ອາຍຸເປັນພຽງໂຕເລກ ລົມກັບ ຫົງສາ ໂຄດສຸວັນ ສິລະປິນອິດສະລະ ຜູ້ບໍ່ເຄີຍຢຸດພັດທະນາໂຕເອງ

ແບ່ງປັນ

ອາຍຸເປັນພຽງໂຕເລກ ລົມກັບ ຫົງສາ ໂຄດສຸວັນ ສິລະປິນອິດສະລະ ຜູ້ບໍ່ເຄີຍຢຸດພັດທະນາໂຕເອງ

09 July 2026 10

ວົງການສິລະປະທຸກມື້ນີ້ແມ່ນໄປໄກ ແລະ ກວ້າງກວ່າທີ່ພວກເຮົາຄິດຫຼາຍເລີຍ ເຊິ່ງບາງຄົນອາດຈະຄິດວ່າສິລະປະຄືການແຕ້ມຮູບຊື່ໆ ຫຼື ປັ້ນຮູບປັ້ນຢູ່ໃນຫ້ອງມິດໆ ແຕ່ຄວາມຈິງແລ້ວມັນຢູ່ອ້ອມຕົວພວກເຮົາທັງນັ້ນເລີຍ.

ຕັ້ງແຕ່ການອອກແບບກຣາຟິກງາມໆຢູ່ເທິງປ້າຍໂຄສະນາ, ໜ້າຕາຂອງແອັບມືຖືທີ່ພວກເຮົາກົດຢູ່ທຸກມື້, ເສື້ອຜ້າແຟຊັນທີ່ພວກເຮົາໃສ່ໄປຈົນຮອດການຈັດສາກ, ການຍ້ອມສີໃນຄລິບວິດີໂອ ຫຼື ຮູບເງົາ ເຊິ່ງສິ່ງເຫຼົ່ານີ້ແຫຼະຄືສາຍງານສິລະປະ ແລະ ການອອກແບບ (Art & Design) ທັງນັ້ນ.

ມັນມີທັງສາຍ Visual Arts, Digital Art, Motion Design ແລະ ການສ້າງເນື້ອຫາແຕ້ມຮູບສິລະປະແບບທີ່ ສິລະປິນ-ນັກແຕ້ມ ຫົງສາ ໂຄດສຸວັນ ເຮັດ ເຊິ່ງທຸກສາຍແມ່ນມີສະເໜ່ ແລະ ໜ້າຄົ້ນຫາແຕກຕ່າງກັນໄປຄົນລະແບບ.

ຫົງສາ ສິລະປິນອິດສະລະ ຜູ້ບໍ່ເຄີຍຢຸດພັດທະນາໂຕເອງ

ມື້ນີ້ Muan TheInterview ກໍເລີຍຈະພາທຸກຄົນໄປທຳຄວາມຮູ້ຈັກກັບສິລະປິນ-ນັກແຕ້ມ ຫົງສາ ໂຄດສຸວັນ ໃຫ້ຫຼາຍຂຶ້ນວ່າເປັນຫຍັງ ຜູ້ຊາຍໃນໄວ 51 ປີ (ເກີດວັນທີ 26 ພະຈິກ 1975) ຈຶ່ງສາມາດເປັນຜູ້ທີ່ຄວ້າລາງວັນ Muan Awards 2025 ໃນສາຂາ Best Art Design Content Creator of the Year – ນັກສ້າງເນື້ອຫາສາຍອອກແບບສິລປ໌ດີເດັ່ນແຫ່ງປີ ນີ້ໄປຄອງໄດ້.

ພາບ: Khotsouvanh Hongsa

ຕ້ອງຂໍບອກວ່າເຖິງວ່າອາຍຸຂອງລາວຈະກ້າວເຂົ້າເລກຫ້າແລ້ວ ແຕ່ບອກເລີຍວ່າຄວາມຄິດ ແລະ ຜົນງານແມ່ນມີຄວາມໂດດເດັ່ນຫຼາຍ. ປັດຈຸບັນ ຫົງສາ ເຮັດວຽກເປັນສິລະປິນອິດສະລະ ເຊິ່ງການເປັນອິດສະລະນີ້ເອງທີ່ເຮັດໃຫ້ລາວມີຄວາມຄິດໃນການສ້າງສັນ ແລະ ຖ່າຍທອດເລື່ອງລາວຕ່າງໆ ອອກມາເປັນເນື້ອຫາສິລະປະທີ່ເຂົ້າເຖິງໃຈຄົນເບິ່ງ ຜ່ານເຕັກນິກການແຕ້ມທີ່ເປັນເອກະລັກ.

ປຽບທຽບຊີວິດ ຄືງານສິລະປະທີ່ເຕັມດ້ວຍຮ່ອງຮອຍປະສົບການ

ຂ້ອຍຄິດວ່າ… ຕົວຕົນຂອງຂ້ອຍມັນຄືກັບງານສິລະປະຮູບແບບເໝືອນຈິງ.

ຄຳເວົ້ານີ້ຄືສິ່ງທີ່ ຫົງສາ ໄດ້ບອກກັບ Muan TheInterview ເພາະຖ້າໃຫ້ປຽບຕົວຕົນ ແລະ ຊີວິດຂອງລາວໃນຕອນນີ້ມັນກໍຄືກັບງານສິລະປະຈັກອັນໜຶ່ງ ທີ່ສະທ້ອນຄວາມເປັນຕົວຕົນຂອງລາວໄດ້ດີທີ່ສຸດ ມັນຄົງຈະບໍ່ແມ່ນຮູບແຕ້ມສີນ້ຳມັນທີ່ຫຼູຫຼາຢູ່ໃນກອບຄຳ ແຕ່ມັນຄື ງານສິລະປະສື່ປະສົມ (Mixed Media Art) ທີ່ຜ່ານການເວລາ ແລະ ເຕັມไປດ້ວຍຮ່ອງຮອຍຂອງປະສົບການຊີວິດທີ່ຜ່ານມາຂອງລາວ.

ພາບ: Khotsouvanh Hongsa

ສິ່ງຕ່າງໆໄດ້ສະທ້ອນເຖິງການເປັນນັກສ້າງເນື້ອຫາທີ່ບໍ່ເຄີຍຢຸດພັດທະນາໂຕເອງ ໃນຄວາມໝາຍຂອງສິລະປະເໝືອນຈິງຂອງງານນີ້ ບໍ່ແມ່ນການແຕ້ມຮູບຄົນໃຫ້ຄືໂຕຈິງແບບເປະໆ ແຕ່ມັນຄືການສະທ້ອນ “ຄວາມຈິງຂອງຊີວິດສິລະປິນອິດສະລະ” ທີ່ມີທັງຮ່ອງຮອຍຂອງຄວາມຜິດພາດ, ຄວາມກົດດັນ, ຄວາມສຸກໃນການຄົ້ນພົບສິ່ງໃໝ່ໆ ແລະ ຄວາມອິດສະລະທີ່ບໍ່ມີຂອບເຂດ.

ອ່ານຕື່ມ:  mee.wav ເປີດສູດລັບປ່ຽນທິດສະດີການຮຽນດົນຕີໃຫ້ເປັນເລື່ອງເຂົ້າໃຈງ່າຍທີ່ໃຜໆກໍຮຽນໄດ້

ລາງວັນແຫ່ງຄວາມທຸ່ມເທ ທີ່ປ່ຽນເປັນແຮງດັນເຮັດໃຫ້ມີກຳລັງໃຈ

ເວລາທີ່ເຮົາຕັ້ງໃຈເຮັດສິ່ງໃດສິ່ງໜຶ່ງຢ່າງສຸດຄວາມສາມາດໂດຍບໍ່ໄດ້ຄາດຫວັງຫຍັງຕອບແທນ ແຕ່ມື້ໜຶ່ງສິ່ງນັ້ນພັດສົ່ງຜົນໃຫ້ມີຄົນເຫັນຄຸນຄ່າ ມັນຈະຮູ້ສຶກພູມໃຈຂະໜາດໃດ ເຊິ່ງຄວາມຮູ້ສຶກນີ້ແຫຼະທີ່ກຳລັງເກີດຂຶ້ນກັບ ຫົງສາ ໃນຕອນທີ່ລາວໄດ້ຮັບຮູ້ວ່າຕົວເອງຄວ້າລາງວັນ.

ໃນຖານະຂອງຄົນທີ່ເຮັດວຽກຢູ່ໃນສາຍງານສິລະປະມາດົນ ການໄດ້ຮັບລາງວັນນີ້ມັນບໍ່ແມ່ນພຽງແຕ່ເລື່ອງຂອງຄວາມດີໃຈພຽງຢ່າງດຽວ ແຕ່ມັນມີຄວາມໝາຍ ແລະ ຄຸນຄ່າຕໍ່ຈິດໃຈຂອງລາວຫຼາຍ. ມັນເໝືອນກັບເປັນສິ່ງທີ່ເຂົ້າມາຢືນຢັນວ່າ ເສັ້ນທາງສິລະປິນທີ່ເລືອກ ແລະ ຄວາມທຸ່ມເທໃນການສ້າງສັນເນື້ອຫາຕະຫຼອດໄລຍະເວລາທີ່ຜ່ານມານັ້ນ ມັນມີຄົນເບິ່ງເຫັນ ແລະ ເຂົ້າໃຈໃນສິ່ງທີ່ລາວຕ້ອງການສື່ສານ.

ພາບ: Khotsouvanh Hongsa

“ລາງວັນນີ້ມີຄວາມໝາຍຫຼາຍ ເປັນແຮງພັກດັນໃຫ້ມີກຳລັງໃຈສ້າງງານຂຶ້ນໄປເລື້ອຍໆ” ຫົງສາ ກ່າວ.

ຫຼາຍຄົນອາດຈະຄິດວ່າຄົນທີ່ເຮັດວຽກມາຮອດຈຸດນີ້ຄົງຈະອິ່ມຕົວແລ້ວ ແຕ່ຄວາມຈິງແລ້ວການໄດ້ລາງວັນຈາກ Muan Awards ນີ້ໄດ້ກາຍເປັນຄືກັບນ້ຳຫຼໍ່ລ້ຽງຫົວໃຈ ແລະ ເປັນແຮງດັນອັນໃຫຍ່ທີ່ເຮັດໃຫ້ມີກຳລັງໃຈ ພ້ອມທັງມີໄຟທີ່ຈະລຸກຂຶ້ນມາຄິດຄົ້ນ, ສ້າງສັນ ແລະ ພັດທະນາຜົນງານສິລະປະໃໝ່ໆ ໃຫ້ພວກເຮົາໄດ້ຕິດຕາມກັນຕໍ່ໄປເລື້ອຍໆນັ້ນເອງ.

ສື່ສານດ້ວຍຄວາມຈິງໃຈ ເຄັດລັບການແຕ້ມຮູບໃຫ້ມີຊີວິດ

ທຸກຄົນເຄີຍສົງໄສບໍ່? ວ່າສິລະປິນເຮັດແນວໃດ ຈຶ່ງສາມາດເອົາຄວາມຄິດສ່ວນໂຕອັນເລິກເຊິ່ງ ມາເລົ່າໃຫ້ຄົນທົ່ວໄປຟັງແລ້ວເຂົ້າໃຈໄດ້ງ່າຍໆໂດຍທີ່ບໍ່ເສຍຄວາມເປັນໂຕເອງໄປ ເຊິ່ງສິ່ງນີ້ຖືເປັນໂຈດທີ່ຫິນພໍສົມຄວນສຳລັບຄົນເຮັດວຽກສາຍນີ້ ເພາະງານ “ສິລະປະ ແລະ ການອອກແບບ” ບາງເທື່ອກໍມີຄວາມເປັນສ່ວນຕົວສູງຫຼາຍ ແຕ່ໃນບົດບາດຂອງນັກສ້າງເນື້ອຫາ ມັນກໍມີຄວາມຈຳເປັນທີ່ຕ້ອງເຮັດໃຫ້ຄົນເບິ່ງເຂົ້າເຖິງນຳ.

ສຳລັບ ຫົງສາ ກໍມີເຄັດລັບໃນການຮັກສາຄວາມສົມດຸນລະຫວ່າງ “ຕົວຕົນຂອງສິລະປິນ” ກັບ “ສິ່ງທີ່ຄົນເບິ່ງຢາກຮູ້” ໄດ້ຢ່າງໜ້າສົນໃຈຫຼາຍ ເຊິ່ງວິທີການຂອງລາວບໍ່ໄດ້ຊັບຊ້ອນຫຍັງເລີຍ ແຕ່ຕ້ອງໃຊ້ຄວາມຈິງໃຈສູງ ເພາະມັນຄືການພະຍາຍາມຖ່າຍທອດສິ່ງທີ່ຕາເຫັນ ແລະ ສື່ສານມັນອອກມາໃຫ້ຮູບພາບນັ້ນມີຊີວິດຊີວາທີ່ສຸດ.

ພາບ: Khotsouvanh Hongsa

ການເຮັດໃຫ້ຮູບມີຊີວິດມັນບໍ່ແມ່ນພຽງແຕ່ແຕ້ມ ຫຼື ການອອກແບບໃຫ້ງາມຕາມທິດສະດີ ແຕ່ມັນຄືການໃສ່ຄວາມຮູ້ສຶກ, ບັນຍາກາດ ແລະ ເລື່ອງລາວທີ່ເປັນຄວາມຈິງລົງໄປໃນຜົນງານ. ເວລາທີ່ຄົນເບິ່ງໄດ້ສຳຜັດ ພວກເຂົາຈະຮັບຮູ້ໄດ້ທັນທີໂດຍບໍ່ຕ້ອງມີຄຳອະທິບາຍຫຍັງຫຼາຍ.

ວິທີທຸບກຳແພງເວລາທີ່ “ໄອເດຍຕັນ”

ມັນເປັນອາຖັນບໍ່? ທຸກຄົນຄິດວ່າແນວໃດ ຫຼື ວ່າມັນເປັນເລື່ອງທຳມະດາຂອງຄົນເຮັດວຽກສາຍ Art & Design ທີ່ມັກຈະເຈິກັບກຳແພງໜາໆທີ່ຊື່ວ່າ “ໄອເດຍຕັນ” ເພາະໃນຄວາມເປັນຈິງແລ້ວ ສິ່ງທີ່ຍາກກວ່າການເລີ່ມຕົ້ນສ້າງສັນຜົນງານກໍຄື “ການຮັກສາມາດຕະຖານ ແລະ ເຮັດໃຫ້ຄວາມຄິດສ້າງສັນຂອງເຮົາມັນຄົງທີ່ຢູ່ຕະຫຼອດເວລາ”.

ອ່ານຕື່ມ:  ສະບາຍດີມະນຸດ Omaidy ເຜີຍເຄັດລັບຄວາມຈິງໃຈ ຈົນຄວ້າໄດ້ Muan Awards 2025

Muan TheInterview ກໍສົງໄສ ເຊິ່ງເຄັດລັບງ່າຍໆຂອງ ຫົງສາ ກໍເປັນສິ່ງທີ່ທຸກຄົນມັກເຮັດປະຈຳຢູ່ແລ້ວລາວຈຶ່ງໄດ້ມາແບ່ງປັນໃນສ່ວນມຸມມອງຂອງລາວໃຫ້ຟັງວ່າ: “ປົກກະຕິແລ້ວ, ເວລາໄອເດຍຕັນ ຂ້ອຍມັກຈະພະຍາຍາມອອກໄປຄົ້ນຫາມຸມມອງອັນໃໝ່ໆ ເຊິ່ງທຸກຄັ້ງທີ່ເຮັດມັນກໍໄດ້ຜົນສະເໝີ”.

ພາບ: Khotsouvanh Hongsa

ກໍແມ່ນຕາມທີ່ລາວບອກມາໃດເນາະທຸກຄົນ ເພາະເວລາທີ່ຄິດງານບໍ່ອອກ ກໍບໍ່ຕ້ອງຝືນນັ່ງຈ້ອງໜ້າຈໍ ຫຼື ຈ້ອງແຜ່ນເຈ້ຍຢູ່ບ່ອນເກົ່າ ແຕ່ໃຫ້ກ້າວຂາອອກໄປທາງນອກ ເພື່ອໄປເຫັນສິ່ງໃໝ່, ໄປພົບປະຜູ້ຄົນ, ໄປສຳຜັດກັບບັນຍາກາດທີ່ແຕກຕ່າງ ຫຼື ພາໂຕເອງໄປຢູ່ໃນສະພາບແວດລ້ອມທີ່ບໍ່ຄຸ້ນເຄີຍ ກໍຈະໄດ້ບາງສິ່ງບາງຢ່າງກັບມາ.

ບົດຮຽນຄວາມທ້າທາຍ ທີ່ເຮັດໃຫ້ເຕີບໂຕອີກຂັ້ນ

ຄວາມຮູ້ສຶກເວລາທີ່ເຮົາຕ້ອງເຮັດວຽກໃດໜຶ່ງທີ່ຍາກຈົນເຮັດໃຫ້ເຮົາຕ້ອງກັບມາຕັ້ງຄຳຖາມ ແລະ ຮື້ລະບົບຄວາມຄິດຂອງໂຕເອງໃໝ່ທັງໝົດ ແຕ່ພໍຜ່ານມັນໄປໄດ້ມັນພັດເຮັດໃຫ້ເຮົາເກັ່ງ ແລະ ເຕີບໂຕຂຶ້ນແບບກ້າວກະໂດດ ພວກຄວາມທ້າທາຍແບບນີ້ແຫຼະທີ່ເຮັດໃຫ້ຄົນເຮັດວຽກສາຍສິລະປະຍັງຄົງມ່ວນ ແລະ ມີໄຟຢູ່ສະເໝີ.

ສຳລັບ ຫົງສາ ເອງກໍເຄີຍຜ່ານຊ່ວງເວລາທີ່ຕ້ອງເຮັດຜົນງານ ຫຼື ຄອນເທັນທີ່ທ້າທາຍລະບົບຄວາມຄິດຂອງໂຕເອງແບບສຸດໆມາກ່ອນຄືກັນ.

ມັນເປັນວຽກທີ່ບໍ່ສາມາດໃຊ້ຄວາມຄຸ້ນເຄີຍແບບເດີມໆມາເຮັດໄດ້, ແຕ່ຕ້ອງໄດ້ຄິດຄົ້ນ, ທົດລອງ ແລະ ຜ່ານຂະບວນການຄິດທີ່ຊັບຊ້ອນຫຼາຍ ເຖິງວ່າມັນຈະຍາກ ແລະ ຕ້ອງໃຊ້ພະລັງງານສະໝອງໄປຫຼາຍ, ແຕ່ພໍຜົນງານນັ້ນສຳເລັດອອກມາ ມັນບໍ່ແມ່ນແຕ່ຄວາມພູມໃຈໃນຄວາມສຳເລັດເທົ່ານັ້ນ, ແຕ່ມັນຄືການປົດລັອກສັກກະຍະພາບທີ່ເຮັດໃຫ້ລາວໄດ້ເຕີບໂຕຂຶ້ນໄປອີກຂັ້ນໜຶ່ງໃນຖານະສິລະປິນ.

ພາບ: Khotsouvanh Hongsa

ເມື່ອໂຕເອງໄດ້ຮຽນຮູ້ ແລະ ເຕີບໂຕມາຈົນຮອດຈຸດນີ້ແລ້ວ, ເປົ້າໝາຍຕໍ່ໄປທີ່ ຫົງສາ ຕັ້ງໃຈໄວ້ ຈຶ່ງບໍ່ແມ່ນແຕ່ການສ້າງຜົນງານເພື່ອຕົວເອງອີກຕໍ່ໄປ ແຕ່ລາວຢາກຖ່າຍທອດຄວາມຮູ້, ປະສົບການ ແລະ ເຕັກນິກທັງໝົດທີ່ມີໃຫ້ກັບຮຸ່ນນ້ອງທີ່ມີຄວາມມັກຮັກໃນງານສິລະປະຄືກັນ. 

ລາວຢາກໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ວິທີການເຮັດວຽກ ເພື່ອເອົາໄປພັດທະນາ ແລະ ຍົກລະດັບການສ້າງສັນຜົນງານຂອງໂຕເອງໃຫ້ມີຄຸນນະພາບ ແລະ ກ້າວໄປໄດ້ໄກກວ່າເກົ່າ. Muan TheInterview ຮູ້ສຶກດີແຮງ ເພາະການໄດ້ເຫັນສິລະປິນຮຸ່ນອ້າຍທີ່ມີປະສົບການ ພ້ອມທີ່ຈະສົ່ງຕໍ່ຄວາມຮູ້ໃຫ້ຮຸ່ນນ້ອງແບບນີ້ ມັນເປັນສິ່ງທີ່ໜ້ານັບຖື ແລະ ເຮັດໃຫ້ວົງການສິລະປະບ້ານເຮົາມີຄວາມຫວັງຫຼາຍຂຶ້ນຕື່ມອີກ.

ຈາກມື້ທີ່ບໍ່ມີໃຜຮູ້ຈັກ ມຸມມອງຊີວິດທີ່ປ່ຽນໄປຫຼັງຄວ້າລາງວັນ

ຖ້າທຸກຄົນໄດ້ລອງຄິດຍ້ອນກັບໄປມື້ທຳອິດທີ່ເຮົາເລີ່ມຕົ້ນເຮັດສິ່ງໃດສິ່ງໜຶ່ງ ໃນມື້ທີ່ຍັງບໍ່ທັນມີໃຜຮູ້ຈັກ, ມື້ທີ່ມີແຕ່ຄວາມມັກ ແລະ ຄວາມຕັ້ງໃຈເປັນຕົວນຳທາງ. ຈາກຈຸດເລີ່ມຕົ້ນນັ້ນມາຮອດມື້ທີ່ໄດ້ຮັບລາງວັນໃຫຍ່ລະດັບປະເທດ ມັນຄົງຈະເປັນເສັ້ນທາງທີ່ຍາວໄກ ແລະ ເຮັດໃຫ້ມຸມມອງຕໍ່ຊີວິດປ່ຽນໄປຫຼາຍແທ້ໆແມ່ນບໍ່.

ຫົງສາ ໄດ້ເຫັນເຖິງຄວາມປ່ຽນແປງໃນຊີວິດ ຕັ້ງແຕ່ມື້ທຳອິດທີ່ເລີ່ມກ້າວເຂົ້າສູ່ໂລກອອນລາຍ ເພື່ອສື່ສານເລື່ອງລາວສິລະປະ ຜ່ານບົດບາດການເປັນນັກສ້າງເນື້ອຫາ. ຈົນມາຮອດມື້ທີ່ປະສົບຄວາມສຳເລັດໄດ້ຮັບລາງວັນ Muan Awards.

ພາບ: Khotsouvanh Hongsa

ສິ່ງທີ່ປ່ຽນແປງໄປຫຼາຍທີ່ສຸດໃນມຸມມອງຂອງລາວ ບໍ່ແມ່ນເລື່ອງຂອງຊື່ສຽງເງິນຄຳ ແຕ່ມັນຄືການຮັບຮູ້ວ່າ ໃນຕອນນີ້ມີຄົນເຫັນ, ເຂົ້າໃຈ ແລະ ເຂົ້າມາມັກຮັກໃນຜົນງານສິລະປະທີ່ລາວຕັ້ງໃຈສ້າງຂຶ້ນມາຫຼາຍຂຶ້ນເລື້ອຍໆ.

ອ່ານຕື່ມ:  DJ PINEMELON ຈາກເດັກນ້ອຍຜູ້ຫຼົງໃຫຼໃນສຽງເພງ ສູ່ດີເຈຄິວທອງຜູ້ມີຜົນງານໂດດເດັ່ນ

ລາຍເສັ້ນທີ່ເປັນເອກະລັກ ຈະປາກົດອອກມາຜ່ານງານທີ່ເຮົາເຮັດ 

“ລາຍເສັ້ນ” ຫຼື “ຕົວຕົນ” ຂອງຄົນເຮົາ ມັນຈະສາມາດຊອກເຈິໄດ້ແນວໃດ? ເຊິ່ງບາງຄົນອາດຈະນັ່ງຄິດ ນັ່ງວາງແຜນຢູ່ໃນຫ້ອງດົນເຕີບ ແຕ່ກໍຍັງຫາຄຳຕອບບໍ່ໄດ້ຈັກເທື່ອ. ໃນຖານະຮຸ່ນໃຫຍ່ທີ່ຜ່ານຮ້ອນຜ່ານໜາວມາ ຫົງສາ ກໍມີຄຳແນະນຳສັ້ນໆ ທີ່ກັ່ນມາຈາກປະສົບການທັງຊີວິດ ທີ່ຢາກຈະສົ່ງຕໍ່ໃຫ້ຄົນຮຸ່ນໃໝ່ທີ່ກຳລັງຫຼົງທາງ ຫຼື ພະຍາຍາມຄົ້ນຫາຕົວຕົນໃນສາຍງານ Art & Design ນີ້ຢູ່.

ຄຳເວົ້າຂອງລາວກໍງ່າຍໆຕາມສະໄຕລ໌ສາຍຊິລ ແຕ່ໄດ້ໃຈຄວາມ ແລະ ກິນໃຈທີ່ສຸດກໍຄື: “ໃຫ້ເຮັດ, ໃຫ້ສ້າງງານສິລະປະໃຫ້ຫຼາຍໆ ແລະ ຊອກຫາຕົວຕົນຂອງເຮົາໃຫ້ໄດ້”.

ພາບ: Khotsouvanh Hongsa

ໃນສິ່ງທີ່ລາວຢາກສື່ສານກັບທຸກຄົນກໍມີຄວາມໝາຍວ່າ ການທີ່ເຮົາຈະສ້າງ “ຕົວຕົນ ຫຼື ລາຍເສັ້ນທີ່ເປັນເອກະລັກ” ມັນບໍ່ໄດ້ມາຈາກການນັ່ງຈິນຕະນາການ ຫຼື ລໍຖ້າໃຫ້ມັນເກີດຂຶ້ນເອງ ແຕ່ມັນຈະຄ່ອຍໆປາກົດອອກມາຜ່ານທຸກໆການຝຶກຝົນ ແລະ ທຸກໆຜົນງານທີ່ເຮົາລົງມືເຮັດ.

ຍິ່ງເຮົາລົງມືສ້າງສັນງານຫຼາຍເທົ່າໃດ ເຮົາກໍຈະຍິ່ງເຫັນຄວາມຊັດເຈນຂອງໂຕເອງຫຼາຍຂຶ້ນເທົ່ານັ້ນ, ຈະຮູ້ວ່າເຮົາມັກແບບໃດ, ຖະໜັດແບບໃດ ແລະ ສິ່ງໃດທີ່ເຮັດແລ້ວມັນເປັນຕົວເຮົາຫຼາຍທີ່ສຸດ. ສະນັ້ນ ທຸກຄົນບໍ່ຕ້ອງຢ້ານວ່າ ຕອນເລີ່ມຕົ້ນແລ້ວມັນຈະບໍ່ທັນງາມ ຫຼື ບໍ່ທັນມີໃຜເຫັນ, ຂໍແຕ່ລົງມືເຮັດໃຫ້ຫຼາຍ ເຮັດດ້ວຍຄວາມຕັ້ງໃຈ ແລ້ວມື້ໜຶ່ງຕົວຕົນທີ່ແທ້ຈິງຂອງເຮົາກໍຈະສະທ້ອນອອກມາໃນຜົນງານເອງ.

ບົດສະຫຼຸບຄວາມສຳເລັດ ທີ່ຕ້ອງເລີ່ມຈາກການລົງມືເຮັດ

ໃນຕອນທ້າຍຂອງການລົມກັນກັບ ສິລະປິນອິດສະລະ ທີ່ຜ່ານປະສົບການໃນວຽກງານສາຍນີ້ມາດົນ ເຊິ່ງກ່ອນຈະຈົບບົດຄວາມນີ້ ຫົງສາ ໂຄດສຸວັນ ກໍໄດ້ຝາກຂໍ້ຄິດດີໆທີ່ເປັນເໝືອນກຳລັງໃຈອັນອົບອຸ່ນໃຫ້ກັບທຸກຄົນທີ່ມີຄວາມສົນໃຈ ແລະ ຢາກກ້າວເຂົ້າມາໃນເສັ້ນທາງສາຍສິລະປະນີ້ວ່າ: “ໃຫ້ພະຍາຍາມສ້າງງານທີ່ຕົນເອງມັກຮັກໃຫ້ຫຼາຍໆ ແລ້ວຈຸດໝາຍຈະຢູ່ໃກ້ມືຂອງເຮົາແນ່ນອນ”.

ພາບ: Khotsouvanh Hongsa

ຄຳເວົ້າທຳມະດາງ່າຍໆນີ້ ແຕ່ມັນພິເສດຫຼາຍ, ໄດ້ເຮັດໃຫ້ເຫັນເຖິງຄວາມຈິງຂອງຊີວິດ ແລະ ການເຮັດວຽກໄດ້ດີຫຼາຍ ເພາະເມື່ອໃດທີ່ເຮົາເລີ່ມຕົ້ນເຮັດສິ່ງໃດສິ່ງໜຶ່ງດ້ວຍຄວາມມັກຮັກທີ່ແທ້ຈິງ ເຮົາຈະມີພະລັງໃນການສ້າງສັນຜົນງານອອກມາໄດ້ເລື້ອຍໆ ໂດຍບໍ່ຮູ້ສຶກອິດເມື່ອຍ.

ຄວາມຕັ້ງໃຈ ແລະ ຄວາມໝັ້ນພຽນໃນການລົງມືເຮັດນີ້ແຫຼະທີ່ຈະຄ່ອຍໆ ຫຍັບຫຍໍ້ໄລຍະທາງໃຫ້ພວກເຮົາກ້າວເຂົ້າໃກ້ຄວາມສຳເລັດ ແລະ ຈຸດໝາຍທີ່ຫວັງໄວ້ໄດ້ໄວຂຶ້ນ ເຊິ່ງການທີ່ Muan TheInterview ໄດ້ລົມກັບ ຫົງສາ ໂຄດສຸວັນ ໃນມື້ນີ້ ເຮັດໃຫ້ເຫັນວ່າ ສິລະປະມັນບໍ່ມີຂີດຈຳກັດເລື່ອງອາຍຸ ແລະ ຄວາມສຳເລັດກໍບໍ່ມີທາງລັດ ມັນມີແຕ່ຕ້ອງລົງມືເຮັດດ້ວຍຄວາມຮັກເທົ່ານັ້ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.