ຄິດວ່າຫຼາຍຄົນຄົງຈະໄດ້ຟັງກັນແລ້ວ ສຳລັບເພງໃໝ່ຂອງໜຸ່ມ “ຕານຸ ວັນນະສິນ” ແລະ “Gomen” ກັບບົດເພງ “ຝົນ” ແລະ ຊື່ໃນພາສາອັງກິດແມ່ນ Last ເຊິ່ງໄດ້ປ່ອຍໃຫ້ໄດ້ຮັບຊົມຮັບຟັງໃນວັນທີ 6 ເມສາ 2022 ທີ່ຜ່ານມານີ້. ບົດເພງນີ້ສະທ້ອນເຖິງ ຄວາມເສົ້າເສຍໃຈໃນເວລາຝົນຕົກ ພຽງເພື່ອເພິ່ມເວລາໄດ້ຢູ່ກັບຄົນທີ່ຮັກໃຫ້ດົນທີ່ສຸດ ກ່ອນຈະຕ້ອງຈາກລາ ຄືກັບວັກໜຶ່ງຂອງເພງທີ່ວ່າ “ຍິ່ງຝົນຕົກແຮງເທົ່າໃດຍິ່ງດີ ເຈົ້າຈຶ່ງຢູ່ບ່ອນນີ້...
ຕານຸ ບອກວ່າຕົນເອງຄືນັກຮ້ອງ-ນັກດົນຕີ ບໍ່ເຄີຍມີຄວາມຄິດວ່າຕົນເອງເປັນສິລະປິນ ເພາະຍັງບໍ່ທັນຈັບຕ້ອງໄດ້ວ່າຄຳນັ້ນມີຄວາມໝາຍວ່າແນວໃດ. ນີ້ຄືເລື່ອງລາວໃນ #MuanTheInterview! ມາລົມຍ້ອນກັບໄປຍັງຈຸດເລີ່ມຕົ້ນຂອງ ຕານຸ ວັນນະສິນ ຕັ້ງແຕ່ທີ່ເລີ່ມເຂົ້າສູ່ເສັ້ນທາງຂອງການຮ້ອງເພງ, ການປ່ອຍຊິງເກິນທຳອິດ “ເຫຼືອໄວ້ແຕ່ນໍ້າຕາ” ແລະ ຊິງເກິນອື່ນໆອອກມາ ໄປຈົນອາລະບຳຫຼ້າສຸດ “Aftergrow” ກ່ອນທີ່ຈະກ້າວສູ່ການຈັດຄອນເສີດໃຫຍ່ທຳອິດໃນຊີວິດຂອງລາວ “Let There Be Light Concert”. ....