ຊານົນ ພະເອກໃໝ່ປ້າຍແດງ ພ້ອມເບື້ອງຫຼັງເຮັດແນວໃດຈຶ່ງໄດ້ໄປສະແດງຊີລີ້ຢູ່ໄທ

Key Takeaways:
- ຊານົນ ມະນີຜົນ ຈະໄດ້ຮັບບົດ "ພະເອກ" ໃນຊີລີ້ເລື່ອງໃໝ່ "ເກີດໃໝ່ມາເປັນໃຫຍ່ ເໜືອໂລກສີເທົາ".
- ຊານົນໄດ້ມີໂອກາດໄປປະກວດ Audition The Face Men Season 4 ທີ່ປະເທດໄທ ແລະ ໄດ້ໄປແຄສຕິ້ງງານຕ່າງໆ.
- ຫຼັງຈາກການແຄສຕິ້ງຄັ້ງທຳອິດ, ທີມງານ Red Elephant ໄດ້ຕິດຕໍ່ຊານົນອີກຄັ້ງເພື່ອສົ່ງວິດີໂອແຄສຕິ້ງເພີ່ມເຕີມ ແລະ ໄດ້ຮັບເລືອກໃນທີ່ສຸດ.
- ຊີລີ້ເລື່ອງນີ້ເປັນແນວ Action ທີ່ເລື່ອງລາວກ່ຽວຂ້ອງກັບການເກີດໃໝ່ເພື່ອມາເຮັດພາລະກິດບາງຢ່າງ, ມີເນື້ອເລື່ອງເຂັ້ມຂຸ້ນ.
- ຊານົນຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊັ່ນ ການເວົ້າພາສາໄທທັງເລື່ອງ, ວັນຖ່າຍທຳຈຳກັດ, ແລະ ການຊັກຊ້ອມສາກຕໍ່ສູ້ຢ່າງໜັກ.
ເອີ້ນໄດ້ວ່າກຳລັງເປັນກະແສທີ່ໜ້າຈັບຕາມອງສຸດໆ! ສຳລັບ ຊານົນ ມະນີຜົນ ສິລະປິນໜຸ່ມມາກຄວາມສາມາດ ຫຼັງຈາກມີຂ່າວດີແວ່ວມາວ່າ ເຈົ້າຕົວໄດ້ລຸຍງານສະແດງຊີລີ້ເລື່ອງໃໝ່. ແຕ່ທີ່ເຮັດໃຫ້ຕ້ອງຮ້ອງວ້າວ ແລະ ບໍ່ທຳມະດາທີ່ເຈົ້າໂຕກໍໄດ້ຢືນຢັນມາແລ້ວກໍຄື ການໄດ້ຮັບບົດ “ພະເອກ” ໃນຊີລີ້ແນວແອັກຊັນສຸດເຂັ້ມຂຸ້ນເລື່ອງໃໝ່ “ເກີດໃໝ່ມາເປັນໃຫຍ່ ເໜືອໂລກສີເທົາ” ເຊິ່ງຕອນນີ້ໄດ້ປິດກ້ອງຖ່າຍທຳກັນເປັນທີ່ຮຽບຮ້ອຍແລ້ວ.
ເຊິ່ງທີມມ່ວນກໍໄດ້ມີການໄປສືບໄປຖາມກັບຊານົນໂດຍກົງເລີຍວ່າ ຈຸດເລີ່ມຕົ້ນຂອງການໄດ້ມາຮ່ວມງານໃນໂປຣເຈັກນີ້ເປັນມາແນວໃດ? ຕ້ອງໄດ້ພົບຄວາມທ້າທາຍຫຍັງແດ່ໃນກອງຖ່າຍ? ລວມໄປເຖິງເບື້ອງຫຼັງການເຮັດວຽກທີ່ຕ້ອງບິນໄປ-ກັບ ລະຫວ່າງ ລາວ-ໄທ?
ຫາກໃຜຍັງຈື່ໄດ້ ໃນຊ່ວງຕົ້ນປີທີ່ຜ່ານມາ ສິລະປິນໜຸ່ມລາວມາກຄວາມສາມາດຢ່າງ “ຊານົນ” ໄດ້ເດີນທາງໄປປະກວດ Audition The Face Men Season 4 ພ້ອມຍັງລຸຍງານທີ່ກຸງເທບ ປະເທດໄທ ເຊິ່ງນອກຈາກຈະໄປ Take Courses ຮຽນການສະແດງແລ້ວ ຍັງໄດ້ເດີນສາຍແຄສຕິ້ງງານຕ່າງໆຢ່າງຫຼວງຫຼາຍ.
ຊານົນໄດ້ເລົ່າວ່າ ໜຶ່ງໃນງານທີ່ໄດ້ໄປແຄສຕິ້ງໃນຕອນນັ້ນແມ່ນຊີລີ້ຂອງຄ້າຍ Red Elephant. ຫຼັງຈາກການແຄສຕິ້ງຈົບລົງກໍຍັງບໍ່ມີການຕອບຮັບໃດໆ ຈົນລາວໄດ້ກັບມາລາວເພື່ອປ່ອຍຜົນງານເພງ “Ticktock”. ແຕ່ແລ້ວເມື່ອເວລາຜ່ານໄປ 3 ເດືອນ ໂອກາດກໍໄດ້ແວະວຽນມາອີກຄັ້ງ ເມື່ອທີມງານ Red Elephant ໄດ້ຕິດຕໍ່ມາໃຫ້ສົ່ງວິດີໂອແຄສຕິ້ງໃຫ້ເບິ່ງອີກຮອບ ຈົນໃນທີ່ສຸດຊານົນກໍໄດ້ຮັບເລືອກໃຫ້ສະແດງໃນຊີລີ້ເລື່ອງນີ້.

ສຳລັບຊີລີ້ເລື່ອງນີ້ມາໃນແນວ Action ທີ່ເລື່ອງລາວກ່ຽວຂ້ອງກັບການເກີດໃໝ່ເພື່ອມາເຮັດພາລະກິດບາງຢ່າງ ເຊິ່ງຈະເກີດໃໝ່ແບບໃດ ແລະ ລາຍລະອຽດຈະເປັນແນວໃດນັ້ນ ຊານົນເພິ່ນກໍເມັດຫຼາຍຂໍອຸບໄວ້ກ່ອນວ່າຊັ້ນ ແຕ່ກໍເພື່ອໃຫ້ແຟນໆໄດ້ໄປລຸ້ນນຳກັນໃນຊີລີ້ ແຕ່ຮັບຮອງວ່າເນື້ອເລື່ອງເຂັ້ມຂຸ້ນ ແລະ ເຮັດໃຫ້ຫາຍໃຈບໍ່ທົ່ວທ້ອງແນ່ນອນ.
ໃນເລື່ອງນີ້ ຊານົນຍັງໄດ້ຮ່ວມງານກັບນັກສະແດງໜ້າໃໝ່ ແລະ ມືອາຊີບຫຼາຍທ່ານ ບໍ່ວ່າຈະເປັນ ນ້ອງ ນິກິຕ້າ ນັກສະແດງຈາກຊີລີ້ເລື່ອງ “Love Never Set”, ອ້າຍຕ້ອງ ສະມິດພົງ ນັກສະແດງມືອາຊີບທີ່ມາກປະສົບການ, ອ້າຍທັອບ ສຸລະເຊດ ນັກສະແດງຊີລີ້ວາຍທີ່ກຳລັງມາແຮງ ພ້ອມດ້ວຍນັກສະແດງມືອາຊີບອີກຫຼາຍທ່ານ ແລະ ສຳລັບຄວາມພິເສດຂອງການໄປສະແດງຊີລີ້ໃນຄັ້ງນີ້ ແມ່ນໄດ້ຄູອອມ ນັກສະແດງຊື່ດັງຈາກເລື່ອງຖີ່ຢົດ ມາຮ່ວມໃນກອງຖ່າຍນໍາອີກດ້ວຍ.

ຊານົນເຜີຍວ່າ ບັນຍາກາດໃນກອງຖ່າຍເຕັມໄປດ້ວຍຄວາມເປັນກັນເອງ ທຸກຄົນມືອາຊີບຫຼາຍ ເປັນສັງຄົມໃໝ່ທີ່ເຮັດໃຫ້ຮູ້ສຶກສະບາຍໃຈຕັ້ງແຕ່ຄັ້ງທຳອິດທີ່ໄດ້ເຈິ ລວມເຖິງທີມງານ ແລະ ຜູ້ຈັດທີ່ໜ້າຮັກທຸກຄົນ. ຖືເປັນຄວາມໂຊກດີທີ່ສຸດທີ່ໄດ້ຮ່ວມສ້າງຜົນງານດີໆນຳກັນ.
ຄວາມພິເສດຂອງຊີລີ້ເລື່ອງນີ້ຄືການເປັນ “ຊີລີ້ແນວຕັ້ງ” ທີ່ກຽມສາຍໃນແພລັດຟອມຊື່ດັງລະດັບໂລກ. ການເລົ່າເລື່ອງຕ້ອງກະຊັບ, ໄວ ແລະ ຕ້ອງເຮັດໃຫ້ຄົນເບິ່ງຕື່ນເຕັ້ນຕະຫຼອດເວລາໃນໄລຍະເວລາ Episode ທີ່ສັ້ນ ເຊິ່ງແຕກຕ່າງຈາກຊີລີ້ແນວນອນທີ່ຊານົນເຄີຍຄຸ້ນເຄີຍ ແລະ ຕ້ອງໃຊ້ເທັກນິກການສະແດງທີ່ຕ່າງອອກໄປ.
ນອກຈາກນີ້ ຊານົນຍັງຕ້ອງເວົ້າພາສາໄທທັງເລື່ອງ, ມີຄິວຖ່າຍທຳຈຳກັດ ແລະ ທີ່ສຳຄັນຄື “ສາກຕໍ່ສູ້” ທີ່ຕ້ອງຊັກຊ້ອມຢ່າງໜັກເພື່ອໃຫ້ພາບອອກມາງົດງາມແຕ່ຍັງຄົງຄວາມປອດໄພ. ມັນເປັນການດຶງພະລັງງານອອກມາໃຊ້ຫຼາຍທີ່ສຸດ ແລະ ຕ້ອງຮວບຮວມສະມາທິສູງຫຼາຍ ເພາະເປັນການສະແດງແອັກຊັນຄັ້ງທຳອິດຂອງລາວ ທັງຍັງເປັນບົດບາດທີ່ໄກຕົວຊານົນຫຼາຍອີກດ້ວຍ.

ຊານົນເປີດເຜີຍຄວາມປະທັບໃຈວ່າ ການໄດ້ມາເຮັດວຽກໃນກອງຖ່າຍຊີລີ້ໄທຄືຄວາມຝັນທີ່ເຄີຍວາດພາບໄວ້. ຫຼາຍຢ່າງທີ່ເຄີຍແຕ່ເບິ່ງກໍໄດ້ລົງມືເຮັດ ທັງສາກ Action ແລະ Love Scene ເຊິ່ງເປັນສິ່ງໃໝ່ທີ່ທ້າທາຍສຸດໆ. ລາວຮູ້ສຶກພູມໃຈທີ່ໄດ້ເຮັດເຕັມທີ່ທີ່ສຸດເທົ່າທີ່ຈະເຮັດໄດ້. ນອກຈາກນັ້ນ, ການໄດ້ເຫັນສະປິລິດ (Spirit) ການເຮັດວຽກທີ່ສູງຂອງນັກສະແດງຮ່ວມທຸກຄົນ ຍິ່ງເປັນໄຟຜັກດັນໃຫ້ຊານົນຢາກພັດທະນາຕົນເອງ ແລະ ຢາກຮັບບົດບາດທີ່ຫຼາກຫຼາຍຂຶ້ນໃນອະນາຄົດ.
ການທີ່ທຸກຄົນເບິ່ງຊີລີ້ເລື່ອງນີ້ ກໍປຽບເໝືອນການທີ່ທຸກຄົນໄດ້ຍ່າງໄປໃນເສັ້ນທາງນີ້ຮ່ວມກັບຊານົນ
ຊານົນກ່າວຖິ້ມທ້າຍ ພ້ອມທັງຢາກໃຫ້ທຸກຄົນລໍຖ້າຕິດຕາມຊົມຊີລີ້ເລື່ອງນີ້ ເພາະເປັນສິ່ງໃໝ່ໆທີ່ບໍ່ເຄີຍເຫັນລາວເຮັດມາກ່ອນແນ່ນອນ. ຊີລີ້ເລື່ອງນີ້ເຮັດໃຫ້ຊານົນເຂົ້າໃຈ ແລະ ສຳຜັດເຖິງການເປັນນັກສະແດງມືອາຊີບຢ່າງເລິກເຊິ່ງ.
ລາວຫວັງວ່າທຸກຄົນຈະມີຄວາມສຸກກັບຜົນງານຊິ້ນນີ້ ແລະ ຂໍໃຫ້ທຸກຄົນເປັນກຳລັງໃຈໃຫ້ລາວເດີນທາງໃນສາຍອາຊີບນີ້ໃຫ້ໄກຂຶ້ນເລື້ອຍໆ. ຄວາມຝັນຂອງຊານົນຄືການເປັນ “ນັກສະແດງລາວທີ່ເປັນທີ່ຮູ້ຈັກໃນລະດັບສາກົນ”. ບາດກ້າວນີ້ອາດຈະເປັນພຽງຈຸດເລີ່ມຕົ້ນນ້ອຍໆ ແຕ່ຊານົນຈະບໍ່ຢຸດພັດທະນາ ແລະ ພ້ອມທີ່ຈະຍ່າງໄປຂ້າງໜ້າສະເໝີ. ຫວັງວ່າທຸກຄົນຈະຢູ່ຄຽງຂ້າງຊານົນ ໃນທຸກໆບາດກ້າວຕໍ່ໄປ.
