ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?
Muan RelationTips

ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?

ແບ່ງປັນ

ຮອດງານລວມຍາດພີ່ນ້ອງເທື່ອໃດກໍເຮັດໃຫ້ຮູ້ສຶກບໍ່ຢາກໄປທຸກຄັ້ງ, ແຕ່ກໍຫຼີກໜີບໍ່ໄດ້ ແລະ ຈຳເປັນຕ້ອງໄປຮ່ວມງານ ແຕ່ພໍໄປເຫັນກັນຄົບໜ້າເທື່ອໃດກໍ່ຈະຖືກຍິງຄຳຖາມທີ່ເຮັດໃຫ້ອຶດອັດໃຈໃສ່ກັນຕະຫຼອດເຊັ່ນ: ຕຸ້ຍຂຶ້ນຫວາ, ຮຽນຈົບແລ້ວຈະເຮັດຫຍັງຕໍ່, ໄດ້ເງີນເດືອນເທົ່າ, ປານໃດຈະມີແຟນ ຫຼື ປານໃດຈະແຕ່ງງານ ເປັນຕົ້ນ.

ການທີ່ຕ້ອງປະເຊີນໜ້າກັບຄຳຖາມຈາກຍາດພີ່ນ້ອງທີ່ເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈເປັນສິ່ງທີ່ຫຼາຍຄົນມັກພົບໃນງານລ້ຽງຄອບຄົວ, ເຮົາຈະເຮັດແນວໃດດີເພາະບໍ່ຢາກພົບກັບສະຖານະການແບບນີ້ອີກແລ້ວ.

ມື້ນີ້ມ່ວນມີ 4 ວິທີເພື່ອຮັບມືກັບບັນດາຍາດພີ່ນ້ອງໃນງານລວມຕົວຂອງຄອບຄົວມາແນະນຳໃຫ້ຟັງກັນ.

1. ກຽມຄຳຕອບລ່ວງໜ້າ

ພະຍາຍາມມາກັບຄໍາຕອບທີ່ສັ້ນ ແລະ ສຸພາບ. ທີ່ສາມາດຕອບໄດ້ໂດຍບໍ່ຕ້ອງມີການອະທິບາຍລາຍລະອຽດຫຼາຍເຊັ່ນ: “ຂ້ອຍກຳລັງຊອກຫາຕົວເອງ ແລະ ຂອບໃຈທີ່ເປັນຫວ່ງເດີ”; “ຂ້ອຍບໍ່ມີແຜນເທື່ອເພາະກຳລັງພິຈາລະນາ.”

2. ປ່ຽນຫົວຂໍ້ການສົນທະນາ

ຖ້າເຈົ້າກຳລັງເລີ່ມຮູ້ສຶກບໍ່ສະບາຍໃຈກັບຄໍາຖາມ ໃຫ້ລອງພະຍາຍາມປ່ຽນຫົວຂໍ້ການສົນທະນາໃຫ້ເປັນສິ່ງທີ່ຜ່ອນຄາຍຫຼາຍຂຶ້ນ ເຊັ່ນ: ຖາມເລື່ອງສຸຂະພາບຂອງພີ່ນ້ອງ ຫຼື ເລື່ອງອື່ນໆທີ່ບໍ່ກ່ຽວກັບໂຕເຈົ້າ.

3. ໃຊ້ຄວາມຄິດກ່ອນໃນເວລາທີ່ຈະຕອບ

ຢ່າຟ້າວຕອບທຸກຄຳຖາມທັນທີ, ໃຫ້ພະຍາຍາມຢຸດຄິດ ແລະ ຕອບຢ່າງໃຈເຢັນ, ສຸພາບ. ມັນຈຶ່ງສາມາດຊ່ວຍຮັກສາການສົນທະນາຕໍ່ຈາກນີ້ໄດ້.

4. ກໍານົດຂອບເຂດ ຫຼື ເລືອກບໍ່ຕອບ

ຖ້າຍາດພີ່ນ້ອງຖາມຄໍາຖາມທີ່ທ່ານຮູ້ສຶກວ່າກໍາລັງຂ້າມເສັ້ນຫຼາຍເກີນໄປ ເຈົ້າສາມາດເວົ້າໄດ້ວ່າເຈົ້າບໍ່ສະບາຍໃຈທີ່ຈະຕອບເຊັ່ນ: “ຂ້ອຍບໍ່ຕ້ອງການເວົ້າກ່ຽວກັບເລື່ອງນີ້ໃນຕອນນີ້ ຫຼື ຖ້າຂ້ອຍສະດວກໃຈແລ້ວຈະບອກເຈົ້າໃນເທື່ອໜ້າທີ່ພົບກັນ.”

ເລືອກບໍ່ຕອບເລີຍຖ້າທ່ານຮູ້ສຶກວ່າຄໍາຖາມແມ່ນເກີນຂອບເຂດ ເຈົ້າສາມາດຍິ້ມ ແລະ ບໍ່ຕອບໄດ້ເຊັ່ນກັນ. ເພາະບາງຄັ້ງການບໍ່ຕອບກໍຈະເຮັດໃຫ້ຄົນຮູ້ວ່າຄຳຖາມບໍ່ເໝາະສົມ.

ວິທີເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດຈັດການກັບຄໍາຖາມທີ່ບໍ່ສະບາຍໃຈໄດ້ໃນບາງສ່ວນ ແລະ ຖ້າໃຜມີວິທີຈັດການແນວໃດນອກຈາກນີ້ຊ່ວຍຄອມເມັ້ນແນະນຳມ່ວນແດ່ ຫຼື ໃຜເຄີຍພົບເຫດການແບບໃດມາກໍເລົ່າສູ່ຟັງແດ່ເດີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.