ເກືອບຍອມແພ້ ເພາະມີຄົນເກັ່ງກວ່າ ຮູ້ຈັກ DECEM RICH BOY ຜ່ານມຸມຄິດ, ຄວາມຝັນ ແລະ ບົດຮຽນຈາກ Muan Awards 2025

ແບ່ງປັນ

ເກືອບຍອມແພ້ ເພາະມີຄົນເກັ່ງກວ່າ ຮູ້ຈັກ DECEM RICH BOY ຜ່ານມຸມຄິດ, ຄວາມຝັນ ແລະ ບົດຮຽນຈາກ Muan Awards 2025

30 October 2026● 5

ຢາກລົມກັບທຸກຄົນໃນໂລກໜ່ວຍນີ້ ເພາະຢາກເຂົ້າໃຈວ່າ ສິ່ງໃດຫຼໍ່ຫຼອມໃຫ້ຄົນໜຶ່ງກາຍມາເປັນຄົນທີ່ເປັນເຂົາໃນມື້ນີ້.

ນີ້ຄືວິທີຄິດຂອງ DECEM RICH BOY ຫຼື ດີແຊ້ມ – ຄຳຄູນ ສົມຄາມ ສິລະປິນຜູ້ຄວ້າລາງວັນ Popular Breakthrough Artist of the Year 2025 ຈາກງານ Muan Awards. ນອກຈາກບົດບາດສິລະປິນແລ້ວ, ລາວຍັງເປັນ Content Creator ໃຫ້ກັບແບຣນ Crazimazing ແລະ Editor ຢູ່ Bookfest ອີກດ້ວຍ.

ສຳລັບ ດີແຊ້ມ ຄວາມສົນໃຈຕໍ່ຜູ້ຄົນບໍ່ໄດ້ຢຸດຢູ່ພຽງການເຮັດຄວາມຮູ້ຈັກກັບຄົນອື່ນໆແບບທຳມະດາທົ່ວໄປ ແຕ່ລາວຢາກເຂົ້າໃຈວ່າ ປະສົບການ ແລະ ສິ່ງທີ່ແຕ່ລະຄົນເຈິ ມີສ່ວນຫຼໍ່ຫຼອມໃຫ້ພວກເຂົາກາຍເປັນຕົນເອງໄດ້ແນວໃດ ເຊິ່ງຄວາມຄິດນີ້ຍັງສະທ້ອນຜ່ານຊ່ວງເວລາປັດຈຸບັນທີ່ລາວກຳລັງຮຽນຮູ້ການໃຊ້ຊີວິດ ແລະ ຄົ້ນຫາຄຳຕອບໃຫ້ກັບຕົນເອງຢູ່.

ຈາກຄວາມຄິດທີ່ເກືອບຍອມແພ້ ສູ່ລາງວັນ Muan Awards

ເມື່ອເຮົາຖາມເຖິງວິນາທີທີ່ຊື່ຂອງ ດີແຊ້ມ ຖືກປະກາດເທິງເວທີ Muan Awards ທຳອິດທີ່ໄດ້ຍິນລາວຮູ້ສຶກແນວໃດ ເຊິ່ງ ດີແຊ້ມ ເລົ່າວ່າ “ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ແລະ ມຶນງົງເລັກນ້ອຍ ເພາະບໍ່ເຄີຍຄິດວ່າຊື່ຂອງຕົນຈະຖືກປະກາດເທິງເວທີໃຫຍ່ຂະໜາດນັ້ນ”.

ອ່ານຕື່ມ:  ຄວາມຜິດຫວັງ ຄືຢາຕ້ານເຊື້ອຊັ້ນດີ ຊວນປົດລັອກໃຈໃນແບບ ບຸນທ່ຽມ ທຳມະວົງ

ແຕ່ກ່ອນຈະມາຮອດວັນທີ່ໄດ້ຮັບລາງວັນ ລາວເຄີຍຄິດຈະຍອມແພ້ໃນການລຸ້ນຄະແນນໂຫວດ ເພາະຕ້ອງແຂ່ງຂັນກັບສິລະປິນທີ່ເກັ່ງ, ມີຄວາມສາມາດ ແລະ ມີຜູ້ສະໜັບສະໜຸນຈຳນວນຫຼາຍ.

ຄຳເວົ້າຈາກໝູ່ທີ່ບອກໃຫ້ສູ້ຕໍ່ ເພາະເດີນທາງມາເຖິງຂັ້ນນີ້ແລ້ວກໍຄວນເຮັດໃຫ້ສຸດ ຈຶ່ງກາຍເປັນແຮງຊຸກດັນໃຫ້ລາວເດີນໜ້າໃຫ້ໝູ່ເພື່ອນຊ່ວຍໂຫວດຕໍ່ ຈົນສາມາດຄວ້າລາງວັນ Popular Breakthrough Artist of the Year 2025 ມາໄດ້ສຳເລັດ.

“ຂອບໃຈທຸກຄົນທີ່ຮ່ວມໂຫວດໃຫ້ ລວມເຖິງທຸກຄົນທີ່ຮ່ວມສ້າງຜົນງານນຳກັນ ເຊິ່ງຖືເປັນສ່ວນສຳຄັນທີ່ຊ່ວຍຊຸກດັນໃຫ້ຂ້ອຍໄດ້ຮັບລາງວັນນີ້” ດີແຊ້ມ ກ່າວ.

ພາບ: Decem Somkham

ຢາກຮູ້ຈັກຜູ້ຄົນ ແລະ ຄົ້ນຫາຄວາມໝາຍຂອງຊີວິດ

ນອກຈາກບົດບາດສິລະປິນໃນນາມ DECEM RICH BOY ແລ້ວ, ດີແຊ້ມ ຍັງເປັນຄົນທີ່ມັກຮຽນຮູ້ ແລະ ທົດລອງເຮັດສິ່ງໃໝ່ໆ. ລາວສົນໃຈວິທີຄິດຂອງຜູ້ຄົນ ໂດຍສະເພາະສິ່ງທີ່ອາດມີຮາກຖານມາຈາກປົມພາຍໃນໃຈ.

ດີແຊ້ມ ບອກກັບເຮົາວ່າ “ຂ້ອຍຢາກລົມກັບຜູ້ຄົນໃຫ້ຫຼາຍເທົ່າທີ່ເຮັດໄດ້ ເພື່ອເຂົ້າໃຈວ່າ ເຫດໃດແຕ່ລະຄົນຈຶ່ງມີຄວາມຄິດ ແລະ ມຸມມອງທີ່ແຕກຕ່າງກັນ. ສຳລັບຂ້ອຍເຫັນວ່າ ຄວາມຄິດຂອງຄົນເຮົາ ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ນ້ອຍ ລ້ວນໜ້າສົນໃຈ”.

ສ່ວນໃນຊ່ວງຫຼັງຈາກໄດ້ຮັບລາງວັນ ລາວເຜີຍວ່າບໍ່ຄ່ອຍໄດ້ເຮັດເພງຫຼາຍປານໃດ ແຕ່ກຳລັງໃຊ້ເວລາອອກໄປຮຽນຮູ້ຊີວິດ, ເກັບກ່ຽວປະສົບການ ແລະ ຄົ້ນຫາຄຳຕອບໃຫ້ກັບຕົນເອງວ່າ ການເກີດມາເພື່ອໃຊ້ຊີວິດແທ້ຈິງແລ້ວມີຄວາມໝາຍແນວໃດ.

ພາບ: Decem Somkham

ມຸມຜ່ອນຄາຍຂອງ ດີແຊ້ມ ໃນມື້ທີ່ບໍ່ມີວຽກ

ໃນມື້ທີ່ມີເວລາວ່າງ ດີແຊ້ມ ມັກອອກໄປທ່ຽວຄົນດຽວ, ພັກຜ່ອນ ຫຼື ພົບປະລົມກັບຄົນທີ່ບໍ່ຄ່ອຍໄດ້ພົບກັນ.

ລາວຍັງມັກຟັງເພງ ທັງເພື່ອຊຶມຊັບສິລະປະ ແລະ ເພື່ອຄວາມມ່ວນຊື່ນ. ສ່ວນການອອກໄປ Hangout ກັບໝູ່ເພື່ອນ ນັ່ງລົມກັນແບບສະບາຍໆ ກໍເປັນອີກວິທີທີ່ລາວໃຊ້ເວລາວ່າງ.

ຢາກເຫັນພໍ່ແມ່ມີຄວາມສຸກ ແລະ ດົນຕີທີ່ໃຊ້ຖ່າຍທອດຄວາມຮູ້ສຶກ

ເຖິງຈະມີຄວາມສົນໃຈຫຼາຍຢ່າງ ແຕ່ຄວາມຝັນທີ່ ດີແຊ້ມ ມີມາຕັ້ງແຕ່ນ້ອຍຈົນເຖິງມື້ນີ້ ຍັງຄົງເປັນການເຮັດໃຫ້ພໍ່ແມ່ມີຄວາມສຸກໃຫ້ໄດ້ຫຼາຍທີ່ສຸດ.

ອ່ານຕື່ມ:  AGENDA: ກວດເຊັກວາລະງານ Muan Awards 2025 ໃຫ້ພ້ອມ ແລ້ວມາພົບກັນ ວັນທີ 24 ທັນວາ 2025

ໃນສ່ວນການເຮັດເພງເລີ່ມຈາກຄວາມຢາກລອງເຮັດສິ່ງໃໝ່ ເຊິ່ງຕອນທຳອິດ, ລາວພຽງຮູ້ສຶກວ່າການເຮັດເພງໜ້າສົນໃຈ ແລະ ເບິ່ງຄືຈະບໍ່ຍາກ ຈຶ່ງລອງເຮັດດ້ວຍຕົນເອງ. ເມື່ອໄດ້ລອງເຮັດ ລາວກໍພົບວ່າດົນຕີເປັນຫຼາຍກວ່າສິ່ງທີ່ໜ້າສົນໃຈ ເພາະມັນເປັນພື້ນທີ່ໃຫ້ລາວຖ່າຍທອດອາລົມຜ່ານບົດເພງ ບໍ່ວ່າຈະເປັນຕອນເມື່ອຍ, ມີຄວາມຮັກ ຫຼື ເສົ້າໃຈ.

ພາບ: Decem Somkham

ພໍ່ແມ່ ແລະ ຄົນຮອບຕົວ ຜູ້ມີສ່ວນຫຼໍ່ຫຼອມຈົນເປັນ ດີແຊ້ມ

ເມື່ອຖືກຖາມເຖິງບຸກຄົນທີ່ມີອິດທິພົນຕໍ່ຄວາມຄິດ ແລະ ຕົວຕົນຂອງລາວ ດີແຊ້ມ ໄດ້ເອີຍເວົ້າເຖິງ ພໍ່ ແລະ ແມ່ ທັງສອງເປັນບຸກຄົນສຳຄັນ.

“ພໍ່ສອນໃຫ້ເຂັ້ມແຂງ, ມຸ່ງໝັ້ນກັບສິ່ງທີ່ເລືອກເຮັດ ແລະ ບໍ່ຟ້າວຍອມແພ້ກັບສິ່ງທີ່ຍັງບໍ່ເກີດຂຶ້ນ. ຂະນະທີ່ແມ່ສອນໃຫ້ອ່ອນໂຍນ ແລະ ຮູ້ຈັກເຂົ້າໃຈທັງອາລົມຂອງຕົນເອງ ແລະ ຄວາມຮູ້ສຶກຂອງຜູ້ອື່ນ” ດີແຊ້ມ ກ່າວ.

ນອກຈາກຄຳສອນຂອງພໍ່ແມ່ແລ້ວ, ດີແຊ້ມ ຍັງໄດ້ນຳຄວາມຄິດຂອງພໍ່ແມ່ມາຕີຄວາມໝາຍເພີ່ມອີກໜຶ່ງມຸມມອງຂອງລາວ ບໍ່ວ່າຈະເປັນອ້າຍ, ນ້ອງ ຫຼື ໝູ່ເພື່ອນ ທຸກຄົນລ້ວນມີສ່ວນໃນການຫຼໍ່ຫຼອມໃຫ້ລາວກາຍມາເປັນຕົນເອງໃນມື້ນີ້ ທັງໃນດ້ານຄວາມຄິດ, ມຸມມອງ ແລະ ການໃຊ້ຊີວິດ ເຊັ່ນກັນ.

ພາບ: Decem Somkham

ບົດຮຽນສຳຄັນ ຢ່າຟ້າວຍອມແພ້ກ່ອນຈະເຮັດໃຫ້ສຸດ

ສິ່ງໜຶ່ງທີ່ ດີແຊ້ມ ໄດ້ຮຽນຮູ້ຈາກປະສົບການໃນງານ Muan Awards 2025 ແມ່ນການບໍ່ຍອມແພ້ງ່າຍໆ. ໃນຕອນທີ່ລາວເກືອບຈະຖອຍອອກຈາກການລຸ້ນລາງວັນ ຄຳເວົ້າຈາກໝູ່ໄດ້ຊ່ວຍເຕືອນໃຫ້ລາວເດີນໜ້າຕໍ່ ເພາະມີໂອກາດມາເຖິງຂັ້ນນີ້ແລ້ວກໍຄວນເຮັດໃຫ້ສຸດ.

ບົດຮຽນນີ້ຈຶ່ງບໍ່ໄດ້ຈົບລົງພ້ອມການຮັບລາງວັນພຽງເທົ່ານັ້ນ ແຕ່ຍັງເປັນແນວຄິດທີ່ລາວຍຶດຖືມາຈົນເຖິງປັດຈຸບັນ.

“ຄຳເວົ້າຂອງໝູ່ໃນມື້ນັ້ນ ເຮັດໃຫ້ເຮົາບໍ່ຍອມແພ້ງ່າຍໆ ແລະ ມຸມມອງນີ້ກໍຍັງຍຶດຖືມາຈົນຮອດມື້ນີ້” ດີແຊ້ມ ກ່າວ. 

ຢາກໃຫ້ຈື່ຈຳໃນຖານະເດັກຊາຍທີ່ກ້າລອງ ແລະ ພ້ອມສູ້ເພື່ອຄວາມຝັນ

ສຳລັບດີແຊ້ມ ແຕ່ລະຄົນອາດຮູ້ຈັກລາວໃນມຸມທີ່ຕ່າງກັນ. ບາງຄົນຮູ້ຈັກລາວໃນຖານະສິລະປິນ Decem Rich Boy, ບາງຄົນຮູ້ຈັກລາວໃນຖານະຄົນມັກຖ່າຍວິດີໂອ ແລະ ຕັດຕໍ່ ຫຼື ຄົນທີ່ມັກສົນທະນາກັບຜູ້ຄົນຕາມງານຕ່າງໆ.

ອ່ານຕື່ມ:  mee.wav ເປີດສູດລັບປ່ຽນທິດສະດີການຮຽນດົນຕີໃຫ້ເປັນເລື່ອງເຂົ້າໃຈງ່າຍທີ່ໃຜໆກໍຮຽນໄດ້

ລາວຢາກໃຫ້ແຕ່ລະຄົນເປັນຜູ້ຕັດສິນເອງວ່າ Decem Rich Boy ຫຼື ດີແຊ້ມ – ຄຳຄູນ ສົມຄາມ ເປັນຄົນແນວໃດ. ແຕ່ຖ້າຈະໃຫ້ຈື່ຈຳລາວໃນຖານະຄົນໆໜຶ່ງ ສິ່ງທີ່ລາວຢາກຝາກໄວ້ກໍຄື ການເປັນເດັກຊາຍທີ່ກ້າລອງເຮັດສິ່ງຕ່າງໆ, ກ້າເດີນຕາມຄວາມຝັນ ແລະ ພ້ອມຈະສູ້ຕໍ່ໄປເພື່ອສິ່ງທີ່ຕົນເອງເຊື່ອ.

ບາງທີ ການຮູ້ຈັກຄົນໜຶ່ງອາດບໍ່ໄດ້ໝາຍເຖິງການຮູ້ທຸກຢ່າງກ່ຽວກັບລາວ ແຕ່ແມ່ນການເຫັນວ່າ ລາວກຳລັງຮຽນຮູ້ ແລະ ຄ່ອຍໆ ເດີນທາງໄປຫາຄົນທີ່ຕົນເອງຢາກເປັນ ນັ້ນເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.