Highlights
- ແບ້ງ ຈາກວົງ Herrizond. ພາເພງ ພຽງຫວັງ (Ur way) ຕິດ Top 100 ແລະ ເປັນເພງລາວໜຶ່ງດຽວ ທີ່ໄດ້ຈັດສະແດງໃນງານຕະຫຼາດເພງ ທີ່ ປະເທດໄທ.
- ເລີ່ມຈາກ Demo ທີ່ເກືອບຖືກດອງ ແຕ່ ແບ້ງ ຕັດສິນໃຈສົ່ງເພງໄປໃນມື້ສຸດທ້າຍ ຈົນໄດ້ຮັບການຄັດເລືອກແລະ ລາວຍັງໄດ້ຮັບການຊັບພັອດເລື່ອງຄ່າເດີນທາງຈາກໝູ່ໃນວົງ.
- ແບ້ງ ແບ່ງປັນມຸມມອງເລື່ອງການປ່ຽນ AI ໃຫ້ເປັນຜູ້ຊ່ວຍເຮັດເພງ ແລະ ຝາກເຖິງຄົນມີຝັນວ່າ: ໃຫ້ເລີ່ມເຮັດທັງທີ່ບໍ່ພ້ອມ ເພາະໂອກາດບໍ່ໄດ້ຕ້ອງການຄົນພ້ອມ ແຕ່ຕ້ອງການຄົນກ້າ.
ເຄີຍຄິດບໍ່ວ່າໄວຮຸ່ນລາວເຮົາທຸກມື້ນີ້ເກັ່ງ ແລະ ມີຂອງດີເຊື່ອງໄວ້ຢູ່ຫຼາຍປານໃດ? ແຕ່ບາງເທື່ອພວກເຂົາພຽງແຕ່ຖ້າ ຈັງຫວະ ແລະ ໂອກາດ ທີ່ຈະຖືກຄົ້ນພົບ ເຊິ່ງຕອນນີ້ວົງດົນຕີອິດສະຫຼະ Herrizond. ຫາກໍພາຜົນງານເພງ ພຽງຫວັງ (Ur way) ໄປຝາກຊື່ໄວ້ຢູ່ທີ່ງານ MCT Presents Songwriter Thailand Showcase 2026 ທີ່ ປະເທດໄທ.
ງານນີ້ເປັນພື້ນທີ່ຂອງຄົນມັກຮັກໃນການເຮັດເພງແທ້ໆ ແລະ ໄດ້ເປີດໂອກາດໃຫ້ນັກແຕ່ງເພງສາມາດສົ່ງຜົນງານເຂົ້າຮ່ວມ ເຊິ່ງງານນີ້ກໍມີຄົນໃຫ້ຄວາມສົນໃຈຫຼາຍ ເພາະມີລາຍຊື່ເພງທີ່ສົ່ງເຂົ້າໄປແມ່ນຫຼາຍ 300 ກວ່າເພງ ແຕ່ກໍຖືກຄັດຈົນເຫຼືອພຽງແຕ່ 100 ເພງ ທີ່ຈະໄດ້ວາງສະແດງໃນພື້ນທີ່ກິດຈະກຳ Song Market – ຕະຫຼາດນັດເພງ.
ຜູ້ຢູ່ເບື້ອງຫຼັງທຸກຢ່າງ ແລະ ໄດ້ສົ່ງຜົນງານນີ້ກໍແມ່ນ ແບ້ງ ຖະນະສູດ ສິລະປິນ ແລະ ນັກແຕ່ງເພງ ຮຸ່ນໃໝ່ໄຟແຮງທີ່ມີອາຍຸພຽງແຕ່ 19 ປີເທົ່ານັ້ນ, ລາວຍັງຄວບຕຳແໜ່ງ ຄີບອດ ແລະ Producer ໃຫ້ກັບວົງ Herrizond. (ອ່ານວ່າ: ເຮີຣິຊອນ.) ຫຼື ເອີ້ນສັ້ນໆວ່າ Hrz. (ເຮີຣ໌ສ.).
ວົງ Hrz. ມີສະມາຊິກ 3 ຄົນ, ເລີ່ມດ້ວຍຄົນທຳອິດຄື ແບ້ງ ຖະນະສູດ ທີ່ປະຈຳຕຳແໜ່ງ ຄີບອດ ແລະ Producer, ຕາມມາດ້ວຍ ອານິດາ ທອງວັນ ຜູ້ເປັນນັກຮ້ອງຫຼັກ ແລະ ຄົນສຸດທ້າຍຄື ລັດທະສາດ ໂອລົດ ມືກີຕ້າ ຜູ້ເຕີມເຕັມຄວາມເຂັ້ມຂຸ້ນ ແລະ ລູກຫຼິ້ນໃຫ້ກັບເພງ.
ຄວາມໝາຍເພງ ພຽງຫວັງ (Ur way) ແຮງບັນດານໃຈທີ່ຢາກສົ່ງຕໍ່
ມື້ນີ້, ແບ້ງ ເປັນໂຕແທນໃຫ້ກັບວົງ Hrz. ຈະມາເລົ່າ ແລະ ແບ່ງປັນຄວາມຮູ້ສຶກ, ຈຸດເລີ່ມຕົ້ນຂອງການເດີນທາງຄັ້ງນີ້ໃຫ້ທຸກຄົນຟັງ ເຊິ່ງ Muan TheInterview ຄິດວ່າທຸກຄົນຄົງຢາກຈະຮູ້ແລ້ວວ່າເລື່ອງລາວເປັນມາຄືແນວໃດແມ່ນບໍ່?
ແຕ່ກ່ອນທີ່ ແບ້ງ ຈະສົ່ງເພງໄປແຂ່ງຂັນຢູ່ທີ່ປະເທດໄທນັ້ນ, ວົງ Hrz. ແມ່ນເຄີຍລົງແຂ່ງຂັນແຕ່ງ ແລະ ເຮັດເພງມາກ່ອນ ເຊິ່ງເພງ ພຽງຫວັງ (Ur way) ກໍແມ່ນເພງທີ່ໄດ້ຮັບແຮງບັນດານໃຈມາຈາກການເຂົ້າຮ່ວມໃນຫົວຂໍ້ທີ່ເວົ້າເຖິງ ຜົນຮ້າຍຂອງສິ່ງເສບຕິດ.

ສະມາຊິກທັງ 3 ຄົນ, ໄດ້ກັບມາຄິດເພື່ອແກ້ໂຈດທີ່ໄດ້ຮັບ ແລະ ເກີດມີໄອເດຍທີ່ຢາກຈະເລົ່າເນື້ອຫາຂອງເພງເຖິງຄົນຟັງໃຫ້ເຂົ້າໃຈໃນມຸມມອງຂອງເດັກນ້ອຍຄົນໜຶ່ງທີ່ຕ້ອງໃຫຍ່ມາໃນສະພາບແວດລ້ອມ Toxic.
ແບ້ງ ໄດ້ເລົ່າວ່າ: “ໃນຄວາມຄິດຂອງເດັກນ້ອຍຄົນນັ້ນ, ໄດ້ແຕ່ພຽງຫວັງວ່າ ຄົນ Toxic ເຫຼົ່ານັ້ນຈະປ່ຽນແປງເປັນຄົນໃໝ່ ແລະ ຂໍໃຫ້ຕົວເອງໄດ້ຫຼຸດພົ້ນອອກຈາກສະຖານະການທີ່ເປັນຢູ່ ຖ້າສື່ສານຄວາມໝາຍແບບນີ້ເພງມັນຈະອອກມາເປັນແບບໃດ?”
ວົງ Hrz. ຈຶ່ງອອກແບບໂທນຂອງເພງໃຫ້ຄວາມຮູ້ສຶກຄື ກຳລັງນັ່ງທົບທວນ ແລະ ພະຍາຍາມເຂົ້າໃຈກັບສິ່ງທີ່ເກີດຂຶ້ນ ຈົນມັນໝົດຫົນທາງ. ສຸດທ້າຍ, ກໍເຮັດໄດ້ແຕ່ ພຽງຫວັງ (Ur way) ແລະ ນີ້ກໍຄືທີ່ມາຂອງຊື່ເພງທີ່ມີຄວາມໝາຍ.
ຫຼັງຈາກນັ້ນ, ພວກເຂົາໄດ້ສົ່ງເພງນີ້ໄປແຂ່ງ ແລະ ໃນຕອນນັ້ນກໍບໍ່ໄດ້ລາງວັນຫຍັງກັບມາ ຈຶ່ງເຮັດໃຫ້ເພງນີ້ຖືກເກັບເປັນພຽງ Demo (ຮ່າງໂຕຢ່າງ ຫຼື ໂຕທົດລອງ) ແລະ ຍັງຢູ່ໃນຂັ້ນຕອນການພັດທະນາຕໍ່ໄປ.
ເພງ ພຽງຫວັງ (Ur way) ຕິດ 1 ໃນ 100 Song Market
ຄວາມຮູ້ສຶກຕື່ນເຕັ້ນ ແລະ ປະທັບໃຈຂອງວົງ Hrz. ທີ່ຜົນງານເພງໄດ້ຕິດ 1 ໃນ 100 ຂອງງານ MCT Presents Songwriter Thailand Showcase 2026 ໃນພື້ນທີ່ກິດຈະກຳ Song Market – ຕະຫຼາດນັດເພງ ເຊິ່ງເປັນຫຍັງທີ່ເກີນຄວາມຄາດໝາຍຫຼາຍສຳລັບພວກເຂົາ ແລະ ແບ້ງ ກໍໄດ້ເລົ່າສູ່ Muan TheInterView ຟັງວ່າ:
“ຕອນທຳອິດທີ່ຮູ້ວ່າເພງ ພຽງຫວັງ (Ur way) ຕິດໃນລາຍຊື່, ຂ້ອຍຈື່ໄດ້ວ່າງົງແຮງ ແລະ ມັນກໍປົນກັບຄວາມຕື່ນເຕັ້ນ. ຂ້ອຍຈຶ່ງຮີບແຄັບໜ້າຈໍອີເມວທີ່ທາງງານສົ່ງມາແຈ້ງໃຫ້ໝູ່ໃນວົງເບິ່ງ ເຊິ່ງໝູ່ກໍແຮງຕົກໃຈຫຼາຍກ່ອນ ເພາະຂ້ອຍສົ່ງຜົນງານເຂົ້າຮ່ວມໂດຍທີ່ສະມາຊິກໃນວົງບໍ່ຮູ້ຈັກຄົນ”.
ແບ້ງ ເລົ່າຕໍ່ວ່າ: “ໝູ່ໃນວົງດີໃຈຫຼາຍ ແລ້ວກໍໄດ້ສະໜັບສະໜຸນເລື່ອງຄ່າເດີນທາງ, ຄ່າທີ່ພັກໃຫ້ຂ້ອຍໄປເປັນຕົວແທນເຂົ້າຮ່ວມງານ ເນື່ອງຈາກທັງສອງຄົນກຳລັງຮຽນຢູ່ຕ່າງປະເທດ ຈຶ່ງບໍ່ສາມາດໄປຮ່ວມນຳໄດ້”.
“ພໍໄດ້ໄປຮ່ວມງານ ກໍຍິ່ງຮູ້ສຶກພູມໃຈແບບບອກບໍ່ຖືກ ໂດຍສະເພາະຕອນທີ່ຮູ້ວ່າຜົນງານຂອງພວກເຮົາໄດ້ຖືກຄັດເລືອກໃຫ້ເປັນ 1 ໃນ 100 ຈາກຜົນງານ 300 ກວ່າເພງ ແລະ ຖືກຈັດສະແດງຢູ່ງານ ເຊິ່ງເປັນເພງລາວເພງດຽວທີ່ຖືກຄັດເລືອກເຂົ້າຮ່ວມໃນ Mini Exhibition ຄັ້ງນີ້” ແບ້ງ ເລົ່າປະສົບການຕອນເຫັນຜົນງານທີ່ໄດ້ວາງສະແດງໃນງານ.
ກ້າທີ່ຈະໃຫ້ໂອກາດໂຕເອງ ຈຶ່ງສົ່ງຜົນງານໄປ
ແບ້ງ ເປັນຄົນທີ່ມັກຮຽນຮູ້ ແລະ ມັກຈະແນມເຫັນ “ໂອກາດ” ສະເໝີ, ບາງເທື່ອມັນກໍມາແບບບໍ່ໄດ້ຕັ້ງຕົວ ແລະ ຄວາມບໍ່ພ້ອມ ເຊິ່ງສະມາຊິກທັງສາມຄົນຂອງວົງ Hrz. ຍອມຮັບວ່າເພງ ພຽງຫວັງ (Ur way) ທີ່ສົ່ງໄປມັນກໍຍັງບໍ່ພ້ອມທີ່ຈະໃຫ້ຫຼາຍຄົນໄດ້ຟັງ.
ຂ້ອຍເຊື່ອວ່າ ມັນມີພື້ນທີ່ຂອງມັນ ແລະ ຂ້ອຍຕັດສິນໃຈສົ່ງໄປໃນມື້ສຸດທ້າຍກ່ອນປິດຮັບເພາະລັງເລຢູ່ດົນຄືກັນ ເຊິ່ງຕອນທຳອິດຄິດວ່າຈະບໍ່ສົ່ງ ແລະ ກໍສອງຈິດສອງໃຈ, ແຕ່ກໍຄິດວ່າ ‘ລອງໄປເຖາະ ມັນບໍ່ເສຍຫາຍດອກ’

ງານ Songwriter Thailand Showcase 2026 ຖືວ່າເປັນບ່ອນທີ່ລວມຄົນເຮັດເພງແບບຈິງຈັງ ແລະ ເປັນພື້ນທີ່ແລກປ່ຽນຄວາມຮູ້, ມີໂອກາດໄດ້ພົບປະສິລະປິນໜ້າໃໝ່ຂອງໄທທີ່ມີຜົນງານທີ່ໂດດເດັ່ນ ແລະ ໃຫ້ແຮງບັນດານໃຈ.
ແບ້ງ ໄປງານໃນຖານະສິລະປິນອິດສະຫຼະທີ່ບໍ່ຮູ້ຈັກໃຜເລີຍ ລາວໄດ້ເລົ່າຄວາມຮູ້ສຶກໃນຕອນນັ້ນວ່າ: “ຂ້ອຍຕື່ນເຕັ້ນສຸດໆ ແລະ ເຮັດໂຕບໍ່ຖືກ ແຕ່ໂຊກດີທີ່ຂ້ອຍໄປກັບໝູ່ທີ່ເປັນຜູ້ຕິດຕາມ, ເວລາໄປໃສມາໃສກໍຈະເອີ້ນໝູ່ໄປນຳ. ທ່າມກາງຊຸມຊົນຄົນແຕ່ງເພງ, ຂ້ອຍເຮັດໂຕບໍ່ຄ່ອຍຖືກເລີຍ ເພາະພວກເຂົາແມ່ນນັກແຕ່ງເພງແບບຈິງຈັງແທ້ໆ ແຕ່ຂ້ອຍກໍຮູ້ສຶກມັກໃດຄືທຸກຄົນລົມພາສາດຽວກັນໃນເລື່ອງດົນຕີ, ເລື່ອງເພງ ເຮັດໃຫ້ວົງການເບິ່ງມີແນວທາງທີ່ຈະພັດທະນາຕໍ່ໄປ”.
ປະສົບການໃໝ່ໆທີ່ໄດ້ພັດທະນາສຳລັບນັກແຕ່ງເພງ
ແບ້ງ ມີໂອກາດໄດ້ເຂົ້າໄປເບິ່ງຜົນງານທີ່ໄດ້ຖືກຈັດສະແດງ ແລະ ຍັງໄດ້ເຂົ້າຮ່ວມເວີກຊັອບກ່ຽວກັບເຄັດລັບໃນການແຕ່ງເພງ ໂດຍມີສິລະປິນທີ່ມີຊື່ສຽງຈາກປະເທດໄທມາຊ່ວຍແນະນຳ ບໍ່ວ່າຈະເປັນ Earth Patravee ແລະ ເອກ Season Five.
ໃນຫ້ອງເວີກຊັອບ ກໍຈະມີກິດຈະກຳແບ່ງກຸ່ມເພື່ອແຕ່ງເພງຕໍ່ຈາກເນື້ອເພງຕົ້ນສະບັບ ໂດຍມີເວລາພຽງ 25 ນາທີ ເພື່ອດຶງຄວາມສາມາດຂອງນັກແຕ່ງເພງອອກມາໃຫ້ໄດ້ຫຼາຍທີ່ສຸດ ເຊິ່ງເປັນປະສົບການໃໝ່ສຸດເຂັ້ມຂຸ້ນສຳລັບ ແບ້ງ ເລີຍກໍວ່າໄດ້.
“ຂ້ອຍໄດ້ຮຽນຮູ້ກ່ຽວກັບວິທີຄິດ, ຖ້າຫາກວ່າໄອເດຍຕັນຕ້ອງເຮັດແນວໃດ ແລະ ຂ້ອຍກໍໄດ້ຄຳຕອບມາວ່າ ‘ຕ້ອງຮູ້ຈັກວ່າຕົນເອງຈະເວົ້າຫຍັງ, ໃນມຸມມອງແບບໃດ ແລະ ເຊື່ອແບບໃດ’ ຈຸດນີ້ເປັນສິ່ງທີ່ຂ້ອຍຈະເອົາມາພັດທະນາຜົນງານໃຫ້ມີຄວາມຊັດເຈນທາງດ້ານເນື້ອຫາ ແລະ ການສື່ສານເຖິງຄົນຟັງໂດຍບໍ່ບັງຄັບຈົນເກີນໄປ” ແບ້ງ ເລົ່າ.
ຄວາມທ້າທາຍໃນຍຸກນີ້ ຂອງສິລະປິນ ແລະ ນັກແຕ່ງເພງ
ແບ້ງ ໄດ້ແບ່ງປັນຄວາມຄິດ ແລະ ປະໂຫຍດຈາກສິ່ງທີ່ຮຽນຮູ້ໃນງານ MCT Songwriting Thailand Showcase 2026 ໃຫ້ຟັງຕື່ມອີກວ່າ: “ຄວາມທ້າທາຍສຳລັບຂ້ອຍຄື ການເຂົ້າມາຂອງ AI, ຕາມທີ່ທຸກຄົນຮູ້ວ່າ AI ສາມາດສ້າງເພງ, ເຮັດເພງໃຫ້ແລ້ວໃນເວລາບໍ່ຮອດ 5 ນາທີ. ເຮັດໃຫ້ສິລະປິນຕ້ອງປັບໂຕຕາມສະພາບການທີ່ປ່ຽນໄປ”.
“ແນວໃດກໍຕາມ, ກໍຍັງສາມາດຈັບຈຸດໄດ້ວ່າເພງໃດແມ່ນ AI ແລະ ເພງໃດບໍ່ແມ່ນ AI ແຕ່ອີກໜຶ່ງສິ່ງທີ່ຂ້ອຍໄດ້ຮູ້ຈາກງານ MCT Songwriting Thailand Showcase 2026 ກໍຄືເຮົາສາມາດເຮັດວຽກຮ່ວມກັບ AI ໄດ້ໂດຍບໍ່ມີການອັກຄະຕິ ແຕ່ເຮົາສາມາດປ່ຽນມັນໃຫ້ມາຊ່ວຍເຮົາເຮັດວຽກໂດຍບໍ່ຕ້ອງມາແທນທີ່ເຮົາ. ຕົວຢ່າງ, ຖ້າຢາກຂຶ້ນ Demo ເພງໃໝ່ ແຕ່ເຮົາຫຼິ້ນເຄື່ອງດົນຕີ ຫຼື ເຮັດດົນຕີໃນສ່ວນນີ້ບໍ່ໄດ້ ກໍໃຫ້ AI ສ້າງມາໃຫ້ເຮົາກ່ອນ ຖ້າໄດ້ໂຄງພໍປະມານຈຶ່ງໄປຂຶ້ນດົນຕີໃໝ່ໃນໂປຣແກຣມຕາມເອກະລັກຂອງສິລະປິນນັ້ນໆ” ແບ້ງ ອະທິບາຍຕື່ມ.
ມຸມມອງທີ່ມີຕໍ່ການເຮັດວຽກໃນສາຍດົນຕີ
ໃນຖານະ Producer ທີ່ເບິ່ງເຫັນທັງພາບເບື້ອງໜ້າ ແລະ ເບື້ອງຫຼັງ, ແບ້ງ ໄດ້ແບ່ງປັນມຸມມອງທີ່ໜ້າສົນໃຈໃຫ້ກັບ Muan TheInterview ຟັງວ່າ: “ໃນມຸມມອງຂ້ອຍ, ຕັ້ງແຕ່ມື້ທຳອິດທີ່ສ້າງວົງນີ້ມາ ຈຸດໂຟກັສຂອງພວກເຮົາບໍ່ເຄີຍແມ່ນເລື່ອງການທີ່ ‘ເຮົາຕ້ອງຢູ່ໃຫ້ລອດ ຫຼື ຕ້ອງມີຄົນມາຮູ້ຈັກຫຼາຍ’ ອາດເປັນຍ້ອນເຮົາເລີ່ມຕັ້ງແຕ່ຢູ່ໃນໄວຮຽນ ຈຶ່ງບໍ່ໄດ້ມີຄວາມກັງວົນໃນດ້ານໃດເປັນພິເສດ”.
“ຂ້ອຍໂຟກັສແຕ່ວ່າ ຈະເຮັດແນວໃດໃຫ້ທຸກເພງທີ່ແຕ່ງອອກມາຖືກໃຈທີ່ສຸດ ເພາະແນວໃດດົນຕີກໍບໍ່ມີມື້ຕາຍ, ເມື່ອໃດທີ່ມັນຍັງມີຄວາມໝາຍຕໍ່ພວກເຮົາ ແລະ ຜູ້ຟັງຢູ່. ສະນັ້ນ, ການທີ່ຈະມີຄົນຮູ້ຈັກຫຼາຍຂຶ້ນ ມັນເປັນຜົນພອຍໄດ້ຈາກຜົນງານທີ່ໄດ້ສ້າງສັນອອກມາດ້ວຍຄວາມຕັ້ງໃຈຫຼາຍກວ່າ”.
ໂອກາດດີໆ ແລະ ຜົນງານເພງທີ່ຖືກຄົນຄົ້ນພົບ
ຈາກຈຸດເລີ່ມຕົ້ນທີ່ເປັນພຽງໝູ່ເພື່ອນທີ່ບັງເອີນຮູ້ຈັກກັນ, ມີຄວາມສົນໃຈມັກຮັກໃນດົນຕີ ແລະ ໄດ້ຮວມສ້າງວົງຂຶ້ນມາ ເພື່ອເຮັດເພງໄປແຂ່ງຈົນໄດ້ພົບໂຕຕົນລະຫວ່າງທາງ.
ເຖິງຕອນນນີ້, ສະມາຊິກໃນວົງຈະຢູ່ກັນຄົນລະປະເທດ ເຊິ່ງພວກເຂົາໄດ້ພົບກັບຄວາມທ້າທາຍໃນການເຮັດເພງ ແຕ່ກໍຍັງຈະສືບຕໍ່ເຮັດເພງຕໍ່ໄປ ໂດຍມີເປົ້າໝາຍຈະເຮັດອາລະບໍ້າທຳອິດທີ່ເປັນໂປຣເຈັກໃໝ່ ໂດຍການນຳເອົາເພງທີ່ເຄີຍເຮັດໄວ້ (ທີ່ເຄີຍເປັນ Demo) ມາເຮັດໃໝ່ ພ້ອມທັງຄວບຄູ່ກັບການສ້າງສັນຜົນງານເພງໃໝ່.

ກ່ອນຈະປິດທ້າຍບົດຄວາມ ແບ້ງ ໄດ້ຝາກເຖິງຄົນທີ່ຢາກຈະເລີ່ມໃນການເດີນທາງສາຍນີ້ວ່າ: “ຂ້ອຍກໍເປັນນັກແຕ່ງເພງຮຸ່ນໃໝ່ຄືກັນ ແລະ ຕ້ອງການສ້າງສິ່ງທີ່ມີຄວາມໝາຍໄປນຳກັນກັບວົງນີ້. ຈຶ່ງຢາກບອກຕາມປະສົບການໂດຍກົງກໍຄື ເລີ່ມເຮັດໄປເລີຍ ແລະ ຊື່ສັດກັບມັນ, ຖ້າເຮົາຢາກເຫັນມັນເຕີບໂຕແທ້ໆຄື ເຮັດມັນແບບທີ່ບໍ່ພ້ອມນັ້ນແຫຼະ ພໍເຮົາເລີ່ມໄດ້ແລ້ວມັນຈະມີເສັ້ນທາງຂອງມັນເອງ”
“ໃນລະຫວ່າງທາງເຮົາຈະໄດ້ຄົ້ນພົບໂຕຕົນຂອງເຮົາ ສິ່ງໃໝ່ໆທີ່ເຮົາບໍ່ຮູ້ ແລະ ຫຼາຍຢ່າງທີ່ຈະເຂົ້າມາເຮັດໃຫ້ການເດີນທາງໜ້າຕື່ນເຕັ້ນແນ່ນອນ. ສະນັ້ນ, ເລີ່ມຫາງານແຂ່ງ ແຕ່ຈຸດປະສົງບໍ່ແມ່ນເພື່ອຊະນະ ແຕ່ເຮົາພຽງຕ້ອງເລີ່ມມັນຈະເປັນການຊະນະໃຈໂຕເອງໂດຍບໍ່ຕ້ອງມີລາງວັນໃດມາຢືນຢັນຄວາມສຳເລັດນີ້ອີກ ແລ້ວໂອກາດຕ່າງໆມາຈະມານຳຫຼັງ ເພາະໂອກາດບໍ່ໄດ້ຕ້ອງການຄົນພ້ອມ ແຕ່ຕ້ອງການຄົນກ້າ!” ແບ້ງ ຝາກກຳລັງໃຈປິດທ້າຍ.
ນີ້ກໍຄືເລື່ອງລາວທັງໝົດຂອງວົງ Herrizond. ທີ່ພິສູດໃຫ້ເຮົາເຫັນວ່າໄລຍະທາງ ບໍ່ແມ່ນອຸປະສັກ ຖ້າເຮົາມີຄວາມກ້າ ແລະ ເປີດໂອກາດໃຫ້ໂຕເອງ.
ແບ້ງ ແລະ ວົງ Hrz. ໄດ້ປ່ອຍເພງທຳອິດແລ້ວຊື່ວ່າເພງ 2be Urs Mine ທຸກຄົນສາມາດເຂົ້າໄປຟັງໄດ້ເລີຍ.









