ຫາກເວົ້າເຖິງ Swarovski (ສະວາຣອຟສະກີ), ພາບທຳອິດທີ່ຫຼາຍຄົນນຶກເຖິງຄົງໜີບໍ່ພົ້ນ “ຮູບຫົງ” ສຸດຄລາສສິກທີ່ເບິ່ງລຽບຫຼູ ຫຼື ຂອງຂວັນລ້ຳຄ່າທີ່ແມ່ຫວງແຫນ. ແຕ່ຖ້າລອງຍ່າງຜ່ານໜ້າຮ້ານໃນມື້ນີ້, ກໍຈະໄດ້ພົບກັບໂລກໃບໃໝ່ທີ່ເຕັມໄປດ້ວຍສີສັນຈັດຈ້ານ, ຄຣິສຕັນເມັດໃຫຍ່ສະດຸດຕາ ແລະ ກິ່ນອາຍຄວາມມ່ວນຊື່ນທີ່ດຶງດູດໄວລຸ້ນສາຍແຟຊັນໃຫ້ຕ້ອງຫຼຽວເບິ່ງ.
ແບຣນທີ່ມີອາຍຸຮ່ວມ 130 ປີແບຣນນີ້ ເຮັດແນວໃດຈຶ່ງສາມາດສະຫຼັດພາບພົດຄວາມຄລາສສິກ ທີ່ບາງຄັ້ງອາດເບິ່ງຄືມີອາຍຸ ໃຫ້ກາຍມາເປັນໄອເທັມສຸດໄວຣັລທີ່ຊາວ Gen Z ຕ້ອງມີ? ມື້ນີ້ ມ່ວນຈະພາໄປຍ້ອນຮອຍ ແລະ ຖອດລະຫັດຄວາມສຳເລັດນີ້ກັນ.
ຈຸດເລີ່ມຕົ້ນເກີດຈາກ ຊາຍຄົນໜຶ່ງຢາກສ້າງ “ເພັດສຳລັບທຸກຄົນ” ເຊິ່ງເລີ່ມຕົ້ນຂຶ້ນໃນປີ 1895 ທີ່ເມືອງ Wattens ປະເທດອົດສະຕຣິດ (Austria) ເມື່ອຊາຍຊື່ Daniel Swarovski ປະສົບຄວາມສຳເລັດໃນການປະດິດ “ເຄື່ອງເຈຍລະໄນຄຣິສຕັນດ້ວຍໄຟຟ້າ”. ເຄື່ອງຈັກນີ້ຄືຈຸດປ່ຽນສຳຄັນທີ່ເຮັດໃຫ້ການຕັດແຕ່ງແກ້ວຄຣິສຕັນມີຄວາມແມ່ນຍຳ, ເປັ່ງປະກາຍ ແລະ ເຮັດໄດ້ໄວຈົນການເຮັດດ້ວຍມືທຽບບໍ່ຕິດ.

ຄວາມຝັນຂອງ Daniel ໃນຕອນນັ້ນລຽບງ່າຍແຕ່ຍິ່ງໃຫຍ່, ນັ້ນຄືການສ້າງ “A diamond for everyone” (ເພັດສຳລັບທຸກຄົນ). ລາວຕ້ອງການໃຫ້ທຸກຄົນສາມາດຄອບຄອງຄວາມງົດງາມທີ່ລະຍິບລະຍັບຄ້າຍເພັດໄດ້ ໃນລາຄາທີ່ຈັບຕ້ອງໄດ້ງ່າຍກວ່າ.
ສິ່ງທີ່ເຮັດໃຫ້ Swarovski ແຕກຕ່າງຄື ພວກເຂົາບໍ່ໄດ້ເຮັດພຽງແຕ່ສາຍຄໍ ຫຼື ຕຸ້ມຫູຂາຍ, ແຕ່ພວກເຂົາຜັນຕົວເປັນ “ວັດຖຸດິບຊັ້ນຍອດ” ຂອງວົງການແຟຊັນຊັ້ນສູງ ແລະ ກ້າວສູ່ວົງການເຄື່ອງປະດັບທີ່ເປັນຫຼາຍກວ່າເຄື່ອງປະດັບ ແຕ່ມັນຄື “ເວດມົນແຫ່ງວົງການແຟຊັນ”
ໃນປີ 1956 ແບຣນໄດ້ຮ່ວມມືກັບ Christian Dior ສ້າງສັນຄຣິສຕັນເອັບເຟັກສີຮຸ້ງທີ່ເອີ້ນວ່າ Aurora Borealis (AB) ເຊິ່ງກາຍເປັນຕຳນານທີ່ວົງການແຟຊັນຕ້ອງຈາລຶກ.
ຍັງຈື່ຊຸດເດຣດລະຍິບລະຍັບທີ່ Marilyn Monroe ສວມໃສ່ຕອນຮ້ອງເພງ “Happy Birthday Mr. President” ໄດ້ບໍ່? ຊຸດນັ້ນປະດັບດ້ວຍຄຣິສຕັນຂອງ Swarovski ກວ່າ 2,500 ເມັດ! ແມ່ນແຕ່ງານພົມແດງລະດັບໂລກຢ່າງ Met Gala, ຄຣິສຕັນຂອງແບຣນນີ້ກໍມັກຈະໄປສ່ອງປະກາຍຢູ່ເທິງຊຸດຂອງເຫຼົ່າເຊເລັບບຣິຕີສະເໝີ.

ແຕ່ຊີວິດຂອງແບຣນກໍບໍ່ໄດ້ໂຮຍດ້ວຍກີບກຸຫຼາບສະເໝີໄປ. ຊ່ວງວິກິດໂຄວິດ-19 ປີ 2020 ແບຣນຕ້ອງປະເຊີນກັບພາຍຸລູກໃຫຍ່, ທຸລະກິດຊົບເຊົາຈົນຕ້ອງປິດສາຂາ ແລະ ປົດພະນັກງານຈຳນວນຫຼາຍ. ແຕ່ວິກິດຄັ້ງນັ້ນກັບກາຍເປັນ “ແຮງຊຸກຍູ້” ໃຫ້ເກີດການປ່ຽນແປງຄັ້ງປະຫວັດສາດ.
Swarovski ຕັດສິນໃຈແຕ່ງຕັ້ງ Giovanna Engelbert ເປັນຜູ້ອຳນວຍການຝ່າຍສ້າງສັນລະດັບໂລກຄົນທຳອິດ, ແລະ ນັ້ນຄືຈຸດເລີ່ມຕົ້ນຂອງການຈີກກົດເກົ່າໆຖິ້ມທັງໝົດ ເຮັດໃຫ້ກຳເນີດ Wonderlab ຂຶ້ນມາໂດຍ ລາວໄດ້ປ່ຽນຄອນເຊັບແບຣນໃຫ້ກາຍເປັນໂລກແຫ່ງເວດມົນ ແລະ ວິທະຍາສາດທີ່ເຕັມໄປດ້ວຍສີສັນສົດໃສ, ມີຄວາມເປັນແຟຊັນ ແລະ ແປກໃໝ່ລ້ຳຍຸກ, ສະຫຼັດພາບເຄື່ອງປະດັບຊິ້ນນ້ອຍໆ ທີ່ເບິ່ງຮຽບຮ້ອຍຖິ້ມໄປ ພ້ອມກັບການປ່ຽນໂລໂກ້ຫົງຖືກປັບໃຫ້ເບິ່ງໂມເດິນຂຶ້ນ, ຢູ່ໃນກອບຮູບແປດລ່ຽມ (Octagon) ແລະ ຫັນໜ້າເງີຍຂຶ້ນ ເປັນສັນຍະລັກຂອງການກ້າວໄປຂ້າງໜ້າ.

ທີ່ເຮັດໃຫ້ Swarovski ຢູ່ໄດ້ມາເຖິງ 100 ກວ່າປີ ກໍຄືຄຣິສຕັນ Swarovski ສິ່ງທີ່ສ້າງຊື່ສຽງໃຫ້ແບຣນ ສິນຄ້າຫຼັກໆທີ່ຄົນທົ່ວໂລກໃສ່ກັນມາຕະຫຼອດ 100 ກວ່າປີຄື ແກ້ວຄຣິສຕັນເຈຍລະໄນ (Crystal) ບໍ່ແມ່ນເພັດແທ້ທີ່ຂຸດຈາກເໝືອງ, ແຕ່ເປັນຫຍັງຄົນຈຶ່ງນິຍົມໃສ່ແທນເພັດ
ເຕັກນິກການເຈຍລະໄນດ້ວຍເຄື່ອງຈັກທີ່ເປັນຄວາມລັບຂັ້ນສຸດຍອດຂອງແບຣນ ເຮັດໃຫ້ຄຣິສຕັນມີລ່ຽມມຸມທີ່ສະທ້ອນແສງໄດ້ລະຍິບລະຍັບ ແລະ ມີການກະຈາຍແສງສີຮຸ້ງສວຍງາມກວ່າແກ້ວ ຫຼື ຄິວບິກເຊີໂຄເນຍ (CZ) ທົ່ວໄປຫຼາຍ, ໂດຍຄຣິສຕັນທີ່ສັງເຄາະຂຶ້ນມາຈະມີຄວາມໃສ, ບໍ່ມີຕຳໜິເໝືອນເພັດທີ່ພົບໃນເພັດທຳມະຊາດ, ເຊິ່ງນີ້ຄືຈຸດແຂງທີ່ເຮັດ Swarovski ສາມາດສ້າງແກ້ວຄຣິສຕັນມີຄວາມເປັ່ງປະກາຍທີ່ໃກ້ຄຽງເພັດທີ່ສຸດ.
ລອງຄິດພາບຖ້າຢາກໄດ້ແຫວນເພັດເມັດໃຫຍ່ສີບົວຂະໜາດ 10 ກະລັດ, ເຊິ່ງອາດຈະຕ້ອງຈ່າຍເງິນຫຼັກຮ້ອຍລ້ານບາດເພື່ອໃຫ້ໄດ້ມາ ແຕ່ດ້ວຍຄຣິສຕັນ Swarovski, ແມ່ນສາມາດໃສ່ເຄື່ອງປະດັບເມັດໃຫຍ່, ສີສັນຈັດຈ້ານ, ດີໄຊແຟຊັນແບບຈັດເຕັມ ໄດ້ໃນລາຄາຫຼັກພັນເຖິງຫຼັກໝື່ນຕົ້ນໆ.
ໃນຊ່ວງບໍ່ພໍເທົ່າໃດປີທີ່ຜ່ານມາ, ແບຣນສ້າງ Swarovski Created Diamonds ຫຼື ເພັດແທ້ຈາກຫ້ອງແລັບ ພ້ອມລົງສະໜາມຕະຫຼາດເພັດຢ່າງເຕັມຕົວດ້ວຍການຜະລິດ Lab-Grown Diamonds ເພັດແທ້ທີ່ປູກໃນຫ້ອງແລັບ ເຊິ່ງນີ້ຄື ເພັດ ແທ້ໆໃນທາງເຄມີ ແລະ ຟີຊິກ.

Swarovski ໃນຍຸກນີ້ບໍ່ໄດ້ມີດີແຕ່ຄວາມຄລາສສິກ ແຕ່ສາມາດປັບຕົວໃຫ້ເຂົ້າກັບຄ່ານິຍົມ ແລະ ໄລຟ໌ສະຕາຍຂອງຄົນລຸ້ນໃໝ່ໄດ້ຢ່າງສົມບູນແບບ ເພາະຕອບໂຈດສາຍຮັກໂລກ ເພັດແລັບບໍ່ຕ້ອງຜ່ານການຂຸດເຈາະທີ່ທຳລາຍທຳມະຊາດ ແລະ ໝັ້ນໃຈໄດ້ 100% ວ່າບໍ່ແມ່ນ “Blood Diamond” ເພັດສີເລືອດທີ່ກ່ຽວຂ້ອງກັບການໃຊ້ແຮງງານທາດ ຫຼື ສະໜັບສະໜູນສົງຄາມ ເຊິ່ງກົງກັບຄ່ານິຍົມຂອງຄົນຍຸກໃໝ່ທີ່ໃສ່ໃຈສິ່ງແວດລ້ອມ.
ເພັດຈາກຫ້ອງແລັບມີໂຄງສ້າງຄາບອນຄືກັບເພັດເໝືອງທຸກປະການ (ກວດດ້ວຍເຄື່ອງກໍຄືເພັດແທ້). ທີ່ສຳຄັນຄື ເຮົາສາມາດຊື້ເພັດນ້ຳງາມ, ໄຮ້ຕຳນິ ແລະ ເມັດໃຫຍ່ກວ່າໄດ້ ໃນງົບປະມານທີ່ປະຢັດໄປກວ່າເຄິ່ງໜຶ່ງ ເທົ່າກັບໄດ້ສິນຄ້າຄຸນນະພາບລະດັບທັອບ ໃນລາຄາທີ່ຖືກກວ່າ ແລະ ການຊື້ເພັດຈາກແບຣນລະດັບໂລກ ທີ່ມີຄວາມຊ່ຽວຊານດ້ານການເຈຍລະໄນມານັບຮ້ອຍປີ ເຮັດໃຫ້ລູກຄ້າໝັ້ນໃຈໄດ້ທັງເລື່ອງຄຸນນະພາບ ແລະ ບໍລິການຫຼັງການຂາຍທີ່ດີກວ່າຮ້ານທົ່ວໄປ.

ແລະ ຍັງສາມາມັດໃຈ Gen Z ດ້ວຍດີໄຊสุดປັອບ ແລະ ຄວາມຫຼູຫຼາທີ່ເຂົ້າເຖິງໄດ້ ດ້ວຍດີໄຊແບບ Maximalist & Y2K ທີ່ຕອບໂຈດໄວລຸ້ນທີ່ມັກຄວາມໂດດເດັ່ນ ແລະ ກ້າສະແດງອອກ. ຄໍເລັກຊັນຢ່າງ Millenia ທີ່ໃຊ້ຄຣິສຕັນເມັດໃຫຍ່ (Chunky) ພ້ອມສີສັນ Pop Art ສາມາດນຳມາແມັດຊ໌ເພື່ອເຕີມຄວາມມ່ວນຊື່ນໃຫ້ກັບລຸຄສະບາຍໆ ຢ່າງເສື້ອຍືດ-ໂສ້ງຢີນ ໄດ້ຢ່າງລົງຕົວ.
ພ້ອມການດຶງຕົວໄອຄອນແຫ່ງຍຸກ ເຊັ່ນ Ariana Grande ແລະ ສິນລະປິນ K-Pop ມາເປັນ Brand Ambassador ເຮັດໃຫ້ແບຣນມີກະແສເທິງໂລກໂຊຊຽວຕະຫຼອດເວລາ. ນອກຈາກນີ້, ຍັງມີຮ່ວມ Collab ກັບແບຣນດັງຢ່າງ SKIMS ແບຣນເສື້ອຜ້າຂອງຕົວແມ່ໃນວົງການເຊເລັບທີ່ມີ Kim Kardashian ເປັນເຈົ້າຂອງ ແຮງຕອກຢ້ຳຄວາມເປັນແບຣນແຟຊັນຕົວຈິງ.
ພ້ອມກັນນັ້ນ Swarovski ຍັງເປັນແບຣນເຄື່ອງປະດັບທີ່ລາຄາເລີ່ມຕົ້ນພຽງຫຼັກພັນຕົ້ນໆ (ສະກຸນເງິນບາດ) ເຮັດໃຫ້ໄວລຸ້ນ ຫຼື ໄວເລີ່ມເຮັດວຽກ ສາມາດເກັບເງິນຊື້ເພື່ອເປັນລາງວັນໃຫ້ຕົວເອງໄດ້ງ່າຍໆ ຖືເປັນຈຸດທີ່ລົງຕົວທີ່ສຸດລະຫວ່າງ Fast Fashion ກັບ Fine Jewelry.

ການເດີນທາງກວ່າສະຕະວັດຂອງ Swarovski ໄດ້ເຮັດໃຫ້ເຫັນວ່າ “ປະຫວັດສາດທີ່ຍາວນານ ບໍ່ຈຳເປັນຕ້ອງແລກມາກັບຄວາມຫຼ້າສະໄໝສະເໝີໄປ” ລອງນຶກພາບເບິ່ງວ່າ “ຈີ້ຮູບຫົງ” ທີ່ເຄີຍນອນຢູ່ໃນກ່ອງເຄື່ອງປະດັບຂອງແມ່ ຊິ້ນສ່ວນແຫ່ງຄວາມຊົງຈຳທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນ, ມື້ນີ້ໄດ້ສະຫຍາຍປີກໂບຍບິນອອກຈາກກອບເກົ່າໆ. ມັນຄືບົດພິສູດຂອງຄວາມກ້າຫານ ທີ່ແບຣນກ້າຖິ້ມພາບລັກເດີມໆ ແລ້ວນຳເອົາຄວາມຄລາສສິກມາເຈຍລະໄນໃໝ່ ໃຫ້ເຂົ້າກັບຈັງຫວະກຳມະຈອນຂອງໂລກຍຸກປັດຈຸບັນ.
ມື້ນີ້ Swarovski ຈຶ່ງບໍ່ແມ່ນພຽງແຕ່ “ສາຍຄໍຂອງແມ່” ອີກຕໍ່ໄປ, ແຕ່ມັນໄດ້ກາຍເປັນ “ເວດມົນແຫ່ງສີສັນ” ທີ່ເຮັດໜ້າທີ່ເປັນຄືກັບພາສາທີ່ຜູ້ຄົນໃຊ້ບອກເລົ່າຕົວຕົນ. ມັນຄືເຄື່ອງມືທີ່ມອບພະລັງ ແລະ ສ້າງຄວາມໝັ້ນໃຈໃຫ້ຜູ້ສວມໃສ່ທຸກເພດ, ທຸກໄວ ໄດ້ກ້າທີ່ຈະແຕກຕ່າງ, ກ້າທີ່ຈະມ່ວນຊື່ນກັບແຟຊັນ, ແລະ ກ້າທີ່ຈະຮັກໃນສິ່ງທີ່ຕົວເອງເປັນ.
ຫົງສີສັນສົດໃສຕົວນີ້ ບໍ່ພຽງແຕ່ເປັນເຄື່ອງປະດັບ, ແຕ່ຄືສາຍໃຍທີ່ເຊື່ອມໂຍງອະດີດ ແລະ ອະນາຄົດ, ເຊື່ອມໂຍງຄວາມຊົງຈຳອັນລ້ຳຄ່າຂອງລຸ້ນແມ່ ເຂົ້າກັບຄວາມສົດໃສຂອງຄົນລຸ້ນໃໝ່. ແລະ ບໍ່ວ່າໂລກຈະໝຸນປ່ຽນໄປໄວພຽງໃດ, ຫົງຕົວນີ້ກໍພ້ອມທີ່ຈະເປັນແສງສະຫວ່າງທີ່ເປັ່ງປະກາຍຢ່າງສະຫງ່າງາມ ໄປອີກດົນແສນດົນ.