ຮູ້ຈັກ ໂບ້ ພູມີພົນ ຕົວແທນແຂວງສາລະວັນ ຜູ້ກ້າທະລາຍກອບເດີມໆ ເພື່ອຄົ້ນຫາສັກກະຍະພາບໃນເວທີ Mister Universe Laos

ແບ່ງປັນ

ຮູ້ຈັກ ໂບ້ ພູມີພົນ ຕົວແທນແຂວງສາລະວັນ ຜູ້ກ້າທະລາຍກອບເດີມໆ ເພື່ອຄົ້ນຫາສັກກະຍະພາບໃນເວທີ Mister Universe Laos

ໂດຍ: Tonmai Phoutthasack Tonmai Phoutthasack
28 July 2026 8
AI Summarized

Key Takeaways:

  • ໂບ້ - ພູມີພົນ ລັດຕະນະກອນ, ຊາຍໜຸ່ມອາຍຸ 21 ປີ, ໄດ້ຮັບການຄັດເລືອກເປັນຕົວແທນແຂວງສາລະວັນເຂົ້າຮ່ວມການປະກວດ Mister Universe Laos.
  • ເຖິງແມ່ນວ່າຈະເປັນນັກສຶກສາສາຍການເງິນ ແລະ ມີບຸກຄະລິກທີ່ເບິ່ງຄືວ່າຈະງຽບຂຶມ, ໂບ້ໄດ້ເລືອກທີ່ຈະກ້າວອອກຈາກ Comfort Zone ເພື່ອພັດທະນາຕົນເອງ ແລະ ສະແຫວງຫາໂອກາດໃໝ່ໆ.
  • ໂບ້ເຊື່ອວ່າຈຸດເດັ່ນຂອງຕົນເອງຄື "ແວວຕາ ແລະ ຮອຍຍິ້ມ" ທີ່ພ້ອມຈະມອບຄວາມເປັນມິດ, ແລະ ໄດ້ຝາກຂໍ້ຄິດວ່າຄົນທີ່ບໍ່ກ້າອອກຈາກກອບຂອງຕົນເອງຈະບໍ່ຮູ້ຈັກກັບສັກກະຍະພາບທີ່ແທ້ຈິງ.
  • ນອກຈາກການຮຽນ ແລະ ເຂົ້າຮ່ວມການປະກວດ, ໂບ້ຍັງເອົາໃຈໃສ່ເລື່ອງການພັດທະນາຕົນເອງ, ການອອກກຳລັງກາຍ, ການເຮັດວຽກຫາເງິນ, ແລະ ການເຂົ້າຫາສັງຄົມໃໝ່ໆ.
  • ຖ້າຊະນະການປະກວດ, ໂບ້ຕັ້ງເປົ້າທີ່ຈະໃຊ້ເວທີນັ້ນເປັນສື່ກາງຊ່ວຍເຫຼືອໄວໜຸ່ມລາວ, ສະແດງຄວາມສາມາດ, ແລະ ເປັນກະບອກສຽງໃຫ້ກັບຜູ້ທີ່ປະສົບໄພ ຫຼື ຜູ້ພິການ.

ຫຼາຍຄັ້ງທີ່ຄົນເຮົາມັກຈະຕິດຢູ່ໃນ “ກອບ” ຫຼື ເຊຟໂຊນ ຂອງຕົນເອງ ຈົນຫຼົງລືມໄປວ່າ ເຮົາອາດຈະມີຄວາມສາມາດທີ່ຍິ່ງໃຫຍ່ເຊື່ອງຢູ່ທາງໃນ. ເຊັ່ນດຽວກັນກັບ “ໂບ້ – ພູມີພົນ ລັດຕະນະກອນ” ຊາຍໜຸ່ມໄວ 21 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນ ແຂວງສາລະວັນ ເພື່ອເຂົ້າຮ່ວມຊິງມົງໃນເວທີ Mister Universe Laos.

ອ່ານຕື່ມ:  ສະວິຟຕີ້ລໍຖ້າເລີຍ! Taylor Swift ປະກາດອາລະບຳໃໝ່ the Life of a Showgirl

ຈາກນັກສຶກສາສາຍການເງິນ ທີ່ມັກໃຊ້ຊີວິດງຽບໆ ມື້ນີ້ລາວເລືອກທີ່ຈະກ້າວອອກມາຮັບໂອກາດໃໝ່ໆ ເພື່ອພັດທະນາຕົນເອງ ແລະ ສັງຄົມ. ມື້ນີ້ ມ່ວນຈະພາທຸກຄົນໄປທຳຄວາມຮູ້ຈັກກັບຕົວຕົນ ແລະ ແນວຄິດຂອງຊາຍໜຸ່ມຜູ້ມີແວວຕາ ແລະ ຮອຍຍິ້ມເປັນອາວຸດປະຈຳຕົວຄົນນີ້ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ປັດຈຸບັນ ໂບ້ ກຳລັງສຶກສາຢູ່ປີທີ 3 ທີ່ສະຖາບັນການທະນາຄານ (ສາຂາການເງິນ). ຫາກເບິ່ງຈາກພາຍນອກ ຫຼື ຄົນທີ່ຍັງບໍ່ລຶ້ງເຄີຍ ອາດຈະເບິ່ງວ່າລາວເປັນຄົນທີ່ມັກຢູ່ງຽບໆ, ໃຈເຢັນ ແລະ ບໍ່ຄ່ອຍສະແດງອອກທາງດ້ານອາລົມປານໃດ. ແຕ່ຖ້າໄດ້ມາສຳຜັດ ແລະ ຮູ້ຈັກກັນແທ້ໆ ຈະຮູ້ເລີຍວ່າ ໜຸ່ມຄົນນີ້ເປັນຄົນທີ່ໃຈດີກັບທຸກຄົນ ແລະ ຍັງມີມຸມຂີ້ຫຼິ້ນ, ຕິດມ່ວນ, ຕິດຫົວ ເຊື່ອງຢູ່ພາຍໃຕ້ບຸກຄະລິກທີ່ງຽບຂຶມນັ້ນ.

ແລະ ເມື່ອຖາມເຖິງຈຸດເດັ່ນທີ່ເປັນເອກະລັກຂອງຕົນເອງ ໂບ້ ຕອບດ້ວຍຄວາມໝັ້ນໃຈວ່າ ມັນຄື “ແວວຕາ ແລະ ຮອຍຍິ້ມ” ທີ່ພ້ອມຈະມອບຄວາມເປັນມິດໃຫ້ກັບທຸກຄົນທີ່ໄດ້ພົບເຫັນ.

ເວລາຫວ່າງຈາກການຮຽນ ໂບ້ ມັກຈະດູແລຮູບຮ່າງ ແລະ ສຸຂະພາບດ້ວຍການໄປເຂົ້າຢິມ (Gym) ອອກກຳລັງກາຍຢ່າງສະໝໍ່າສະເໝີ. ແຕ່ສິ່ງທີ່ລາວຫຼົງໄຫຼ ແລະ ມັກເຮັດຫຼາຍທີ່ສຸດໃນຊີວິດ ກັບກາຍເປັນເລື່ອງຂອງ “ການເຮັດວຽກຫາເງິນ”.

ດ້ວຍຄວາມທີ່ເປັນນັກສຶກສາສາຍການເງິນ, ບຸກຄົນຕົ້ນແບບທີ່ສ້າງແຮງບັນດານໃຈໃຫ້ກັບລາວ ຈຶ່ງໜີບໍ່ພົ້ນ ບຸກຄົນທີ່ປະສົບຄວາມສຳເລັດທາງດ້ານການເງິນ ແລະ ທຸລະກິດ. ໂບ້ ໃຫ້ເຫດຜົນວ່າ: “ເພາະບຸກຄົນເຫຼົ່ານີ້ ຈະມີປະສົບການທີ່ຜ່ານຮ້ອນຜ່ານໜາວມາຫຼາຍ ແລະ ມີຄວາມຮູ້ອັນລົ້ນເຫຼືອໃຫ້ເຮົາໄດ້ສຶກສາ ແລະ ຖອດຖອນບົດຮຽນ.”

ນອກຈາກນັ້ນ ອີກໜຶ່ງງານອະດິເລກທີ່ຫຼາຍຄົນອາດຈະຄາດບໍ່ເຖິງສຳລັບໜຸ່ມມັກຢູ່ງຽບໆຄົນນີ້ ກໍຄືການມັກເອົາຕົນເອງອອກໄປເຂົ້າຫາສັງຄົມໃໝ່ໆ ເພື່ອສະແຫວງຫາໂອກາດດີໆໃຫ້ກັບຕົນເອງຢູ່ສະເໝີ.

ການຕັດສິນໃຈເຂົ້າມາປະກວດໃນເວທີນີ້ ແລະ ສາມາດຜ່ານເຂົ້າຮອບມາໄດ້ ເຮັດໃຫ້ໂບ້ຮູ້ສຶກພາກພູມໃຈໃນຕົນເອງຫຼາຍ ທີ່ໄດ້ມີໂອກາດພັດທະນາຕົນເອງເພື່ອສັງຄົມ. ສຳລັບລາວແລ້ວ ການປະກວດຄັ້ງນີ້ ບໍ່ແມ່ນພຽງແຕ່ການແຂ່ງຂັນ ແຕ່ມັນຄືການ “ຍົກລະດັບແນວຄິດ” ໃຫ້ກ້າວຂຶ້ນໄປອີກຂັ້ນໃນການເຂົ້າສັງຄົມ.

ການໄດ້ພັດທະນາຕົນເອງ ມັນເປັນສິ່ງທີ່ດີກວ່າທີ່ເຮົາຄິດໄວ້ຫຼາຍ. ສິ່ງທີ່ຂ້ອຍຢາກພິສູດໃຫ້ທຸກຄົນເຫັນຜ່ານການປະກວດຄັ້ງນີ້ກໍຄື: ໃຫ້ເຫັນວ່າ ຄົນທີ່ບໍ່ຍອມກ້າວອອກມາຈາກກອບຂອງໂຕເອງ ຈະບໍ່ມີວັນຮູ້ເລີຍວ່າ ສັກກະຍະພາບທີ່ແທ້ຈິງຂອງໂຕເອງນັ້ນ ມີຫຼາຍສໍ່າໃດ.

ໃນຖານະຕົວແທນຊາຍໜຸ່ມລາວ, ໂບ້ ຢາກເປັນຕົວແທນຂອງ “ການຮຽນຮູ້” ຮຽນຮູ້ທີ່ຈະດຶງເອົາຄວາມສາມາດທີ່ຊ່ອນຢູ່ພາຍໃນ ອອກມາໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຫາກໄດ້ຮັບຕຳແໜ່ງ, ໜຸ່ມສາລະວັນຄົນນີ້ ມີເປົ້າໝາຍທີ່ຊັດເຈນໃນການຕອບແທນສັງຄົມ:

ຂ້ອຍຢາກໃຊ້ຈຸດຢືນຂອງຂ້ອຍ ເປັນສື່ກາງໃຫ້ໄວໜຸ່ມລາວ ຫັນມາສະແດງຄວາມສາມາດຂອງຕົນເອງ ໃຫ້ຮູ້ວ່າໂຕເຮົານັ້ນສາມາດເຮັດຫຍັງໄດ້ຫຼາຍກວ່າທີ່ຄິດ. ແລະ ທີ່ສຳຄັນ ຢາກຊ່ວຍເປັນກະບອກສຽງໃຫ້ໄວໜຸ່ມ ຫັນມາໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອບຸກຄົນທີ່ປະສົບໄພ ຫຼື ຜູ້ພິການ ໃຫ້ຫຼາຍຂຶ້ນ.

ແດ່ຄົນທີ່ກຳລັງມີຄວາມຝັນ ໜຸ່ມໂບ້ ໄດ້ຝາກຂໍ້ຄວາມມາບອກວ່າ

ຢາກບອກໃຫ້ທຸກຄົນລຸກຂຶ້ນສູ້ໃຫ້ເຕັມທີ່, ພັດທະນາຕົນເອງໃຫ້ດີ, ກ້າວອອກມາເຮັດສິ່ງໃໝ່ໆ ແລະ ຮຽນຮູ້ກັບມັນ. ຈົ່ງສະແຫວງຫາໂອກາດທີ່ຕົນເອງຈະພັດທະນາໄດ້. ຫາກມີຄວາມຜິດພາດ ເຮົາກໍພຽງແຕ່ຮຽນຮູ້ກັບມັນ ແລ້ວກ້າວສູ້ຕໍ່ໄປ!

ຂໍສຽງເຊຍ ແລະ ກຳລັງໃຈ ສົ່ງໃຫ້ກັບ “ໂບ້ – ພູມີພົນ ລັດຕະນະກອນ” ຕົວແທນຈາກແຂວງສາລະວັນ! ມາຊ່ວຍເປັນກຳລັງໃຈໃຫ້ທີມງານ ແລະ ຜູ້ເຂົ້າປະກວດທຸກຄົນ ເຊິ່ງໜຸ່ມໂບ້ກະຊິບມາວ່າ: “ພວກເຮົາຈະເຮັດໃຫ້ມັນອອກມາດີ ແລະ ເຕັມທີ່ທີ່ສຸດ ຈະບໍ່ໃຫ້ຜູ້ຊົມຜິດຫວັງແນ່ນອນ ຂໍຂອບໃຈທຸກຄົນເດີ້!”

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.