ຈາກຮູບໄວຣັລພິກຊີວິດ ສູ່ຊຸບເປີໂມເດວຜິວສີລະດັບໂລກ ຮູ້ຈັກ Anok Yai ຊຸບເປີໂມເດວທີ່ທຸກແບຣນດັງຍາດຕົວ

ແບ່ງປັນ

ຈາກຮູບໄວຣັລພິກຊີວິດ ສູ່ຊຸບເປີໂມເດວຜິວສີລະດັບໂລກ ຮູ້ຈັກ Anok Yai ຊຸບເປີໂມເດວທີ່ທຸກແບຣນດັງຍາດຕົວ

ໂດຍ: Tonmai Phoutthasack Tonmai Phoutthasack
31 July 2026 9
AI Summarized

Key Takeaways:

  • Anok Yai, a South Sudanese-American model, has significantly impacted the high-fashion world by challenging conventional beauty standards with her unique presence and authentic self.
  • Originally aspiring to be a doctor, Yai's path shifted dramatically after a viral photo taken at a university event led to her being discovered by a global modeling agency, prompting her to pause her studies and pursue a career in fashion.
  • She made history by becoming the first South Sudanese model and the second Black woman to open a Prada runway show, sending a powerful message of representation to young Black women worldwide.
  • Yai's distinct features, including her dark skin and striking bone structure, are highly valued in photography for their ability to interact with light, transforming fashion editorials into cinematic art.
  • Her exceptional career was recognized with the 'Model of the Year' award at the British Fashion Awards in late 2025, solidifying her status not just as a model but as an artist who elevates fashion into art and champions diversity in the global creative industry.
ອ່ານຕື່ມ:  ຣາມິ: ນາງແບບສາວໝັ້ນຈາກລາວຜ່ານເຂົ້າ Offline Audition ໃນ The Face Thailand SS6

ໃນໂລກຂອງແຟຊັ່ນລະດັບແຖວໜ້າທີ່ມີການແຂ່ງຂັນສູງ ແລະ ມາດຕະຖານຄວາມງາມມັກຈະຖືກກຳນົດດ້ວຍກອບເດີມໆ, ການປະກົດຕົວຂອງ Anok Yai ຫຼື ອານົກ ໄຍ ບໍ່ໄດ້ເປັນພຽງແຕ່ການແຈ້ງເກີດຂອງນາງແບບໜ້າໃໝ່ເທົ່ານັ້ນ ແຕ່ເປັນການສ້າງແຮງສັ່ນສະເທືອນໃນລະດັບໂລກ. ນາງແບບສາວຊາວອາເມຣິກັນເຊື້ອສາຍຊູດານໃຕ້ຄົນນີ້ໄດ້ໃຊ້ເອກະລັກທີ່ໂດດເດັ່ນ, ຊົງພະລັງ ແລະ ຕົວຕົນທີ່ແທ້ຈິງຂອງນາງ ມາພິກໂສມໜ້າປະຫວັດສາດ ແລະ ກາຍເປັນໜຶ່ງໃນໄອຄອນທີ່ແບຣນຫຼູຫຼາ ຫຼື Luxury brands ທົ່ວໂລກຕ່າງກໍຍາດຕົວ.

Anok Yai ເຕັມໄປດ້ວຍເລື່ອງລາວທີ່ໜ້າຄົ້ນຫາ ນາງເກີດທີ່ນະຄອນຫຼວງໄຄໂຣ ປະເທດອີຢິບ ໃນຄອບຄົວຊາວຊູດານໃຕ້ທີ່ຕ້ອງລີ້ໄພຈາກສົງຄາມກາງເມືອງ ກ່ອນຈະໄດ້ຮັບໂອກາດຍ້າຍຖິ່ນຖານມາເລີ່ມຕົ້ນຊີວິດໃໝ່ທີ່ສະຫະລັດອາເມຣິກາເມື່ອອາຍຸພຽງ 2 ປີ. ການເຕີບໂຕໃນຄອບຄົວທີ່ໃຫ້ຄວາມສຳຄັນກັບການເຮັດວຽກໜັກ ແລະ ການສຶກສາ ໂດຍມີແມ່ເປັນພະຍາບານ ແລະ ພໍ່ເຮັດວຽກໃນອົງກອນບໍ່ສະແຫວງຫາຜົນກຳໄລ ເຊິ່ງສິ່ງເຫຼົ່າໄດ້ຫຼໍ່ຫຼອມໃຫ້ນາງມີຄວາມມຸ່ງໝັ້ນຕັ້ງໃຈໃນການໃຊ້ຊີວິດ.

ເດີມທີໂລກຂອງແຟຊັ່ນບໍ່ເຄີຍຢູ່ໃນຫົວຂອງນາງເລີຍ ເປົ້າໝາຍສູງສຸດຂອງ Anok ຄືການເປັນແພດໝໍ. ນາງເຂົ້າສຶກສາໃນສາຂາຊີວະເຄມີ (Biochemistry) ທີ່ມະຫາວິທະຍາໄລ Plymouth State ແຕ່ແລ້ວຈຸດພິກຜັນກໍເກີດຂຶ້ນພຽງຊົ່ວຂ້າມຄືນ.

ຮູບຖ່າຍຈາກຊ່າງພາບ Steven Hall ທີ່ໂພສລົງອິນສະຕາແກຣມ ຈົນເຮັດໃຫ້ Anok Yai ເປັນກະແສໄວຣັລ

ໃນຊ່ວງທ້າຍປີ 2017 ຂະນະທີ່ນາງໄປຮ່ວມງານຄືນສູ່ເຫຍົ້າຂອງມະຫາວິທະຍາໄລ Howard, ຮູບຖ່າຍພຽງແຊະດຽວຈາກຊ່າງພາບ Steven Hall ທີ່ໂພສລົງອິນສະຕາແກຣມ ໄດ້ກາຍເປັນກະແສໄວຣັລທີ່ຈຸດປະກາຍໃຫ້ເອເຈນຊີລະດັບໂລກຕ່າງພາກັນຕາມຫາຕົວນາງ. ຫຼັງຈາກນັ້ນພຽງບໍ່ເທົ່າໃດອາທິດ, ນາງຕັດສິນໃຈພັກການຮຽນ, ເຊັນສັນຍາກັບ NEXT Model Management ແລະ ກ້າວເຂົ້າສູ່ໂລກແຟຊັ່ນຢ່າງເຕັມຕົວ.

ການກ້າວເຂົ້າມາຂອງ Anok Yai ເຮັດໜ້າທີ່ເໝືອນ “Soft Power” ທີ່ຊົງພະລັງໃນການທ້າທາຍມາດຕະຖານຄວາມງາມແບບດັ້ງເດີມ (Eurocentric beauty standards) ຂອງວົງການແຟຊັ່ນຕາເວັນຕົກ.

ໃນເດືອນກຸມພາ ປີ 2018 ນາງໄດ້ສ້າງປະຫວັດສາດໜ້າໃໝ່ດ້ວຍການເປັນຜູ້ຍິງຜິວດຳຄົນທີສອງ ຕໍ່ຈາກ Naomi Campbell ໃນປີ 1997 ແລະ ເປັນຜູ້ຍິງເຊື້ອສາຍຊູດານໃຕ້ຄົນທຳອິດ ທີ່ໄດ້ຮັບກຽດສູງສຸດໃນການຍ່າງ “ເປີດຣັນເວ” ໃຫ້ກັບໂຊຂອງແບຣນທີ່ຂຶ້ນຊື່ເລື່ອງຄວາມອະນຸລັກນິຍົມຢ່າງ Prada ຄໍເລັກຊັນ Fall/Winter 2018. ການຍ່າງເປີດຣັນເວຄັ້ງນີ້ບໍ່ໄດ້ເປັນພຽງຄວາມສຳເລັດສ່ວນຕົວ ແຕ່ເປັນການສົ່ງຂໍ້ຄວາມເຖິງເດັກຍິງຜິວດຳທົ່ວໂລກໃຫ້ເຫັນວ່າ ພວກນາງກໍສາມາດຢືນຢັດເປັນຕົວແທນຂອງຄວາມງາມລະດັບຫຼູຫຼາໄດ້.

ປັດຈຸບັນ, ນາງຄືຂາປະຈຳທີ່ຍ່າງສະແດງແບບເທິງຣັນເວ Fashion Week ລະດັບສາກົນໃຫ້ກັບແບຣນຍັກໃຫຍ່ແທບທຸກແບຣນ ບໍ່ວ່າຈະເປັນ Chanel, Versace, Saint Laurent, Tom Ford, Louis Vuitton ແລະ Mugler, ພ້ອມທັງພ່ວງຕຳແໜ່ງ Global Ambassador ຂອງ Estée Lauder ແລະ ກວາດພື້ນທີ່ຂຶ້ນປົກວາລະສານ Vogue ທົ່ວໂລກ.

ອ່ານຕື່ມ:  ສ່ອງເທຣນ"ແຕ່ງໜ້າປຸງຈືດ" ງາມລະມຸນເປັນທຳມະຊາດສະໄຕລ໌ Gen Z

ສິ່ງທີ່ເຮັດໃຫ້ວົງການແຟຊັ່ນຫຼົງໄຫຼໃນຕົວ Anok Yai ບໍ່ແມ່ນແຕ່ຄວາມງາມຕາມແບບແຜນ ແຕ່ຄືໂຄງຮ່າງ ແລະ ສີຜິວທີ່ເປັນດັ່ງ “ຜືນຜ້າໃບ” ຊັ້ນຍອດຂອງວົງການພາບຖ່າຍ.

  • Cinematic Photography: ຜິວສີເຂັ້ມຈັດຂອງນາງມີຄຸນສົມບັດໃນການດູດຊັບ ແລະ ສະທ້ອນແສງໄຟໃນສະຕູດິໂອໄດ້ຢ່າງມີມິຕິ. ບໍ່ວ່າຈະເປັນການຈັດແສງແບບຄອນທຣາສຈັດຈ້ານ, ການໄລ່ແສງເງົາທີ່ເບິ່ງລຶກລັບ, ຫຼື ແມ່ນແຕ່ການຮັບແສງທຳມະຊາດໃນຊ່ວງ Golden Hour. ໂຄງໜ້າ ແລະ ກະດູກທີ່ຊັດເຈນ ເຮັດໃຫ້ຜົນງານແຟຊັ່ນອີດິທໍຣຽລ ຂອງນາງທຸກຊິ້ນອອກມາເບິ່ງຄືກັບຮູບເງົາ ແລະ ມີຊີວິດຊີວາໃນລະດັບງານສິລະປະ.
  • Commanding Presence: ເມື່ອກ້າວຂຶ້ນຣັນເວ, ທ່ວງທ່າການຍ່າງຂອງນາງເຕັມໄປດ້ວຍຄວາມແຂງແກ່ງ ແລະ ສະຫງ່າງາມທີ່ສະກົດທຸກສາຍຕາ. ນາງມີທັກສະໃນການນຳສະເໜີຈິດວິນຍານຂອງເສື້ອຜ້າແຕ່ລະແບຣນໃຫ້ອອກມາກົມກືນ, ຕັ້ງແຕ່ຄວາມຄລາສສິກໄປຈົນເຖິງຄວາມປ່ຽວລ້ຳສະໄໝ.

ຫາກເວົ້າເຖິງງານພົມແດງທີ່ຍິ່ງໃຫຍ່ທີ່ສຸດຢ່າງ Met Gala, ຊື່ຂອງ Anok Yai ຄືໜຶ່ງໃນຜູ້ທີ່ສ້າງຕຳນານໄດ້ສະເໝີ ໂດຍສະເພາະພາບລັກຂອງນາງໃນງານ Met Gala 2026 ພາຍໃຕ້ທີມ “Fashion Is Art” ທີ່ກາຍເປັນທີ່ກ່າວຂວັນເຖິງໃນວົງກວ້າງ.

ນາງປະກົດຕົວໃນລຸກ “Black Madonna” ຈາກ Balenciaga ດ້ວຍຊຸດເດຣສຜ້າໄໝທາຟເຟຕາສີດຳທີ່ມີໂຄງສ້າງຄໍເສື້ອສູງໃຫຍ່ຄືກັບກອບຮູບ, ອ້ອມຮອບໃບໜ້າທີ່ແຕ່ງແຕ້ມດ້ວຍໂທນສີບຣອນ ແລະ ທອງແດງ ໃຫ້ມິຕິຄືກັບຮູບປັ້ນໂລຫະສຸດວິຈິດ. ເສີມດ້ວຍລາຍລະອຽດຮອຍນ້ຳຕາທຽມທີ່ສື່ເຖິງ “Our Lady of Sorrows” ແລະ ວິກຜົມທີ່ຫຼໍ່ຂຶ້ນຮູບດ້ວຍມື. ລຸກນີ້ຄືການຫຼອມລວມຄວາມເປັນມະນຸດເຂົ້າກັບງານສິລະປະໄດ້ຢ່າງສົມບູນແບບໄຮ້ທີ່ຕິ.

Anok Yai at the Met Gala. ແຫຼ່ງທີ່ມາ: Jamie McCarthy / Getty Images

ດ້ວຍຄວາມສົມບູນແບບທາງກາຍະພາບ, ອິດທິພົນໃນການຂັບເຄື່ອນສັງຄົມ ແລະ ພື້ນຖານຄວາມຄິດທີ່ເປັນລະບົບຈາກພູມຫຼັງດ້ານວິທະຍາສາດ ເຮັດໃຫ້ Anok Yai ມີຄວາມຈິງໃຈໃນການດຳເນີນຊີວິດ ແລະ ວາງຕົວໃນວົງການແຟຊັ່ນໄດ້ຢ່າງສະຫງ່າງາມ.

ຄວາມສຳເລັດທັງໝົດນີ້ໄດ້ຮັບການຢັ້ງຢືນດ້ວຍລາງວັນກຽດຕິຍົດສູງສຸດຢ່າງ “Model of the Year” ຈາກງານ British Fashion Awards ໃນທ້າຍປີ 2025 ເຊິ່ງເປັນເຄື່ອງພິສູດແລ້ວວ່າ Anok Yai ບໍ່ໄດ້ເປັນພຽງແຕ່ນາງແບບທີ່ສວມໃສ່ເສື້ອຜ້າເພື່ອນຳສະເໜີສິນຄ້າ, ແຕ່ນາງຄືສິລະປິນຜູ້ໃຊ້ຕົວຕົນຍົກລະດັບຜົນງານແຟຊັ່ນໃຫ້ກາຍເປັນງານສິລະປະ ແລະ ເປັນແຮງບັນດານໃຈສຳຄັນທີ່ກຳລັງຂັບເຄື່ອນຄວາມຫຼາກຫຼາຍໃຫ້ເບັ່ງບານໃນອຸດສາຫະກຳສ້າງສັນລະດັບໂລກຢ່າງແທ້ຈິງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.