ເມື່ອເວົ້າເຖິງເວທີການປະກວດຄວາມງາມໃນປະເທດລາວ, “ນາງສາວບັນດາເຜົ່າລາວ” ຖືເປັນໜຶ່ງໃນເວທີທີ່ມີເອກະລັກສະເພາະຕົວ ແລະ ໂດດເດັ່ນທີ່ສຸດ ເພາະນີ້ບໍ່ແມ່ນພຽງແຕ່ການແຂ່ງຂັນເພື່ອຄົ້ນຫາຜູ້ຍິງທີ່ມີຄວາມງາມທາງດ້ານຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນເວທີທີ່ “ສົ່ງເສີມບົດບາດຂອງແມ່ຍິງລາວບັນດາເຜົ່າຢ່າງແທ້ຈິງ”. ສຳລັບປີນີ້, ກອງປະກວດ “ນາງສາວບັນດາເຜົ່າລາວ 2026” ໄດ້ກັບມາຢ່າງຍິ່ງໃຫຍ່ ພ້ອມກັບຄວາມມຸ່ງໝັ້ນທີ່ຈະຍົກລະດັບວັດທະນະທຳ ແລະ ສົ່ງຕໍ່ພູມປັນຍາຂອງບັນພະບຸລຸດໃຫ້ກາຍເປັນ Soft Power ທີ່ຊົງພະລັງຂອງລາວ. ມື້ນີ້, ມ່ວນຈະພາທຸກຄົນມາເຈາະເລິກເບິ່ງວ່າ ເວທີນາງສາວບັນດາເຜົ່າລາວປີນີ້ ມີຄວາມໜ້າສົນໃຈ...
ຕ້ອງບອກວ່າກະແສກໍຍັງຄົງແຮງ ແລະ ວຽກເຂົ້າບໍ່ຢຸດເລີຍສຳລັບນັກສະແດງລາວ ອານິຕ້າ ຢາການາກິ. ຫຼ້າສຸດ, ຊ່ອງດັງຫຼາຍສີຈາກປະເທດເພື່ອນບ້ານໄດ້ປ່ອຍພາບຢືນຢັນອອກມາແລ້ວວ່າ ອານິຕ້າ ໄດ້ຮັບບົດນາງເອກປະກົບຄູ່ພະເອກຂອງຊ່ອງຄື ພູມ ກຽດຕິພູມ (ภูมิ เกียรติภูมิ). ຕ້ອງຂໍບອກວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ອານິຕ້າ ໄດ້ຮ່ວມສະແດງລະຄອນຢູ່ປະເທດເພື່ອນບ້ານ ເພາະລາວກໍຍັງໄດ້ຝາກຜົນງານການສະແດງໃນຊີຣີສ໌ອີສານແນວສືບສວນສວນ ສາຍລັບລົດແຫ່ (สายลับรถแห่) ມາກ່ອນ ອີກດ້ວຍ. ອານິຕ້າ ຢາການາກິ...
ບໍ່ວ່າໂລກພາຍນອກຈະໃຈຮ້າຍກັບເຮົາປານໃດ, ແຕ່ອ້ອມກອດຂອງແມ່ ແລະ ບ້ານ ເຮົາ ຄື 'ພື້ນທີ່ປອດໄພ' ທີ່ພ້ອມຟື້ນຟູພະລັງໃຈໃຫ້ເຮົາສະເໝີ.
ຫຼາຍຄັ້ງທີ່ຄົນເຮົາມັກຈະຕິດຢູ່ໃນ “ກອບ” ຫຼື ເຊຟໂຊນ ຂອງຕົນເອງ ຈົນຫຼົງລືມໄປວ່າ ເຮົາອາດຈະມີຄວາມສາມາດທີ່ຍິ່ງໃຫຍ່ເຊື່ອງຢູ່ທາງໃນ. ເຊັ່ນດຽວກັນກັບ “ໂບ້ – ພູມີພົນ ລັດຕະນະກອນ” ຊາຍໜຸ່ມໄວ 21 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນ ແຂວງສາລະວັນ ເພື່ອເຂົ້າຮ່ວມຊິງມົງໃນເວທີ Mister Universe Laos. ຈາກນັກສຶກສາສາຍການເງິນ...
ເຄີຍຢ້ານການເລີ່ມຕົ້ນໃໝ່ບໍ່? ມາຄົ້ນຫາຄວາມໝາຍສຸດອົບອຸ່ນໃນເພງ Recharge ຈາກ RGB ft JLIIXER ທີ່ຈະຊ່ວຍຮັກສາໃຈ ແລະ ເຮັດໃຫ້ຊີວິດກັບມາມີຄວາມໝາຍອີກຄັ້ງ.
ເອີ້ນໄດ້ວ່າກຳລັງເປັນກະແສທີ່ໜ້າຈັບຕາມອງສຸດໆ! ສຳລັບ ຊານົນ ມະນີຜົນ ສິລະປິນໜຸ່ມມາກຄວາມສາມາດ ຫຼັງຈາກມີຂ່າວດີແວ່ວມາວ່າ ເຈົ້າຕົວໄດ້ລຸຍງານສະແດງຊີລີ້ເລື່ອງໃໝ່. ແຕ່ທີ່ເຮັດໃຫ້ຕ້ອງຮ້ອງວ້າວ ແລະ ບໍ່ທຳມະດາທີ່ເຈົ້າໂຕກໍໄດ້ຢືນຢັນມາແລ້ວກໍຄື ການໄດ້ຮັບບົດ “ພະເອກ” ໃນຊີລີ້ແນວແອັກຊັນສຸດເຂັ້ມຂຸ້ນເລື່ອງໃໝ່ “ເກີດໃໝ່ມາເປັນໃຫຍ່ ເໜືອໂລກສີເທົາ” ເຊິ່ງຕອນນີ້ໄດ້ປິດກ້ອງຖ່າຍທຳກັນເປັນທີ່ຮຽບຮ້ອຍແລ້ວ. ເຊິ່ງທີມມ່ວນກໍໄດ້ມີການໄປສືບໄປຖາມກັບຊານົນໂດຍກົງເລີຍວ່າ ຈຸດເລີ່ມຕົ້ນຂອງການໄດ້ມາຮ່ວມງານໃນໂປຣເຈັກນີ້ເປັນມາແນວໃດ? ຕ້ອງໄດ້ພົບຄວາມທ້າທາຍຫຍັງແດ່ໃນກອງຖ່າຍ? ລວມໄປເຖິງເບື້ອງຫຼັງການເຮັດວຽກທີ່ຕ້ອງບິນໄປ-ກັບ ລະຫວ່າງ ລາວ-ໄທ? ຫາກໃຜຍັງຈື່ໄດ້...
ພາບລັກພາຍນອກທີ່ເບິ່ງຄືງຽບໆ ນິ້ງໆ ແຕ່ໃຜຈະຮູ້ວ່າພາຍໃຕ້ຄວາມນິ້ງນັ້ນ ພັດເຕັມໄປດ້ວຍພະລັງງານບວກທີ່ເຫຼືອລົ້ນ! ມື້ນີ້ເຮົາຈະພາທຸກຄົນໄປທຳຄວາມຮູ້ຈັກກັບໜຸ່ມຫຼໍ່ອະນາຄົດໄກ “ເຈມ – ວິລະວົງ ຄຳພູວົງ” ໄວ 26 ປີ ຕົວແທນຈາກ ເມືອງຈັນທະບູລີ ທີ່ຫາກໍຮຽນຈົບໝາດໆຈາກ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ Hanoi University of Civil Engineering (ປະເທດຫວຽດນາມ)....
ໄວຣັລອີກຄັ້ງກັບເພງ Hashtag ໂດຍ ZiXNA ft The-Earth ໂດດເດັ່ນດ້ວຍປະສານແຣັບແນວເພງຮິບຮັອບສາຍຕຶງ ທີ່ມາພ້ອມຈັງຫວະມ່ວນໆ ແລະ ໄລຟ໌ສະໄຕລ໌ສຸດເທ່ ທີ່ອິນຟລູເອັນເຊີ ລາວ-ໄທ ເຕັ້ນຕາມກັນ.
ປະກົດການ "ກ່ອງກ່ອຍ" (Wrecked) ທຸບທຸກສະຖິຕິ! ກວາດລາຍໄດ້ໃນລາວກວ່າ 833 ລ້ານກີບ, ຕິດ Top 5 Box Office ໄທ ແລະ ເຂົ້າສາຍຫຼາຍກວ່າ 165 ໂຮງທົ່ວໂລກ.
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.