ປັງບໍ່ໄຫວ! ອານິຕ້າ ຢາການາກິ ຮັບບົດນາງເອກຊ່ອງດັງ ປະກົບຄູ່ພະເອກ ພູມ ກຽດຕິພູມ

ແບ່ງປັນ

ປັງບໍ່ໄຫວ! ອານິຕ້າ ຢາການາກິ ຮັບບົດນາງເອກຊ່ອງດັງ ປະກົບຄູ່ພະເອກ ພູມ ກຽດຕິພູມ

29 July 2026 9

ຕ້ອງບອກວ່າກະແສກໍຍັງຄົງແຮງ ແລະ ວຽກເຂົ້າບໍ່ຢຸດເລີຍສຳລັບນັກສະແດງລາວ ອານິຕ້າ ຢາການາກິ. ຫຼ້າສຸດ, ຊ່ອງດັງຫຼາຍສີຈາກປະເທດເພື່ອນບ້ານໄດ້ປ່ອຍພາບຢືນຢັນອອກມາແລ້ວວ່າ ອານິຕ້າ ໄດ້ຮັບບົດນາງເອກປະກົບຄູ່ພະເອກຂອງຊ່ອງຄື ພູມ ກຽດຕິພູມ (ภูมิ เกียรติภูมิ).

ຕ້ອງຂໍບອກວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ອານິຕ້າ ໄດ້ຮ່ວມສະແດງລະຄອນຢູ່ປະເທດເພື່ອນບ້ານ ເພາະລາວກໍຍັງໄດ້ຝາກຜົນງານການສະແດງໃນຊີຣີສ໌ອີສານແນວສືບສວນສວນ ສາຍລັບລົດແຫ່ (สายลับรถแห่) ມາກ່ອນ ອີກດ້ວຍ.

ອານິຕ້າ ຢາການາກິ ຜ່ານການສະແດງມາຫຼາຍເລື່ອງແລ້ວ ເລື່ອງສີມືຂອງລາວໃນບົດບາດການສະແດງນັ້ນສາມາດກາລັນຕີໄດ້ເລີຍ.

ປັດຈຸບັນ, ຖ້າທຸກຄົນຢາກເບິ່ງຜົນງານຂອງລາວ ກໍຍັງສາມາດໄປເບິ່ງການສະແດງໜັງຟອມໃຫຍ່ຂອງລາວເລື່ອງ ກ່ອງກ່ອຍ ທີ່ ອານິຕ້າ ຢາການາກິ ຮັບບົດຫຼັກໃນເລື່ອງໄດ້.

ອ່ານຕື່ມ:  ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.