ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້.
1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ”
ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ ມັນເຮັດໃຫ້ຜູ້ຍິງຫຼາຍຄົນຢ້ານທີ່ຈະເວົ້າຄວາມຈິງອອກໄປ.
2. ລາວຢ້ານເຫດຜົນທີ່ຄຽດນັ້ນຈະບໍ່ພຽງພໍ
ຜູ້ຍິງບາງຄົນເລືອກທີ່ຈະມິດອາດຈະເປັນຍ້ອນວ່າລາວບໍ່ຮູ້ວ່າຕົນເອງຄຽດຍ້ອນຫຍັງ ຫຼື ກຳລັງຄິດຢູ່ວ່າ ເຫດຜົນຂອງລາວມີຫຼາຍພຽງພໍທີ່ຈະຄຽດບໍ່? ຄັນລາວບອກວ່າລາວຄຽດເລື່ອງນີ້ໄປ, ແລ້ວຝ່າຍຊາຍເບິ່ງວ່າມັນບໍ່ສົມເຫດສົມຜົນແລ້ວຈະຖືກເວົ້າໃຫ້ບໍ່? ເຮັດໃຫ້ຜູ້ຍິງຫຼາຍຄົນເລືອກຈະບໍ່ເວົ້າຫຍັງໄປ ເພາະຂໍໃຫ້ໝັ້ນໃຈກ່ອນວ່າລາວບໍ່ໄດ້ເປັນຝ່າຍທີ່ຄິດຫຼາຍໂພດ.
3. ລາວບໍ່ຢາກເສຍຄວາມຮູ້ສຶກຍ້ອນເລື່ອງນີ້
ການທີ່ເຮົາຈະຍົກບັນຫາທີ່ເກີດຂຶ້ນມາແກ້ໄຂເປັນເລື່ອງທຳມະດາຂອງຄວາມສຳພັນ, ແຕ່ບາງຄັ້ງກໍຮູ້ຢູ່ແລ້ວວ່າບັນຫານີ້ມັນແກ້ໄຂບໍ່ໄດ້ດອກม ເວົ້າອອກມາກໍຈະເມື່ອຍລ້າໆ ຜູ້ຍິງຫຼາຍຄົນເລີຍເລືອກທີ່ຈະປ່ອຍມັນໄປໂດຍຄິດວ່າການບອກວ່າ “ບໍ່ເປັນຫຍັງ” ຄົງຈະຊ່ວຍໃຫ້ທຸກຢ່າງມັນດີຂຶ້ນເອງ, ດີກວ່າຈະໄປເມື່ອຍ ແລະ ເສຍຄວາມຮູ້ສຶກກັນບັນຫາທີ່ແກ້ໄຂບໍ່ໄດ້.
4. ລາວບອກເຮົາຫຼາຍຄັ້ງແລ້ວວ່າລາວເປັນຫຍັງ
ການແກ້ບັນຫາໃນຄວາມສຳພັນມັນຈະມີໂອກາດດຽວໃຫ້ເວົ້າອອກມາ ເພາະຄັນເວົ້າຊ້ຳຮອບສອງ, ຈະເຮັດໃຫ້ເບິ່ງກາຍເປັນຄົນຫຼາຍເລື່ອງທັນທີ ເພາະແບບນີ້ຜູ້ຍິງເລີຍມັກຄິດໃຫ້ດີກ່ອນຈະເວົ້າອອກມາຄືກັບຂໍ້ 2 ແຕ່ຄັນລາວເວົ້າອອກມາແລ້ວເຮົາກໍຍັງເຮັດໂຕຄືເກົ່າຕະຫຼອດ, ເຮັດໃຫ້ລາວເມື່ອຍທີ່ຈະເວົ້າເລື່ອງເກົ່າຊ້ຳໆເລີຍເລືອກທີ່ຈະປິດບັງຄວາມຮູ້ສຶກໄວ້.
5. ລາວຄິດວ່າເຮົາບໍ່ມີທາງເຂົ້າໃຈລາວດອກ
ຜູ້ຍິງທຸກຄົນລ້ວນຢາກໃຫ້ຜູ້ຊາຍຮັບຟັງບັນຫາຂອງຕົນເອງໃນແຕ່ລະມື້ແຕ່ບາງຄັ້ງຜູ້ຊາຍບາງຄົນກໍມັກຕັດສິນໃຈແທນລາວ ຫຼື ອິຫຍັງກະຕາມແຕ່ທີ່ບໍ່ໄດ້ເປັນການເຮັດໃຫ້ລາວຮູ້ສຶກດີຂຶ້ນເລີຍ, ເຮັດໃຫ້ລາວເຊົ່າເວົ້າເຖິງບັນຫາຕົນເອງໃຫ້ຟັງ ແລະ ບອກວ່າ “ບໍ່ມີຫຍັງ” ທັງທີ່ລາວພຽງແຕ່ຢາກໃຫ້ເຮົາຮັບຟັງເທົ່ານັ້ນເອງ.
6. ລາວບໍ່ໄດ້ເປັນຫຍັງອີຫຼີ່
ບາງຄັ້ງການທີ່ຜູ້ຍິງບອກວ່າ “ບໍ່ເປັນຫຍັງ” ກໍແປວ່າລາວບໍ່ເປັນຫຍັງອີຫຼີ່ມີແຕ່ເຮົາເອງທີ່ຄິດຫຼາຍເກີນໄປວ່າລາວອາຈດະຄຽດ, ເລີຍຖາມຊ້ຳແຕ່ຄວາມຈິງແລ້ວກໍແມ່ນ ລາວບໍ່ໄດ້ຄຽດ ຫຼື ບໍ່ໄດ້ເປັນຫຍັງເລີຍແທ້ໆ.
ສຸດທ້າຍນີ້ຢາກບອກວ່າສິ່ງທີ່ສຳຄັນທີ່ສຸດໃນຄວາມສຳພັນແມ່ນການເຂົ້າໃຈ ແລະ ໃສ່ໃຈກັນ, ລອງເອົາໃຈເຂົາມາໃສ່ໃຈເຮົາພ້ອມທັງເບິ່ງເລື່ອງລາວຕ່າງໆໃນມຸມຂອງລາວເບິ່ງ, ອາດຈະເຮັດໃຫ້ມີຄວາມເຂົ້າໃຈກັນຫຼາຍຂຶ້ນ ແລະ ຮັກສາຄວາມສຳພັນນຳກັນໄປດົນໆ.
ໂດຍ: ທີມບັນນາທິການ Muan