ເຈົ້າຮູ້ສຶກເມື່ອຍ ແລະ ກຳລັງໝົດໄຟແມ່ນບໍ? ລອງຟັງ “ເຈົ້າດວງໃຈ” ຈາກ Young Do ft TickTar

ແບ່ງປັນ

ເຈົ້າຮູ້ສຶກເມື່ອຍ ແລະ ກຳລັງໝົດໄຟແມ່ນບໍ? ລອງຟັງ “ເຈົ້າດວງໃຈ” ຈາກ Young Do ft TickTar

29 July 2026● 74

ຄິດຮອດບ້ານ… ຄຳໆນີ້ໄດ້ຜຸດຂຶ້ນມາໃນຫົວ ມ່ວນຊວນຟັງ ຫຼັງຈາກຟັງເພງຂອງ “ເຈົ້າດວງໃຈ” ຈາກ Young Do Ft TickTar ຈົບ.

ບ້ານໃນທີ່ນີ້ບໍ່ແມ່ນພຽງແຕ່ບ່ອນພັກອາໄສພຽງຢ່າງດຽວ ແຕ່ເປັນບ່ອນທີ່ມີຄວາມອົບອຸ່ນ ແລະ ອາຫານແຊບໆສີມືແມ່ ທີ່ພໍເຮົາກັບຮອດເຮືອນເທື່ອໃດກໍຈະໄດ້ຍິນປະໂຫຍກຄຳເວົ້າຫ່ວງໃຍ ແລະ ຄວາມອົບອຸ່ນຈາກອ້ອມກອດຂອງແມ່ສະເໝີ.

ໃຜທີ່ກຳລັງຢູ່ໄກບ້ານພໍຟັງເພງນີ້ກໍຍິ່ງຈະເຂົ້າໃຈຄວາມໝາຍທີ່ສິລະປິນຕ້ອງການຈະສື່ສານໄດ້ເປັນຢ່າງດີ ເຊິ່ງ Young Do ໄດ້ບອກກັບມ່ວນຊວນຟັງວ່າ ລາວໄດ້ຕັ້ງໃຈທີ່ຈະສ້າງສັນຜົນງານເພງນີ້ອອກມາແທ້ໆ ແລະ ເພງນີ້ກໍໄດ້ລົງມືຂຽນເນື້ອຮ້ອງດ້ວຍຕົວເອງ.

ພາບຈາກ: Young Do

ສ່ວນ TickTar ສິລະປິນຍິງຄົນນີ້, ສຽງຂອງລາວແມ່ນສະກົດຕັ້ງແຕ່ຄັ້ງທຳອິດທີ່ໄດ້ຟັງ ເພາະສຽງນັ້ນຫວານມີພະລັງ ແລະ ຍັງມີຄວາມໃສ ພໍຟັງແລ້ວຊ່ວຍເຮັດໃຫ້ຈິດໃຈທີ່ກຳລັງຫໍ່ຫ່ຽວນັ້ນຄືມີນ້ຳມາຫົດໃຈຈົນຟື້ນຟູຂຶ້ນມາທັນທີ.

ພາບຈາກ: Young Do

“ເຈົ້າດວງໃຈ” ຈຶ່ງເປັນເພງທີ່ຢາກໃຫ້ກໍາລັງໃຈຄົນທີ່ຢູ່ໄກບ້ານ ແລະ ນຶກເຖິງຄວາມຮັກຂອງຄອບຄົວທີ່ເປັນພະລັງງານດີໆທີ່ຊ່ວຍພັກດັນໃຫ້ກ້າວຕໍ່ໄປ ແລະ ເຕືອນໃຈໃຫ້ເຫັນຄຸນຄ່າຂອງເວລາທີ່ຈະໄດ້ຢູ່ຮ່ວມກັບຄົນທີ່ຮັກເຮົາທີ່ສຸດ.

ໃນເອັມວີໄດ້ເລົ່າເຖິງຮັກທີ່ບໍມີເງື່ອນໄຂ ແລະ ຄວາມຮັກອັນຍິ່ງໃຫຍ່, ຄວາມຜູກພັນໃນມຸມມອງຂອງແມ່ທີ່ມີຕໍ່ລູກ ເຊິ່ງປຽບລູກເປັນດັ່ງແກ້ວຕາດວງໃຈທີ່ແມ່ເຝົ້າຄອຍດ້ວຍຄວາມຫ່ວງໃຍ ແລະ ອະທິຖານໃຫ້ລູກທີ່ຢູ່ຫ່າງໄກຈາກກອດຂອງແມ່ນັ້ນ ໃຫ້ສະບາຍດີ ແລະ ປອດໄພຢູ່ສະເໝີ. 

ພາບຈາກ: Young Do

ຄົນເປັນລູກໄດ້ອອກໄປປະເຊີນໂລກກວ້າງພຽງລຳພັງ ບໍ່ວ່າລູກຈະໄດ້ພົບກັບຄວາມສົມຫວັງ ຫຼື ຜິດຫວັງ, ບ້ານ ແລະ ອ້ອມກອດ ຂອງແມ່ຍັງຄົງເປັນພື້ນທີ່ປອດໄພທີ່ພ້ອມຈະຕ້ອນຮັບ ແລະ ພ້ອມຈະຊ່ວຍປອບໃຈລູກສະເໝີໃນຍາມທີ່ໝົດໄຟ.

ອ່ານຕື່ມ:  ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ໃນເວລາດຽວກັນ, ສິ່ງທີ່ເດັ່ນຊັດເຈນທີ່ສຸດຄືໃນມຸມຂອງລູກ ກໍໄດ້ສະແດງຄວາມມຸ່ງໝັ້ນທີ່ຈະຕັ້ງໃຈເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດ ແລະ ປາຖະໜາໃຫ້ພໍ່ແມ່ມີສຸຂະພາບແຂງແຮງ ເພື່ອທີ່ຈະໄດ້ຢູ່ຮ່ວມກັນໄປຕະຫຼອດ ຢາກມີເງິນສ້າງຕົວເພື່ອສາມາດກັບໄປເບິ່ງແຍງພໍ່ແມ່ຜູ້ເປັນຄົນສໍາຄັນທີ່ສຸດໃນຊີວິດ.

ມ່ວນຊວນຟັງ ຢາກບອກຄົນທີ່ກຳລັງຮູ້ສຶກໂດດດ່ຽວຢ່າລືມວ່າ ຄອບຄົວຄືທີ່ພັກພິງໃຈທີ່ດີທີ່ສຸດ ເພາະໃນຍາມທີ່ເຮົາຕ້ອງເຈິກັບອຸປະສັກ ຫຼື ຄວາມອິດເມື່ອຍຈາກໂລກພາຍນອກ, ຄອບຄົວຄື “ພື້ນທີ່ໃຫ້ຄວາມອົບອຸ່ນ” ແລະ ເປັນພະລັງໃຈສໍາຄັນທີ່ຊ່ວຍໃຫ້ລູກສາມາດຟື້ນຟູພະລັງກາຍພະລັງໃຈກັບມາໄດ້ອີກຄັ້ງ.

“ເຈົ້າດວງໃຈ” ອາດບໍ່ແມ່ນພຽງຄວາມໝາຍທີ່ພໍ່ແມ່ມັກໃຊ້ກັບລູກ ແຕ່ລູກກໍຮັກ ແລະ ຍົກໃຫ້ພໍ່ແມ່ ເປັນເຈົ້າດວງໃຈຄືກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.