8 ປີເທິງເສັ້ນທາງດົນຕີ ກັບ ຕານຸ ວັນນະສິນ ເລື່ອງລາວທີ່ເລົ່າຈັງຫວະຊີວິດ ແລະ ບົດບາດໃໝ່ທີ່ຢາກເປັນ

Key Takeaways:
- ຕານຸ ວັນນະສິນ ເລີ່ມຕົ້ນສ້າງຜົນງານເພງໃນນາມສິລະປິນດ່ຽວເມື່ອປີ 2019 ແລະ ເດີນທາງໃນສາຍດົນຕີນີ້ມາຮອດ 8 ປີແລ້ວ.
- ການຈັດຄອນເສີດ Let There Be Light Concert 2024 ເປັນຊ່ວງເວລາທີ່ທ້າທາຍ ແລະ ໃຫ້ຄວາມກົດດັນຫຼາຍທີ່ສຸດໃນຊີວິດຂອງຕານຸ.
- ການປ່ຽນແປງຂອງ Social Media Platforms ແລະ Algorithm ເຮັດໃຫ້ການນຳສະເໜີຜົນງານເພງເຂົ້າເຖິງຄົນຟັງກາຍເປັນສິ່ງທີ່ຍາກຂຶ້ນ.
- ຕານຸ ໄດ້ຮັບລາງວັນ Popular Solo Artist of the Year ຈາກ Muan Awards 2025 ເຊິ່ງເປັນກຳລັງໃຈອັນຍິ່ງໃຫຍ່ຈາກແຟນເພງ.
- ຕານຸ ມີແຜນຈະພັກການປ່ອຍຜົນງານເພງໃໝ່ເປັນເວລາຢ່າງໜ້ອຍ 1 ປີ ເພື່ອຜັນຕົວເອງໄປເຮັດວຽກເບື້ອງຫຼັງໃນອະນາຄົດອັນໃກ້.
ທຸກເພງມີຈັງຫວະຂອງມັນ ຄືກັບທຸກຊ່ວງຊີວິດ ທີ່ມີເວລາຂອງຕົນເອງ...
ພໍໄດ້ຍິນຊື່ Tanu Vannasin ຫຼື ຕານຸ ວັນນະສິນ ສິລະປິນດ່ຽວທີ່ມີເພງຮິດຕິດຫູຫຼາຍເພງ ຄົນທີ່ມັກຟັງເພງຢູ່ແລ້ວຄົງຮູ້ຈັກກັນດີ. ເຮົາເລີຍຈະນຳເລື່ອງລາວທີ່ໜ້າສົນໃຈຂອງ ຕານຸ ມາເລົ່າສູ່ທຸກຄົນຟັງເຖິງເສັ້ນທາງສາຍດົນຕີຂອງລາວ.
ລາວເລີ່ມຕົ້ນສ້າງຜົນງານເພງໃນນາມສິລະປິນດ່ຽວເມື່ອປີ 2019 ໃນຊື່ Tanu Vannasin ແລະ ຈາກນັ້ນກໍໄດ້ຄ່ອຍໆເດີນທາງໃນສາຍດົນຕີນີ້ມາຮອດ 8 ປີແລ້ວ. ນອກຈາກການເຮັດເພງໃນນາມສ່ວນຕົວ ຕານຸ ຍັງເຮັດວຽກເປັນນັກດົນຕີກາງຄືນ ແລະ ຄ່ອຍໆ ສ້າງຜົນງານທີ່ເກັບເລື່ອງລາວໃນແຕ່ລະຊ່ວງຊີວິດຜ່ານບົດເພງ.

ຕະຫຼອດເສັ້ນທາງທີ່ຜ່ານມາ, ຕານຸມີຜົນງານລວມ 20 ເພງ ປະກອບມີ 5 ເພງ Single Tracks, 1 Album ຊື່ Aftergrow ແລະ 1 EP Album: The Rhythmarries. ຜູ້ຟັງສາມາດຕິດຕາມຜົນງານຂອງລາວໄດ້ຜ່ານ YouTube Channel: Tanu Vannasin ແລະ Spotify ໃນຊື່ດຽວກັນ.
ທຸກເພງມີເລື່ອງລາວ ແລະ ທຸກຊ່ວງຊີວິດກໍມີຈັງຫວະຂອງມັນ
ສຳລັບຕານຸ ບົດເພງບໍ່ໄດ້ເປັນພຽງຜົນງານທາງດົນຕີ ແຕ່ຍັງເປັນບັນທຶກຄວາມຮູ້ສຶກ ແລະ ເລື່ອງລາວຂອງຕົນເອງໃນແຕ່ລະຊ່ວງເວລາ. ເມື່ອຖືກຖາມວ່າມີເພງໃດທີ່ສາມາດເປັນຕົວແທນຂອງຕົນເອງໃນຕອນນີ້ໄດ້ ລາວເລືອກເພງ 1998 ຈາກ EP ຫຼ້າສຸດ ເພາະເປັນເພງທີ່ພາໃຫ້ລາວກັບມາຕັ້ງຄຳຖາມໃໝ່ໆກັບຕົນເອງ ແລະ ທົບທວນວ່າຕະຫຼອດຫຼາຍປີທີ່ຜ່ານມາ ຕົນເອງໄດ້ໃຊ້ຊີວິດມາແນວໃດ.
“ທີຈິງແລ້ວ ທຸກໆເພງທີ່ຜ່ານມາລ້ວນສະທ້ອນຕົວຕົນຂອງຂ້ອຍໄດ້ທັງໝົດເລີຍ… ແຕ່ລະເພງກໍມາຈາກຕ່າງຊ່ວງເວລາ ແລະ ຕ່າຊ່ວງຈັງຫວະຂອງຊີວິດ. ແຕ່ຖ້າເອົານະປັດຈຸບັນຂໍຍົກໃຫ້ເພງ 1998 ເພງໃນຕອນຫຼ້າສຸດ ເພາະມັນປຽບຄືການຕັ້ງຄໍາຖາມຄັ້ງໃໝ່ໃຫ້ກັບຕົນເອງ ກ່ຽວກັບການໃຊ້ຊີວິດໃນຊ່ວງຫຼາຍປີທີ່ຜ່ານມາ ເຊິ່ງຕອນນີ້ເພງນີ້ກໍກຳລັງຈະຄົບຮອບ 1 ປີພໍດີ” ຕານຸ ເລົ່າ.
Let There Be Light Concert 2024 ຄວາມທ້າທາຍຄັ້ງໃຫຍ່ໃນເສັ້ນທາງດົນຕີ
ການເຮັດເພງ ແລະ ຫຼິ້ນດົນຕີ ບໍ່ໄດ້ມີພຽງຊ່ວງເວລາທີ່ສວຍງາມ ແຕ່ຍັງມີຄວາມກົດດັນທີ່ມາພ້ອມບົດທົດສອບທີ່ຕ້ອງຜ່ານໄປໃຫ້ໄດ້. ໜຶ່ງໃນປະສົບການທີ່ ຕານຸ ຈື່ໄດ້ຫຼາຍທີ່ສຸດຄື ການຈັດຄອນເສີດ Let There Be Light Concert 2024 ດ້ວຍຕົນເອງ ເຊິ່ງເປັນຊ່ວງທີ່ລາວຮູ້ສຶກກົດດັນຫຼາຍທີ່ສຸດໃນຊີວິດ.
ຕານຸ ແບ່ງປັນປະສົບການໃຫ້ເຮົາຟັງວ່າ “ຊ່ວງທີ່ທ້າທ້າຍທີ່ສຸດ ແມ່ນຊ່ວງຄອນເສີດໃຫຍ່ Let There Be Light Concert 2024 ມັນຄືຄວາມກົດດັນທີ່ໃຫຍ່ທີ່ສຸດໃນຊີວິດ ເພາະເປັນຄອນເສີດທີ່ເຮົາຈັດເອງ ແລະ ມີອຸປະສັກຄ່ອນຂ້າງຫຼາຍ ແຕ່ກໍເກີດຂຶ້ນ ແລະ ຈົບລົງດ້ວຍດີຍ້ອນທີມງານທຸກຄົນທີ່ທຸ່ມເທໃຫ້ກັບງານ ແລະ ຄົນຟັງທີ່ຄອຍສະໜັບໜຸນເຮົາມາຕະຫຼອດ”.

ເຮັດເພງກໍວ່າຍາກແລ້ວ ຍັງຕ້ອງລຸ້ນກັບ Algorithm ອີກວ່າເພງຈະໄປເຖິງຄົນຟັງບໍ່
ໃນຖານະສິລະປິນດ່ຽວ ຕານຸ ໄດ້ຜ່ານທັງຊ່ວງເວລາທີ່ມີຄວາມສຸກ ແລະ ຊ່ວງເວລາທີ່ຕ້ອງປັບຕົວ. ລາວເຕີບໂຕມາພ້ອມກັບຜູ້ຟັງ ແລະ ທີມງານ ແຕ່ໃນອີກດ້ານໜຶ່ງ ການນຳສະເໜີຜົນງານໃຫ້ເຂົ້າເຖິງຄົນຟັງກໍກາຍເປັນສິ່ງທ້າທາຍຫຼາຍຂຶ້ນ ເມື່ອພຶດຕິກຳຂອງຜູ້ຟັງ ແລະ ລະບົບຂອງ Social Media Platforms ປ່ຽນໄປ.
“ຖ້ານັບຮອດຕອນນີ້ ກໍກຳລັງຈະຄົບ 8 ປີແລ້ວ ທີ່ຂ້ອຍສ້າງຜົນງານເພງອອກມາໃຫ້ທຸກຄົນຟັງໃນຖານະ ສິລະປິນດ່ຽວ Tanu Vannasin. ຕະຫຼອດ 8 ປີທີ່ຜ່ານມາ ຮູ້ສຶກວ່າມີແຕ່ຊ່ວງເວລາດີໆເກີດຂຶ້ນຫຼາຍ ໄດ້ເຕີບໂຕຮ່ວມກັບຄົນຟັງເພງ, ທີມງານ ແລະ ທຸກຄົນທີ່ຫຼໍ່ຫຼອມໃຫ້ເຮົາເປັນເຮົາໃນມື້ນີ້…” ຕານຸ ກ່າວ.

ຕານຸ ເລົ່າໃຫ້ເຮົາຟັງຕໍ່ “ຂ້ອຍຂໍຍອມຮັບຢ່າງໜຶ່ງວ່າ ນະຕອນນີ້ເປັນຊ່ວງເວລາທີ່ຮູ້ສຶກວ່າຫຼາຍໆຢ່າງຍາກຂຶ້ນໃນການນຳສະເໜີຜົນງານ. ເມື່ອເວລາຜ່ານໄປ ກໍຮູ້ສຶກວ່າມີຄົນຟັງເພງຫຼາຍຄົນທີ່ຄ່ອຍໆຫ່າງຫາຍໄປ ແລະ ຕົກຫຼົ່ນໄປຕາມການເວລາ”.
“ນອກຈາກການປ່ຽນແປງຕາມກົດເກນການເວລາແລ້ວ ຍັງມີອີກໜຶ່ງໂຕແປທີ່ສໍາຄັນຄື ຄື Social Media Platforms ຕ່າງໆທີ່ປ່ຽນແປງໄປ ແລະ ສົ່ງຜົນຕໍ່ການເຂົ້າເຖິງຂອງຄົນຟັງ. ມັນເປັນເລື່ອງທີ່ຂ້ອຍຕ້ອງປັບໂຕ ແລະ ທຳຄວາມເຂົ້າໃຈ ເຊິ່ງຍອມຮັບວ່າອາດຈະນຳບໍ່ທັນ ແລະ ມັນກໍເປັນເລື່ອງທີ່ຍາກຫຼາຍສຳລັບຂ້ອຍ” ຕານຸ ອະທິບາຍຕື່ມ.
ລຳພັງຈະເຮັດເພງກໍຍາກແລ້ວ ຍັງຕ້ອງມາລຸ້ນກັບ Algorithm ອີກວ່າ ມັນຈະສົ່ງເພງເຮົາໄປເຖິງຄົນຟັງບໍ່.
ເຖິງຈະມີຄວາມທ້າທາຍເຫຼົ່ານີ້ ແຕ່ ຕານຸ ກໍຍັງຕັ້ງໃຈສ້າງຜົນງານຕໍ່ໄປດ້ວຍຄວາມຈິງໃຈ ແລະ ຍັງເຊື່ອວ່າທຸກບົດເພງມີຄົນຟັງຂອງມັນ ເຊິ່ງລາວໄດ້ບອກກັບເຮົາຕື່ມອີກວ່າ
“ແຕ່ຢ່າງໃດກໍຕາມ ຂ້ອຍຍັງເຮັດຜົນງານ ແລະ ນຳສະເໜີມັນດ້ວຍຄວາມຈິງໃຈ. ຂ້ອຍຍັງເຊື່ອສະເໝີວ່າ ທຸກເພງທີ່ເຮັດອອກໄປຈະມີຄົນຟັງ ແລະ ຄຸນຄ່າຂອງຜົນງານກໍຂຶ້ນຢູ່ກັບມຸມມອງທີ່ເຮົາເລືອກເບິ່ງ ແລະ ການເຫັນຄຸນຄ່າຂອງສິ່ງທີ່ເຮົາກັບທີມງານຮ່ວມກັນສ້າງຂຶ້ນມາ… ຂ້ອຍຄິດວ່າຄົນຟັງກໍຮູ້ສຶກໄດ້ຄືກັນ.”

ຄວາມຮູ້ສຶກຫຼັງຄວ້າລາງວັນ Popular Solo Artist of the Year ຈາກ Muan Awards 2025
ໜຶ່ງໃນຄວາມຊົງຈຳສຳຄັນຂອງ ຕານຸ ໃນປີ 2025 ຄືການໄດ້ຮັບລາງວັນ Popular Solo Artist of the Year ຈາກ Muan Awards 2025. ລາງວັນນີ້ເປັນສິ່ງທີ່ລາວບໍ່ໄດ້ຄາດຄິດມາກ່ອນ ແລະ ມີຄວາມດີໃຈທີ່ໄດ້ຮັບມັນ. ແຕ່ສິ່ງທີ່ມີຄວາມໝາຍສຳລັບລາວຫຼາຍກວ່ານັ້ນ ຄືຄວາມຮູ້ສຶກວ່າຜົນງານທີ່ເຮັດມາຕະຫຼອດ ໄດ້ມີຄົນມອງເຫັນ.
“ຂ້ອຍບໍ່ໄດ້ຄາດຫວັງເລີຍ… ແຕ່ຮູ້ສຶກດີໃຈ ແລະ ເປັນກຽດເພາະເປັນເທື່ອທໍາອິດທີ່ໄດ້ຮັບລາງວັນລັກສະນະນີ້. ແຕ່ສິ່ງສໍາຄັນແມ່ນມັນຮູ້ສຶກຄືຖືກເບິ່ງເຫັນຕະຫຼອດຊ່ວງເວລາທີ່ຜ່ານມາຈາກ ມ່ວນ ທີ່ຊ່ວຍຊຸກດັນ ເຊິ່ງບໍ່ແມ່ນແຕ່ເຮົາ ແຕ່ເວົ້າລວມໃນຫຼາຍໆຂະແໜງໃນແຕ່ລະສາຍງານ. ເຮົາວ່າອັນນີ້ເປັນເລື່ອງທີ່ດີ ແລະ ສໍາຄັນກ່ວາ ຂອບໃຈ ແລະ ດີໃຈທີ່ມີ ຊື່ ຄື ມ່ວນ ແລະ ມີ Muan Award” ຕານຸ ກ່າວ.

ແຟນເພງຄືສ່ວນສຳຄັນທີ່ສຸດໃນເສັ້ນທາງດົນຕີ
ລາງວັນ Popular Solo Artist of the Year ເປັນລາງວັນທີ່ມາຈາກການລົງຄະແນນຂອງແຟນເພງ. ສຳລັບ ຕານຸ ສິ່ງນີ້ຈຶ່ງມີຄວາມໝາຍຫຼາຍກວ່າການໄດ້ຮັບລາງວັນ ເພາະມັນເປັນກຳລັງໃຈຈາກຄົນທີ່ຕິດຕາມ ແລະ ຄອຍສະໜັບສະໜຸນລາວມາຕະຫຼອດ.
“ມັນຈະມີຄວາມໝາຍກັບເຮົາຕະຫຼອດໄປ. ເຖິງມື້ໜຶ່ງອາດຈະບໍ່ມີ Tanu Vannasin ແລ້ວ ແລະ ນີ້ອາດຈະເປັນລາງວັນດຽວທີ່ໄດ້ຮັບໃນອາຊີບເຮົາກໍໄດ້ ແຕ່ເຮົາສໍານຶກໄດ້ສະເໝີວ່າທຸກສິ່ງຢ່າງທີ່ເກິດຂຶ້ນແຟນເພງຄືສ່ວນໜຶ່ງທີ່ສໍາຄັນທີ່ສຸດສະເໝີມາ” ຕານຸ ເລົ່າຄວາມໃນໃຈ.

ຈາກສິລະປິນເບື້ອງໜ້າ ສູ່ບົດບາດໃໝ່ເບື້ອງຫຼັງ
ຫຼັງຈາກເດີນທາງໃນສາຍດົນຕີມາ 8 ປີ ແລະ ຜ່ານທັງຄວາມທ້າທາຍກັບຄວາມສຳເລັດຫຼາຍຢ່າງ ກ້າວຕໍ່ໄປຂອງ ຕານຸ ອາດຈະບໍ່ແມ່ນການປ່ອຍເພງໃໝ່ ຫຼື ການຢືນຢູ່ເທິງເວທີຄືເກົ່າ. ເພາະລາວມີແຜນຈະພັກການປ່ອຍຜົນງານເພງໄວ້ ແລະ ຫັນໄປລອງເຮັດວຽກເບື້ອງຫຼັງແທນ.
“ໃນຖານະສິລະປິນ ເຮົາຍັງພໍມີເວລາເຫຼືອຢູ່ພໍປະມານ ຍັງເອັນຈອຍກັບການຫຼິ້ນດົນຕີ ແລະ ຍັງມີຫຼາຍຢ່າງທີ່ຢາກແລກປ່ຽນຜ່ານບົດເພງກັບຄົນຟັງຄືເກົ່າ. ແຕ່ຊ່ວງນີ້ອາດຈະຍັງບໍ່ມີເພງໃໝ່ໃຫ້ຟັງ ເພາະຄິດວ່າຈະພັກວຽກເພງໄປຢ່າງໜ້ອຍ 1 ປີ.
ແຕ່ໃນອະນາຄົດອັນໃກ້ ຂ້ອຍກຳລັງຈະຜັນຕົວເອງໄປເຮັດວຽກເບື້ອງຫຼັງ. ຮອດມື້ນັ້ນ, ຫວັງວ່າທຸກຄົນຈະຍັງສະໜັບສະໜຸນເຮົາຄືທີ່ຜ່ານມາເດີ” ຕານຸ ກ່າວ.
ບາງຄັ້ງ ການກ້າວຕໍ່ໄປອາດບໍ່ໄດ້ໝາຍເຖິງການເດີນໄປໃນທິດທາງເດີມ ແຕ່ແມ່ນການເລືອກບົດບາດໃໝ່ໃຫ້ກັບຕົນເອງ. ສຳລັບ Tanu Vannasin ເຖິງແມ່ນບົດຕໍ່ໄປອາດຈະບໍ່ໄດ້ຢູ່ເທິງເວທີ ແຕ່ເລື່ອງລາວໃນເສັ້ນທາງດົນຕີຂອງລາວກໍຍັງມີບົດຕໍ່ໄປໃຫ້ຕິດຕາມ.