ຄົນລາວເປັນຫຍັງກັບຄົນເກົ່າ? ບໍ່ໄດ້ຢາກກັບໄປໃດ ແຕ່ໃຈຍັງ Move On ບໍ່ໄດ້ ຮູ້ຈັກອາການຕິດລູບໃນຄວາມສຳພັນ

ແບ່ງປັນ

ຄົນລາວເປັນຫຍັງກັບຄົນເກົ່າ? ບໍ່ໄດ້ຢາກກັບໄປໃດ ແຕ່ໃຈຍັງ Move On ບໍ່ໄດ້ ຮູ້ຈັກອາການຕິດລູບໃນຄວາມສຳພັນ

23 September 2026 21

ນີ້ຄືຄວາມໃນໃຈຂອງໃຜຫຼາຍຄົນບໍ່? ຢາກບອກໝູ່ວ່າບາງຄັ້ງກໍບໍ່ໄດ້ ຢາກກັບໄປຫາຄົນເກົ່າ ແຕ່ກໍຍັງມີບາງຢ່າງໃນຄວາມສຳພັນນັ້ນທີ່ໃຈຍັງບໍ່ສາມາດປິດຈົບມັນລົງ ຫຼື ຍັງມີສິ່ງທີ່ຄ້າງຄາໃຈທີ່ບໍ່ໄດ້ລົມກັນຊັດເຈນ, ມັນເລີຍຍັງ Move On ບໍ່ໄດ້.

ເນື້ອຫາທີ່ Muan RelationTips ໄດ້ຈັບຍົກມາເລົ່ານັ້ນ, ຄິດວ່າຫຼາຍຄົນຄົງເຄີຍເຈິມາກ່ອນ ເພາະຄວາມຮູ້ສຶກ ແລະ ພຶດຕິກຳທີ່ມີໃນຄວາມສຳພັນທີ່ເກີດຂຶ້ນ ມັກຈະເກີດເປັນການກະທຳທີ່ ວົນລູບ-ວົນວຽນ ຢູ່ແບບນັ້ນ ໂດຍທີ່ຫຼາຍຄົນມັກທີ່ຈະຄິດຮອດຄວາມຮູ້ສຶກເກົ່າຕອນຢູ່ກັບເຂົາເປັນພິເສດ ແລະ ລືມວ່າໂຕເຂົາປັດຈຸບັນອາດບໍ່ໄດ້ເປັນແບບນັ້ນແລ້ວ.

ທຸກຄົນອາດເຄີຍເປັນ ແລະ ໄດ້ສຳຜັດກັບຄວາມຮູ້ສຶກນີ້ ເພາະຫຼາຍໆຢ່າງກໍຮູ້ສຶກວ່າ ກຳລັງເສຍດາຍສິ່ງທີ່ມັນເຄີຍເປັນ ຫຼື ເກີດຂຶ້ນ ພ້ອມຄິດວ່າ “ຖ້າວັນນັ້ນເຮົາເຮັດອີກແບບ ຈະເປັນແນວໃດນໍ”

ຄວາມສຳພັນຈົບ ແຕ່ຄວາມຜູກພັນຍັງບໍ່ຈົບ

ອາການຄິດເຖິງຄວາມສຳພັນທີ່ຈົບໄປແລ້ວນັ້ນ ມາຈາກສະໝອງຂອງເຮົາທີ່ຍັງບໍ່ໄດ້ຂໍ້ສະຫຼຸບທາງອາລົມເທື່ອ ໃນຊ່ວງທີ່ເຮົາເຫງົາ, ເມື່ອຍ ຫຼື ຊີວິດບໍ່ໝັ້ນຄົງ ສະໝອງຄົນເຮົາກໍມັກທີ່ຈະຍ້ອນກັບໄປຫາສິ່ງທີ່ຄຸ້ນເຄີຍ ແລະ ເຄີຍໃຫ້ຄວາມຮູ້ສຶກປອດໄພກໍຄືເຂົາຄົນນັ້ນ.

ບາງຄັ້ງ, ໂຕເຮົາເອງກໍມີຄວາມຕ້ອງການເລິກໆຢາກຮູ້ວ່າ ເຮົາຍັງສຳຄັນສຳລັບເຂົາຢູ່ບໍ ຫຼື ຄວາມຈິງແລ້ວເຮົາບໍ່ໄດ້ຢາກໄດ້ “ເຂົາຄົນເກົ່າ” ແຕ່ກຳລັງຢາກໄດ້ “ໂຕເຮົາໃນຊ່ວງເວລາທີ່ເຄີຍຢູ່ກັບເຂົາ” ເທົ່ານັ້ນເອງ.

ທຸກຄົນຮູ້ບໍ່ວ່າ… ການຄິດຮອດບໍ່ໄດ້ແປວ່າເຮົາຄວນກັບໄປຫາເຂົາ ເຊິ່ງມັນກໍເວົ້າງ່າຍຢູ່ ແຕ່ພໍຈະເຮັດແທ້ໆພັດວ່າຍາກແຮງ ຖ້າທຸກຄົນຍັງບໍ່ຮູ້ວ່າຄວນເຮັດແນວໃດຕໍ່ກັບຄວາມວຸ່ນວາຍໃຈໃນຕອນນີ້ Muan RelationTips ເລີຍນຳຄຳຖາມມາໃຫ້ທຸກຄົນລອງຕັ້ງຄຳຖາມກັບໂຕເອງເພື່ອກວດເບິ່ງສະຖານະຫົວໃຈກັນ.

ຕັ້ງຄຳຖາມ ເພື່ອອອກຈາກວົງໂຄຈອນການຕິດກັບດັກຄວາມຮູ້ສຶກ

  1. ຮູ້ສາເຫດທີ່ຍັງວົນວຽນຢູ່: ເຮົາບໍ່ໄດ້ຢາກໄດ້ໂຕຄົນເກົ່າກັບມາ ແຕ່ເປັນເພາະມີ “ສິ່ງທີ່ຄ້າງຄາໃຈ”, ຄວາມຜູກພັນທາງອາລົມທີ່ຍັງບໍ່ມີຕອນຈົບ ຫຼື ສະໝອງກຳລັງຊອກຫາ “ຄວາມຮູ້ສຶກປອດໄພທີ່ຄຸ້ນເຄີຍ” ໃນຊ່ວງທີ່ເຮົາເຫງົາ ຫຼື ເມື່ອຍ.
  2. ຮູ້ຈັກຄວາມຮູ້ສຶກໂຕເອງ: ສິ່ງທີ່ເຮົາຄິດຮອດເລື້ອຍໆແມ່ນ “ເຂົາໃນປັດຈຸບັນ” ຫຼື “ໂຕເຮົາເອງໃນອະດີດ” ຕອນທີ່ມີຄວາມສຸກ ຫຼື ຄິດຮອດຄວາມຮູ້ສຶກດີໆທີ່ເຄີຍເກີດຂຶ້ນ.
  3. ແນວທາງກວດເຊັກໃຈ: ການໃຊ້ຄຳຖາມ 3 ຂໍ້ຄື ຢາກໄດ້ເຂົາແບບເກົ່າບໍ, ຄິດຮອດຄົນ ຫຼື ຄິດຮອດຄວາມຮູ້ສຶກ,  ເສຍໃຈເພາະເສຍເຂົາ ຫຼື ເສຍຄວາມຫວັງ? ທຸກຄົນລອງຕັ້ງຄຳຖາມກັບໂຕເອງເບິ່ງ ມັນຈະຊ່ວຍໃຫ້ເຮົາເຫັນຊັດເຈນວ່າ ເຮົາຍັງຮັກເຂົາ ຫຼື ພຽງແຕ່ຍັງປ່ອຍເລື່ອງລາວໃນອະດີດບໍ່ໄດ້.
ອ່ານຕື່ມ:  New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ 'Micro Goal' ເຮັດງ່າຍ ບໍ່ແກງໂຕເອງ

ວິທີແກ້ໄຂ ແລະ ຊ່ວຍປົດລັອກໃຈໂຕເອງ

ໃຫ້ຍອມຮັບວ່າບາງເທື່ອອາດບໍ່ຈຳເປັນຕ້ອງມີ “ຄຳອະທິບາຍ” ຈາກເຂົາ

ການທີ່ເຮົາຢາກໃຫ້ເຂົາມາອະທິບາຍ ຫຼື ຂໍໂທດ ເພື່ອໃຫ້ມັນມີ “ຕອນຈົບ” ນັ້ນ, ໃນຄວາມເປັນຈິງການທີ່ຄວາມສຳພັນຈົບລົງໄປແລ້ວ… ນັ້ນຄື “ຄຳຕອບ ແລະ ຄຳອະທິບາຍ” ທີ່ຊັດເຈນທີ່ສຸດ. ເຮົາສາມາດສ້າງຕອນຈົບໃຫ້ໂຕເອງໄດ້ໂດຍບໍ່ຕ້ອງເພິ່ງພາ ແລະ ບໍ່ຕ້ອງຖາມຫາຕອນຈົບຈາກເຂົາອີກ.

ລອງແຍກ “ອະດີດ” ອອກຈາກ “ປັດຈຸບັນ”

ເມື່ອໃດທີ່ຄວາມຄິດຮອດເລີ່ມທຳງານກໍໃຫ້ເຕືອນສະຕິໂຕເອງວ່າ ເຮົາກຳລັງຄິດຮອດ “ພາບຄວາມຫຼັງ” ບໍ່ແມ່ນ “ຄວາມເປັນຈິງໃນປັດຈຸບັນ”. ຄົນທີ່ເຮົາຄິດຮອດໃນຄວາມຊົງຈຳອາດບໍ່ແມ່ນຄົນດຽວກັນກັບຄົນທີ່ຢູ່ໃນຊີວິດຈິງເຮົາຕອນນີ້.

ຕີມເຕັມຄວາມຮູ້ສຶກປອດໄພດ້ວຍໂຕເອງ

ເວລາຮູ້ສຶກເຫງົາ ຫຼື ເມື່ອຍ ສະໝອງຈະດຶງຄວາມຊົງຈຳເກົ່າໆອອກມາຊ່ວຍໃນຮູບແບບອາລົມອົບອຸ່ນ. ໃຫ້ປ່ຽນໄປເຮັດກິດຈະກຳໃໝ່ທີ່ໃຫ້ຄວາມຮັກກັບໂຕເອງເຊັ່ນ ອອກກຳລັງກາຍ, ຢູ່ກັບໝູ່, ຟັງເພງ ຫຼື ຮຽນຮູ້ທັກສະໃໝ່ ເພື່ອສ້າງຄວາມປອດໄພໃຫ້ຈິດໃຈໂດຍບໍ່ຕ້ອງເພີງພາອະດີດ.

ຂຽນຄວາມຮູ້ສຶກອອກມາ

ຖ້າຍັງມີເລື່ອງຄ້າງຄາໃຈທີ່ບໍ່ໄດ້ລົມກັນ ໃຫ້ລອງຂຽນຈົດໝາຍເຖິງເຂົາໃນເຈ້ຍ (ໂດຍບໍ່ຕ້ອງສົ່ງແທ້) ຂຽນທຸກຢ່າງທີ່ຢາກເວົ້າ, ຄວາມເສຍດາຍ ຫຼື ຄວາມຫ່ວງໄຍ ແລ້ວນຳເຈ້ຍນັ້ນໄປເຜົາ ຫຼື ທຳລາຍຖິ້ມ ເພື່ອເປັນສັນຍາລັກທາງຈິດວິທະຍາວ່າມັນໄດ້ຖືກປົດປ່ອຍອອກໄປແລ້ວ.

ອະໄພໃຫ້ໂຕເອງ

ໃນໃຈເລິກໆແລ້ວເຮົາມັກຈະໂທດໂຕເອງສະເໝີວ່າ “ຖ້າວັນນັ້ນເຮົາເຮັດອີກແບບ…” ໃຫ້ເຊົາຄິດ ແລ້ວຄວນເລີ່ມອະໄພໃຫ້ໂຕເອງໃນອະດີດໄດ້ແລ້ວ ເພາະຕອນນັ້ນເຮົາໄດ້ເຮັດດີທີ່ສຸດເທົ່າທີ່ຄວາມຮູ້ ແລະ ອາລົມໃນຕອນນັ້ນຈະເອື້ອອຳນວຍແລ້ວ.

ເປັນຫຍັງຄົນເຮົາເຖິງມີພຶດຕິກຳກັບໄປຫາຄົນເກົ່າຫຼາຍ? Muan RelationTips ຕ້ອງຂໍແຍກເປັນເລື່ອງວັດທະນະທຳ ແລະ ຈິດວິທະຍາເດີ ເພາະບໍ່ໄດ້ເໝົາລວມວ່າທຸກຄົນຕ້ອງເປັນແບບນັ້ນທັງໝົດ ເພາະມັນກໍຂຶ້ນກັບສະພາບແວດລ້ອມຫຼາຍໆຢ່າງປະກອບກັນ.

ບົດຄວາມນີ້, Muan RelationTips ກໍຢາກໃຫ້ມັນຊ່ວຍເປັນປະໂຫຍດໃຫ້ທຸກຄົນທີ່ກຳລັງເຈິເຫດການນີ້ ໃຫ້ສາມາດແຍກຄວາມຮູ້ສຶກອອກແບບຊັດເຈນເລີຍວ່າ ມັນແມ່ນສິ່ງທີ່ເຮົາຄິດວ່າຍັງຮັກຄົນໆນັ້ນ ຫຼື ພຽງແຕ່ເຮົາຍັງບໍ່ຍອມປ່ອຍເລື່ອງລາວນັ້ນກັນແທ້.

ອ່ານຕື່ມ:  ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?

ການວົນກັບໄປຄິດຊ້ຳໆບໍ່ໄດ້ແປວ່າເຮົາອ່ອນແອເດີ ບາງເທື່ອໃຈເຮົາພຽງແຕ່ກຳລັງພະຍາຍາມທຳຄວາມເຂົ້າໃຈກັບສິ່ງທີ່ມັນຍັງບໍ່ມີ “ຕອນຈົບ” ເທົ່ານັ້ນເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.