ສ່ວນຫຼາຍພວກເຮົາມັກຈະເບິ່ງຂ້າມຜົນກະທົບຂອງຄວາມເຄັ່ງຄຽດກົດດັນ, ເພາະວ່າໃສ່ໃຈກັບເລື່ອງອື່ນຫຼາຍກວ່າທີ່ຈະກັບມາເບິ່ງສຸຂະພາບຕົວເອງ. ສິ່ງທີ່ເຮົາມັກພົບບັນຫາໃນແຕ່ລະວັນນັ້ນແຫຼະຄືບັນຫາໃຫຍ່ທີ່ເຊື່ອງຊ້ອນໄວ້ຢູ່ທັງຜົນກະທົບຕໍ່ສຸຂະພາບຈິດຄວາມເຄັ່ງຄຽດກົດດັນໃນໄລຍະຍາວສາມາດນໍາໄປສູ່ໂລກຊຶມເສົ້າ, ໂລກວິຕົກກັງວົນ ແລະ ສະພາບອາລົມອື່ນໆ.
ຄວາມເຄັ່ງຄຽດເຮັດໃຫ້ສະໝອງເຮັດວຽກໜັກຂຶ້ນ, ບໍ່ມີສະມາທິ ແລະ ມັນຍັງເພີ່ມຄວາມດັນເລືອດສູງ ແລະ ເພີ່ມຄວາມສ່ຽງຕໍ່ການເປັນໂລກທີ່ກ່ຽວກັບຫົວໃຈ ແລະ ຫຼອດເລືອດ. ເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນມັນໄດ້ສົ່ງຜົນໃຫ້ເສັ້ນເລືອດຕີບລົງ ແລະ ອາດເປັນອັນຕະລາຍເຖິງຊີວິດໄດ້.
ມື້ນີ້ມ່ວນເລີຍນຳສິ່ງທີ່ຈະກໍ່ໃຫ້ເກີດຜົນກະທົບມາແຊຣ໌ໃຫ້ທຸກຄົນຮູ້ ແລະ ພວກເຮົາຄວນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ. ກັບວິທີຫຼີກລ້ຽງບັນຫາຄວາມເຄັ່ງຄຽດກົດດັນທີ່ສົ່ງຜົນກະທົບທາງອ້ອມກັບຮ່າງກາຍ ແລະ ຈິດໃຈ.
1. ເຮັດກິດຈະກໍາສ້າງສັນ ແລະ ຢູ່ກັບທໍາມະຊາດ.
ການແຕ້ມຮູບ, ການແກະສະຫຼັກ, ຫຼື ການເຮັດເຄື່ອງຫັດຖະກໍາ. ມັນສາມາດເຮັດໃຫ້ເຈົ້າຜ່ອນຄາຍໃນການໃຊ້ຈິນຕະນາການໄດ້ຢ່າງເຕັມທີ່. ການຢູ່ໃນທໍາມະຊາດຫຼື ນັ່ງຢູ່ໃນບ່ອນງຽບໆມັນຈະຊ່ວຍໃຫ້ຈິດໃຈຜ່ອນຄາຍ ແລະ ຫຼຸດຜ່ອນຄວາມເຄັ່ງຄຽດກົດດັນ. ການສໍາຜັດກັບອາກາດສົດ ແລະ ທໍາມະຊາດສາມາດຊ່ວຍໃຫ້ເຈົ້າຮູ້ສຶກສະຫງົບເຈົ້າມີຄວາມຮູ້ສຶກມີຄວາມສຸກຫຼາຍຂຶ້ນ.
2. ການຜ່ອນຄາຍກ້າມເນື້ອ, ນວດສະປາ ແລະ ຝຶກສະມາທິ.
ການນວດຜ່ອນຄາຍກ້າມເນື້ອແຕ່ລະສ່ວນໃນຮ່າງກາຍ ຫຼື ການສະປາຄ່ອຍໆປ່ອຍຄວາມເຄັ່ງຄຽດທີ່ສະສົມຢູ່ໃນແຕ່ລະສ່ວນ. ມັນເປັນອີກວິທີໜຶ່ງທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນກ້າມເນຶ້ອ ແລະ ລະບົບປະສາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈຜ່ອນຄາຍຊ່ວຍຫຼຸດຜ່ອນຄວາມເຄັ່ງຄຽດກົດດັນໃນຮ່າງກາຍໄດ້ເປັນຢ່າງດີ. ການຝຶກສະມາທິຈະຊ່ວຍໃຫ້ເຈົ້າຢູ່ກັບປັດຈຸບັນ, ບໍ່ກັງວົນກດັບອະນາຄົດ ຫຼື ຄວາມຜິດພາດໃນອະດີດ.
3. ການຂຽນບັນທຶກເພື່ອສະແດງຄວາມຮູ້ສຶກ
ການຂຽນບັນທຶກປະຈຳວັນເປັນວິທີທີ່ດີໃນການຈັດການອາລົມ ແລະ ສະແດງຄວາມຮູ້ສຶກ. ຂຽນໃນສິ່ງທີ່ເຮັດໃຫ້ເຈົ້າກັງວົນ ຫຼື ຄຽດ. ມັນຈະຊ່ວຍໃຫ້ເຈົ້າເຂົ້າໃຈຕົວເອງຫຼາຍຂຶ້ນ ແລະ ມັນຍັງຊ່ວຍໃຫ້ເຫັນຫົນທາງໃນການແກ້ໄຂບັນຫາໄດ້ຊັດເຈນຂຶ້ນ.
4. ຂໍຄວາມຊ່ວຍເຫຼືອຈາກແພດຜູ້ຊ່ຽວຊານ.
ຖ້າເຈົ້າຮູ້ສຶກວ່າຄວາມເຄັ່ງຄຽດຂອງເຈົ້າຢູ່ໃນລະດັບທີ່ເຈົ້າບໍ່ສາມາດຮັບມືກັບຕົວເຈົ້າເອງໄດ້. ຄວນເຂົ້າພົບແພດຜູ້ຊ່ຽວຊານເພື່ອຄໍາແນະນໍາດ້ານສຸຂະພາບຈິດເຊັ່ນ: ນັກຈິດຕະສາດ ຫຼື ທີ່ປຶກສາດ້ານສຸຂະພາບຈິດ. ເພື່ອໄດ້ຮັບຄໍາແນະນໍາວິທີການດູແລຕົນເອງທີ່ເໝາະສົມ.
5. ຫາເວລາໃຫ້ຕົວເອງ.
ການແບ່ງເວລາສ່ວນຕົວເພື່ອເຮັດໃນສິ່ງທີ່ເຈົ້າມັກບໍ່ວ່າຈະເປັນການອ່ານໜັງສື, ເບິ່ງໜັງ, ຟັງເພງ ຫຼື ການເຮັດກິດຈະກໍາທີ່ເຮັດໃຫ້ເຈົ້າມີຄວາມຮູ້ສຶກຜ່ອນຄາຍ. ມັນເປັນອີກວິທີໜຶ່ງທີ່ຈະເຕີມພະລັງງານໃຫ້ກັບຕົວເຈົ້າເອງ.
ຄວາມເຄັ່ງຄຽດກົດດັນເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ. ມັນຄວນຈະໄດ້ຮັບການຈັດການດ້ວຍການອອກກໍາລັງກາຍ, ການພັກຜ່ອນເພື່ອຜ່ອນຄາຍຈິດໃຈ ແລະ ການດູແລສຸຂະພາບຈິດເພື່ອປ້ອງກັນຜົນກະທົບໃນໄລຍະຍາວ. ມັນບໍ່ເປັນພຽງແຕ່ຄວາມຮູ້ສຶກທີ່ພວກເຮົາຕ້ອງໃຊ້ເວລາເພື່ອຜ່ານໄປ, ມັນຍັງເປັນສາເຫດທີ່ເຮັດໃຫ້ຮ່າງກາຍຂອງເຮົາເສື່ອມໂຊມເພາະມີຜົນກະທົບຕໍ່ສຸຂະພາບທາງດ້ານຮ່າງກາຍ ຫຼື ເກີດໂລກທີ່ຮ້າຍແຮງໄດ້.
ໂດຍ: ທີມບັນນາທິການ Muan