ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?
Muan RelationTips

ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?

ແບ່ງປັນ

ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ

ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ. ເຮົາສາມາດສ້າງສິ່ງນັ້ນໄດ້ດ້ວຍຕົວເອງ.

ແລ້ວຈະເຮັດແນວໃດໃຫ້ເຮົາຮັກໂຕເອງຫຼາຍຂຶ້ນລະ? ລອງເລີ່ມຈາກສິ່ງເລັກໆນ້ອຍໆ ເຫຼົ່ານີ້ກ່ອນກໍໄດ້.

  1. ຍອມຮັບຕົວເອງໃນແບບທີ່ເປັນ

ເຊົາປຽບທຽບຕົວເອງກັບຄົນອື່ນໄດ້ແລ້ວ. ທຸກຄົນມີຂ້ໍດີ ແລະ ຂໍ້ຜິດພາດໃນຕົວເອງ. ຢ່າຕັດສິນຕົວເອງຮຸນແຮງເກີນໄປ. ລອງຂຽນສິ່ງທີ່ເຮົາມັກກ່ຽວກັບຕົວເອງອອກມາຈັກ 2–3 ຂໍ້ໃນແຕ່ລະມື້ ມາເບິ່ງວ່າແຕ່ລະມື້ນັ້ນຈະມີເລື່ອງເລັກນ້ອຍໃດທີ່ເຮັດໃຫ້ເຮົາພູມໃຈໄດ້ແດ່?

  1. ຕັ້ງຂອບເຂດໃຫ້ຕົວເອງ

ຮຽນຮູ້ທີ່ຈະເວົ້າຄຳວ່າ “ບໍ່” ກັບສິ່ງທີ່ເຮັດໃຫ້ເມື່ອຍໃຈ. ການຮັກຕົວເອງແມ່ນການຮູ້ວ່າ ເຮົາບໍ່ຕ້ອງເຮັດທຸກຢ່າງເພື່ອເອົາໃຈຄົນອື່ນ. ຖ້າບໍ່ຢາກເຮັດຫຍັງທີ່ມັນຝືນໂຕເອງ ກໍພຽງແຕ່ເວົ້າວ່າ “ມື້ນີ້ບໍ່ສະດວກເດີ” ແບບນຸ່ມນວນ ໂດຍບໍ່ຕ້ອງຮູ້ສຶກຜິດເລີຍ.

  1. ໃສ່ໃຈຕົວເອງ

ເຮົາມັກຈະທຸ່ມເທເວລາເບິ່ງແຍງຄົນອື່ນ ແຕ່ບາງຄັ້ງກໍລືມດູແລ “ຫົວໃຈ” ຂອງຕົວເອງ. ຢ່າລືມໃຫ້ເວລາກັບສິ່ງທີ່ເຮົາຮັກ. ລອງຈັດມື້ໜຶ່ງໃນອາທິດໄວ້ດປັນ “ວັນສຳລັບຕົວເອງ” ທີ່ຢາກເຮັດຫຍັງກໍໄດ້ທີ່ເຮັດໃຫ້ເຮົາມີຄວາມສຸກ ບໍ່ວ່າຈະ ອ່ານປຶ້ມ, ຟັງເພງ ຫຼື ພຽງແຕ່ພັກຜ່ອນໂງ່ໆຢູ່ເຮືອນກໍຍັງໄດ້.

  1. ໃຫ້ອະໄພຕົວເອງ

ທຸກຄົນຜິດພາດໄດ້ ສະນັ້ນຢ່າຈົມກັບອະດີດຈົນເກີນໄປ ແຕ່ໃຫ້ເບິ່ງມັນເປັນບົດຮຽນແລ້ວກ້າວຕໍ່ໄປ. ເມື່ອເຮົາຮູ້ສຶກຜິດກັບສິ່ງໃດສິ່ງໜຶ່ງ, ໃຫ້ລອງຖາມຕົວເອງວ່າ “ເຮົາໄດ້ຮຽນຮູ້ຫັບງຈາກສິ່ງນີ້?” ແລ້ວປ່ອຍວາງແດ່ກໍໄດ້.

  1. ບອກຮັກຕົວເອງ

ໃນຂະນະທີ່ຜ່ານມາເຮົາເອົາແຕ່ບອກຮັກຄົນອື່ນ ຫຼື ໃຫ້ກຳລັງໃຈຄົນອ້ອມຂ້າງຢູ່ຕະຫຼອດ, ແລ້ວເປັນຫຍັງເຮົາຈຶ່ງບໍ່ມາລອງເວົ້າສິ່ງນັ້ນກັບຕົວເອງແດ່? ໃນແຕ່ລະເຊົ້າ ຫຼື ກ່ອນນອນ, ລອງຍິ້ມໃຫ້ກັບຕົວເອງໃນແວ່ນແລ້ວບອກວ່າ “ຂ້ອຍພູມໃຈໃນໂຕເຈົ້າ” ຫຼື “ມື້ນີ້ເຮົາເຮັດໄດ້ດີແລ້ວ” ເພື່ອສ້າງກຳລັງໃຈດີໆໃຫ້ກັບຕົວເອງ.

ສຸດທ້າຍແລ້ວ, ການຮັກຕົວເອງບໍ່ແມ່ນພຽງແຕ່ການເບິ່ງແຍງໃຫ້ເຮົາມີຄວາມສຸກ ແຕ່ມັນຄືການສ້າງພື້ນທີ່ປອດໄພ ແລະ ອົບອຸ່ນໃຫ້ກັບຫົວໃຈຂອງເຮົາເອງ. ບໍ່ມີໃຜຈະຮັກເຮົາໄດ້ເທົ່າກັບຕົວເຮົາເອງແລ້ວ ????

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following ທີ່ເຈົ້າອາດເຮັດໂດຍບໍ່ຮູ້ຕົວ

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

Muan RelationTips

ທຳລາຍກຳແພງຫົວໃຈ ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍ ຮັກສາຄວາມສຳພັນ

ທຳລາຍກຳແພງຫົວໃຈຮັກສາຄວາມສຳພັນໄວ້ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍໃຫ້ຈິດໃຈແຈ່ມໃສ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.