ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ຜູ້ຍິງເຂົ້າຫາກ່ອນມີໂອກາດຈີບຕິດ 74% ວິໄຈເຜີຍວ່າຖ້າສາວໆຈີບກ່ອນມີແຕ່ຂໍ້ດີ
Muan RelationTips

ຜູ້ຍິງເຂົ້າຫາກ່ອນມີໂອກາດຈີບຕິດ 74% ວິໄຈເຜີຍວ່າຖ້າສາວໆຈີບກ່ອນມີແຕ່ຂໍ້ດີ

ແບ່ງປັນ

ຢ່າເຂີນອາຍ ຢ່າລັງເລ ເພາະຈາກວິໄຈໄດ້ບອກວ່າ ຄວາມຮັກຈະດີກວ່າເມື່ອຝ່າຍຍິງເປັນຄົນເລີ່ມຈີບກ່ອນ ????

ຂໍ້ມູນຈາກເວັບໄຊຫາຄູ່ OkCupid ເປີດເຜີຍວ່າ ຖ້າຜູ້ຍິງເປັນຝ່າຍເຂົ້າຫາ ອີກຝ່າຍນັ້ນຈະຕອບກັບຫຼາຍກວ່າ, ມີໂອກາດທີ່ຈະໄດ້ມີບົດສົນທະນາທີ່ຍາວກວ່າ ແລະ ຄວາມສໍາພັນຈະໄປໄດ້ດີກວ່າການທີ່ຝ່າຍຊາຍເປັນຄົນທັກຫາກ່ອນ.

ເຊິ່ງຂໍ້ມູນເຫຼົ່ານີ້ກໍສາມາດໃຊ້ໄດ້ໃນຊີວິດຈິງແບບບໍ່ອິງການແຊັດລົມກັບແບບອອນລາຍອີກດ້ວຍ ເພາະຜູ້ຊາຍມັກຈະເຮັດໂຕບໍ່ຖືກເມື່ອຝ່າຍຍິງເປັນຄົນມາຈີບກ່ອນ ແລະ ສ່ວນຫຼາຍກໍຈະເປີດໃຈຍອມຮັບຄວາມສໍາພັນອີກດ້ວຍ.

ໂອກາດລົ້ມເຫຼວໃນການຈີບກ່ອນກໍມີພຽງ 26% ເທົ່ານັ້ນ! ເຮົາກໍບໍ່ສາມາດຄາດຫວັງວ່າຄົນທີ່ເຮົາຈີບຈະມັກເຮົາຄືນ ຫຼື ເປີດໃຈໃຫ້ເຮົາໄດ້ 100% ຖ້າມີເປີເຊັນຄວາມສໍາເລັດ ກໍຕ້ອງມີເປີເຊັນຄວາມລົ້ມເຫຼວເຊັ່ນກັນ.

ຖ້າສາວໆຄົນໃດລອງເປັນຝ່າຍເຂົ້າຫາກ່ອນແລ້ວບໍ່ເປັນໄປຕາມທີ່ຄິດໄວ້ກໍຢ່າເສຍໃຈໄປເດີ ເພາະຖ້າບໍ່ລອງເຮັດຫຍັງ ເຮົາກໍບໍ່ສາມາດຮູ້ໄດ້ວ່າອີກຝ່າຍຈະມັກເຮົາ ຫຼື ບໍ່.

ສິ່ງທີ່ສໍາຄັນທີ່ສຸດຄືເຮົາຕ້ອງກ້າສະແດງຄວາມຮູ້ສຶກອອກໄປ ດີກວ່າບໍ່ເຮັດຫຍັງເລີຍ, ເພາະຢ່າງໜ້ອຍເຮົາກໍໄດ້ລອງເຮັດຕາມຫົວໃຈຕົນເອງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.