ຄວາມຜິດຫວັງ ຄືຢາຕ້ານເຊື້ອຊັ້ນດີ ຊວນປົດລັອກໃຈໃນແບບ ບຸນທຽມ ທຳມະວົງ

Key Takeaways:
- ການເລີ່ມຕົ້ນທຸລະກິດໃນຍຸກນີ້ແມ່ນການແຂ່ງຂັນສູງ ແລະ ເຕັມໄປດ້ວຍສິ່ງທ້າທາຍ, ແຕ່ສາມາດຮຽນຮູ້ໄດ້ຈາກປະສົບການຂອງຜູ້ມີປະສົບການ.
- ທຽນ - ບຸນທຽມ ທຳມະວົງ, ຜູ້ຢູ່ເບື້ອງຫຼັງ Icare Lao ແລະ icareoneskill, ໄດ້ຮັບລາງວັນ Muan Award 2025 ສາຂາ Best Entrepreneurship Content Creator, ເຊິ່ງຊ່ວຍຕໍ່ຊີວິດໃຫ້ຊ່ອງ icareoneskill.
- ທຽນ ໄດ້ແບ່ງປັນວ່າ ການບໍລິຫານທຸລະກິດທ້າທາຍກວ່າການດຳລົງຊີວິດ, ແຕ່ການດຳລົງຊີວິດຕ້ອງໃຊ້ສິລະປະຫຼາຍກວ່າ ເນື່ອງຈາກສັງຄົມປັດຈຸບັນມີສະມາທິສັ້ນລົງ.
- ຊ່ອງ icareoneskill ເຮັດໃຫ້ເລື່ອງທຸລະກິດທີ່ຍາກ ແລະ ຊັບຊ້ອນ ກາຍເປັນເລື່ອງທີ່ເຂົ້າໃຈງ່າຍ, ໃຊ້ພາສາທີ່ເປັນກັນເອງ ແລະ ນຳເອົາປະສົບການຈິງມາແບ່ງປັນ.
- ທຽນ ມອງຄວາມຜິດຫວັງເປັນຄືກັບ "ຢາຕ້ານເຊື້ອ" ຊະນິດດີ, ເຊິ່ງສ້າງພູມຄຸ້ມກັນໃຫ້ແຂງແຮງຂຶ້ນ ແລະ ຊ່ວຍໃຫ້ສາມາດເດີນໜ້າໄປຫາເປົ້າໝາຍໄດ້ໂດຍບໍ່ຢຸດສະງັກ.
ໃນຍຸກທີ່ໃຜໆກໍຢາກອອກມາປັ້ນທຸລະກິດ ແລະ ຢາກມີທຸລະກິດເປັນຂອງຕົວເອງນັ້ນ ມັນກໍປຽບເໝືອນທະເລສີແດງທີ່ໃຜໆກໍຢາກໂດດລົງໄປລອຍແຂ່ງລອງເບິ່ງ ເຊິ່ງຄົນທີ່ໄດ້ຢູ່ສະໜາມນີ້ຕ່າງກໍບອກເປັນສຽງດຽວກັນວ່າ ຄວາມຍາກນັ້ນສາມາດປຽບທຽບໄດ້ຄືຫິນທີ່ແຂງແກ່ນ ແລະ ມັນກໍສຸດທີ່ຈະທ້າທາຍຫຼາຍສຸດໆ.
ແມ່ນແລ້ວທຸກຄົນ ເລື່ອງນີ້ບໍ່ມີໃຜຮູ້ໄດ້ເລີຍ ແຕ່ພວກເຮົາກໍສາມາດຮຽນຮູ້ຜ່ານປະສົບການຂອງບັນດາຜູ້ມີປະສົບການມາກ່ອນໄດ້. ມື້ນີ້, Muan TheInterview ຈຶ່ງໄດ້ນຳເລື່ອງລາວຂອງຜູ້ຊາຍຄົນໜຶ່ງທີ່ໜ້າສົນໃຈ ແລະ ຢາກເລົ່າໃຫ້ທຸກຄົນໄດ້ຟັງ ເພື່ອເປັນແຮງບັນດານໃຈໃຫ້ຄົນທີ່ບໍ່ກ້າເລີ່ມເຮັດສິ່ງໃດສິ່ງໜຶ່ງມາປົດລັອກໃຈຕົວເອງໄດ້.
ຫຼາຍຄົນອາດຈະເຄີຍໄດ້ຍິນຊື່ ຫຼື ຮູ້ຈັກ ທຽນ – ບຸນທຽມ ທຳມະວົງ ກັນມາແດ່ແລ້ວ ເພາະລາວຄືຜູ້ຢູ່ເບື້ອງຫຼັງບໍລິການຈັດຫາແຮງງານຕາມເຮືອນຜ່ານແອັບພລິເຄຊັນ Icare Lao ທີ່ຫຼາຍຄົນຄຸ້ນເຄີຍ ແລະ ຊ່ອງ icareoneskill ຍັງໄດ້ຮັບລາງວັນ Muan Award 2025 ສາຂາ Best Entrepreneurship Content Creator.
ເຖິງວ່າຕອນນີ້, ລາວຈະອາຍຸ 43 ປີ ແລ້ວ (ເກີດວັນທີ 29 ທັນວາ 1983) ແຕ່ປັດຈຸບັນລາວກໍຍັງບໍ່ນັ່ງຢູ່ເສີຍໆ ຫຼື ຢຸດຢູ່ແຕ່ການເຮັດທຸລະກິດນີ້ຢ່າງດຽວ, ແຕ່ຍັງຄົ້ນຫາລົງມືເຮັດສິ່ງໃໝ່ໆຢູ່ຕະຫຼອດເວລາ ເພື່ອຫວັງວ່າຄວາມຮູ້ທີ່ລາວສະສົມມາຈະເປັນສິ່ງທີ່ມີປະໂຫຍດສຳລັບທຸກຄົນ ແລະ ພ້ອມທີ່ຈະກ້າວຂ້າມຄວາມທ້າທາຍໃໝ່ໆຢູ່ເລື້ອຍໆ.
ສິລະປະການ Work Life Balance
ທຸກຄົນເຄີຍສົງໄສບໍ່ວ່າ ລະຫວ່າງການເຮັດທຸລະກິດໃຫ້ລອດໃນຍຸກທີ່ທຸກຢ່າງປ່ຽນແປງໄວ ບວກກັບການບໍລິຫານຊີວິດໂຕເອງໃຫ້ມີຄວາມສົມດຸນ (Work Life Balance), ອັນໃດມັນຍາກ ແລະ ຕ້ອງໃຊ້ສິລະປະຫຼາຍກວ່າກັນ.
Muan TheInterview ໄດ້ຖາມກັບ ທຽນ ມາແລ້ວ ແລະ ລາວກໍໄດ້ເລົ່າເຖິງມຸມມອງທີ່ຄິດພ້ອມແບ່ງປັນວ່າ: “ການບໍລິຫານທຸລະກິດທ້າທາຍຫຼາຍກວ່າ ແຕ່ໃຊ້ສິລະປະໜ້ອຍກວ່າການດຳລົງຊີວິດ”.

“ເຫດຜົນກໍເພາະວ່າ ເທັກໂນໂລຊີທຸກມື້ນີ້ໄປໄວຫຼາຍ ແລະ ຄູ່ແຂ່ງໃນຕະຫຼາດປະຈຸບັນລ້ວນແລ້ວແຕ່ແມ່ນໄວໜຸ່ມໄຟແຮງທີ່ເຕີບໃຫຍ່ມາດ້ວຍຄຳວ່າ ເທັກໂນໂລຊີ, ການທີ່ໃຫ້ຄົນຮຸ່ນເກົ່າມານຳໃຊ້ເທັກໂນໂລຊີ ເພື່ອໃຫ້ຍັງສາມາດຢືນເປັນແຖວໜ້າໃນອຸດສາຫະກຳໄດ້, ມັນເລີຍຕ້ອງໄດ້ອັບເກຣດຕົວເອງຕະຫຼອດເວລາ ເພື່ອໃຫ້ທັນກັບຄື້ນຄວາມຮ່ວມສະໄໝ ແລະ ຄວາມຕ້ອງການຂອງຕະຫຼາດໃໝ່ໆ ເຊິ່ງມັນທ້າທາຍຫຼາຍ”.
“ແຕ່ຖ້າເວົ້າເຖິງການດຳລົງຊີວິດ, ມັນກັບຕ້ອງໄດ້ໃຊ້ສິລະປະຫຼາຍກວ່າແຕ່ກ່ອນພໍສົມຄວນ. ຍ້ອນວ່າສັງຄົມຍຸກນີ້ຄົນເຮົາເລີ່ມສະມາທິສັ້ນລົງ, ເຮັດໃຫ້ທຸກຄຳເວົ້າ ແລະ ທຸກການກະທຳຕ້ອງໄດ້ຜ່ານການຄິດຢ່າງລະອຽດ, ໄດ້ໃຊ້ເທັກນິກໃນການສື່ສານພໍສົມຄວນຈຶ່ງສາມາດສື່ສານ ຫຼື ໃຫ້ຄູ່ສົນທະນາຄ້ອຍຕາມທິດທາງທີ່ເຮົາຕ້ອງການໄດ້” ທຽນ ກ່າວ.
ເກືອບຍອມແພ້ ແຕ່ເພາະໄດ້ລາງວັນ Muan Awards ຈຶ່ງຮູ້ວ່າສິ່ງທີ່ເຮັດມີຄ່າ
Muan TheInterview ເຂົ້າໃຈວ່າທຸກຄົນອາດຈະມີບາງເທື່ອ ທີ່ເຄີຍລອງເຮັດຫຍັງຈັກຢ່າງ ແລ້ວເກືອບຈະຖອດໃຈຢຸດເຮັດບາງສິ່ງບາງຢ່າງມາແລ້ວ ແຕ່ຢູ່ໆກໍຮູ້ສຶກວ່າຄວາມພະຍາຍາມທີ່ໄດ້ຕັ້ງໃຈມາໂດຍຕະຫຼອດນັ້ນ ກໍມີບາງສິ່ງບາງຢ່າງເຂົ້າມາປ່ຽນຄວາມຄິດ ແລະ ເຮັດໃຫ້ຢາກສູ້ຕໍ່ໄປ.
ເລື່ອງນີ້ເປັນປະສົບການທີ່ໄດ້ເກີດຂຶ້ນກັບ ທຽນ ແລະ ຊ່ອງ icareoneskill ເພາະໃນວິນາທີທີ່ຊ່ອງຂອງລາວໄດ້ຮັບລາງວັນ Muan Awards 2025 ໃນສາຂາ Best Entrepreneurship Content Creator, ມັນບໍ່ແມ່ນພຽງແຕ່ລາງວັນກາລັນຕີຄວາມສຳເລັດໃນຖານະນັກສ້າງເນື້ອຫາເພື່ອຊ່ວຍເຫຼືອຜູ້ປະກອບການເທົ່ານັ້ນ ແຕ່ມັນຄືສິ່ງທີ່ເຂົ້າມາຕໍ່ຊີວິດຂອງຊ່ອງນີ້ໄວ້ໄດ້ແບບທັນເວລາ.
ທຽນ ເລົ່າໃຫ້ຟັງວ່າ: “ຕາມແຜນເດີມ, ແມ່ນຂ້ອຍຕັ້ງໃຈຈະເຮັດເນື້ອຫາລົງຊ່ອງນີ້ພຽງແຕ່ 12 ເດືອນເທົ່ານັ້ນ ແຕ່ໂຊກດີໄດ້ຮັບລາງວັນກ່ອນ ແລະ ມັນເຮັດໃຫ້ຂ້ອຍຮູ້ສຶກວ່າ ສິ່ງທີ່ຂ້ອຍເຮັດມັນໄດ້ໃຫ້ປະໂຫຍດແກ່ສັງຄົມຫຼາຍອີ່ຫຼີ ແລະ ນັ້ນຄືເຫດຜົນຂອງຄຳທີ່ວ່າ Muan Award ຊ່ວຍຕໍ່ຊີວິດຊ່ອງ icareoneskill ນັ້ນເອງ”.
icareoneskill ເປັນຊ່ອງທີ່ປ່ຽນເລື່ອງທຸລະກິດຍາກໆໃຫ້ເປັນເລື່ອງທີ່ຟັງງ່າຍ
Muan TheInterview ຄິດວ່າຫຼາຍຄົນຄົງເຄີຍອ່ານ ຫຼື ຟັງລາຍງານກ່ຽວກັບທຸລະກິດ ແລ້ວຮູ້ສຶກວ່າມັນເປັນຕາຢາກນອນຫຼາຍຄືກັນ ເພາະເນື້ອຫາທີ່ມີແຕ່ທິດສະດີ ແລະ ສັບຍາກໆທີ່ບໍ່ຮູ້ຈະເອົາໄປປັບໃຊ້ໃນຊີວິດຈິງໄດ້ແນວໃດ ເຊິ່ງເລື່ອງນີ້ ທຽນ ໃນຖານະນັກສ້າງເນື້ອຫາ ກໍມີວິທີຮັບມື ແລະ ຍ່ອຍຂໍ້ມູນທີ່ຕ່າງອອກໄປ.
ເພາະໃນຖານະຄົນເຮັດເນື້ອຫາສາຍທຸລະກິດ ແລະ ຜູ້ປະກອບການ, ລາວບໍ່ໄດ້ເອົາທິດສະດີຈາກຕຳລາທີ່ເຂົ້າໃຈຍາກແບບແຂງໆມາເວົ້າໃຫ້ຟັງ ແຕ່ລາວນຳເອົາເຕັກນິກ, ວິທີການຈາກປະສົບການຈິງທີ່ໄດ້ປະເຊີນ ແລະ ວິທີແກ້ບັນຫາທີ່ເຄີຍທົດລອງໃຊ້ມາເລົ່າສູ່ຜູ້ຕິດຕາມຟັງເພື່ອໃຫ້ເຂົ້າໃຈງ່າຍທີ່ສຸດ.
ອີກເຫດຜົນໜຶ່ງທີ່ລາວໄດ້ເຮັດຄື ເພື່ອຢາກໃຫ້ຫຼາຍຄົນຮູ້ວ່າເນື້ອຫາທີ່ເຮັດນີ້ ສາມາດນຳໄປປັບໃຊ້ເລື່ອງທຸລະກິດກາຍເປັນເລື່ອງທີ່ຟັງແລ້ວປົດລັອກ ແລະ ເອົາໄປໃຊ້ໄດ້ທັນທີ. ທີ່ສໍາຄັນແມ່ນລາວເລືອກທີ່ຈະສື່ສານມັນອອກມາດ້ວຍພາສາທີ່ເປັນກັນເອງ ຄືກັບໝູ່ຄູ່ມາເວົ້າ ແລະ ແບ່ງປັນໃຫ້ກັນຟັງ. ມັນເລີຍເຮັດໃຫ້ເລື່ອງທຸລະກິດທີ່ເຄີຍຊັບຊ້ອນກາຍເປັນເລື່ອງທີ່ເຂົ້າໃຈງ່າຍ, ເຫັນພາບຊັດເຈນ ແລະ ເອົາໄປລົງມືເຮັດຕາມໄດ້ເລີຍ.

ຄວາມຜິດຫວັງ ຄືຢາຕ້ານເຊື້ອຊະນິດດີ
ເວລາທີ່ໄດ້ເຈິກັບຄວາມຜິດຫວັງຈົນຮູ້ສຶກທໍ້ແທ້ ແລະ ໝົດກຳລັງໃຈ ບາງເທື່ອມັນກໍເຮັດໃຫ້ຕົວເອງເກືອບຈະກ້າວຕໍ່ໄປບໍ່ໄຫວ ເຊິ່ງໃນໂລກທຸລະກິດ, ຫຼາຍຄົນມັກຈະເລືອກເວົ້າເຖິງແຕ່ພາບຄວາມສຳເລັດພຽງເທົ່ານັ້ນ.ແຕ່ Muan TheInterview ແລະ ທຸກຄົນກໍຢາກຮູ້ຈັກກັບບົດຮຽນລາຄາແພງທີ່ສ້າງໃຫ້ມີ ທຽນ ໃນເວີຊັ່ນທີ່ເຂັ້ມແຂງ ແລະ ເກັ່ງຂຶ້ນໃນມື້ນີ້, ມັນບໍ່ແມ່ນພຽງແຕ່ເລື່ອງຂອງຄວາມສຳເລັດມັນຄື ຄວາມຜິດຫວັງ ທີ່ລາວໄດ້ພົບເຈິມາກັບຕົວເອງ.
ທຽນ ໄດ້ເລົ່າໃຫ້ກັບ Muan TheInterview ຟັງວ່າ: “ຂ້ອຍເຄີຍມີຫຼາຍຄັ້ງທີ່ໄດ້ຕັ້ງໃຈ ແລະ ຄາດຫວັງກັບສິ່ງທີ່ວາງແຜນໄວ້ຫຼາຍໆ ແຕ່ຜົນສຸດທ້າຍກັບບໍ່ເປັນໄປຕາມທີ່ຄິດ ມັນເຮັດໃຫ້ຂ້ອຍຮູ້ສຶກທໍ້ແທ້ ແລະ ໝົດກຳລັງໃຈໄປພໍສົມຄວນ”.
“ແຕ່ສຸດທ້າຍ, ສິ່ງທີ່ເຮັດໃຫ້ຂ້ອຍກ້າວຂ້າມມັນມາໄດ້ ກໍຄືການມອງຄວາມຜິດຫວັງເຫຼົ່ານັ້ນໃຫ້ເປັນຄືກັບ ຢາຕ້ານເຊື້ອ ຊະນິດດີ. ທຸກໆເທື່ອທີ່ເຈັບປວດຈາກຄວາມບໍ່ໄດ້ດັ່ງໃຈ, ມັນກັບສ້າງພູມຄຸ້ມກັນໃຫ້ແຂງແກ່ນຂຶ້ນ ເຮັດໃຫ້ຂ້ອຍມີພູມຄຸ້ມກັນກັບຄວາມຜິດຫວັງໄດ້ແບບສະບາຍ ແລະ ມັນເຮັດໃຫ້ສາມາດເດີນໜ້າຕໍ່ໄປຫາເປົ້າໝາຍໄດ້ແບບບໍ່ມີຢຸດສະງັກ ແມ້ແຕ່ວິນາທີດຽວ” ທຽນ ກ່າວ.
ແບກວຽກຫຼາຍຈົນໜັກສະໝອງ ລອງກັບມາເຊັກສິ່ງນີ້ຄືນ
ສຳລັບ ທຽນ ແລ້ວ ລາວກໍຕ້ອງໄດ້ເຮັດກິດຈະກຳຫຼາຍຢ່າງໄປພ້ອມໆກັນ ເພາະຖືວ່າວຽກກໍຕ້ອງບໍລິຫານ, ຄອນເທັນກໍຕ້ອງເຮັດ ເຊິ່ງຫຼາຍຄົນອາດຈະສົງໄສວ່າ ລາວໄດ້ຈັດການກັບຄວາມຄຽດແນວໃດ ເພື່ອໃຫ້ຍັງຄົງຮັກສາພະລັງຄວາມເປັນຜູ້ນຳໄວ້ໄດ້ຕະຫຼອດ ເຊິ່ງໃນເວລາທີ່ຕ້ອງແບກຮັບທັງວຽກບໍລິຫານທຸລະກິດ ແລະ ການເຮັດເນື້ອຫາໄປພ້ອມໆ ກັນ.
ນີ້ຖືວ່າເປັນເຄັດລັບທີ່ໃຜຫຼາຍຄົນກໍຢາກຈະຮູ້ວິທີຈັດການ ແລະ ເຕັກນິກຂອງລາວນັ້ນເຮັດຕາມໄດ້ງ່າຍໆເລີຍ ແຕ່ກໍຖືວ່າໄດ້ຜົນດີຫຼາຍ ນັ້ນກໍຄື ການມີເປົ້າໝາຍທີ່ຊັດເຈນ. ເວລາທີ່ຄວາມຄຽດ ຫຼື ສິ່ງລົບກວນຕ່າງໆ ເຂົ້າມາກະທົບ, ລາວມັກຈະນັ່ງທົບທວນເປົ້າໝາຍຂອງທຸລະກິດຄືນສະເໝີ.
ເພາະການກັບມາເບິ່ງເປົ້າໝາຍ ເຮັດໃຫ້ລາວໄດ້ເຊັກຕົວເອງວ່າ ຕອນນີ້ຍັງຢູ່ໃນເສັ້ນທາງທີ່ຖືກຕ້ອງຢູ່ບໍ, ມີອຸປະສັກຫຍັງທີ່ກຳລັງກີດຂວາງທາງເດີນຢູ່ ແລະ ສິ່ງໃດທີ່ບໍ່ມີປະໂຫຍດ ເຮົາຄວນຈະຕັດ ຫຼື ກຳຈັດອອກໄປຈາກຊີວິດ ແລະ ວຽກງານທາງເດີນຂອງລາວ. ວິທີນີ້ຊ່ວຍໃຫ້ລາວໄດ້ກັບມາໃສ່ໃຈລາຍລະອຽດໄດ້ຖືກບ່ອນ ແລະ ດຶງພະລັງກັບຄືນມາໄດ້ຢ່າງໄວວາ.
ເຮັດເນື້ອຫາແນວໃດໃຫ້ໄດ້ໃຈຄົນ ບົດຮຽນທີ່ຍິ່ງໃຫຍ່ກວ່າລາງວັນ
ຕັ້ງແຕ່ມື້ທຳອິດທີ່ເລີ່ມສ້າງຊ່ອງ icareoneskill ຈົນມາຮອດມື້ນີ້ທີ່ໄດ້ຮັບລາງວັນດີເດັ່ນແຫ່ງປີ, ບົດຮຽນທີ່ຍິ່ງໃຫຍ່ທີ່ສຸດທີ່ ທຽນ ໄດ້ຮຽນຮູ້ຈາກຜູ້ຕິດຕາມ icareoneskill ແລະ ລູກຄ້າຂອງ ICARE ກໍຄື ການໃຫ້ຄຸນຄ່າທີ່ແທ້ຈິງດ້ວຍຄວາມຈິງໃຈໃນການເຮັດເນື້ອຫາດີໆ.
ລາວພົບວ່າການສ້າງເນື້ອຫາທີ່ຕັ້ງໃຈຊ່ວຍແກ້ໄຂບັນຫາ ແລະ ແບ່ງປັນແນວຄິດທີ່ໃຊ້ໄດ້ແທ້ທີ່ກົງກັບຄວາມຕ້ອງການຂອງພວກເຂົາ ໂດຍບໍ່ໄດ້ຫວັງຜົນປະໂຫຍດຕອບແທນ ມັນເປັນສິ່ງທີ່ມີພະລັງ ແລະ ພິເສດຫຼາຍ.
ຕອນທີ່ຂ້ອຍໄດ້ເຈິກັບແຟນຄລັບ, ພວກເຂົາໄດ້ມາເລົ່າໃຫ້ຟັງວ່າ ‘ໄດ້ຮັບສິ່ງທີ່ມີປະໂຫຍດຈາກເຮົາອີ່ຫຼີ’ ຂ້ອຍໄດ້ສຳຜັດເຖິງຄວາມເອົາໃຈໃສ່ ແລະ ຄວາມດີໃຈຈາກສີໜ້າຂອງພວກເຂົາທີ່ໄດ້ສະແດງອອກມາ.
ເນື້ອຫາຂອງ icareoneskill ຊ່ວຍປົດລັອກທຸລະກິດຂອງຄົນອື່ນ
ການທີ່ເຮົາໄດ້ເຮັດຫຍັງຈັກຢ່າງ ແລ້ວມີຄົນຍ່າງເຂົ້າມາບອກວ່າ ຂອບໃຈເດີ ຍ້ອນສິ່ງທີ່ເຈົ້າເຮັດມັນປ່ຽນຊີວິດ ແລະ ວຽກງານຂອງຂ້ອຍໃຫ້ດີຂຶ້ນ ບໍ? ຄວາມຮູ້ສຶກແບບນັ້ນມັນເຮັດໃຫ້ທັງເຊົາເມື່ອຍ ແລະ ຮູ້ສຶກວ່າຄວາມພະຍາຍາມທີ່ຜ່ານມາຄຸ້ມຄ່າທັນທີ.
ສຳລັບ ທຽນ, ເລື່ອງລາວຄວາມສຳເລັດຂອງຜູ້ປະກອບການທີ່ເຂົ້າມາເລົ່າໃຫ້ຟັງວ່າ ທຸລະກິດຂອງພວກເຂົາໄດ້ພັດທະນາຂຶ້ນໄດ້ຍ້ອນເບິ່ງຄລິບຂອງລາວນັ້ນ ມີເຂົ້າມາເລື້ອຍໆ. ຫຼາຍຄົນສາມາດປົດລັອກບັນຫາທີ່ກຳລັງເຈິແບບຍາກໆຢູ່, ບາງຄົນກໍເລີ່ມເຫັນແນວທາງ ແລະ ທິດທາງທີ່ຊັດເຈນໃນການເດີນໜ້າທຸລະກິດຂອງຕົວເອງ.

ເລື່ອງລາວເຫຼົ່ານີ້, ເປັນສິ່ງທີ່ເຮັດໃຫ້ລາວຮູ້ສຶກພູມໃຈຫຼາຍທີ່ສຸດ ເພາະມັນເປັນສິ່ງທີ່ເຂົ້າໃກ້ກັບເປົ້າໝາຍ ແລະ ຄວາມພະຍາຍາມທີ່ລາວຕັ້ງໃຈສ້າງເນື້ອຫາດີໆ ອອກມາເພື່ອຊ່ວຍເຫຼືອສັງຄົມ ແລະ ຄົນເຮັດທຸລະກິດຢ່າງແທ້ຈິງ.
ຄວາມສຳເລັດທີ່ແທ້ຈິງ ຄືການໄດ້ເຫັນຄົນອື່ນເຕີບໃຫຍ່
ຫຼັງຈາກທີ່ຊ່ອງ icareoneskill ໄດ້ຮັບລາງວັນ Best Entrepreneurship Content Creator ມາຄອງ, ຫຼາຍຄົນອາດຈະຄິດວ່າ ທຽນ ຈະພໍໃຈ ແລະ ຕ້ອງຢູ່ບ່ອນເກົ່າ ແຕ່ຄວາມຈິງແລ້ວນີ້ເປັນພຽງແຕ່ຈຸດເລີ່ມຕົ້ນໃນໜຶ່ງບາດກ້າວໃໝ່ທີ່ໃຫຍ່ກວ່າເກົ່າ.
ເປົ້າໝາຍຕໍ່ໄປທີ່ລາວຕັ້ງໃຈຈະເຮັດ ກໍເພື່ອຍົກລະດັບ ແລະ ຊ່ວຍເຫຼືອຜູ້ປະກອບການລາວ ພ້ອມທັງສ້າງ Community ເຊິ່ງຢາກສ້າງໃຫ້ມີພື້ນທີ່ທີ່ຄົນເຮັດທຸລະກິດສາມາດເຂົ້າມາແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍໂຄສະນາ, ສົ່ງເສີມກັນ ແລະ ກັນໄດ້.
ເພາະເປົ້າໝາຍສູງສຸດໃນໃຈຂອງລາວ ກໍຄືການໄດ້ເຫັນຜູ້ປະກອບການ ແລະ ທຸລະກິດ SMEs ໃນລາວໃຫ້ມີຄວາມແຂງແຮງ, ຢູ່ລອດ ແລະ ເຕີບໃຫຍ່ໄດ້ຢ່າງໝັ້ນຄົງ.

ຖ້າບໍ່ຜິດພາດຫຼາຍພໍ ຈະບໍ່ມີທາງຮູ້ເລີຍວ່າໂຕເອງເກັ່ງຂຶ້ນ
ໃຜທີ່ຢາກເລີ່ມຕົ້ນເຮັດທຸລະກິດຂອງໂຕເອງຫຼາຍ ແຕ່ກໍຍັງມີຄວາມຢ້ານ ແລະ ບໍ່ກ້າລົງມືເຮັດຈັກເທື່ອ ເພາະຢ້ານຄວາມຜິດພາດ ຕ້ອງລອງຟັງໃນມຸມມອງທີ່ ທຽນ ຢາກຝາກເຖິງຄົນຮຸ່ນໃໝ່ທີ່ຢາກເລີ່ມຕົ້ນວ່າ:
“ຖ້າບໍ່ຜິດພາດຫຼາຍພໍ ຈະບໍ່ຮູ້ວ່າບໍ່ຢາກເຮັດຫຍັງແທ້ໆ, ຈະບໍ່ຮູ້ວ່າຕ້ອງພັດທະນາຫຍັງ ແລະ ຈະບໍ່ສາມາດສູ້ກັບຄວາມຜິດຫວັງທີ່ມັນລໍຖ້າຢູ່ໃນອະນາຄົດໄດ້. ເພາະທຸກຄົນທີ່ປະສົບຜົນສຳເລັດແມ່ນລ້ວນແລ້ວແຕ່ມີ (ຢາຕ້ານເຊື້ອຊະນິດດີ) ກັນທຸກຄົນ”.
ທຸກຄົນຄົງຈະຮູ້ວ່າໃນໂລກຂອງຄວາມເປັນຈິງ, ການທີ່ຈະປະສົບຄວາມສຳເລັດໄດ້ນັ້ນ ລ້ວນແລ້ວແຕ່ຕ້ອງເຄີຍຜ່ານຄວາມຜິດພາດ ເພື່ອສ້າງພູມຄຸ້ມກັນໃຫ້ກັບຕົວເອງກັນທັງນັ້ນ, ການລົງມືເຮັດແລ້ວກ້າທີ່ຈະຜິດພາດ ຈຶ່ງເປັນບາດກ້າວທຳອິດທີ່ສຳຄັນທີ່ສຸດ.