Paranoia Behavior ຫຼື ອາການຫວາດລະແວງ ແມ່ນເປັນໜຶ່ງໃນພຶດຕິກຳການສະແດງອອກທີ່ບຸກຄົນໃດໜຶ່ງມີຄວາມເຊື່ອວ່າ: ຄົນອື່ນມີເຈດຕະນາຮ້າຍຕໍ່ລາວ, ເຖິງແມ່ນວ່າລາວຈະບໍ່ມີຂໍ້ມູນຫຼັກຖານທີ່ຈະແຈ້ງ ຫຼື ເປັນເລື່ອງທີ່ບໍ່ມີມູນຄວາມຈິງ.
ຄົນທີ່ມີພຶດຕິກຳແບບນີ້ມັກຈະມີຄວາມຄິດທາງລົບ ແລະ ຮູ້ສຶກວ່າຕົນເອງຕົກຢູ່ໃນອັນຕະລາຍ, ກັງວົນວ່າຄົນອ້ອມຂ້າງກຳລັງເວົ້າເຖິງ, ກຳລັງວາງແຜນທຳຮ້າຍລາວ ຫຼື ຄິດວ່າຕົນເອງຖືກສອດສ່ອງຈາກຄົນອື່ນໆຢູ່ຕະຫຼອດ.
ມັກເຂົ້າໃຈຜິດກ່ຽວກັບເຈດຕະນາຂອງຄົນອື່ນ, ຄິດວ່າຄຳເວົ້າ ຫຼື ການກະທຳຂອງຄົນອື່ນແມ່ນການແນ່ເປົ້າໃສ່ຕົນເອງ ໂດຍຄິດວ່າເປັນການຂົ່ມກັນ ຫຼື ໂຈມຕີ.
ແຕ່ທຸກພຶດຕິກຳທີ່ເກີດຂຶ້ນຂອງອາການຫວາດລະແວງ ກໍມີສາເຫດທີ່ອາດມາຈາກປະສົບການໃນອະດີດໃນການໃຊ້ຊີວິດ ຫຼື ບັນຫາທາງດ້ານຈິດໃຈ, ມັກເກີດຂຶ້ນກັບຜູ້ທີ່ມີບັນຫາທາງຈິດເຊັ່ນ: ໂລກຈິດທີ່ຜິດປົກກະຕິ (Schizophrenia), ໂລກວິຕົກກັງວົນ (Anxiety) ຫຼື ໂລກຈິດທີ່ຫຼົງຜິດ (Delusional Disorder).
ວິທີການຮັບມືກັບ Paranoia Behavior
ຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ
ການຮັບຄຳປຶກສາຈາກຈິດແພດ ຫຼື ນັກຈິດຕະວິທະຍາອາດຈະຊ່ວຍໃຫ້ຮຽນຮູ້ວິທີການຈັດການໃຫ້ກົງກັບຄວາມຄິດທີ່ເຈົ້າກຳລັງຫວາດລະແວງຢູ່ໄດ້ດີກວ່າ.
ເຝິກການຄິດເຊີງບວກ
ການເຝິກປ່ຽນຄວາມຄິດເຊີງລົບໃຫ້ເປັນເຊີງບວກ ແລະ ການຕັ້ງຄຳຖາມກັບຄວາມເບື່ອໜ່າຍທີ່ບໍ່ສົມເຫດສົມຜົນ, ມັນອາດຈະໃຫ້ສາມາດຊ່ວຍຫຼຸດຄວາມຫວາດລະແວງໄດ້.
ການໃຊ້ຢາປິ່ນປົວ
ໃນບາງກໍລະນີ, ແພດອາດສັ່ງຢາເພື່ອຫຼຸດອາການຫວາດລະແວງ ແລະ ຊ່ວຍຄວບຄຸມຄວາມຄິດທີ່ບໍ່ສົມເຫດສົມຜົນຈາກສານເຄມີໃນສະໝອງສັ່ງການໃຫ້ຄວາມຄິດຜິດປົກກະຕິ.
ການສະໜັບສະໜຸນຈາກຄົນອ້ອມຂ້າງ
ຄົນທີ່ໃກ້ຊິດຄວນເຂົ້າໃຈ ແລະ ໃຫ້ກຳລັງໃຈຄົນທີ່ມີພຶດຕິກຳ Paranoia ເພື່ອຊ່ວຍສ້າງສະພາບແວດລ້ອມທີ່ປອດໄພ ແລະ ບໍ່ເປັນອັນຕະລາຍຕໍ່ຈິດໃຈ.
Paranoia ແມ່ນພຶດຕິກຳທີ່ຕ້ອງການຄວາມເຂົ້າໃຈ ແລະ ການດູແລຈາກຜູ້ຊ່ຽວຊານ. ຖ້າປ່ອຍໄວ້ໂດຍບໍ່ໄດ້ຮັບການປິ່ນປົວອາດສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນອື່ນ ແລະ ຄຸນນະພາບຊີວິດໄດ້.
ໂດຍ: ທີມບັນນາທິການ Muan