ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ ‘Micro Goal’ ເຮັດງ່າຍ ບໍ່ແກງໂຕເອງ
Muan RelationTips

New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ ‘Micro Goal’ ເຮັດງ່າຍ ບໍ່ແກງໂຕເອງ

ຜ່ານມາເກືອບເດືອນ ເປົ້າໝາຍປີໃໝ່ຍັງຢູ່ດີບໍ່? ມາປັບ Goal ໃຫ້ເປັນ Micro ທີ່ເຮັດໄດ້ແທ້ ບໍ່ເພີ້ຝັນ ພ້ອມ Tips ງ່າຍໆ ໃຫ້ກັບມາລຸຍຕໍ່ໄດ້ແບບບໍ່ກົດດັນ

ແບ່ງປັນ

ເຜີແປັບດຽວ ປີ 2026 ກໍຜ່ານມາເກືອບຈະຄົບເດືອນແລ້ວ (ມື້ນີ້ທີ່ເຮົາປ່ອຍບົດຄວາມນີ້ ກໍເປັນວັນທີ 20 ມັງກອນແລ້ວ). ຍັງຈື່ໄດ້ບໍ່ວ່າຄືນວັນທີ 31 ທັນວາ ເຮົາຕັ້ງເປົ້າໝາຍຫຍັງໄວ້ແດ່?

ບາງຄົນອາດຈະກຳລັງ “ຟິດ” ຢູ່, ແຕ່ຫຼາຍຄົນອາດຈະເລີ່ມຮູ້ສຶກວ່າ “ໄຟທີ່ເຄີຍລຸກຕອນຕົ້ນປີ ຕອນນີ້ເລີ່ມມອດແລ້ວ”. ແຕ່ບໍ່ຕ້ອງຕົກໃຈ ແລະ ຢ່າຟ້າວຕຳນິຕົວເອງ ເພາະນີ້ເປັນເລື່ອງທຳມະຊາດຂອງຄົນເຮົາ ທີ່ເມື່ອເຮັດຫຍັງຊໍ້າໄປຊໍ້າມາກໍມັກຈະເມື່ອຍ ແລະ ຖອດໃຈໄດ້ງ່າຍໆ. ມື້ນີ້ Muan RelationsTips ເລີຍຢາກພາທຸກຄົນກັບມາທົບທວນເປົ້າໝາຍໃໝ່ ດ້ວຍວິທີທີ່ງ່າຍ ແລະ ເປັນຈິງ ທີ່ສຸດ ເພື່ອໃຫ້ບັນລຸໄດ້ ໂດຍບໍ່ຕ້ອງແກງໂຕເອງ.

ເຊັກກັນກ່ອນ: ເປັນຫຍັງເປົ້າໝາຍປີໃໝ່ຈຶ່ງພັງບໍ່ເປັນທ່າ?

ສ່ວນໃຫຍ່ແມ່ນຍ້ອນເຮົາຕັ້ງເປົ້າທີ່ ໃຫຍ່ເກີນໄປ ແລະ ເພີ້ຝັນຈົນເກີນຈະເອື້ອມ ເຊັ່ນ: “ປີນີ້ຈະຫຼຸດນ້ຳໜັກ 20 ກິໂລ” ຫຼື “ຈະອ່ານປຶ້ມໃຫ້ໄດ້ 50 ຫົວ”. ແຕ່ເມື່ອຫັນກັບມາແນມເບິ່ງຊີວິດຕົວຈິງທີ່ແສນວຸ່ນວາຍ ບໍ່ວ່າຈະເປັນ ວຽກຫຼາຍ, ລູກກວນ ຫຼື ນອນເດິກ, ເປົ້າໝາຍເຫຼົ່ານັ້ນກໍກາຍເປັນພາລະຈົນເຮົາຢາກຖິ້ມມັນໄປ.

ແລ້ວຈະເຮັດແນວໃດຈຶ່ງຈະປັບປຸງຕົວເອງໄດ້ແທ້?

ການປ່ຽນແປງທີ່ຍິ່ງໃຫຍ່ ບໍ່ໄດ້ເລີ່ມຈາກການເຮັດສິ່ງໃຫຍ່ໆ, ແຕ່ເລີ່ມຈາກການເຮັດ “ສິ່ງນ້ອຍໆ ແຕ່ສະໝ່ຳສະເໝີ”. ລອງໃຊ້ວິທີແບບ “Micro-Improvements” ຫຼື ການປັບປຸງຕົວເອງແບບນ້ອຍໆ ເຊິ່ງເຮັດໄດ້ແທ້ ບໍ່ຂີ້ຕົວະໂຕເອງ ແລະ ສັງຄົມ ເຊັ່ນ:

  1. ຍ່ອຍເປົ້າໝາຍໃຫ້ “ນ້ອຍຈົນປະຕິເສດບໍ່ໄດ້”:
    – ຈາກ “ຈະອອກກຳລັງກາຍມື້ລະ 2 ຊົ່ວໂມງ” ➡️ ປ່ຽນເປັນ “ອອກກຳລັງ 3 ທ່າ ກ່ອນອາບນ້ຳ”.
    – ຈາກ “ຈະອ່ານປຶ້ມອາທິດລະ 1 ຫົວ” ➡️ ປ່ຽນເປັນ “ອ່ານປຶ້ມມື້ລະ 1 ບົດ ກ່ອນນອນ”.
    ເປັນຫຍັງຈຶ່ງຄວນເຮັດແບບນີ້? ຄຳຕອບແມ່ນ ເພາະມັນງ່າຍຈົນສະໝອງເຈົ້າບໍ່ຮູ້ສຶກວ່າຖືກບັງຄັບ.
  2. ໃຊ້ກົດ “2 ນາທີ”:
    – ຖ້າຢາກສ້າງນິໄສໃໝ່, ລອງເລີ່ມເຮັດສິ່ງນັ້ນພາຍໃນ 2 ນາທີກໍພໍ. ຖ້າຮູ້ສຶກວ່າຢາກຂຽນ Diary, ອາດຈະລອງຂຽນຈັກ 2 ນາທີກໍພໍ ບໍ່ຕ້ອງຂຽນຍືດຍາວ. ເມື່ອເຮົາເລີ່ມ “ລົງມື” ໄດ້ແລ້ວ, ສ່ວນທີ່ເຫຼືອກໍຈະງ່າຍຂຶ້ນເອງ.
  3. Habit Stacking ຫຼື ການຕໍ່ຍອດນິໄສ:
    – ລອງເອົານິໄສໃໝ່ ໄປພ່ວງກັບນິໄສເກົ່າທີ່ເຮັດຢູ່ແລ້ວ ເຊັ່ນ: “ຫຼັງຈາກທີ່ຂ້ອຍ ຕົ້ມນໍ້າ ແລະ ລໍຖ້ານໍ້າຟົດ ເພື່ອຊົງກາເຟ, ຂ້ອຍຈະ Squat 10 ເທື່ອ (ນິໄສໃໝ່)“.
ອ່ານຕື່ມ:  ເປັນຫຍັງເຮົາຈຶ່ງມັກເວົ້າວ່າ "ບໍ່ເປັນຫຍັງ" ທັງໆທີ່ຂ້າງໃນແສນເຈັບປວດ

Tips ການຕັ້ງເປົ້າໝາຍແບບງ່າຍໆ

ຖ້າຮູ້ສຶກວ່າເປົ້າໝາຍທີ່ຕັ້ງໄວ້ຕອນຕົ້ນປີມັນໜັກເກີນໄປ, ລອງ Re-set ໃໝ່ດ້ວຍຫຼັກການລຸ່ມນີ້:

ເນັ້ນທີ່ “ພຶດຕິກຳ” ບໍ່ແມ່ນ “ຜົນລັບ”: ແທນທີ່ຈະບັງຄັບຕົວເອງໃຫ້ຫຼຸດນໍ້າໜັກໂຕ 15 ກິໂລ (ຜົນລັບ), ໃຫ້ຕັ້ງເປົ້າວ່າ “ຈະກິນຜັກໃນທຸກໆຄາບເຂົ້າ ແລະ ຫຼຸດແປ້ງ ຫຼື ນໍ້າຕານລົງ” (ພຶດຕິກຳ). ເພາະພຶດຕິກຳຄືສິ່ງທີ່ເຮົາຄວບຄຸມໄດ້ 100%.

ຕັ້ງເປົ້າ “ລາຍເດືອນ” ດີກວ່າ “ລາຍປີ”: ປີໜຶ່ງມັນດົນເກີນໄປ ວ່າບໍ່? ລອງຕັ້ງວ່າ “ເດືອນກຸມພານີ້ ຂ້ອຍຈະນອນກ່ອນ 11 ໂມງໃຫ້ໄດ້ 20 ມື້”. ມັນເຮັດໃຫ້ເຮົາເຫັນເສັ້ນໄຊໄດ້ໃກ້ຂຶ້ນ.

ສະຫຼອງຄວາມສຳເລັດນ້ອຍໆ: ມື້ໃດທີ່ເຮັດໄດ້ຕາມເປົ້າ Micro ຂອງເຮົາໄດ້, ກໍຢ່າລືມຍ້ອງຕົວເອງແດ່ ຫຼື ໃຫ້ລາງວັນເລັກໆນ້ອຍໆກໍໄດ້. ຄວາມຮູ້ສຶກວ່າເຮົາຊະນະ ຫຼື ເຮັດໄດ້ ຈະເປັນເຊື້ອໄຟຊັ້ນດີໃຫ້ເຮົາຢາກເຮັດຕໍ່.

ຢ່າລືມວ່າ ຊີວິດບໍ່ແມ່ນການແລ່ນແຂ່ງ 100 ແມັດ, ແຕ່ມັນຄືການແລ່ນມາຣາທອນ. ການທີ່ເຮົາຢຸດ ຫຼື ຊ້າລົງ ບໍ່ໄດ້ແປວ່າເຮົາລົ້ມເຫຼວ, ມັນແປວ່າເຮົາເປັນມະນຸດທຳມະດາສາມັນຄົນໜຶ່ງ. ສິ່ງທີ່ສຳຄັນແມ່ນການກັບມາເລີ່ມໃໝ່ໄດ້ສະເໝີ.

ຈື່ໄວ້ວ່າ: ການກ້າວຂານ້ອຍໆ ທີ່ສະໝ່ຳສະເໝີ ຈະພາເຮົາໄປໄດ້ໄກກວ່າການກ້າວຂາໃຫຍ່ໆ ແລ້ວລົ້ມລົງ

ຕອນນີ້ເປົ້າໝາຍໃດທີ່ໝູ່ເພື່ອນຍັງເຮັດຢູ່ ແລະ ເປົ້າໝາຍໃດທີ່ຢາກປ່ຽນໃຫ້ເປັນ “Micro”? ລອງມາແບ່ງປັນໃຫ້ເຮົາຟັງແດ່, ຈະໄດ້ເປັນກຳລັງໃຈໃຫ້ກັນ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ວາເລນທາຍນີ້ ຢ່າໃຫ້ດອກກຸຫຼາບບັງຕາ! ເຊັກດ່ວນວ່າຄົນທີ່ເຈົ້າລົມຢູ່ ຄືຄົນທີ່ ໃສ່ໃຈ ຫຼື ໃສ່ໜ້າກາກ

Love Bombing ຄືວິທີການທີ່ພວກ Red Flag ມັກໃຊ້ "ຄວາມຮັກ" ເປັນເຄື່ອງມືໃນການຄວບຄຸມຈົນເຮັດໃຫ້ເຮົາສູນເສຍໂຕຕົນຖ້າຮູ້ສຶກວ່າຄວາມສຳພັນມັນ "ໄວ ແລະ ລົ້ນ" ເກີນໄປຈົນຜິດປົກກະຕິໃຫ້ຮີບຖອຍອອກມາທັນທີ...

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ

ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ. ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)”...

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.