ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ແບ່ງປັນ

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

02 October 2025● 194

ຖ້າເຮົາມີຄົນຮັກທີ່ຄົບກັນມາຫຼາຍປີ ຈະມີຄວາມຄາດຫວັງຢາກໃຫ້ຄວາມສຳພັນເປັນໄປໃນທິດທາງໃດແດ່ ທຸກຄົນເຄີຍລອງຄິດເຖິງອະນາຄົດທີ່ມີຮ່ວມກັນບໍ່? ວ່າຈະຮັກກັນໄປເລື່ອຍໆ ຫຼື ຕ້ອງມີພັນທະຫຍັງຈັກຢ່າງມາຜູກກັນໄວ້ດີກວ່າ ແຕ່ຖ້າຮັກກັນຫຼາຍ ແລ້ວບໍ່ມີອະນາຄົດເດ ຊີວິດຂອງສອງຄົນຈະເປັນແນວໃດ ເພາະວ່າຄວາມຮັກ ແລະ ການເລືອກໃຊ້ຊີວິດ, ຄວາມຄິດບໍ່ໄດ້ກົງກັນເລີຍ ຖ້າບໍ່ມີເປົ້າໝາຍທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຫຼາຍຄົນນິຍາມວ່າ ຄວາມຮັກເປັນສິ່ງທີ່ສວຍງາມ ແລະ ເປັນພື້ນທີ່ປອດໄພເຮັດໃຫ້ສະບາຍໃຈ ຄືກັບບ້ານທີ່ອົບອຸ່ນຫຼັງໜຶ່ງ, ແຕ່ບາງຄົນກໍໃຫ້ນິຍາມວ່າ ຄວາມຮັກຄືອາກາດ ສາມາດປ່ຽນແປງໄດ້ຕາມລະດູການ ບາງເທື່ອກໍມີໄພທຳມະຊາດເກີດຂຶ້ນໄດ້ທຸກເມື່ອ ເຊິ່ງເລື່ອງຄວາມຮັກຄວາມສຳພັນມັນກໍເປັນເລື່ອງທີ່ຊັບຊ້ອນຫຼາຍ ບໍ່ສາມາດເວົ້າໄດ້ວ່າອັນໃດດີກວ່າ ຫຼື ບໍ່ດີເລີຍ ມັນກໍແລ້ວແຕ່ແວດລ້ອມຂອງແຕ່ລະຄູ່.

ຖ້າຫາກວ່າເຮົາກຳລັງຕົກຢູ່ໃນສະຖານະການທີ່ ຄວາມຮັກມັນດີທຸກຢ່າງ ແຕ່ເບິ່ງບໍ່ເຫັນອະນາຄົດ ເພາະຄວາມຄິດບໍ່ກົງກັນ ສະແດງວ່າອາດຈະເດີນທາງໄປດ້ວຍກັນບໍ່ໄດ້ ແລ້ວຈະເຮັດແນວໃດ? ມັນອາດຈະເກີດຄວາມຮູ້ສຶກທີ່ສັບສົນ ແລະ ເຈັບປວດໃນຄວາມສໍາພັນ ເພາະມັນໝາຍຄວາມວ່າ ຄວາມຮັກທີ່ມີຢູ່ແມ່ນບໍ່ເຫັນເປົ້າໝາຍ ແລະ ເສັ້ນທາງຊີວິດອັນດຽວກັນເລີຍ.

ຫຼາກຫຼາຍຄວາມສຳພັນກໍມີຄວາມຊັບຊ້ອນທີ່ຍາກຈະເຂົ້າໃຈ ແຕ່ກໍໄດ້ມີທິດສະດີໜຶ່ງທີ່ຖືກສ້າງເພື່ອໃຊ້ໄວ້ກຳນົດຂອບເຂດຂອງຄວາມຮັກ ເຊິ່ງນິຍາມວ່າ ຄວາມຮັກແບບຮູບສາມຫຼ່ຽມ (Triangular Theory of Love) ສ້າງຂຶ້ນໂດຍ Robert Sternberg (1986) ໄດ້ໃຫ້ນິຍາມເລື່ອງຄວາມຮັກບໍ່ມີພຽງແຕ່ “ອາລົມຄວາມຮູ້ສຶກ” ເທົ່ານັ້ນ ໂດຍຍັງໄດ້ແບ່ງອອກເປັນ 3 ອົງປະກອບຫຼັກເຊັ່ນ:

  • ຄວາມຫຼົງໃຫຼ (Passion): ຄວາມຮູ້ສຶກທີ່ຮ້ອນແຮງ ແລະ ດຶງດູດໃຈ.
  • ຄວາມສະໜິດສະໜົມ (Intimacy): ຄວາມຜູກພັນທາງອາລົມ, ຄວາມໄວ້ໃຈ ແລະ ຄວາມເຂົ້າໃຈ.
  • ພັນທະສັນຍາ(Commitment): ການຕັດສິນໃຈທີ່ຈະຮັກສາຄວາມສຳພັນໄວ້ ແລະ ການວາງແຜນອະນາຄົດຮ່ວມກັນ.
ອ່ານຕື່ມ:  ແມວມີຫຼາຍຢ່າງຄືເຈົ້າຂອງ ເຈົ້າເປັນແນວໃດ ແມວກໍເປັນແບບນັ້ນ

ເມື່ອຄົນຮັກຂອງເຮົາຂາດອົງປະກອບສຳຄັນຄື Commitment ຄວາມຮັກຈະກາຍເປັນພຽງຄວາມຜູກພັນທາງອາລົມທີ່ສ້າງຄວາມທຸກໃຈໃນໄລຍະຍາວ ເພາະມັນບໍ່ໄດ້ນຳໄປສູ່ເສັ້ນທາງອະນາຄົດຂອງການສ້າງຊີວິດຮ່ວມກັນ.

 ສິ່ງທີ່ຕ້ອງຕັດສິນໃຈ ແລະ ພິຈາລະນາ

  1. ສື່ສານກັນແບບກົງໄປກົງມາ: ລົມກັບຄົນຮັກດ້ວຍເຫດຜົນ ແລະ ຄວາມເຂົ້າໃຈກ່ຽວກັບ “ພາບອະນາຄົດ” ທີ່ແຕ່ລະຄົນເຫັນ. ຖ້າຫາກວ່າບໍ່ສາມາດລົມກັນເຂົ້າໃຈໄດ້ ການດຶງເວລາອາດເຮັດໃຫ້ທັງສອງຝ່າຍເສຍເວລາ ແລະ ເຈັບປວດຫຼາຍຂຶ້ນ.
  2. ການຮັກສາຄວາມສຸກ: ຖາມຕົນເອງວ່າ “ຄວາມສຸກໃນປັດຈຸບັນ” ຄຸ້ມຄ່າກັບ “ຄວາມທຸກ ແລະ ຄວາມບໍ່ແນ່ນອນໃນອະນາຄົດ” ຫຼື ບໍ່? ບາງເທື່ອການປ່ອຍມືຈາກຄວາມຮັກທີ່ສວຍງາມແຕ່ບໍ່ມີທາງໃຫ້ໄປຕໍ່ ຄືການໃຫ້ໂອກາດຕົນເອງ ແລະ ຄົນຮັກໄດ້ຄົ້ນພົບຄວາມສຸກທີ່ຍືນຍົງກວ່າ.
  3. ຄວາມຮັກຕ້ອງບໍ່ທຳລາຍຕົນເອງ: ການຝືນຢູ່ໃນຄວາມສຳພັນທີ່ບໍ່ມີອະນາຄົດ, ບໍ່ວ່າຈະຮັກກັນຫຼາຍປານໃດກໍຕາມ ອາດນຳໄປສູ່ຄວາມເຈັບປວດທາງໃຈ ແລະ ທຳລາຍສັກກະຍະພາບໃນການເຕີບໃຫຍ່ຂອງທັງສອງຝ່າຍໄດ້.

ການຕັດສິນໃຈເພື່ອຈະຢຸດຕິຄວາມສຳພັນທັງໆທີ່ຍັງຮັກ ແລະ ຜູກພັນກັນຫຼາຍ ຫຼື ການທີ່ຕົກໃນສະຖານະການນີ້ເປັນເລື່ອງທີ່ຍາກທີ່ສຸດໃນການຕັດສິນໃຈ, ແຕ່ການ ຍອມຮັບຄວາມຈິງ ຄືຂັ້ນຕອນທຳອິດສູ່ການດູແລຮັກສາໃຈ ເຖິງວ່າຈະເຈັບປວດ ແຕ່ການເລືອກທາງເດີນທີ່ຊັດເຈນຄື ຄວາມຮັກທີ່ເຮົາມອບໃຫ້ຕົນເອງ ແລະ ຄົນຮັກ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.