ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15 – 26 ມັງກອນ 2025 ທີ່ i:cat gallery.
ເອົາລະ ໃຜທີ່ພ້ອມຈະໄປເສບງານສິນກັບເຮົາແລ້ວ ກໍກຽມໂຕຮັບປະສົບການໃໝ່ໆໄປພ້ອມໆກັນເລີຍ.

COEXISTENCE ເປັນນິທັດສະການສິລະປະທີ່ຈັດຂຶ້ນໂດຍ Lost Jigsaw ຫຼື ຈິກຊໍທີ່ຫາຍໄປ ເຊິ່ງເປັນຕົວແທນໃຫ້ກັບກຸ່ມສິລະປິນຮຸ່ນໃໝ່ ທີ່ຕ້ອງການເປັນສ່ວນໜຶ່ງໃນການສານຕໍ່ຄຸນຄ່າຂອງສິລະປະ ແລະ ວັດທະນະທຳ ເພື່ອນຳມາໃຊ້ເປັນຕົ້ນທຶນ, ສັນຍາລັກ ແລະ ພາບແທນໃນການບອກເລົ່າເລື່ອງລາວ ແລະ ສົ່ງສານໄປຫາຜູ້ຊົມຜົນງານໄດ້ຢ່າງມີປະສິດທິພາບ ລວມທັງສ້າງຊຸມຊົນສິລະປະ ແລະ ແບ່ງປັນຄວາມຮັບຮູ້ ແລະ ເຂົ້າໃຈທີ່ໄດ້ຮັບມາໃຫ້ກັບສິລະປິນຮຸ່ນຕໍ່ໄປ.






ສຳລັບໃຈຄວາມຂອງງານວາງສະແດງໃນຄັ້ງນີ້, COEXISTENCE ຫຼື ການຢູ່ຮ່ວມກັນ ບໍ່ໄດ້ໝາຍເຖິງສະເພາະແຕ່ການຢູ່ຮ່ວມກັນຂອງກຸ່ມສິລະປິນ Lost Jigsaw ຜູ້ສ້າງສັນຜົນງານໃນຄັ້ງນີ້ ແຕ່ຍັງເປັນການຢູ່ຮ່ວມກັນຂອງບັນດາສິລະປິນໄວໜຸ່ມທີ່ຫຼາກຫຼາຍທັງທີ່ມາ, ຄວາມເຂົ້າໃຈ, ຄວາມຄິດ ແລະ ວິທີການໃນການສ້າງສັນ ເຊິ່ງມັນສະແດງອອກໃນດ້ານຂອງຜົນງານທີ່ຜູ້ຮ່ວມງານຈະໄດ້ສຳຜັດພາຍໃນນິທັດສະການຄັ້ງນີ້.






ຜົນງານທີ່ວາງສະແດງໃນນິທັດສະການຄັ້ງນີ້ມາຈາກສິລະປິນ 16 ຊີວິດ ທີ່ຕ້ອງການໃຊ້ພາສາສິລະປະມາສື່ສານກັບຜູ້ເບິ່ງ ປະກອບດ້ວຍ: Willie Xaiwouth, Vongsak Hansana, Hinseela Vongdala, Anousone Douangdeesavath, Tounisa Lornamphim, Samphasith Laungaphai, Viengphet Thongmalit, Fanta Keomanila, Ladtikone Inthavong, Souksun Douangxay, Phonepaserth Phimsavanh, Soutida Manyxay, Phanuphong Ophaso, Chare Chaochaikhong, Phoudthasone Souksampheng, Thanh Vuong Van ແລະ Yana Pkhasavat.


ນິທັດສະການນີ້ເປີດໃຫ້ເຂົ້າຊົມ ຟຣີ
Date: 15 – 26 ມັງກອນ 2024Time: 11 AM – 6 PM (ປິດວັນຈັນ)
Location: i:cat gallery ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ