ເດືອດສຸດ! FAZ $F, GENIUS Flow ແລະ Zamio P ແທັກທີມປ່ອຍເພງໃໝ່ I let the God

ແບ່ງປັນ

ເດືອດສຸດ! FAZ $F, GENIUS Flow ແລະ Zamio P ແທັກທີມປ່ອຍເພງໃໝ່ I let the God

02 February 2026 101

ນີ້ຄືການຮ່ວມມືອັນຊົງພະລັງຂອງ FAZ $F ສິລະປິນສັນຊາດມາເລເຊຍ ແລະ ສອງສິລະປິນແຖວໜ້າຢ່າງ GENIUS Flow ແລະ Zamio P ໂດຍສິລະປິນທັງສາມມີແຜນທີ່ຈະປ່ອຍຜົນງານເພງໃຫ້ພວກເຮົາໄດ້ຟັງຕະຫຼອດທັງປີ 2026. ສ່ວນເພງ I let the God ຖືເປັນຜົນງານທຳອິດ ແລະ ເປັນການເປີດໂຕຢ່າງທາງການຂອງໂປຣເຈັກນີ້.

ເພງ I let the God ໄດ້ຮັບແຮງບັນດານໃຈຈາກປະສົບການຊີວິດຈິງ ເຊິ່ງເນື້ອຫາແມ່ນກ່ຽວກັບການກ້າວຂ້າມຂີດຈໍາກັດຂອງໂຕເອງ ແລະ ການຢືນຢັດຢ່າງເຂັ້ມແຂງຕໍ່ທຸກໆອຸປະສັກ ບໍ່ວ່າຊີວິດຈະພົບກັບສິ່ງທີ່ທ້າທາຍໃດກໍຕາມ.

ໃນເນື້ອຫາ ຫຼື ຄວາມໝາຍຂອງເພງນີ້ກໍໄດສື່ສານຢ່າງຊັດເຈນຢ່າງກົງໄປກົງມາຄືການ “ກ້າວໄປທາງໜ້າ, ບໍ່ຍອມຖອຍ ແລະ ບໍ່ມີວັນຍອມຈຳນົນ”. ເພງນີ້ຍັງເຮັດໃຫ້ເຮົາຮູ້ຈັກພວກເຂົາຫຼາຍຂຶ້ນຜ່ານຜົນງານທີ່ສ້າງທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ່ນ ແລະ ການຍອມເຮັດວຽກໜັກກັບສິ່ງທີ່ຮັກຄືການສ້າງສັນຜົນງານການຮ້ອງເພງ-ແຣັບ.

ໃນສ່ວນຮູບແບບເພງ I let the God ແມ່ນໄດ້ປະສົມປະສານຂອງແນວດົນຕີແບບ PHONK ໃນຈັງຫວະ TRAP HIP-HOP ທີ່ໃຫ້ຄວາມຮູ້ສຶກຄຶກຄັກ-ຕື່ນເຕັ້ນ ແລະ ສຽງຮ້ອງທີ່ມີກິ່ນອາຍຂອງ METAL ເຂົ້າໄວ້ດ້ວຍກັນຈົນກາຍເປັນສຽງເພງທີ່ຊ່ວຍປຸກພະລັງ ພ້ອມທັງຈະລະເບີດຄວາມມັນອອກມາ.

ເມື່ອທັງສາມຄົນໄດ້ຮ່ວມໂຕກັນ ພວກເຂົາຍິ່ງໄດ້ເນັ້ນການສະແດງຄວາມສາມາດທີ່ມີສະເໜ່ອອກມາເພື່ອຍົກລະດັບດ້ານດົນຕີຂອງ FAZ $F ແລະ GENIUS Flow. ໃນສ່ວນຂອງ Zamio P ກໍໄດ້ເສີມໃສ່ທັກສະທີ່ລາວຊ່ຽວຊານຄືການເຮັດດົນຕີ ຜົນທີ່ໄດ້ຮັບອອກມາເລີຍກາຍເປັນຜົນງານທີ່ໂດດເດັ່ນໃນຖານະສິລະປິນລາວໃຫ້ຍິ່ງເດືອດຂຶ້ນໄປຕື່ມອີກ.

ອ່ານຕື່ມ:  "ຄວາມພູມໃຈເລີ່ມຈາກໂຕເຮົາ" ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.