ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?
Muan RelationTips

ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?

ແບ່ງປັນ

ຢູ່ໆກໍຫາຍໄປ ຫາຍໄປເລີຍ… ລົມກັນຢູ່ດີໆເປັນຫຍັງເຂົາຈຶ່ງມິດໄປ? ໄປໂດຍທີ່ບໍ່ມີຮອດຄຳບອກກ່າວ ແລະ ບໍ່ບອກເຫດຜົນ?

ຕອນທີ່ເລີ່ມລົມກັນໃໝ່ໆ ອີ່ຫຍັງກໍດີໄປໝົດທຸກຢ່າງເບິ່ງຄືວ່າສົດໃສ, ເວົ້າຫຍັງກໍຖືກຄໍປານຮູ້ຈັກກັນມາເປັນສິບໆປີ. ແຕ່ເມື່ອໃດກໍຕາມທີ່ບາງຄົນຮູ້ສຶກໝົດໃຈ ກໍອາດຈະຫາຍໂຕໄປແບບກະທັນຫັນ, ຕິດຕໍ່ຫາກໍບໍ່ຕອບ, ໂທໄປກໍບໍ່ຍອມຮັບສາຍ ຕັດຂາດທຸກຊ່ອງທາງໃນການສື່ສານ ປານວ່າໄດ້ຕາຍໄປຈາກຊີວິດຂອງອີກຄົນໄປແລ້ວ…

ນີ້ເວົ້າສະເພາະແຕ່ຄູ່ທີ່ຫາກໍລົມກັນໃດ, ສໍ່ານີ້ກໍຍັງຮູ້ສຶກໃຈຫາຍແລ້ວ ພາສາຫຍັງກັບຄູ່ທີ່ເຖິງຂັ້ນຕົກລົງຄົບຫາກັນແລ້ວ ແຕ່ລະຫວ່າງທີ່ສານສຳພັນກັນນັັ້ນ ຊໍ້າພັດຫາຍໄປແບບໄຮ້ຮ່ອງຮອຍປ່ອຍໃຫ້ອີກຝ່າຍງົງວ່າທີ່ຜ່ານມາເອີ້ນວ່າຫຍັງ. ຍ້ອນຫຍັງ ໝໍນັ້ນ ຫຼື ສາວນັ້ນ ຈຶ່ງເລືອກຕັດຈົບຄວາມສຳພັນແບບກະທັນຫັນໂດຍບໍ່ຄິດທີ່ຈະບອກເລີກ ຫຼື ບອກລາເລີຍ? ເປັນຄວາມສົງໄສທີ່ຫາຄຳຕອບບໍ່ໄດ້ ເຊິ່ງພວກເຮົາຈະພາໝູ່ເພື່ອນທີ່ກຳລັງຕົກຢູ່ໃນສະຖານະການແບບນີ້ໄປຫາຄຳຕອບພ້ອມໆກັນ.

ນີ້ແມ່ນພຶດຕິກຳບັ່ນທອນຄວາມສຳພັນທີ່ພາສາອັງກິດເອີ້ນວ່າ Ghosting ທີ່ມາຈາກຄຳວ່າ ghost ທີ່ແປວ່າ ຜີ. ເປັນຫຍັງຈຶ່ງໃຊ້ຄຳນີ້? ນັ້ນກໍຍ້ອນວ່າ ຕ້ອງການສື່ຄວາມໝາຍເຖິງການມາຫຼອກແລ້ວກໍຈາກໄປ ຖິ້ມໃຫ້ອີກຝ່າຍງົງກັບເຫດການທີ່ເກີດຂຶ້ນ ປານກັບຜີທີ່ແນມບໍ່ເຫັນຫາຍໄປກັບອາກາດ ເຫຼືອໄວ້ພຽງຜົນກະທົບຕໍ່ຈິດໃຈທີ່ມີຕໍ່ອີກຝ່າຍ ແລະ ການເບິ່ງຄົນທີ່ຈະເຂົ້າມາໃນຕໍ່ໜ້າທີ່ປ່ຽນແປງໄປໃນດ້ານລົບ.

ທີ່ຈິງ ghosting ບໍ່ໄດ້ໃຊ້ແຕ່ກັບຄວາມຮັກເທົ່ານັ້ນ ແຕ່ໝາຍເຖິງທຸກຄວາມສຳພັນບໍ່ວ່າຈະເປັນໝູ່ເພື່ອນ, ຄົນທີ່ເຮັດວຽກຮ່ວມກັນ ຫຼື ກະທັ້ງຍາດຕິພີ່ນ້ອງ ແລະ ຄົນໃນຄອບຄົວ ທີ່ເຄີຍພົບໜ້າຄ່າຕາກັນ ແຕ່ມາຮອດມື້ໜຶ່ງກໍຫາຍໄປໄຮ້ກາຍຕິດຕໍ່ໂດຍບໍ່ບອກເຫດຜົນໃຫ້ຮັບຮູ້.

ແຕ່ໃນດ້ານຂອງຄວາມສຳພັນເລື່ອງຄວາມຮັກນັ້ນ ການສື່ສານທາງອອນລາຍເຮັດໃຫ້ເກີດພຶດຕິກຳນີ້ງ່າຍຂຶ້ນ ແລະ ເປັນພຶດຕິກຳຍອດນິຍົມ ໂດຍສະເພາະໃນແອັບຫາຄູ່ ຫຼື ການລົມກັນທາງແພລດຟອມອອນລາຍຕ່າງໆ ທີ່ສ່ວນໃຫຍ່ຈະບໍ່ຄ່ອຍໄດ້ເຫັນໜ້າ ຫຼື ພົບຕົວຈິງກັນຢູ່ແລ້ວ.

ເປັນຫຍັງບາງຄົນຈຶ່ງເລືອກທີ່ຈະເຮັດພຶດຕິກຳ ghosting? ໜຶ່ງໃນນັ້ນແມ່ນການລົມຊ້ອນກັນຫຼາຍຄົນ ເຮັດໃຫ້ເກີດຄວາມຮູ້ສຶກບໍ່ຢາກຈິງຈັງ ຫຼື ຜູກມັດຄວາມສຳພັນໄວ້ກັບຄົນໃດຄົນໜຶ່ງຕັ້ງແຕ່ທຳອິດ. ຕໍ່ມາແມ່ນ ເມື່ອລົມກັນໄດ້ໄລຍະໜຶ່ງແລ້ວຮູ້ສຶກວ່າ ‘ບໍ່ແມ່ນ’ ກໍບໍ່ຢາກຈະລົມຕໍ່ໃຫ້ເສຍເວລາ ຈຶ່ງເລືອກຢຸດຄວາມສຳພັນໄວ້ເທົ່ານັ້ນ ແລ້ວກໍຫາຍຕົວໄປງຽບໆ. ໃນນັ້ນ ໄດ້ມີການກ່າວເຖິງພຶດຕິກຳນີ້ວ່າ ເປັນວິທີການຢຸດຄວາມສຳພັນທີ່ສະແດງໃຫ້ເຫັນເຖິງຄວາມບໍ່ພ້ອມ ແລະ ບໍ່ມີວຸດທິພາວະພຽງພໍ ເຮັດໃຫ້ຮັບມື ແລະ ຈັດການກັບຄວາມສຳພັນໄດ້ຢ່າງບໍ່ເໝາະສົມ ພຽງເພາະວ່າບໍ່ຕ້ອງການໃຫ້ໂຕເອງຕົກຢູ່ໃນພາວະລຳບາກຫາກຕ້ອງໄດ້ບອກເລີກ ແລະ ບໍ່ຢາກຮັບຜິດຊອບຄວາມຮູ້ສຶກຂອງໃຜ.

See also  ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ

ກົງກັນຂ້າມກັບພຶດຕິກຳນີ້ແມ່ນ ມີຄົນທີ່ເຊື່ອວ່າ ຮັກທີ່ດີ ແລະ ຍືນຍົງ ເກີດຂຶ້ນຈາກການຮຽນຮູ້ກັນ ແລະ ກັນຢ່າງຄ່ອຍເປັນຄ່ອຍໄປ ຄວາມສຳພັນຈຶ່ງເປັນເລື່ອງທີ່ຕ້ອງຮຽນຮຮູ້ປັບປ່ຽນໂຕເອງໃຫ້ພໍດີກັບອີກຝ່າຍຕະຫຼອດເວລາ ເພື່ອເຕີບໄຕໄປນຳກັນຕະຫຼອດຊີວິດ (growth belief).

ອີກມຸມໜຶ່ງ ມີບາງຄົນທີ່ບໍ່ເຖິງຂັ້ນ ghosting ໄປເລີຍ ແຕ່ຍັງມີການຖິ້ມຂໍ້ຄວາມສັ້ນໆປະມານວ່າ ຂອບໃຈເວລາດີໆທີ່ຜ່ານມາ ເຊິ່ງພຶດຕິກຳນີ້ເອີ້ນວ່າ caspering ເຊິ່ງມາຈາກຊື່ໂຕກາຕູນຜີນ້ອຍ Casper ທີ່ໝາຍເຖິງ friendly ghosting ຫຼື ການຫາຍໄປແຕ່ຍັງສະແດງອອກເຖິງຄວາມເປັນມິດ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.