Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

ແບ່ງປັນ

Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

07 March 2025● 373
“ຂ້ອຍກໍຢາກມີສິ່ງດີໆ ເຂົ້າມາໃນຊິວິດຄືຄົນອື່ນແດ່ນະ”

ໃນບາງຄັ້ງເຈົ້າຄົງຈະຮູ້ສຶກວ່າ ອີ່ຫຍັງກະະເກີດຂຶ້ນແຕ່ກັບເຈົ້າ (ເລື່ອງທີ່ເຮັດໃຫ້ຮູ້ສຶກບໍ່ດີ), ເຫັນໝູ່ເພື່ອນຄືມາໂຊກດີແທ້ ແລະ ໄດ້ຮັບໂອກາດດີໆຕະຫຼອດ. ມັນເປັນຍ້ອນຫຍັງ? ທັງໆທີ່ເຈົ້າກໍບໍ່ເຄີຍທີ່ຈະປິດໂອກາດດີໆໃດໆເລີຍ.

ມ່ວນຈະຊວນທຸກຄົນມາຮູ້ຈັກ “Lucky Syndrome Theory ຫຼື ທິດສະດີ ຂ້ອຍຄືຜູ້ໂຊກດີ” ປະໂຫຍກນີ້ກຳລັງແຜ່ຫຼາຍໃນຊາວ TikToker ຕ່າງປະເທດທີ່ໄດ້ຍົກທິດສະດີນີ້ຂຶ້ນມາເພື່ອທົດລອງເຮັດໃຫ້ຊ່ວຍດືງດູດສິ່ງດີໆເຂົ້າມາໃນຊີວິດເພື່ອຫວັງໃຫ້ໄດ້ຕາມທີ່ຕົນປາຖະໜາ.

ທິດສະດີ ເຈົ້າຄືຜູ້ໂຊກດີ ແມ່ນເປັນການຈັດລະບົບຄວາມຄິດ (Mindset) ທີ່ຫຼາຍຄົນເຊື່ອວ່າຕົວເອງນັ້ນມີເລື່ອງໃຫ້ໂຊກດີຢູ່ສະເໝີ ແລະ ສິ່ງດີໆຈະເກີດຂຶ້ນກັບຊີວິດຂອງເຂົາເຈົ້າໂດຍທຳມະຊາດ. ສິ່ງທີ່ຈະເຮັດໃຫ້ເຈົ້າຄືຜູ້ໂຊກດີມັນໄດ້ລວມໄປເຖິງການສະແດງອອກ (manifestation) ແລະ ກົດແຫ່ງການດຶງດູດ (Law of Attraction).

ວິທີກາຍເປັນ Lucky Syndrome

ສ້າງຄວາມເຊື່ອວ່າເຈົ້າຄືຜູ້ໂຊກດີ

ໃຫ້ບອກກັບຕົວເອງວ່າ “ຂ້ອຍເປັນຄົນໂຊກດີທີ່ສຸດ, ສິ່ງດີໆຈະເກີດຂື້ນກັບຂ້ອຍສະເໝີ” ບໍ່ວ່າເຈົ້າຈະເປັນໃຜ, ເຮັດຫຍັງຢູ່ ຫຼື ຢູ່ໃນສະຖານະການໃດໃຫ້ບອກແບບນີ້ກັບຕົວເຈົ້າເອງສະເໝີ.

ຄິດຮອດແຕ່ສິ່ງດີໆທີ່ກຳລັງເຮັດຢູ່ ຫຼື ສິ່ງດີໆທີ່ຢາກໃຫ້ເກີດຂຶ້ນ

ຈົດບັນທຶກສິ່ງທີ່ເຮັດໃຫ້ເຈົ້າຮູ້ສຶກໂຊກດີເຊັ່ນ: ໂຊກດີ, ມື້ນີ້ຝົນບໍ່ຕົກຕອນຂ້ອຍກັບບ້ານ ຫຼື ຈິນຕະນາການສິ່ງທີ່ເຈົ້າຢາກໃຫ້ເກີດຂຶ້ນໃນຊີວິດ ບໍ່ວ່າຈະເປັນເລື່ອງສ່ວນຕົວ, ຄວາມຮັກ ຫຼື ການເຮັດວຽກ.

ແບ່ງປັນໃຫ້ຄົນອື່ນ

Lucky Syndrome ສາມາດແບ່ງປັນແຮງບັນດານໃຈໃຫ້ຄົນອ້ອມຂ້າງໄດ້ບໍ່ພຽງແຕ່ຕົວເຈົ້າເອງ, ລອງຊວນຄົນອື່ນໃຫ້ຄິດແບບນີ້ດ້ວຍກັນກັບປະໂຫຍກ “ພວກເຮົາໂຊກດີແນ່ນອນ, ຖ້າເຮັດວຽກຮ່ວມກັນ ແລະ ມັນຈະປະສົບຜົນສຳເລັດ.”

ອ່ານຕື່ມ:  ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?

Lucky Syndrome ກໍຄືການປັບທັດສະນະຄະຕິ ແລະ ເປັນການສ້າງຄວາມຄິດທີ່ວ່າ “ຂ້ອຍໂຊກດີ” ແລະ ນຳໃຊ້ມັນໃນທຸກດ້ານຂອງຊີວິດບໍ່ວ່າຈະເປັນໃຜກໍຕ້ອງການໃຫ້ເກີດເລື່ອງດີໆກັບຕົວເອງທັງນັ້ນ. ມັນຍັງເນັ້ນໃຫ້ເຮົາມີຄວາມຫວັງ, ກ້າລົງມື ແລະ ເບິ່ງໂລກໃນແງ່ບວກ.

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.