ສະບາຍດີທຸກຄົນ! ມື້ນີ້ພວກເຮົາຈະພາໝູ່ເພື່ອນ ໄປຢ້ຽມຊົມໂຊຣູມ Land Rover Laos ແລະ ທົດລອງຂັບລົດ Range Rover Evoque PHEV ຮຸ່ນໃໝ່ 2024 ທີ່ຫາກໍເປີດຕົວໃນລາວ! ສຳລັບໃຜທີ່ກຳລັງຊອກຫາລົດພຣີມຽມໃນລາຄາລະດັບເລີ່ມຕົ້ນ ແລະ ຕ້ອງການປະສົບການທີ່ທັງມ່ວນ ແລະ ຫູຫຼາ ຕ້ອງຕິດຕາມຣີວິວນີ້ເລີຍ.
ຢ້ຽມຊົມໂຊຣູມ Land Rover Laos
ໂຊຣູມ Land Rover Laos ບໍ່ແມ່ນແຕ່ທີ່ຂາຍລົດເດີ ແຕ່ຍັງເປັນສູນໃຫ້ຄຳແນະນຳ, ບໍລິການຫຼັງການຂາຍ ແລະ ສູນສ້ອມບຳລຸງທີ່ໄດ້ຮັບການຮັບຮອງຈາກ Land Rover ພຽງເຈົ້າດຽວໃນລາວ! ເມື່ອກ້າວເຂົ້າມາໃນໂຊຣູມ ເຮົາກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພະນັກງານທີ່ພ້ອມໃຫ້ຄຳແນະນຳທຸກຂັ້ນຕອນ.
ພາຍໃນໂຊຣູມ ຕົກແຕ່ງຫູຫຼາຕາມມາດຕະຖານດຽວກັນທົ່ວໂລກຂອງ Land Rover ບໍ່ວ່າຈະເປັນການຈັດວາງລົດຍົນ ຫຼື ການຕົກແຕ່ງພາຍໃນສ່ວນຕ່າງໆ ທຸກຢ່າງຖືກອອກແບບມາຢ່າງລົງຕົວ. ນອກຈາກນັ້ນຍັງມີຫ້ອງຮັບຮອງທີ່ມີບໍລິການອາຫານວ່າງ ແລະ ເຄື່ອງດື່ມໃຫ້ເຮົາໄດ້ນັ່ງພັກຜ່ອນກ່ອນການທົດລອງຂັບ.
ການບໍລິການກ່ອນການຂາຍ
ທີ່ຜ່ານມາ ເມື່ອເວົ້າເຖິງການທົດລອງຂັບລົດ ເຮົາມັກຈະຄິດເຫັນແຕ່ວ່າ ເຮົາຈອງຄິວເຂົ້າໄປ ແລ້ວກໍລອງຂັບໄປໄລຍະໃດໜຶ່ງ ກ່ອນທີ່ຈະເອົາລົດມາຄືນໃຫ້ສູນ. ແຕ່ຢູ່ Land Rover Laos ນີ້, ໜຶ່ງໃນບໍລິການທີ່ໜ້າປະທັບໃຈທີ່ສຸດຂອງພວກເຂົາ ແມ່ນການໃຫ້ລູກຄ້າໄດ້ທົດລອງຂັບລົດເປັນເວລາເຕັມມື້! ທາງສູນຈະສົ່ງລົດຕົງເຖິງບ້ານຂອງເຮົາ ໃຫ້ເຮົາໄດ້ທົດລອງໃຊ້ລົດແທ້ໆ ບໍ່ວ່າຈະເປັນການຂັບໄປເຮັດວຽກ ຫຼື ເດີນທາງໃນຊີວິດປະຈຳວັນ ເພື່ອໃຫ້ເຮົາໄດ້ສຳຜັດ ແລະ ທົດສອບວ່າ ລົດທີ່ເຮົາສົນໃຈນັ້ນ ຕອບໂຈດການໃຊ້ງານຂອງເຮົາແທ້ໆບໍ່ ກ່ອນຕັດສິນໃຈຊື້. ບໍລິການນີ້ເຮົາຄິດວ່າ ດີຫຼາຍໆ ແລະຊ່ວຍໃຫ້ລູກຄ້າມີຄວາມໝັ້ນໃຈຫຼາຍຂຶ້ນໃນການຕັດສິນໃຈ.
ບໍລິການຫຼັງການຂາຍ ແລະ ການສ້ອມບຳລຸງ
Land Rover Laos ມີບໍລິການຫຼັງການຂາຍທີ່ດີເລີດ ແລະ ໜ້າປະທັບໃຈທີ່ສຸດ. ພວກເຂົາມີທີມງານທີ່ຊ່ຽວຊານ ແລະ ໄດ້ຮັບການຮັບຮອງຈາກ Land Rover ຄອຍດູແລ ແລະ ສ້ອມບຳລຸງລົດຂອງເຮົາໃຫ້ກັບມາໃຊ້ງານໄດ້ເໝືອນໃໝ່ອີກຄັ້ງ. ດຽວເຮົາຈະເລົ່າສູ່ຟັງເທື່ອລະຈຸດ.
ການບໍລິການຫຼັງການຂາຍ: ຢູ່ນີ້ ມີຜູ້ຊ່ຽວຊານຄອຍໃຫ້ຄຳແນະນຳເກືອບລົດທຸກສ່ວນ ບໍ່ວ່າຈະເປັນອະໄຫຼ່ ຫຼື accessories ຕ່າງໆ ໂດຍໃນລາວໄດ້ມີການຈັດສະແດງຊິ້ນສ່ວນອະໄຫຼ່ໃນຫ້ອງບໍລິການຫຼັງການຂາຍນີ້ອີກດ້ວຍ ເພື່ອໃຫ້ລູກຄ້າທີ່ອາດບໍ່ຄຸ້ນເຄີຍກັບຊິ້ນສ່ວນຕ່າງໆຂອງລົດ ສາມາດເຂົ້າໃຈ ແລະ ເຫັນພາບໄດ້ວ່າ ລົດຂອງເຮົາມີບັນຫາຫຍັງ ແລະ ຕ້ອງແກ້ໄຂແນວໃດ.
ສູນສ້ອມບຳລຸງ: ຈຸດເດັ່ນທີ່ໜ້າສົນໃຈຫຼາຍແມ່ນສູນສ້ອມບຳລຸງ ຫຼື workshop ຂອງພວກເຂົາ ທີ່ສາມາດຮອງຮັບການສ້ອມບຳລຸງລົດໄດ້ພ້ອມກັນໄດ້ເຖິງ 8 ຄັນ.
ທີ່ສູນສ້ອມບຳລຸງແຫ່ງນີ້ ພວກເຂົາຢຶດຖືແນວທາງ 3 ຢ່າງຄື ຄົນທີ່ແມ່ນ, ອະໄຫຼ່ທີ່ເໝາະສົມ ແລະອຸປະກອນທີ່ຖືກຕ້ອງ. ໃນສ່ວນຂອງຄົນ, ສູນສ້ອມບຳລຸງແຫ່ງນີ້ມີນາຍຊ່າງທີ່ຜ່ານການຮັບຮອງຈາກ Land Rover ເຊິ່ງສາມາດສ້ອມແປງລົດໄດ້ຢ່າງມືອາຊີບ ໂດຍສະເພາະລົດ EV ທີ່ຕ້ອງການຄວາມຊໍານານເປັນພິເສດ ເນື່ອງຈາກກ່ຽວຂ້ອງກັບແບດເຕີລົດທີ່ມີຄວາມສະເພາະ ແລະ ຕ້ອງໄດ້ໃຊ້ເຕັກນິກຈັດການເປັນພິເສດ. ອະໄຫຼ່ທີ່ໃຊ້ທຸກຊິ້ນຕ້ອງເປັນອະໄຫຼ່ທີ່ໄດ້ມາດຕະຖານຈາກ Land Rover ເພື່ອເຮັດໃຫ້ລົດຂອງເຮົາເຮັດວຽກໄດ້ເຕັມປະສິດທິພາບ ແລະຢູ່ກັບເຮົາໄປດົນໆ. ນອກຈາກນັ້ນ ເຄື່ອງໄມ້ເຄື່ອງມືທີ່ໃຊ້ໃນການສ້ອມແປງກໍຕ້ອງເໝາະສົມ ແລະ ມີຄຸນນະພາບສູງ ເພື່ອໃຫ້ການບຳລຸງຮັກສາລົດອອກມາດີທີ່ສຸດ.
ຮູ້ກ່ຽວກັບການບໍລິການທັງກ່ອນການຂາຍ ແລະ ຫຼັງການຂາຍແບບຈັດເຕັມແລ້ວ ຕອນນີ້ກໍໄດ້ເວລາໄປທົດລອງຂັບກັນແລ້ວ.
ທົດລອງຂັບ Range Rover Evoque PHEV 2024
ຫຼັງຈາກທົວໂຊຣູມແລ້ວໆ ກໍໄດ້ເວລາທົດລອງຂັບກັນແລ້ວ! ເຊິ່ງຮຸ່ນທີ່ເຮົາໄດ້ທົດລອງຂັບກໍຄື Range Rover Evoque PHEV 2024 ໂດຍໄດ້ມີພະນັກງານຂາຍ ຄອຍໃຫ້ຄຳແນະນຳກ່ຽວກັບລົດຢ່າງລະອຽດພ້ອມກັບໄປນັ່ງທົດລອງຂັບ ກັບພວກເຮົາ.
ຄວາມຮູ້ສຶກທຳອິດທີ່ໄດ້ສຳຜັດ
ຕ້ອງບອກເລີຍວ່າ Evoque PHEV ເປັນລົດທີ່ເໝາະກັບການຂັບຂີ່ໃນຕົວເມືອງຫຼາຍ ເພາະມີຂະໜາດກະທັດຮັດ ແຕ່ຍັງຄົງຄວາມຫຼູຫຼາ ແລະ ສະມັດຖະນະຕາມແບບສະບັບຂອງ Land Rover. ພາຍໃນມີອອບຊັນທີ່ຄົບຊຸດ ທັງລະບົບຄວບຄຸມການຂັບທີ່ທີ່ທັນສະໄໝ, ລະບົບຄວາມປອດໄພ ແລະ ຄວາມບັນເທີງຕ່າງໆ.
ທຳຄວາມເຂົ້າໃຈ ລະບົບ PHEV
PHEV ຫຼື Plug-in Plug-in Hybrid Electric Vehicle ເປັນລະບົບທີ່ປະສົມປະສານຄວາມສາມາດຂອງເຄື່ອງຈັກ ແລະ ມໍເຕີໄຟຟ້າ ເຮັດໃຫ້ການຂັບຂີ່ເປັນໄປຢ່າງສະດວກສະບາຍ ແລະ ປະຢັດພະລັງງານ ແຕກຕ່າງຈາກ Hybrid ທົ່ວໄປບ່ອນທີ່ສາມາດສາກໄຟຟ້າຈາກພາຍນອກໄດ້ ເຮັດໃຫ້ເຮົາສາມາດເລືອກໃຊ້ພະລັງງານໄຟຟ້າລ້ວນໆ ໃນການຂັບຂີ່ໄລຍະສັ້ນໆໄດ້.
ລະບົບການຄວບຄຸມລົດ ແລະ ຄວາມບັນເທີງ
Range Rover Evoque PHEV ມາພ້ອມກັບລະບົບປະຕິບັດການ Pivi Pro ຂອງ Land Rover ທີ່ໃຫ້ປະສົບການການຂັບຂີ່ທີ່ທັນສະໄໝ, ໜ້າຈໍສຳຜັດທີ່ໃຫຍ່ ແລະ ຄົມຊັດ ລວມທັງການເຊື່ອມຕໍ່ກັບສະມາດໂຟນທີ່ງ່າຍດາຍ ເຮັດໃຫ້ເຮົາສາມາດໃຊ້ງານແອັບພລິເຄຊັນຕ່າງໆໄດ້ຢ່າງສະດວກສະບາຍ. ໃນສ່ວນຂອງລະບົບສຽງແມ່ນເປັນ Meridian Sound System ທີ່ມີຄຸນນພາບສຽງລະດັບພຣີມຽມ ເຮັດໃຫ້ເຮົາມ່ວນຊື່ນ ແລະ ເພີດເພີນໃນລະຫວ່າງການເດີນທາງ.
ການເລືອກໂໝດການຂັບຂີ່
Evoque PHEV ມີໂໝດການຂັບຂີ່ໃຫ້ເລືອກຫຼາກຫຼາຍຕັ້ງແຕ່ໂໝດ EV ສຳລັບການຂັບຂີ່ດ້ວຍໄຟຟ້າລ້ວນໆ ໄປຈົນເຖິງໂໝດປະສົມປະສານ (Hybrid) ທີ່ໃຊ້ທັງເຄື່ອງຈັກ ແລະ ມໍເຕີໄຟຟ້າ ເຮັດໃຫ້ເຮົາສາມາດເລືອກໃຊ້ໂໝດທີ່ເໝາະສົມກັບສະພາບການຂັບຂີ່ໃນແຕ່ລະມື້ໄດ້.
ປະສົບການຂັບຂີ່ໃນເມືອງ
ຫຼັງຈາກທີ່ໄດ້ທົດລອງຂັບແລ້ວ, ສຳລັບເຮົາເອງທີ່ອາໄສຢູ່ໃນຕົວເມືອງ ເດີນທາງບໍ່ໄກໃນແຕ່ລະມື້, Evoque PHEV ເປັນຕົວເລືອກທີ່ດີຫຼາຍ ດ້ວຍຄວາມທີ່ເປັນ Plug-in Hybrid EV ເຮັດໃຫ້ສາມາດໃຊ້ພະລັງງານໄຟຟ້າໃນການຂັບຂີ່ໃນເມືອງໄດ້ໂດຍບໍ່ຕ້ອງໃຊ້ນໍ້າມັນເລີຍກໍຍັງໄດ້ ຊ່ວຍປະຢັດເງິນຄ່ານໍ້າມັນໄດ້ຫຼາຍ ແລະ ຍັງເປັນມິດກັບສິ່ງແວດລ້ອມອີກດ້ວຍ.
ສະຫຼຸບ
ການຢ້ຽມຊົມໂຊຣູມ Land Rover Laos ແລະ ການທົດລອງຂັບ Range Rover Evoque PHEV 2024 ເປັນປະສົບການທີ່ໜ້າປະທັບໃຈຫຼາຍໆ ເພາະເຮົາຮູ້ສຶກຄືໄດ້ເປີດໂລກຂອງເຮົາເຂົ້າໄປສູ່ອີກມິຕິໜຶ່ງຂອງການໃຫ້ບໍລິການລະດັບພຣີມຽມທີ່ເຮົາຍັງບໍ່ເຄີຍສຳຜັດມາກ່ອນ. ຖ້າໝູ່ເພື່ອນກໍາລັງແນມຫາລົດຄັນໃໝ່ ທີ່ມີທັງຄວາມເທ້, ຄວາມຫຼູຫຼາ ແລະ ຕອບໂຈດການຂັບຂີ່ໃນເມືອງ, Evoque PHEV ເປັນໜຶ່ງໃນຕົວເລືອກທີ່ບໍ່ຄວນພາດເລີຍ.
ຫວັງວ່າການຣີວິວນີ້ ທຸກຄົນຈະມ່ວນ ແລະ ໄດ້ຂໍ້ມູນທີ່ເປັນປະໂຫຍດ. ຖ້າມີໂອກາດ ຢ່າລືມໄປແວ່ໂຊຣູມ Land Rover ແລະ ທົດລອງຂັບລົດຮຸ່ນໃໝ່ໆກັນເດີ.
ໂດຍ: ທີມບັນນາທິການ Muan
#Muan #ມ່ວນຊວນໄປ #LandRoverLaos #RangeRoverEvoquePHEV