື່ອຕະຫຼາດແຮງງານເປັນແບບນີ້ ຄຳຖາມບໍ່ແມ່ນ “ຈະຫາຄົນເກັ່ງແນວໃດ” ອີກຕໍ່ໄປ, ແຕ່ຄື “ຈະອອກແບບຮ້ານແນວໃດ ໃຫ້ດຳເນີນໄດ້ຕໍ່ ເຖິງແມ່ນຄົນຈະປ່ຽນເລື້ອຍໆ?” ນີ້ຄືສິ່ງທີ່ SOPs, ລະບົບ ແລະ ຄວາມເປັນມືອາຊີບຕ້ອງເຂົ້າມາແທນທີ່ “ຄວາມຈື່ຈຳ” ຂອງຄົນຜູ້ດຽວ.

ເມື່ອທຸກຮ້ານ “ຄືກັນໝົດ”, ແລ້ວລູກຄ້າຈະຈື່ຮ້ານເຈົ້າໄດ້ແນວໃດ?
ລອງເປີດ Facebook ຫຼື Instagram ຮ້ານກາເຟ ຫຼື ຮ້ານອາຫານ ຈັກ 5 ຮ້ານໃນນະຄອນຫຼວງວຽງຈັນເບິ່ງດຸ. ເຮົາມັກຈະເຫັນວ່າ ຮູບທີ່ໃຊ້ຄ້າຍຄືກັນ, ແຄັບຊັນກໍຄ້າຍກັນ, ໂປຣໂມຊັນຄ້າຍກັນ. ນີ້ບໍ່ແມ່ນຄວາມບັງເອີນ ແຕ່ມັນຄືອາການຂອງ 3 ບັນຫາໃຫຍ່ໃນປະເດັນນີ້:
ການສື່ສານທີ່ອ່ອນແອ: ເຊື່ອບໍ່ວ່າ ເຮົາຮູ້ວ່າຕ້ອງໂພສຫຍັງລົງໃນບັນຊີໂຊຊຽວຂອງຮ້ານ, ແຕ່ບໍ່ຮູ້ວ່າ “ໂພສໄປເພື່ອຫຍັງ” ຈຶ່ງໂພສໄປແບບບໍ່ມີເປົ້າໝາຍ, ບໍ່ຮູ້ຈັກ audience (ລູກຄ້າ), ບໍ່ມີ brand voice ຫຼື ຕົວຕົນ/ບຸກຄະລິກຂອງແບຣນ ຫຼື ຮ້ານ.
ຂາດຄວາມຄິດສ້າງສັນ: ເນື້ອຫາຊ້ຳໆກັນ ບໍ່ວ່າຈະເປັນ ຮູບເມນູ, ຮູບຮ້ານ, ໂປຣ 1 ແຖມ 1 ແຖມຍັງບໍ່ມີເລື່ອງລາວ ທີ່ໄປທີ່ມາ, ບໍ່ມີຕົວຕົນ ທີ່ເຮັດໃຫ້ລູກຄ້າຈື່ຈຳ ແລະ ຢາກກັບມາອີກ.
ການແຂ່ງຂັນກັນໂດຍລອກລຽນແບບກັນເອງ: ເມື່ອມີຮ້ານໜຶ່ງເຮັດເມນູໃໝ່ຂາຍດີ ເຊື່ອບໍ່ວ່າ ອາທິດຕໍ່ມາ ຮ້ານອື່ນກໍຈະມີເມນູດຽວກັນໝົດ. ຜົນທີ່ຕາມມາກໍຄື ຕະຫຼາດເຕັມໄປດ້ວຍທາງເລືອກທີ່ “ຄືກັນ” ບໍ່ມີໃຜແຕກຕ່າງ ແລະ ສຸດທ້າຍ ທຸກຮ້ານແຂ່ງກັນທີ່ “ລາຄາ” ຢ່າງດຽວ ເຊິ່ງນີ້ຄືທາງລົງທີ່ອັນຕະລາຍທີ່ສຸດ.
ຂາດການຮ່ວມມືລະຫວ່າງທຸລະກິດທ້ອງຖິ່ນນຳກັນເອງ: ແທນທີ່ຈະຮ່ວມມືກັນ ເຊັ່ນ: ແບ່ງປັນ know-how, ຈັດງານບາງຢ່າງຮ່ວມກັນ ຫຼື ມີກິດຈະກຳຂອງຊຸມຊົນຜູ້ປະກອບການນຳກັນເອງ, ຜູ້ປະກອບການລາຍນ້ອຍໃນລາວສ່ວນຫຼາຍຍັງເຮັດວຽກແບບໂດດດ່ຽວ ເຊິ່ງທຳໃຫ້ແຕ່ລະຄົນຕ້ອງແກ້ບັນຫາດຽວກັນຊ້ຳໆ ໂດຍບໍ່ໄດ້ຮຽນຮູ້ຈາກກັນ ແລະ ກັນ.
ນີ້ຄືສິ່ງທີ່ສະທ້ອນຢູ່ໃນລະດັບປະເທດເຊັ່ນກັນ. ການສຳຫຼວດ ProFIT ໂດຍ ADB ແລະ LNCCI (ສຳຫຼວດວິສາຫະກິດ 1,386 ແຫ່ງທົ່ວ 17 ແຂວງ ແລະ ນະຄອນຫຼວງວຽງຈັນ) ຊີ້ໃຫ້ເຫັນວ່າ ສະພາບແວດລ້ອມທຸລະກິດລາວມີການປັບປຸງບາງສ່ວນ ແຕ່ຍັງມີສິ່ງທ້າທາຍໃຫຍ່ໃນການຈົດທະບຽນທຸລະກິດ, ການປະຕິບັດຕາມກົດລະບຽບ ແລະ ການເຂົ້າເຖິງແຫຼ່ງທຶນ.
ນີ້ໝາຍຄວາມວ່າ ຜູ້ປະກອບການລາຍນ້ອຍຕ້ອງຕໍ່ສູ້ຄົນດຽວ ກັບລະບົບທີ່ຍັງບໍ່ທັນສະໜັບສະໜູນເຕັມທີ່ ເຊິ່ງນີ້ຍິ່ງເປັນເຫດຜົນທີ່ຜູ້ປະກອບການຄວນມີເຄືອຂ່າຍ ແລະ ຊຸມຊົນທຸລະກິດທີ່ເຂັ້ມແຂງ ເພື່ອຊ່ວຍກັນແທນທີ່ຈະແຂ່ງກັນແບບເອົາເປັນເອົາຕາຍ.
ສຸດທ້າຍ… ນີ້ແມ່ນຄຳຖາມທີ່ຄວນຖາມຕົນເອງ
ຫຼັງຈາກທີ່ອ່ານທີ່ເຮົາຂຽນຢ່າງຍາວຢຽດ ມາຮອດນີ້ ລອງຖາມຕົນເອງດ້ວຍຄວາມຈິງໃຈລອງເບິ່ງວ່າ:
- ຮ້ານຂອງເຈົ້າ ຢືນຢູ່ໄດ້ບໍ່ ຖ້າບໍ່ມີເຈົ້າ?
- ເຈົ້າຮູ້ບໍ່ວ່າ ເມນູໃດ “ຂາຍດີແຕ່ຂາດທຶນ”?
- ເນື້ອຫາການຕະຫຼາດຂອງເຈົ້າ ຕ່າງຈາກຄູ່ແຂ່ງແທ້ບໍ່ ຫຼື ຄ້າຍຄືກັນໄປໝົດ?
ຖ້າມີແມ່ນແຕ່ຂໍ້ດຽວທີ່ເຮັດໃຫ້ເຈົ້າຮູ້ສຶກ “ບໍ່ສະບາຍໃຈ” ນັ້ນຄືສັນຍານທີ່ດີ. ເພາະມັນໝາຍຄວາມວ່າ ເຈົ້າຍອມຮັບ ແລະ ຮັບຮູ້ບັນຫານັ້ນ ແລະ ຍັງມີເວລາແກ້ໄຂ ກ່ອນມັນຈະຊ້າເກີນໄປ.
ບໍ່ຕ້ອງແກ້ບັນຫານີ້ຢູ່ຄົນດຽວອີກຕໍ່ໄປ
ອຸປະສັກທັງ 3 ຢ່າງນີ້ ບໍ່ວ່າຈະເປັນເລື່ອງ ເງິນ, ຄົນ, ກົນລະຍຸດການຕະຫຼາດ ລ້ວນແລ້ວແຕ່ບໍ່ແມ່ນສິ່ງທີ່ຕ້ອງແກ້ດ້ວຍໂຊກ ຫຼືປະສົບການ “ລອງຜິດລອງຖືກ” ໄປເລື້ອຍໆ. ມັນສາມາດຮຽນຮູ້ໄດ້, ວາງລະບົບໄດ້ ແລະ ທີ່ສຳຄັນທີ່ສຸດ ບໍ່ຕ້ອງແກ້ຄົນດຽວ.
ນີ້ຄືເຫດຜົນທີ່ພວກເຮົາຈັດງານ Q POS presents The Lao Foodie Forum – ບໍລິຫານການກິນ
📅 ວັນທີ 5-6 ກັນຍາ 2026 📍 ໂຮງແຮມ ອາມາຣີ ວຽງຈັນ

ງານນີ້ຖືກອອກແບບມາໂດຍສະເພາະສຳລັບຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາຍນ້ອຍໃນລາວ ທີ່ຢາກກ້າວຂ້າມຈາກ “ການເຮັດຕາມຄວາມຮູ້ສຶກ” ໄປສູ່ “ການເຮັດຕາມລະບົບ” ໂດຍການຮຽນຮູ້ການບໍລິຫານການເງິນ, ການສ້າງທີມ ແລະ ການວາງລະບົບ SOPs, ໄປຈົນເຖິງກົນລະຍຸດການຕະຫຼາດທີ່ໃຊ້ໄດ້ຈິງ ຈາກຜູ້ທີ່ຜ່ານມາແລ້ວ ແລະ ພ້ອມແບ່ງປັນ.
ຢຸດແກ້ບັນຫາຄົນດຽວ. ມາຮຽນຮູ້ ແລະ ສ້າງເຄືອຂ່າຍໄປນຳກັນ.
ແຫຼ່ງອ້າງອີງ: World Bank, Lao PDR Economic Monitor (May 2025) ແລະ ບົດຄວາມທີ່ກ່ຽວຂ້ອງ; ADB/LNCCI Provincial Facilitation for Investment and Trade (ProFIT) Survey ຂອງວິສາຫະກິດ 1,386 ແຫ່ງ (2024).