ຍຸກນີ້ການຫາແຟນຂອງໄວລຸ້ນມັກຈະເກີດຂຶ້ນໃນໂລກອອນລາຍຢູ່ສະເໝີ, ບໍ່ຈໍາເປັນຕ້ອງອອກໄປໄສກໍສາມາດສ່ອງຜູ້ນັ້ນຜູ້ນີ້ ຖືກໃຈແລ້ວທັກໄປຈີບເລີຍ!
ແຕ່ກໍຍັງມີຫຼາຍໆຄົນທີ່ທັກແຊັດໄປແລ້ວກໍບໍ່ໄດ້ຜົນຈັກເທື່ອ ມັນອາດເປັນແນວນັ້ນຍ້ອນເຈົ້າໃຊ້ 10 ຄໍາເຫຼົ່ານີ້ບໍ? ເພາະສິບຄໍາດັ່ງກ່າວທີ່ມັກເຮັດໃຫ້ອີກຝ່າຍບໍ່ຢາກຕອບ ຫຼື ບໍ່ຢາກສົນທະນາກັບເຮົາພັດເປັນຄໍາທີ່ຄົນສ່ວນໃຫຍ່ມັກໃຊ້ຕະຫຼອດ! ແລະ ນີ້ຄື 10 ຄໍາທີ່ຫ້າມໃຊ້ຖ້າຢາກໃຫ້ເຂົາຕອບ
1. ທັກໆ, ທັກເດີ້
2. ສະບາຍດີ, ບາຍດີ, ດີໆ
3. ເພິ່ນຊື່ຫຍັງ
4. ຈື່ເຂົາບໍ່
5. ນອນລະຫວາ, ຍັງບໍ່ນອນຫວາ
6. ຮູບໂປຣໄຟລ໌ໜ້າຮັກແທະ
7. ມີແຟນລະຫວາ
8. ຈີບໄດ້ບໍ່
9. ເຂົາຂໍເບີເພິ່ນແດ່
10. ‘ສົ່ງແຕ່ສະຕິກເກີ້’
ທຸກຄົນອາດຈະຄິດວ່າມັກເປັນຄໍາທົ່ວໄປທີ່ໃຜໆກໍໃຊ້ໝົດ ກໍຍ້ອນວ່າໃຜກໍໃຊ້ຫັ້ນແຫຼະມັນເລີຍເຮັດໃຫ້ເຮົາບໍ່ໜ້າຄົ້ນຫາ ບໍ່ມີຫຍັງແປກໃໝ່ຕ່າງຈາກຄົນອື່ນໆທີ່ມາທັກພວກເຂົາເລີຍ.
ໂດຍ: ທີມບັນນາທິການ Muan