ແມວເປັນສັດຮັກສັນໂດດ ເລີຍເຮັດໃຫ້ຫຼາຍຄົນລວມເຖິງເຈົ້າຂອງແມວຄິດວ່າ ເຮົາບໍ່ສາມາດປ່ຽນນິດໄສຂອງແມວໄດ້, ແຕ່ມີງານວິໄຈອອກມາບອກວ່າບຸກຄະລິກກະພາບ ແລະ ນິດໄສຂອງເຈົ້າຂອງສາມາດສົ່ງຜົນກະທົບຕໍ່ພຶດຕິກຳແມວໄດ້.
Dr. Lauren Finka, ຄະນະຂອງ University of Lincoln ແລະ Nottingham Trent University ໄດ້ເຮັດການວິໄຈເລື່ອງຄວາມສຳພັນຂອງຄົນລ້ຽງ ແລະ ແມວ ໂດຍອິງໃສ່ຄວາມສຳພັນແບບຄອບຄົວ ເນື່ອງຈາກການເບິ່ງແຍງຂອງຜູ້ປົກຄອງຈະສົ່ງຜົນຕໍ່ນິດໄສຂອງລູກ, ດັ່ງນັ້ນຄົນທີ່ລ້ຽງແມວແບບເປັນໜຶ່ງໃນສະມາຊິກຄອບຄົວກໍອາດຈະສົ່ງຜົນຕໍ່ນິດໄສແມວໄດ້ເຊັ່ນກັນ.
ໂດຍທາງທີມວິໄຈໄດ້ສຳຫຼວດກັບແມວຈຳນວນ 3,000 ກວ່າໂຕ ແລ້ວພົບວ່າ ເຈົ້າຂອງແມວທີ່ອາລົມຮ້ອນ ແລະ ຫງຸດຫງິດງ່າຍ ຈະເຮັດໃຫ້ແມວມີຄວາມຂີ້ດື້, ຮ້າຍເກັ່ງ ຫຼື ບາງກໍລະນີອາດຈະເຮັດໃຫ້ແມວມີພຶດຕິກຳຂີ້ກັງວົນ ຫຼື ລວມໄປເຖິງບັນຫາດ້ານສຸຂະພາບຂອງແມວ.. ກົງກັນຂ້າມ ຫາກເຈົ້າຂອງແມວເປັນຄົນທີ່ມີອາລົມໃນທາງບວກເຊັ່ນ: ດຸໝັ່ນ ຄວບຄຸມອາລົມຕົວເອງໄດ້ດີ ກໍຈະສົ່ງຜົນໃຫ້ແມວມີອາລົມບວກນຳ ແລະ ພຶດຕິກຳທາງລົບຫຼຸດລົງ.
ການຄົ້ນພົບນີ້ສະແດງໃຫ້ເຫັນຄວາມສຳພັນທາງດ້ານບຸກຄະລິກລະຫວ່າງເຈົ້າຂອງກັບແມວ ແລະ ຄວາມສຳຄັນຂອງການສະແດງພືດຕິກຳດີໆກັບແມວ ເພາະວ່າ ຖ້າເຮົາສະແດງພຶດຕິກຳດີໆຕໍ່ສັດລ້ຽງເຮົາ ມັນກໍຈະເຮັດໃຫ້ນ້ອງມີຄວາມສຸກໄດ້ເຊັ່ນກັນ. ສະນັ້ນ, ທຸກຄົນຈົ່ງສະແດງຄວາມຮັກຕໍ່ກັບນ້ອງແມວຫຼາຍໆ ເພື່ອໃຫ້ນ້ອງແມວຄໍາຮູ້, ຮັກເຮົາ ແລະ ເຊື່ອຟັງເຮົາ.
ໂດຍ: ທີມບັນນາທິການ Muan