ຖິ້ມຄວາມເບື່ອໄວ້ຢູ່ບ້ານ ລວມ 5 ກິດຈະກຳເດັດທ້າຍອາທິດທີ່ຄວນໄປ

Key Takeaways:
- ງານ Laos E-Commerce 2026 ຈັດຂຶ້ນວັນທີ 25-26 ກັນຍາ 2026 ທີ່ National Convention Centre ເພື່ອຮວບຮວມເລື່ອງລາວທຸລະກິດອອນລາຍ ແລະ Digital Business.
- ຫຼົງແຈມ LongJam Session ຈັດວັນທີ 26 ກັນຍາ 2026 ທີ່ KhaenCoff ພິເສດກັບການຟັງສຽງແຄນປະສົມດົນຕີສາກົນແບບຊິລໆ.
- Pizza Workshop ຈັດວັນທີ 26 ກັນຍາ 2026 ທີ່ Coff and house cafe ເໝາະສຳລັບຄົນມັກເຮັດອາຫານ ແລະ ຢາກລອງນວດແປ້ງພິດຊາດ້ວຍມື.
- ຕະຫຼາດນັດ Folks Market ສູນຮວມສາຍແຟຊັນວິນເທຈ ແລະ ເຄື່ອງມືໜຶ່ງມືສອງ ຈັດວັນທີ 26-30 ກັນຍາ 2026 ທີ່ ວຽງຈັນເຊັນເຕີ.
- ງານວາງສະແດງ Land and Memory Exhibition ສະທ້ອນຊີວິດການເປັນຢູ່ຂອງຊຸມຊົນທີ່ได้รับຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ ຈັດເຖິງວັນທີ 31 ທັນວາ 2026.
ຖ້າທ້າຍອາທິດນີ້ຍັງບໍ່ຮູ້ຈະໄປໃສ, ຢາກຫາແນວເຮັດ ຫຼື ກິດຈະກຳໃໝ່ໆ ທີ່ບໍ່ແມ່ນການນອນໄຖໂທລະສັບຢູ່ບ້ານຊື່ໆ ຫຼື ໄປນັ່ງສິງຢູ່ຄາເຟ່ແບບເດີມໆ.
ມ່ວນຊວນໄປ ມີໄອເດຍດີໆມາເລົ່າສູ່ທຸກຄົນຟັງ ເພາະຮອບນີ້ມີແຕ່ກິດຈະກຳທີ່ໜ້າສົນໃຈ ແລະ ເປັນຕາມ່ວນສຸດໆ ທຸກຄົນອາດຈະໄດ້ທັງປະສົບການໃໝ່ ແລະ ຄວາມຮູ້ຕິດໂຕກັບບ້ານອີກດ້ວຍ.
ບໍ່ວ່າຈະເປັນງານ Laos E-Commerce 2026 ທີ່ຮວບຮວມເລື່ອງລາວທຸລະກິດອອນລາຍ, Workshop ປົດປ່ອຍຄວາມຄິດສ້າງສັນຢ່າງການເຮັດພິດຊາ, ຕະຫຼາດນັດ Folks Market ສູນຮວມສາຍແຟຊັນວິນເທຈ, ຈົນເຖິງ “ຫຼົງແຈມ LongJam Session” ທີ່ຈະພາທຸກຄົນໄປສຳຜັດຟັງສຽງແຄນປະສົມດົນຕີສາກົນແບບຊິລໆ.
ທຸກໆງານແມ່ນຖືວ່າເປີດພື້ນທີ່ໃຫ້ເຮົາໄດ້ໄປເກັບກ່ຽວປະສົບການ, ໄດ້ລອງເຮັດສິ່ງໃໝ່ ແລະ ສ້າງມິດຕະພາບໃໝ່ໆ. ຖ້າທ້າຍອາທິດນີ້ວ່າງ ກໍຮີບຟ້າວແຊກຄິວແລ້ວຊວນໝູ່ໄປເລາະຫຼິ້ນເລີຍເດີ.

LAOS E-COMMERCE 2026
ຖ້າເຈົ້າກຳລັງເຮັດທຸລະກິດ ຫຼື ຢາກຜັນໂຕເຂົ້າສູ່ໂລກອອນລາຍ, ມ່ວນຊວນໄປ ບອກເລີຍວ່າບໍ່ຄວນພາດງານ Laos E-Commerce 2026 ໃນຫົວຂໍ້ Connecting Businesses to the Digital Future ນີ້ຢ່າງເດັດຂາດ.
ງານນີ້ເປັນມະຫະກຳ E-Commerce ແລະ Digital Business ທີ່ຮວບຮວມທັງຜູ້ປະກອບການ, SMEs, ພາກລັດ, ຜູ້ຊ່ຽວຊານ, Payment, Logistics, Marketing ແລະ Brand ຕ່າງໆ ມາໄວ້ບ່ອນດຽວ.
ພາຍໃນງານ, ພວກເຮົາຈະໄດ້ຟັງຄວາມຮູ້ຈາກ Speakers ຫຼາຍກວ່າ 50 ທ່ານຢູ່ Main Stage, ໄດ້ລົງເລິກໃນ Workshop ທີ່ນຳໄປໃຊ້ໄດ້ຈິງ, ເຂົ້າຮ່ວມ Forum ແລກປ່ຽນມຸມມອງ, ຍ່າງເລືອກເບິ່ງ Solutions ຢູ່ Booth Exhibition, ແຖມຍັງມີ Gala Dinner ແລະ Award Ceremony ເພື່ອສ້າງເຄືອຂ່າຍອີກດ້ວຍ.
ໃຜຢາກຂະຫຍາຍທຸລະກິດ, ຫາ Connection ໃໝ່ໆ ຫຼື ອັບເດດເທຣນ digital, ມາຮ່ວມງານ ແລະ ພັດທະນາທຸລະກິດໄປນຳກັນເດີ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ (ເບິ່ງລາຍລະອຽດລາຄາຢູ່ ewent.la)
- Facebook Page: Laos E-Commerce
- ວັນງານ: ວັນທີ 25-26 ກັນຍາ 2026
- ເລີ່ມເວລາ: 9:00 ໂມງ
- ສະຖານທີ່: National Convention Centre, ນະຄອນຫຼວງວຽງຈັນ.

ຫຼົງແຈມ LongJam Session
ຖ້າທຸກຄົນຢາກຫາບ່ອນນັ່ງເຟັງເພງເພີນໆໃນບັນຍາກາດເປັນກັນເອງ, ມ່ວນຊວນໄປ ມີບ່ອນດີໆຢາກຊວນໄປນຳກັນ. ລອງໄປ ຫຼົງແຈມ LongJam Session ນຳກັນທຸກຄົນ ພິກັດກໍຄືຢູ່ KhaenCoff ກາເຟເປົ່າແຄນ ເດີ. ງານນີ້, ຈະມີ Special Session ທີ່ຈະພາເຮົາໄດ້ມານັ່ງຟັງສຽງແຄນ ດົນຕີພື້ນເມືອງທີ່ປະສົມປະສານກັບດົນຕີສາກົນ ໃນບັນຍາກາດສຸດຊິລ.
ໃຜທີ່ມີເຄື່ອງດົນຕີຂອງໂຕເອງຢູ່ບ້ານ ກໍສາມາດຖືໄປຮ່ວມແຈມໄດ້ເລີຍ. ແຕ່ຖ້າໃຜບໍ່ມີເຄື່ອງດົນຕີ ຫຼື ບໍ່ແມ່ນສາຍຮ້ອງກໍບໍ່ຕ້ອງກັງວົນໄປນັ່ງຟັງ, ນັ່ງຈິບກາເຟ ເທົ່ານີ້ກໍສາມາດມ່ວນໄປນຳກັນໄດ້ແລ້ວ.
ມ່ວນຊວນໄປ ຄິດວ່ານີ້ບໍ່ເປັນພຽງແຕ່ງານໆໜຶ່ງ ແຕ່ເປັນພື້ນທີ່ເປີດໃຫ້ກັບຄົນທີ່ຮັກດົນຕີໄດ້ມາພົບປະຮູ້ຈັກກັນ, ແລກປ່ຽນປະສົບການ ແລະ ສ້າງມິດຕະພາບໃໝ່ໆຜ່ານສຽງເພງນຳກັນ ຖ້າໃຜຢາກປ່ຽນບັນຍາກາດວັນເສົານີ້ໃຫ້ມີສີສັນ ແລະ ເຕັມໄປດ້ວຍສຽງເພງ, ມາເຈິກັນຢູ່ KhaenCoff ເດີ.
ລາຍລະອຽດກ່ຽວກັບງານ
- ເຂົ້າຮ່ວມຟຣີ!
- Facebook Page: KhaenCoff ກາເຟເປົ່າແຄນ
- ວັນງານ: ວັນທີ 26 ກັນຍາ 2026
- ເວລາ: 14:00-15:30 ໂມງ
- ສະຖານທີ່: KhaenCoff, Ban Sihom, ນະຄອນຫຼວງວຽງຈັນ.

Pizza Workshop
ກິດຈະກຳແບບນີ້, ເໝາະຫຼາຍສຳລັບຄົນທີ່ມັກເລື່ອງອາຫານ, ມັກລອງເຮັດຫຍັງໃໝ່ໆ ຫຼື ຢາກຫາກິດຈະກຳດີໆເຮັດໃນວັນພັກຕ້ອງລອງ Workshop ນີ້ເລີຍ, ງານນີ້ເຮົາຈະໄດ້ໄປນັ່ງປະສົມແປ້ງພິດຊາດ້ວຍມືຂອງໂຕເອງ, ນວດແປ້ງໄປ-ລົມກັບໝູ່ໄປ ມັນຈະຮູ້ສຶກດີຂະໜາດໃດ. ນອກຈາກນີ້ທຸກຄົນຍັງສາມາດລືອກແຕ່ງໜ້າພິດຊາດ້ວຍໂຕເອງອີກ.
ທຸກຄົນສາມາດສາຍດ່ຽວມາລຸຍຄົນດຽວກໍ່ໄດ້ ຫຼື ຢາກຈະຊວນໝູ່ເປັນກຸ່ມ, ຊວນຄົນພິເສດມາຊ່ວຍກັນເຮັດກໍໜ້າຈະຍິ່ງມ່ວນໄປອີກແບບ. ວັນເສົາທີ່ເຄີຍທຳມະດາກໍຈະກາຍເປັນວັນທີ່ມີແຕ່ຄວາມສຸກ ແລະ ໄດ້ກິນພິດຊາແຊບໆທີ່ເຮົາເຮັດເອງກັບມື.
ຖ້າໃຜຢາກຫາບ່ອນປົດປ່ອຍຄວາມຄຽດ ແລ້ວໄດ້ຜົນງານແຊບໆກັບບ້ານ, ລອງຫາເວລາໄປເລີ່ມລົງມືເຮັດເລີຍເດີ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ: 499,000 ກີບ
- Facebook Page: MINU Event Organizer
- ວັນງານ: ວັນທີ 26 ກັນຍາ 2026
- ເວລາ: 10:00 ໂມງ
- ສະຖານທີ່: Coff and house cafe, ນະຄອນຫຼວງວຽງຈັນ.

ຕະຫຼາດນັດ Folks market
ສາຍແຟຊັນ ແລະ ເທດສະການວິນເທຈ ບໍ່ຄວນພາດ! ຈະຊວນມາເລາະ Folks Market ຄອມມູນິຕີ້ຂອງຄົນມັກຂອງເກົ່າ ແລະ ແຟຊັນມີສະເໜ່ບໍ່ຊໍ້າໃຜ. ງານນີ້ຈັດເຕັມເຄື່ອງມືໜຶ່ງ, ມືສອງ, ເສື້ອຜ້າເທ່ໆ, ເຄື່ອງປະດັບ, ຂອງຫຼິ້ນຫາຍາກ ແລະ ຂອງສະສົມຫາຍາກ.
ບັນຍາກາດກໍຊິລໆ ໃຜແຕ່ງໂຕເກໆກໍອາດຈະຖືກຂໍຖ່າຍຮູບໄດ້ ຢ່າລືມແຕ່ງຈັດເຕັມໄປຍ່າງຫຼິ້ນທີ່ງານເດີ. ໄປຊັອບປິ້ງໃຫ້ໄດ້ເຄື່ອງງາມໆ, ຖ່າຍຮູບອວດໝູ່ ແລະ ແຖມໄດ້ແລກປ່ຽນໄອເດຍກັບຄົນຄໍດຽວກັນອີກ. ທ້າຍອາທິດນີ້, ຖ້າວ່າງກໍຮີບແຊກຄິວແລ້ວໄປເລາະນຳກັນເດີ.
ລາຍລະອຽດກ່ຽວກັບງານ
- ເຂົ້າຮ່ວມຟຣີ!
- Facebook Page: Folks market
- ວັນງານ: ວັນທີ 26-30 ກັນຍາ 2026
- ເວລາ: 10:00-18:00 ໂມງ
- ສະຖານທີ່: ວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ.

Land and Memory Exhibition
ຖ້າເຈົ້າເປັນຄົນໜຶ່ງທີ່ມັກງານສິລະປະ ຫຼື ຢາກເສບງານທີ່ມີຄວາມໝາຍທີ່ເລິກເຊິ່ງ, ມ່ວນຊວນໄປ ຢາກພາໄປຊົມງານວາງສະແດງ “ແຜ່ນດິນ ແລະ ຄວາມຊົງຈຳ: ການດຳລົງຊີວິດຢູ່ຮ່ວມກັບລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນ ສປປ ລາວ”.
ງານນີ້, ເຮົາຈະໄດ້ຊົມຜົນງານຈາກ 5 ສິລະປິນລາວ ທີ່ໄດ້ລົງພື້ນທີ່ຕົວຈິງໄປຮຽນຮູ້, ຮັບຟັງ ແລະ ສຶກສາເລື່ອງລາວຈາກຊຸມຊົນທີ່ໄດ້ຮັບຜົນກະທົບຈາກ ລບຕ ແລ້ວນຳມາຖ່າຍທອດເປັນງານສິລະປະທີ່ສະທ້ອນຊີວິດການເປັນຢູ່ຂອງຄົນໃນຊຸມຊົນ.
ລອງໄປສຳຜັດກັບເລື່ອງລາວອະດີດຜ່ານສິ່ງທີ່ຍັງມີຢູ່, ຖືວ່ານີ້ເປັນໂອກາດດີໃຫ້ເຮົາໄດ້ກັບມາຢຸດຄິດ ແລະ ທຳຄວາມເຂົ້າໃຈກັບຜົນກະທົບຈາກສົງຄາມທີ່ຫຼົງເຫຼືອຢູ່. ໃຜຢາກໄປເສບງານສິລະປະດີໆ ແລະ ໄດ້ມຸມມອງແນວຄິດໃໝ່ໆ ຢ່າລືມຫາເວລາໄປແວ່ຊົມເດີ.
ລາຍລະອຽດກ່ຽວກັບງານ
- ເຂົ້າຮ່ວມຟຣີ!
- Facebook Page: MAG Lao PDR ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ
- ວັນງານ: ຕັ້ງແຕ່ມື້ນີ້ – 31 ທັນວາ 2026
- ເວລາ: 10:00-20:00 ໂມງ
- ສະຖານທີ່: ສູນຂໍ້ມູນຂ່າວສານອົງການເກັບກູ້ລະເບີດແມັກ, ນະຄອນຫຼວງວຽງຈັນ.