ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ມີຫຍັງເປັນຂອງຕົວເອງລະ? ຍຸກການແຂ່ງຂັນເພື່ອຜົນສຳເລັດ ອາດເຮັດໃຫ້ Gen Z ຄິດວ່າຕົວເອງ “ບໍ່ດີພໍ”
Muan RelationTips

ມີຫຍັງເປັນຂອງຕົວເອງລະ? ຍຸກການແຂ່ງຂັນເພື່ອຜົນສຳເລັດ ອາດເຮັດໃຫ້ Gen Z ຄິດວ່າຕົວເອງ “ບໍ່ດີພໍ”

ແບ່ງປັນ

ອາຍຸນ້ອຍຮ້ອຍລ້ານ, ຊື້ບ້ານຊື້ລົດແຕ່ນ້ອຍ, ສິ່ງທີ່ສັງຄົມຍ້ອງຍໍ ແລະ ຄອບຄົວຂອງໃຜຫຼາຍໆຄົນຕ່າງກໍຄາດຫວັງໃຫ້ພວກເຮົາປະສົບຜົນສໍາເລັດຕັ້ງແຕ່ຫໜຸ່ມໆ ອາດສົ່ງຜົນເຖິງຈິດໃຈຂອງເຮົາໄດ້ເລີຍໃດ.

ທຸກມື້ນີ້ເວລາຜ່ານໄປໄວຈົນເຮົາບໍ່ທັນຕັ້ງຕົວ ເຮັດໃຫ້ໃຜຫຼາຍຄົນຮູ້ສຶກບໍ່ໝັ້ນໃຈໃນຕົວເອງ, ຮູ້ສຶກບໍ່ເກັ່ງພໍ, ບໍ່ງາມພໍ ໂດຍສະເພາະຢ່າງຍິ່ງແມ່ນໄວລຸ້ນຍຸກປັດຈຸບັນ ຫຼື Gen Z ທີ່ໄດ້ເຕີບໃຫຍ່ມາພ້ອມກັບໂຊຊຽວມີເດຍ ແລະ ຕ້ອງເຈິກັບຄວາມກົດດັນໃນການໃຊ້ຊີວິດໃນສັງຄົມໃນໂລກອອນລາຍ. ບໍ່ວ່າຈະເຫັນໝູ່ເພື່ອນທີ່ກຳລັງມີຄອບຄົວ ຊື້ບ້ານ ຊື້ລົດ, ເຫັນຊີວິດດີໆຂອງດາລາຄົນດັງທີ່ກໍາລັງມີຄວາມສຸກ ເຮັດໃຫ້ເບິ່ງຍ້ອນກັບມາທີ່ຕົວເອງ ວ່າເປັນຫຍັງເຮົາຈຶ່ງບໍ່ມີຄືເຂົາ, ເປັນຫຍັງເຮົາຈຶ່ງເກັ່ງບໍ່ພໍ?

ຄວາມຄາດຫວັງ ແລະ ການກົດດັນຕົວເອງສ້າງຄວາມບໍ່ໝັ້ນໃຈໃນຄວາມສາມາດຂອງຕົນ, ເຮັດໃຫ້ຄິດວ່າຕົວເອງເກັ່ງບໍ່ສູ້ຜູ້ອື່ນ ຢ້ານວ່າຈະຖືກຕັດສິນ ແລະ ເມື່ອເຮົາໄດ້ເຮັດວຽກຫຍັງສຳເລັດກໍຈະມີຄວາມຄິດທີ່ວ່າ ຄົນອື່ນເຮັດໄດ້ດີກວ່າເຮົາ. ເຊິ່ງຄວາມຈິງແລ້ວເຮົາເອງນັ້ນກໍມີຄວາມສາມາດ ແລະ ເກັ່ງບໍ່ແພ້ໃຜຄືກັນ.

ສາເຫດທີ່ຄວາມຮູ້ສຶກເຫຼົ່ານີ້ເກີດຂຶ້ນກໍມີສາເຫດມາຈາກການທີ່ເຮົາປຽບທຽບຕົນເອງກັບຄົນອື່ນສະເໝີ, ຕິດກັບດັກທີ່ມາດຖານສູງເກີນໄປ ແລະ ສຸດທ້າຍແມ່ນຢ້ານເຮັດຜິດພາດ. ເຮົາຈະສາມາດເອົາຊະນະອາການເຫຼົ່ານີ້ໄດ້ດ້ວຍ 7 ວິທີນີ້ຄື:

1. ຍອມຮັບຄວາມຮູ້ສຶກຂອງຕົນເອງ

ຍອມຮັບ ແລະ ສື່ສັດຕໍ່ຄວາມຮູ້ສຶກຂອງຕົນເອງ ດີກວ່າປ່ອຍໃຫ້ຄວາມຮູ້ສຶກດ້ານລົບເຂົ້າມາລົບກວນ ເຊິ່ງມັນບໍ່ດີຕໍ່ສຸຂະພາບຈິດເລີຍ.

2. ຢຸດປຽບທຽບກັບຄົນອື່ນ

ການປຽບທຽບຕົວໃນອະດີດກັບປັດຈຸບັນແມ່ນຈະເຫັນໄດ້ເຖິງການປ່ຽນແປງຫຼາຍຢ່າງ ເຮົາຄວນພັດທະນາຕົວເອງຈາກມື້ວານໃຫ້ດີຂຶ້ນ ໂດຍເລີ່ມເທື່ອລະເລັກເທື່ອລະໜ້ອຍ.

3. ຍິນດີກັບຄວາມສຳເລັດນ້ອຍໆຂອງຕົນເອງ

ຢ່າລືມທີ່ຈະສະຫຼອງກັບຄວາມສຳເລັດຂອງເຮົາບໍ່ວ່າເລື່ອງນັ້ນຈະເປັນເລື່ອງເລັກນ້ອຍ ຫຼື ໃຫຍ່, ເພື່ອໃຫ້ຄຸນຄ່າກັບຄວາມລຳບາກ ແລະ ຄວາມພະຍາຍາມຂອງເຮົາ.

4. ຂໍຄຳແນະນຳຈາກຄົນອ້ອມຂ້າງ

ການຖາມຄຳແນະນຳຈາກຄອບຄົວ, ໝູ່ເພື່ອນ ຫຼື ຄົນອ້ອມຂ້າງ ຈະເຮັດໃຫ້ເຮົາຮູ້ເຖິງມຸມມອງທີ່ຫຼາຍຂຶ້ນເພື່ອໃຫ້ເຮົາມີເປົ້າໝາຍໃໝ່ໆຂຶ້ນມາໄດ້ ແລະ ຍັງໄດ້ຮັບກຳລັງໃຈດີໆອີກນຳ.

5. ຮຽນຮູ້ການໃຫ້ອະໄພຕົນເອງ

ທຸກຄົນສາມາດເຮັດຜິດພາດໄດ້, ການໃຫ້ອະໄພຕົນເອງຍັງຊ່ວຍໃຫ້ເຮົາກ້າວຕໍ່ໄປໄດ້ໃນຄວາມຜິດພາດທີ່ເກີດຂຶ້ນ.

6. ເຝິກທັກສະໃໝ່ໆຢູ່ສະເໝີ

ການຄົ້ນຄວ້າຮຽນຮູ້ເລື່ອງຕ່າງໆ ຈະເຮັດໃຫ້ໝັ້ນໃຈໃນຄວາມສາມາດຂອງຕົນເອງ ແລະ ຍັງເປັນການໃຫ້ຄຸນຄ່າແກ່ເຮົາ.

7. Social detox

ອ່ານຕື່ມ:  ຮັກແຕ່ໄປຕໍ່ບໍ່ໄດ້ 4 ສັນຍານຂອງຈຸດອິ່ມຕົວໃນຄວາມສຳພັນ

ໝາຍເຖິງການຫຼຸດຜ່ອນການຫຼິ້ນໂຊຊຽວມີເດຍ ເພື່ອໃຫ້ເຮົາໄດ້ຈົດຈໍ່ກັບຕົວເອງ ແລະ ຄົນອ້ອມຂ້າງໃຫ້ຫຼາຍຂຶ້ນເຊິ່ງຊ່ວຍຟື້ນຟູສະພາບຈິດໃຈຂອງເຮົາໃຫ້ເຂັ້ມແຂງ ແລະ ຜ່ອນຄາຍຂຶ້ນ.

ການທີ່ເຮົາຄາດຫວັງໃຫ້ຕົນເອງປະສົບສໍາເລັດໄວໆນັ້ນບໍ່ແມ່ນເລື່ອງຜິດ ເພາະເຮົາອາດຖືກສອນມາຕັ້ງແຕ່ນ້ອຍໃຫ້ເຊື່ອວ່າຊັບສິນເປັນຕົວວັດແທກຄວາມໝັ້ນຄົງຂອງເຮົາໃນຍຸກປັດຈຸບັນ, ແຕ່ຢ່າລືມວ່າມື້ນີ້ເຮົາທຸກຄົນໃນໂລກພະຍາຍາມສຸດຄວາມສາມາດແລ້ວ ແລະ ເຮົາຍັງມີໂອກາດໃນມື້ຕໍ່ໄປສະເໝີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ເຈາະເລິກພຶດຕິກຳ Agnes ມັກຮຽກຮ້ອງຄວາມສົນໃຈ ແລະ ການຮຽນແບບຄົນອື່ນເປັນຄື ເງົາ

ຕົວລະຄອນ Agnes DeMil ໃນຊີຣີສ໌ Wednesday ຊີຊັນ 2 ໄດ້ເຮັດໃຫ້ເຫັນເຖິງພຶດຕິກຳທີ່ບໍ່ໜ້າຮັກຂອງຕົວລະຄອນນີ້ ເປັນຜົນມາຈາກຄວາມຮູ້ສຶກໂດດດ່ຽວ ແລະ ຢາກເປັນທີ່ຍອມຮັບຈາກສັງຄົມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.