ຈາກລາດ້ວຍຄວາມເຂົ້າໃຈ ສຳຜັດໄດ້ໃນເພງ “ພົບກັນ ຜູກພັນ ຈາກລາ” ໂດຍ ກວາງ ດວງລຶໄທ ft ເທ່ ຈຳປາສັກ

Highlights
- ການຈັບຄູ່ທີ່ລົງໂຕລະຫວ່າງສິລະປິນສຽງຫວານຈາກໄທ ກວາງ ດວງລຶໄທ ແລະ ສິລະປິນລາວທີ່ມີສຽງເອກະລັກ ເທ່ ຈຳປາສັກ.
- ເນື້ອຫາເພງໄດ້ຖ່າຍທອດຕັ້ງແຕ່ຈຸດເລີ່ມຕົ້ນຂອງຄວາມຮັກ, ການຮ່ວມທຸກຮ່ວມສຸກ ຈົນກາຍເປັນຄວາມຜູກພັນຂອງຄົນຄູ່ໜຶ່ງ.
- ບົດສະຫຼຸບຂອງຄວາມຮັກບໍ່ແມ່ນພຽງການຢູ່ດ້ວຍກັນຕະຫຼອດໄປ ແຕ່ຄືການເກັບກ່ຽວຄວາມຊົງຈຳທີ່ສວຍງາມໃນວັນທີ່ຕ້ອງບອກລາ.
ພົບກັນ ຜູກພັນ ຈາກລາ (พบกัน ผูกพัน จากลา) ຮ້ອງໂດຍ ສິລະປິນສຽງຫວານຈາກໄທ ກວາງ ດວງລຶໄທ ຫຼື กวาง ดวงฤทัย ຖ້າໃຜທີ່ໄດ້ຟັງເພງນີ້ແລ້ວ ກໍຈະຮູ້ສຶກວ່າເປັນໂອກາດທີ່ພິເສດຫຼາຍ ເພາະ ເທ່ ຈຳປາສັກ ສິລະປິນລາວ ຜູ້ທີ່ມີສຽງຮ້ອງທີ່ເປັນເອກະລັກຄົນນີ້ກໍໄດ້ຮວມຮ້ອງໃນເພງ ແລະ ເພງຂອງ ເທ່ ຈຳປາສັກ ເອງກໍຍັງຍັງມີຍອດຜູ້ຟັງສູງຫຼັກລ້ານວິວໃນຍູທູບ.
ມ່ວນຊວນຟັງ ຈະຂໍກັບມາເລົ່າໃຫ້ທຸກຄົນຟັງກັນຕໍ່ທີ່ເພງ ພົບກັນ ຜູກພັນ ຈາກລາ ເຊິ່ງເພງນີ້ໄດ້ເລົ່າເລື່ອງຄວາມຮັກທີ່ເກີດຈາກຫົວໃຈຂອງສອງຄົນທີ່ມີໃຈກົງກັນ, ເນື້ອຫາໄດ້ສື່ສານໃຫ້ຄົນຟັງເຂົ້າໃຈເລື່ອງລາວຄວາມສຳພັນຈາກຈຸດເລີ່ມຕົ້ນ ສືບເນື່ອງເຖິງການເດີນທາງຂອງຄູ່ຮັກທີ່ມີແຕ່ຄວາມເຂົ້າໃຈຈົນກາຍມາເປັນຄວາມຜູກພັນອັນເລິກເຊິ່ງ.
ແຕ່ຄວາມຮັກ-ຄວາມສຳພັນ ບາງເທື່ອກໍບໍ່ມີຫຍັງຍືນຍົງ ເຊິ່ງໃນເນື້ອຫາເພງກໍໄດ້ເລົ່າໃຫ້ເຮົາເຫັນເຖິງຈຸດເລີ່ມຕົ້ນ, ການເດີນທາງຮວມກັນທີ່ເຮັດໃຫ້ຜູກພັນທີ່ໄດ້ຜ່ານການຮ່ວມທຸກຮ່ວມສຸກ, ເຈິເຫດການຕ່າງໆມາດ້ວຍກັນ ແລະ ສຸດທ້າຍເຖິງຕອນຈົບຂອງຄວາມຮັກໃນຄວາມສຳພັນຄູ່ໜຶ່ງທີ່ຕ້ອງແຍກຈາກກັນ.
ສິ່ງທີ່ເຮັດໃຫ້ຊຶ້ງກິນໃຈໃນຄວາມໝາຍຂອງເພງນີ້ ຄືການເນັ້ນຢໍ້າເຖິງສັດຈະທຳຂອງຊີວິດທີ່ບໍ່ມີສິ່ງໃດຍືນຍົງຄົງຕົວ ມັນເປັນເລື່ອງທີ່ເຮົາສາມາດເຂົ້າໃຈທຳມະຊາດປົກກະຕິຂອງມະນຸດ ເພາະໃນທີ່ສຸດທຸກຄູ່ຮັກກໍມີໂອກາດທີ່ຈະຕ້ອງຈາກລາແບບຫຼີກລ້ຽງບໍ່ໄດ້.
ຄວາມຮັກບໍ່ແມ່ນພຽງແຕ່ການຢູ່ດ້ວຍກັນຕະຫຼອດໄປ ແຕ່ຄືການເກັບກ່ຽວຄວາມຊົງຈຳໃນຊ່ວງເວລາທີ່ຜູກພັນ ແລະ ກຽມໃຈຍອມຮັບການຈາກລາດ້ວຍຄວາມເຂົ້າໃຈ ເທົ່ານັ້ນເອງ.