ບໍ່ຄິດວ່າໂຕເອງເກັ່ງກວ່າໃຜ ເຄັດລັບຄວາມສໍາເລັດ ຈາກແມ່ຄ້ານັກໄລຟ໌ ຕານ້ອຍ – Super Top 10

ແບ່ງປັນ

ບໍ່ຄິດວ່າໂຕເອງເກັ່ງກວ່າໃຜ ເຄັດລັບຄວາມສໍາເລັດ ຈາກແມ່ຄ້ານັກໄລຟ໌ ຕານ້ອຍ – Super Top 10

20 August 2026 2
AI Summarized

Key Takeaways:

  • ຕານ້ອຍ - ສຸວິຕາ ດາລາສັກ, ນັກໄລຟ໌ສາວອາຍຸ 33 ປີ, ເປັນແມ່ຄ້າໄລຟ໌ສົດ ແລະ ຜູ້ສອນເຕັກນິກການໄລຟ໌ຂາຍເຄື່ອງ.
  • ຕານ້ອຍໄດ້ຮັບລາງວັນ Muan Awards 2025 ສາຂາ Best Live Commerce Content Creator 2025, ເຊິ່ງເຮັດໃຫ້ລາວຮູ້ສຶກຕົກໃຈເພາະມີຄູ່ແຂ່ງທີ່ໂດ່ງດັງຫຼາຍ.
  • ຫຼັກການສຳຄັນໃນການຂາຍຂອງຕານ້ອຍຄືການສ້າງຄວາມເຊື່ອໃຈໃຫ້ລູກຄ້າ ໂດຍການສະແດງຄວາມຈິງໃຈ, ສົ່ງມອບຄຸນຄ່າ ແລະ ຄວາມປາຖະໜາດີ, ພ້ອມທັງມີນະໂຍບາຍຮັບເຄຼມສິນຄ້າໃຫ້ລູກຄ້າ.
  • ເພື່ອຄວາມຢູ່ລອດໃນຕະຫຼາດແຂ່ງຂັນສູງ, ຕານ້ອຍເນັ້ນການແຂ່ງກັບໂຕເອງ, ສ້າງ Personal Branding ໃຫ້ລູກຄ້າຈື່ໄດ້, ແລະ ເນັ້ນການບໍລິການທີ່ດີກວ່າການແຂ່ງຂັນດ້ານລາຄາ.
  • ຕານ້ອຍໄດ້ຮຽນຮູ້ຈາກຄວາມຜິດພາດ, ເຊັ່ນເຫດການທີ່ຂາຍສິນຄ້າເກີນສະຕັອກ, ເຊິ່ງເຮັດໃຫ້ເພຈ Super Top 10 ພັດທະນາລະບົບການຈັດການ ແລະ ການບໍລິການລູກຄ້າໃຫ້ດີຂຶ້ນ.

ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາກັນດີຢູ່ແລ້ວ ເວລາໄຖຟີດໄປເຈິກັບແມ່ຄ້າສາວທີ່ມີພະລັງງານລົ້ນເຫຼືອ, ເວົ້າເກັ່ງ ແລະ ສ້າງຮອຍຍິ້ມໃຫ້ເຮົາໄດ້ຕະຫຼອດໃນໄລຟ໌ຂາຍຂອງເພຈ Super Top 10. ລາວຄື ຕານ້ອຍ – ສຸວິຕາ ດາລາສັກ ຜູ້ສາວນັກໄລຟ໌ໄວ 33 ປີ (ເກີດວັນທີ 25 ພຶດສະພາ 1993) ເຊິ່ງປັດຈຸບັນ, ເຮັດອາຊີບເປັນແມ່ຄ້າໄລຟ໌ສົດ ພ້ອມທັງເປັນຄູສອນເຕັກນິກການໄລຟ໌ຂາຍເຄື່ອງອີກດ້ວຍ.

ຫຼາຍຄົນອາດຈະສົງໄສວ່າ ຢູ່ໜ້າກ້ອງເບິ່ງເປັນຄົນພະລັງງານສູງ ແລະ ອາລົມດີຕະຫຼອດເວລາແບບນັ້ນ ແລ້ວຢູ່ຫຼັງກ້ອງ ຫຼື ເວລາຢູ່ເຮືອນສ່ວນຕົວລາວຈະເປັນຄົນແນວໃດ. ບອກເລີຍວ່າ ຕົວຕົນທີ່ແທ້ຈິງຂອງຕານ້ອຍກໍບໍ່ໄດ້ຕ່າງຈາກຢູ່ໜ້າກ້ອງເລີຍ.

ລາວຍັງເປັນຄົນທີ່ມີພະລັງງານດີໆ ແລະ ສົ່ງຍິ້ມໃຫ້ຄົນອ້ອມຂ້າງຢູ່ສະເໝີ ເພາະໃນຊີວິດຈິງລາວຕ້ອງຄຸມພະນັກງານ ແລະ ເວົ້າລົມກັບລູກຄ້າຕະຫຼອດ, ການຮັກສາພະລັງງານບວກໄວ້ຈຶ່ງເປັນສິ່ງທີ່ຕານ້ອຍເຮັດຢູ່ຕະຫຼອດ ແລະ ເຮັດໃຫ້ທຸກຄົນທີ່ຢູ່ໃກ້ຊິດຮູ້ສຶກສະບາຍໃຈ.

ຄວາມຮູ້ສຶກຂອງ ຕານ້ອຍ ກັບລາງວັນທີ່ປ່ຽນຊີວິດແມ່ຄ້າສາຍໄລຟ໌

ທຸກຄົນເຄີຍເປັນບໍ່… ເວລາທີ່ເຮົາເຮັດຫຍັງບາງຢ່າງດ້ວຍຄວາມຕັ້ງໃຈ ແຕ່ພໍເຖິງວິນາທີທີ່ຄວາມສໍາເລັດມາຮອດແທ້ໆ ມັນກໍເຮັດໃຫ້ເຮົາອຸທານອອກມາແບບບໍ່ທັນຕັ້ງໂຕດ້ວຍຄວາມຕົກໃຈ ເຊັ່ນດຽວກັນກັບຕານ້ອຍທີ່ໄດ້ເລົ່າຄວາມຮູ້ສຶກໃນໃຈໃຫ້ Muan TheInterview ຟັງໃນວິນາທີທີ່ຊື່ຂອງໂຕເອງຖືກປະກາດວ່າໄດ້ຮັບລາງວັນ Muan Awards 2025 ສາຂາ Best Live Commerce Content Creator 2025

ອ່ານຕື່ມ:  ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You

“ຂ້ອຍຮູ້ສຶກຕົກໃຈຫຼາຍເລີຍ ເພາະວ່າສາຂາທີ່ຂ້ອຍເຂົ້າຊີງມີແຕ່ ຮ້ານແມ່ຄ້າ-ພໍ່ຄ້າ ໂຕທັອບດັງໆ ເລີຍບໍ່ຄິດວ່າໂຕເອງຊິໄດ້ລາງວັນນີ້”.

ເຄັດລັບປິດການຂາຍທະລຸຈໍ ສ້າງຄວາມເຊື່ອໃຈແນວໃດໃຫ້ລູກຄ້າຍອມຊື້

ເຄີຍສົງໄສບໍ່ວ່າ ເປັນຫຍັງຫຼາຍຄົນທີ່ໄລຟ໌ຂາຍເຄື່ອງຄືກັນ ແຕ່ບາງຄົນພັດເຮັດໃຫ້ເຮົາເຊື່ອ ແລະ ຍອມໂອນເງິນໃຫ້ໄດ້ແບບງ່າຍໆ. ນີ້ແມ່ນສິ່ງທີ່ Muan TheInterview ໄດ້ຖາມຕານ້ອຍ ເພາະລາວຮູ້ດີວ່າການໄລຟ໌ໃຜກໍເວົ້າໄດ້ ແຕ່ການສ້າງຄວາມເຊື່ອໃຈໃຫ້ທະລຸຜ່ານໜ້າຈໍໄປຫາລູກຄ້ານັ້ນຍາກກວ່າຫຼາຍ.

ຕານ້ອຍໄດ້ແບ່ງປັນວິທີຄິດ ແລະ ເຕັກນິກການສ້າງຄວາມຈິງໃຈໃຫ້ລູກຄ້າມີຄວາມເຊື່ອໝັ້ນ ເຊິ່ງຖືເປັນຫົວໃຈສໍາຄັນຂອງການຂາຍ. ການເຮັດໃຫ້ຄົນທີ່ເບິ່ງຢູ່ທາງຈໍຮູ້ສຶກໄດ້ເຖິງຄວາມຈິງໃຈ ແລະ ຄວາມຊື່ສັດ ແມ່ນເລີ່ມຕົ້ນຈາກທັດສະນະຄະຕິຂອງຄົນຂາຍເອງທີ່ບໍ່ໄດ້ມຸ່ງຫວັງພຽງແຕ່ຈະເອົາເງິນ ແຕ່ແມ່ນການສົ່ງມອບຄຸນຄ່າ ແລະ ຄວາມປາຖະໜາດີໃຫ້ລູກຄ້າ.

ພາບຈາກ: Super Top 10

“ສິ່ງທີ່ ຕານ້ອຍ ເຮັດຕະຫຼອດຈົນມາຮອດປັດຈຸບັນ ແລະ ຍັງເຮັດຢູ່ຄືເກົ່າແມ່ນ ການບໍລິການລູກຄ້າ ເຊິ່ງເວົ້າເລື່ອງການໄລຟ໌ສົດ, ລູກຄ້າບໍ່ສາມາດສຳຜັດເຄື່ອງໄດ້ ແລະ ລູກຄ້າບໍ່ສາມາດຮູ້ໄດ້ເລີຍວ່າສິນຄ້າທີ່ລູກຄ້າຈະຊື້ເປັນແບບໃດ ສະນັ້ນ, ຖ້າເວົ້າເລື່ອງການຂາຍໃນອອນລາຍ ຫຼື ການເປັນແມ່ຄ້າໄລຟ໌. ເຮົາຈະຕ້ອງເຮັດໃຫ້ລູກຄ້າເຫັນສິນຄ້າກ່ອນແລ້ວຈຶ່ງສ້າງຄວາມເຊື່ອໃຈຄື ມາດຕະຖານການບໍລິການລູກຄ້າແບບໃດໃນໜ້າໄລຟ໌ ແລະ ຫຼັງໄລຟ໌ກໍຕ້ອງບໍລິການແບບນັ້ນ” ຕານ້ອຍ ເລົ່າ.

ສິ່ງທີ່ Muan TheInterview ຮັບຮູ້ເຖິງຄວາມຈິງໃຈໃນການບໍລິການອີກຢ່າງເລີຍຄື ຖ້າສິນຄ້າມີຕຳໜິ Super Top 10 ກໍຈະມີນະໂຍບາຍຮັບເຄຼມໃຫ້ລູກຄ້າຄືນທຸກຢ່າງເລີຍ ເພື່ອໃຫ້ລູກຄ້າສາມາດໝັ້ນໃຈໃນສິນຄ້າໄດ້ ເຊິ່ງນີ້ຄືປັດໃຈຫຼັກຂອງການແມ່ຄ້າອອນລາຍທີ່ ຕານ້ອຍ ແລະ ທີມ ໄດ້ເຮັດຢູ່ຕະຫຼອດ. ສິ່ງຕ່າງໆທີ່ພວກເຂົາເຮັດ ມັນໄດ້ສ້າງສາຍສຳພັນກັບລູກຄ້າ, ບໍ່ວ່າລາວຈະນຳສິນຄ້າໂຕໃດມາຂາຍລູກຄ້າກໍສະໜັບສະໜຸນຕະຫຼອດທຸກໄລຟ໌ເລີຍ.

ໃນຍຸກຄູ່ແຂ່ງເຕັມຕະຫຼາດ! ເຮັດແນວໃດໃຫ້ຮ້ານຢູ່ລອດ

ໃນວົງການໄລຟ໌ຂາຍເຄື່ອງທີ່ມີການປ່ຽນແປງຕະຫຼອດເວລາ, ບໍ່ວ່າຈະເປັນ AI ທີ່ປ່ຽນແປງໄວ, ສົງຄາມລາຄາ ຫຼື ຄູ່ແຂ່ງໃໝ່ໆທີ່ເກີດຂຶ້ນທຸກມື້, ສິ່ງທີ່ເຮັດໃຫ້ Muan TheInterview ຢາກຮູ້ຫຼາຍເປັນພິເສດກໍຄືເພຈ Super Top 10 ກໍຍັງຢືນຢູ່ໄດ້.

ແມ່ນຫຍັງ? ຄືເຄັດລັບການປັບໂຕຂອງພວກເຂົາ ແລ້ວການພາທີມງານກ້າວຂ້າມຄວາມກົດດັນ ໂດຍບໍ່ໄດ້ເບິ່ງວ່າອຸປະສັກເຫຼົ່ານີ້ເປັນປັນຫາ ແຕ່ເບິ່ງເປັນໂຈດທີ່ຕ້ອງແກ້, ການປັບກົນລະຍຸດໃຫ້ທັນກັບລະບົບ ແລະ ການຮັກສາຄວາມເຂັ້ມແຂງຂອງທີມງານ ອັນໃດເປັນຫົວໃຈສໍາຄັນທີ່ເຮັດໃຫ້ພວກເຂົາຜ່ານທຸກຄວາມທ້າທາຍໃນໂລກການຂາຍອອນລາຍໄປໄດ້.

Screenshot

ມື້ນີ້, Muan TheInterview ກໍຖາມມາໃຫ້ທຸກຄົນແລ້ວເດີ ແລະ ຕານ້ອຍ ກໍໄດ້ເລົ່າໃຫ້ຟັງວ່າ: “ສິ່ງທີ່ປ່ຽນຢູ່ຕະຫຼອດເວລາເລີຍໃນຕະຫຼາດນີ້ກໍຄື ‘ຄູ່ແຂ່ງ’ ເພາະຕອນນີ້ແມ່ນມີເພີ່ມຂຶ້ນຫຼາຍ, ການຂາຍອອນລາຍມີຫຼາຍໆຮ້ານເພີ່ມຂຶ້ນ ແລະ ກໍເເຂ່ງລາຄາກັນຫຼາຍ ແຕ່ສິ່ງທີ່ຂ້ອຍບໍ່ເຄີຍຄິດປ່ຽນຄື 1 ບໍ່ແຂ່ງລາຄາ”.

ອ່ານຕື່ມ:  ຈ່ອນນີ້ Mister Universe ສະຫວັນນະເຂດ ກັບຄືນສູ່ເວທີປະກວດດ້ວຍຄວາມເຊື່ອໝັ້ນໃນຄວາມຝັນຕົວເອງ

“ຈຸດສຳຄັນ ຖ້າຈະແຂ່ງກໍຄື ການແຂ່ງກັບໂຕຕົນຂອງໂຕເອງ ເຊິ່ງຂ້ອຍຕ້ອງເຮັດໃຫ້ລູກຄ້າຈື່ໂຕຕົນຂອງເຮົາ (Personal Branding) ໃຫ້ຫຼາຍທີ່ສຸດ, ຈື່ການບໍລິການຂອງເຮົາ, ຈື່ຮ້ານ Super Top 10 ໄວ້. ເພາະວ່າລູກຄ້ານີ້ແຫຼະຄື ສິ່ງທີ່ກາລັນຕີໄດ້ເລີຍວ່າ ຮ້ານເຮົາສິນຄ້າດີ-ລາຄາບໍ່ໄດ້ຖືກ ແຕ່ລູກຄ້າສາມາດຊື້ໄດ້ເພາະວ່າລູກຄ້າຊື້ຄຸນນະພາບ, ຊື້ຄວາມເຊື່ອໃຈ ແລະ ຄວາມເຊື່ອໝັ້ນ” ຕານ້ອຍ ກ່າວ.

ສ້າງຄວາມເຊື່ອໃຈ ໂດຍການສ້າງມາດຕະຖານໃໝ່ທີ່ປັບປຸງຈາກຂໍ້ຜິດພາດ

ຄວາມຜິດພາດຄືບົດຮຽນລາຄາແພງທີ່ສຸດໃນຊີວິດທີ່ຕ້ອງໄດ້ເຈິກັນທຸກຄົນ ແຕ່ສິ່ງທີ່ເຮັດໃຫ້ເຕີບໃຫຍ່ ແລະ ເກັ່ງຂຶ້ນມາໄດ້ໃນມື້ນີ້ ບໍ່ແມ່ນການບໍ່ເຄີຍລົ້ມ ແຕ່ແມ່ນການເບິ່ງວ່າຄວາມຜິດພາດໃນຄັ້ງນັ້ນໄດ້ສອນຫຍັງເຮົາແດ່.

“ເຄີຍມີເຫດການໜຶ່ງ, ຂ້ອຍຈື່ໄດ້ຈົນເຖິງປັດຈຸບັນ ຕອນນັ້ນແມ່ນຂ້ອຍກຳລັງໄລຟ໌ໃໝ່ໆເລີຍ ຕອນນັ້ນມັນມີສິນຄ້າທີ່ມັນເກີນການສັ່ງຊື້ແລ້ວລູກຄ້າຄົນນັ້ນບໍ່ໄດ້ສິນຄ້າ ເຊິ່ງແອັດມິນຂອງທາງຮ້ານຂໍໂອນເງິນກັບ ແຕ່ວ່າລູກຄ້າບໍ່ຢາກຮັບເງິນ, ລູກຄ້າຢາກໄດ້ສິນຄ້າ ແລະ ລູກຄ້າຢາກປະຈານ. ມັນເປັນສິ່ງທີ່ຮັບມືໄດ້ຍາກຫຼາຍໃນຕອນນັ້ນ, ເພາະການທີ່ເວລາເຮົາຖືກປະຈານ ສິ່ງທຳອິດເລີຍຄື ຄົນເປັນແມ່ຄ້າຢ່າງເຮົາຕ້ອງເບິ່ງວ່າເກີດຈາກສາເຫດຫຍັງ ເກີດຈາກຄົນ ຫຼື ລະບົບຫຼັງບ້ານເຮົາ ແລ້ວເປັນຫຍັງລູກຄ້າເຖິງຢາກປະຈານເຮົາ”

“ເຮົາກໍຕ້ອງໄດ້ມາປັບແກ້ວ່າ ການເປີດການສັ່ງຊື້ເກີນສະຕັອກທີ່ມີ ບໍ່ຄວນມີສິນຄ້າທີ່ລູກຄ້າຈ່າຍເງິນແລ້ວ ກໍຄວນທີ່ຈະໄດ້ສິ່ງນັ້ນ. ນັ້ນເລີຍເປັນເຫດການທີ່ຈື່ຕະຫຼອດ ແລະ ຈະບໍ່ໃຫ້ມັນເກີດຂຶ້ນອີກ. ຂ້ອຍເວົ້າກັບທີມງານເລີຍວ່າບໍ່ໃຫ້ເກີດຂຶ້ນອີກເດີ, ສະຕັອກສິນຄ້າຕ້ອງແໜ້ນ ເວລາລູກຄ້າຢືນຢັນການສັ່ງຊື້ ລູກຄ້າຕ້ອງໄດ້ເຄື່ອງ.

“ຖ້າໃນກໍລະນີທີ່ລູກຄ້າບໍ່ໄດ້ເຄື່ອງກໍຕ້ອງໂທຫາລູກຄ້າ ພ້ອມບອກເຫດຜົນເວລາໂອນເງິນ ແລະ ຕ້ອງຂໍໂທດລູກຄ້າທຸກຄັ້ງ ເພາະວ່າລູກຄ້າຄືຄົນທີຄ່ອຍຊັບພັອດເຮົາ ຕ້ອງໃຫ້ລູກຄ້າຮູ້ວ່າເຫດການມັນເປັນແບບໃດເຖິງບໍ່ໄດ້ເຄື່ອງເຊັ່ນ ກໍລະນີເຄື່ອງຕົກແຕກ ຫຼື ເຄື່ອງເສຍຫາຍ ຈຶ່ງບໍ່ໄດ້ສົ່ງໃຫ້ລູກຄ້າ ເຊິ່ງຕ້ອງໃຫ້ລູກຄ້າຮູ້ເຫດຜົນນຳ” ຕານ້ອຍ ແບ່ງປັນປະສົບການທີ່ມີຄ່າ.

ນີ້ຄືເຄັດລັບການເກັບເອົາທຸກບັນຫາ ແລະ ຂໍ້ຜິດພາດທີ່ເກີດຂຶ້ນມາປັບປຸງແກ້ໄຂ, ພັດທະນາໂຕເອງ ແລະ ທີມງານໃຫ້ພ້ອມຮັບມືກັບທຸກສະຖານະການໄດ້ດີກວ່າເກົ່າຂອງ Super Top 10. 

ເຮັດແນວໃດໃຫ້ລູກຄ້າຕິດ? ໄລຟ໌ເອງທຸກຮອບເຄັດລັບຈາກ ຕານ້ອຍ

ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງ ລູກຄ້າເຫັນໜ້າຄົນນີ້ປຸບ ແລ້ວຕ້ອງຢຸດເບິ່ງ ແລະ ຍອມຊື້ຂອງນຳຕະຫຼອດ? ເຄັດລັບສຳຄັນທີ່ Super Top 10 ຮັກສາໄວ້ແບບບໍ່ເຄີຍປ່ຽນແປງເລີຍກໍຄື ໂຕຕົນຂອງ “ຕານ້ອຍ” ໃນຖານະແມ່ຄ້າຫຼັກ.

ອ່ານຕື່ມ:  ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ລາວເລືອກທີ່ຈະບໍ່ໃຫ້ແອັດມິນ ຫຼື ຄົນອື່ນມາໄລຟ໌ແທນ ເພາະລູກຄ້າຈື່ ແລະ ຜູກພັນກັບແມ່ຄ້າເປັນຫຼັກ. ທຸກໆຄັ້ງທີ່ເປີດໄລຟ໌, ລູກຄ້າຈະຮູ້ເລີຍວ່າຕ້ອງມາຖ້າເບິ່ງຕານ້ອຍ ພ້ອມກັບໂປຣໂມຊັນ ແລະ ຂອງແຈກຂອງແຖມທີ່ຄາດບໍ່ເຖິງ. ການສ້າງຄວາມຕື່ນເຕັ້ນໃຫ້ກັບລູກຄ້າໃນທຸກໆຮອບແບບນີ້ແຫຼະ ທີ່ເຮັດໃຫ້ຄົນຢາກຕິດຕາມຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ເພຈເປັນທີ່ຮູ້ຈັກຫຼາຍຂຶ້ນມາຮອດມື້ນີ້.

ພາບຈາກ: Super Top 10

ປ່ຽນໄລຟ໌ຂາຍເຄື່ອງໃຫ້ບັນເທີງ ເປົ້າໝາຍໃໝ່ທີ່ຢາກໃຫ້ຄົນເບິ່ງມ່ວນ

ທຸກຄົນເຄີຍເບິ່ງໄລຟ໌ຂາຍເຄື່ອງແລ້ວຮູ້ສຶກມ່ວນຈົນລືມໄປເລີຍວ່າພວກເຂົາມາຂາຍເຄື່ອງບໍ່? ນີ້ແຫຼະຄືເປົ້າໝາຍໃໝ່ທີ່ໃຫຍ່ກວ່າເກົ່າຂອງ Super Top 10 ຫຼັງຈາກທີ່ໄດ້ຄວ້າລາງວັນນັກສ້າງເນື້ອຫາດີເດັ່ນຈາກ Muan Awards 2025 ມາຄອງ. 

“ຫຼັງຈາກທີໄດ້ລາງວັນ Muan Awards, ຂ້ອຍກໍມີຈຸດໝາຍໃໝ່ທີ່ໃຫຍ່ຂຶ້ນຄື ຢາກຈະເຮັດໃຫ້ການໄລຟ໌ບໍ່ເປັນຄືການໄລຟ໌ແບບທົ່ວໄປ ຢາກເຮັດໃຫ້ລູກຄ້າເບິ່ງແລ້ວມ່ວນ, ມີຄວາມສຸກບໍ່ແມ່ນພຽງການຂາຍ ແຕ່ເປັນການມອບຄວາມສຸກໃຫ້ກັບລູກຄ້າ. ຕົວຢ່າງ ເວລາລູກຄ້າເຫັນໄລຟ໌ປຸບ ບໍ່ຢາກໃຫ້ຄິດວ່າມາຂາຍຢ່າງດຽວ ແຕ່ຢາກໃຫ້ລູກຄ້າຮູ້ວ່າການໄລຟ໌ຂອງເຮົາມັນມ່ວນໜ້າຕິດຕາມຢູ່ຕະຫຼອດ.

ຂອບໃຈໂຕເອງທີ່ກ້າເລີ່ມຕົ້ນ ເຄັດລັບການສ້າງຄວາມກ້າໃນວັນທີ່ທຸກຢ່າງບໍ່ເປັນໃຈ

ໃນວັນທີ່ປະສົບຄວາມສຳເລັດ, ຖ້າສາມາດຍ້ອນເວລາກັບໄປຂອບໃຈຕົວເອງໃນອະດີດໄດ້, ມີເຫດການ ຫຼື ຊ່ວງເວລາໃດ ທີ່ຢາກຍ່າງກັບໄປກອດ ແລະ ຂອບໃຈຕົວເອງຫຼາຍທີ່ສຸດ. ນີ້ຄືສິ່ງທີ່ Muan TheInterview ໄດ້ຖາມກັບຕານ້ອຍ ແລະ ລາວກໍຮີບຕອບກັບທັນທີວ່າ:

“ຖ້າສາມາດຍ້ອນເວລາໄດ້, ຂ້ອຍຢາກຂອບໃຈໂຕເອງທີ່ສຸດໃນວັນທີເຈິໂຄວິດ ກິດຈະການຕ່າງໆໃນຊ່ວງນັ້ນຖືກປິດລົງໃນວັນທີ່ບໍ່ກ້າຈະເດີນໜ້າຕໍ່ໄປໃນມື້ນັ້ນ ແລະ ຮູ້ສຶກດີໃຈທີ່ສຸດ. ເພາະມື້ນັ້ນ, ປຸ່ມໄລຟ໌ຂຶ້ນມາ ຂ້ອຍເລີຍກ້າທີ່ຈະອອກຈາກກອບ, ອອກຈາກຄວາມອາຍກ້ອງ ມາຈັບສິນຄ້າມາຂຶ້ນມາຂາຍເທິງໜ້າກ້ອງ ເລີຍຢາກກອດໂຕເອງຄື ພູມໃຈຫຼາຍຕັ້ງແຕ່ມື້ນັ້ນ”.

ພາບຈາກ: Super Top 10

ກ້າວຂ້າມຄວາມຢ້ານ ແລ້ວເລີ່ມຕົ້ນສ້າງຍອດຂາຍ

ຖ້າທຸກຄົນເຄີຍຢ້ານຈົນບໍ່ກ້າເລີ່ມຕົ້ນເຮັດຫຍັງບາງຢ່າງ ແຕ່ກໍຢາກເຕີບໂຕໃນສາຍໄລຟ໌ຂາຍເຄື່ອງນີ້ຄືແຮງບັນດານໃຈດີໆ ຢ້ານສິ່ງໃດ ໃຫ້ເຮັດສິ່ງນັ້ນ ເຊິ່ງກ່ອນຈະຈົບບົດຄວາມນີ້ ຕານ້ອຍ ກໍຢາກຝາກເຖິງຄົນຮຸ່ນໃໝ່, ນັກໄລຟ໌ ແລະ ຢາກສ້າງລາຍໄດ້ ທຸກຄົນ/

“ຄວາມຢ້ານແມ່ນອຸປະສັກໃຫຍ່ທີ່ເຮັດໃຫ້ເຮົາບໍ່ກ້າໄປຕໍ່. ຢ່າຢ້ານ, ຖ້າຢ້ານການໄລຟ໌ ກໍໃຫ້ຄິດວ່າພຽງກົດປຸ່ມ ແລະ ເລີ່ມຕົ້ນເລີຍ ເພາະການລົງມືເຮັດຈະເຮັດໃຫ້ເຮົາຮູ້ວ່າໂຕເອງພາດຈຸດໃດ ແລະ ຄວນແກ້ໄຂແນວໃດ. ການກ້າວຜ່ານຄວາມຢ້ານ ແລະ ຮຽນຮູ້ຈາກຂໍ້ຜິດພາດນັ້ນແຫຼະຄື ກຸນແຈສຳຄັນທີ່ຈະພາເຮົາໄປຫາການສ້າງຍອດຂາຍ ແລະ ເຕີບໂຕໄດ້ ປາຍທາງທີ່ດີຄື ເຮົາຈະສາມາດກ້າວຂ້າມຄວາມຢ້ານໄດ້” ຕານ້ອຍ ກ່າວປິດທ້າຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.