ບໍ່ວ່າຈະເຮັດຫຍັງກໍຮູ້ສຶກເບື່ອໄປໝົດ ຈິດໃຈກໍວຸ່ນວາຍຢາກຫາແນວເຮັດບໍ່ຢູ່ລ້າໆບໍ່ເປັນ. ບໍ່ໄດ້ໆ! ເດີທຸກຄົນພວກເຮົາຈະມາຂີ້ເບື່ອ ແລະ ເຫງົາຫຼາຍກວ່ານີ້ບໍ່ໄດ້ແລ້ວຕ້ອງຫາຍັງຈັກຢ່າງມາບັນເທົາອາການນີ້ແລ້ວທຸກຄົນ.
ມື້ນີ້, ມ່ວນຊວນ ໄປກໍເລີຍໄປຊອກຄົ້ນຫາບ່ອນໃໝ່ໆທີ່ມີກິດຈະກຳເລີດໆມາຝາກ ເຊິ່ງອາທິດນີ້ກໍມີເຖິງ 6 ກິດຈະກຳເດັດໆທີ່ຢາກຊວນທຸກຄົນອອກບ້ານໄປໃຊ້ຊີວິດກັບຕົວເອງ, ຄອບຄົວ, ໝູ່ ຫຼື ແຟນ ກໍໄດ້. ມັກງານໃດ ລອງຫາເວລາຕາມໄປເລາະປົດປ່ອຍຄວາມຄິດສ້າງສັນກັນເດີທຸກຄົນ.

ຕະຫຼາດນັດ Folks market
ຖ້າເຈົ້າເປັນສາຍແຕ່ງໂຕ ຫຼື ມັກສະສົມຂອງເກົ່າທີ່ບໍ່ຊໍ້າໃຜ ບອກເລີຍວ່າກຽມກະເປົາເງິນໄວ້ໃຫ້ດີ ເພາະງານ Folks market ນັ້ນມີສິ່ງທີ່ທຸກຄົນຕ້ອງການແນ່ນອນ. ເພາະບ່ອນນີ້ຄືຄອມມູນິຕີ້ຂອງຄົນມັກສະໄຕລ໌ດຽວກັນທີ່ມາລວມຕົວ ມ່ວນຊວນໄປ ບອກເລີຍບັນຍາກາດຄືເປັນກັນເອງສຸດໆ.
ຮອບນີ້ກໍຍັງຄົງຄວາມເປັນຕະຫຼາດນັດເຄື່ອງ ມືໜຶ່ງ, ມືສອງ ແລະ ເຄື່ອງວິນເທຈ໌ ໄວ້ໄດ້ຍ່າງຄົບຖ້ວນ. ບໍ່ວ່າຈະເປັນເສື້ອຜ້າເທ່ໆເກໆ, ເຄື່ອງປະດັບຮູບຮ່າງມີເອກະລັກ, ຂອງຫຼິ້ນຫາຍາກ ຫຼື ຂອງສະສົມທີ່ຕ້ອງມີໄວ້. ງານນີ້ມີໃຫ້ຍ່າງເລືອກຍ່າງເລາະກັນແບບເພີນໆ.
ສຳລັບຮ້ານທີ່ມາຕັ້ງຂາຍກັບທາງຕະຫຼາດນັດ, Folks market ກໍເລືອກຄັດມາຢ່າງດີ ທຸກຄົນສາມາດໄປເລືອກຊື້ ຫຼື ຖ່າຍຮູບໄວ້ໂພສອວດໝູ່ກໍໄດ້ ເຊິ່ງບັນຍາກາດຕອນຍ່າງເລາະຄືກັບເຮົາໄດ້ໄປເປີດຕູ້ເສື້ອຜ້າ ແລະ ຂອງສະສົມຂອງໝູ່ທີ່ຮູ້ໃຈເລີຍ.
ໄປງານດຽວນີ້ກໍໄດ້ທັງເຄື່ອງເກົ່າມີສະເໜ່ຕິດມືກັບບ້ານ, ໄດ້ທັງຮູບງາມໆ ແລະ ໄດ້ພົບປະເວົ້າໄອເດຍກັບຄົນທີ່ມັກສິ່ງດຽວກັນອີກ. ໃຜທີ່ຍັງວ່າງໆຢູ່ ຫຼື ຢາກຫາບ່ອນເລາະປົດປ່ອຍຄວາມຮ້ອນອົກຮ້ອນໃຈໃນທ້າຍອາທິດນີ້ ລອງແວ່ໄປເລາະເບິ່ງ ແລ້ວຈະຮູ້ວ່າງານນີ້ມີສະເໜ່ດຶງດູດຈົນຢາກໄປອີກເລື້ອຍໆເລີຍແຫຼະ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 15 – 19 ກັນຍາ 2026
- ເວລາ: 10:00 – 21:00 ໂມງ
- ສະຖານທີ່: G floor – Royal Square Center, ນະຄອນຫຼວງວຽງຈັນ.

ຄອນເສີດ “ສຽງປະສານແຫ່ງມໍລະດົກ”
ຖ້າເຈົ້າເປັນຄົນໜຶ່ງທີ່ມັກຟັງສຽງດົນຕີ ຫຼື ຢາກລອງເປີດປະສົບການຟັງເພງລາວໃນຮູບແບບທີ່ແຕກຕ່າງໄປຈາກເກົ່າ, ມ່ວນຊວນໄປ ບອກເລີຍວ່າບໍ່ຄວນພາດຄອນເສີດນີ້. ຕອນນີ້ The Pianist Vientiane ເຊິ່ງເປັນວົງອໍເຄສຕຣາຂອງລາວ ໄດ້ຈັດຄອນເສີດການກຸສົນສຸດພິເສດ ໃນຊື່ງານ “ສຽງປະສານແຫ່ງມໍລະດົກ”.
ຄວາມພິເສດຂອງງານນີ້ແມ່ນເຮົາຈະໄດ້ຟັງ 10 ບົດເພງມໍລະດົກອັນຊົງຄຸນຄ່າຂອງລາວ ໃນມຸມມອງໃໝ່ທີ່ບໍ່ເຄີຍຟັງຢູ່ໃສມາກ່ອນ ເພາະໄດ້ຖືກນຳມາປະພັນ ແລະ ຮຽບຮຽງດົນຕີໃໝ່. ແຖມໃນງານຍັງມີສິລະປິນຮັບເຊີນຢ່າງ ມາທຽສ ບວກເນີ (Matthias Boegner) ນັກໄວໂອລິນຈາກປະເທດສະວິດເຊີແລນ ມາຮ່ວມບັນເລງເພງມ່ວນໆ ໃຫ້ເຮົາໄດ້ຟັງກັນແບບເພີນໆອີກດ້ວຍ.
ນອກຈາກຈະໄດ້ໄປຟັງດົນຕີມ່ວນໆແລ້ວ, ເຮົາຍັງໄດ້ຮ່ວມເຮັດບຸນໄປນຳກັນ ເພາະລາຍໄດ້ຈາກການຂາຍບັດທັງໝົດຈະນຳໄປຈັດຊື້ອຸປະກອນດົນຕີໃຫ້ແກ່ໂຮງຮຽນສິລະປະແຫ່ງຊາດ ເພື່ອສົ່ງຕໍ່ໂອກາດດີໆໃຫ້ນ້ອງໆຮຸ່ນຫຼັງ. ໄດ້ທັງຄວາມສຸກຈາກສຽງເພງ, ໄດ້ທັງຄວາມອີ່ມບຸນ ແລະ ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜຸນດົນຕີລາວໃຫ້ກ້າວໄປມຸມມອງໃໝ່ໆ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 19 ກັນຍາ 2026
- ເວລາ: 18:00 ໂມງ
- ສະຖານທີ່: Lao National Cultural Hall, ນະຄອນຫຼວງວຽງຈັນ.

Youth Professionalism ຢູ່ຫຼວງພະບາງ
ໃຜທີ່ຢູ່ຫຼວງພະບາງ ແລ້ວຢາກພັດທະນາໂຕເອງ, ບອກເລີຍວ່າບໍ່ຄວນພາດກັບງານນີ້ເລີຍ ເພາະເພຈ Youth Life Luang Prabang ຊີວິດໄວໜຸ່ມ ຫຼວງພະບາງ ກຳລັງຈະຈັດກິດຈະກຳດີໆ ໃນຫົວຂໍ້ Youth Professionalism ຫຼື ການເສີມສ້າງຄວາມເປັນມືອາຊີບໃນໄວໜຸ່ມ ເຊິ່ງເປັນງານທີ່ໜ້າສົນໃຈ ແລະ ຄວນຕາມໄປຮ່ວມສຸດໆ.
ງານນີ້ແມ່ນຈັດຂຶ້ນມາເພື່ອໄວໜຸ່ມໂດຍສະເພາະ ແລະ ເນື້ອຫາຫຼັກຈະເນັ້ນໃສ່ການປັບບຸກຄະລິກກະພາບ, ການສ້າງຄວາມໝັ້ນໃຈໃນໂຕເອງ ແລະ ການຝຶກທັກສະຕ່າງໆ ທີ່ຈະຊ່ວຍໃຫ້ເຮົາເບິ່ງເປັນມືອາຊີບເຮັດວຽກໄດ້ເກັ່ງຂຶ້ນ.
ແຕ່ສິ່ງທີ່ດີກໍຄື ທາງເພຈໄດ້ອອກແບບກິດຈະກຳມາໃຫ້ເຂົ້າຮ່ວມງ່າຍ, ໄດ້ຄວາມຮູ້ແບບເພີນໆໂດຍທີ່ເຮົາຍັງສາມາດຮັກສາຄວາມສົດໃສ ແລະ ຄວາມເປັນໂຕຂອງໂຕເອງໃນແບບໄວໜຸ່ມໄວ້ໄດ້ຢ່າງເຕັມທີ່.
ຖືວ່າເປັນໂອກາດທີ່ດີຫຼາຍທີ່ຈະໄດ້ໄປເກັບກ່ຽວປະສົບການໃໝ່ໆ, ໄດ້ຮຽນຮູ້ເຕັກນິກດີໆ ມາປັບໃຊ້ກັບການຮຽນ ຫຼື ການເຮັດວຽກ. ແຖມຍັງໄດ້ໄປພົບປະ, ປາກເວົ້າ ແລະ ແລກປ່ຽນໄອເດຍກັບໝູ່ເພື່ອນໄວໜຸ່ມໃນຫຼວງພະບາງທີ່ມັກພັດທະນາໂຕເອງຄືກັນອີກ.
ໃຜທີ່ຢາກເພີ່ມຄວາມໝັ້ນໃຈໃຫ້ໂຕເອງ ແລະ ຢາກກ້າວໄປອີກຂັ້ນ, ລອງຕິດຕາມ ແລະ ໄປຮ່ວມງານນີ້ເບິ່ງເດີ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 19 ກັນຍາ 2026
- ເວລາ: 10:00 – 12:00 ໂມງ
- ສະຖານທີ່: ຫໍສະໝຸດແອັດມາຍລາຍແບຣຣີ At My Library, ນະຄອນຫຼວງພະບາງ.

Workshop ປັ້ນດິນເຜົາ Engrossed in rolling
ຖ້າກຳລັງຮູ້ສຶກເມື່ອຍໆ ຫຼື ຢາກຫາບ່ອນເຮັດກິດຈະກຳຊິລໆ ເພື່ອປົດປ່ອຍຄວາມຄິດສ້າງສັນ ແລະ ໃຊ້ເວລາຢູ່ກັບໂຕເອງ, ທຸກຄົນລອງໄປ Workshop ປັ້ນດິນເຜົາຢູ່ i:cat gallery ເບິ່ງເດີ. ກິດຈະກຳປັ້ນດິນເຜົາຈະເນັ້ນຢູ່ບ່ອນນີ້ກໍຈະເນັ້ນໄປທີ່ເຕັກນິກການຂຶ້ນຮູບດ້ວຍມືແບບງ່າຍໆ.
ທີ່ ມ່ວນຊວນໄປ ແນະນຳງານນີ້ກໍເພາະວ່າ ມັນເໝາະຫຼາຍສຳລັບຄົນທີ່ຢາກລອງເຮັດຫຍັງໃໝ່ໆ ແລະ ສ້າງຜົນງານສິລະປະເປັນຂອງໂຕເອງ ເຊິ່ງການ Workshop ນີ້ຈະຈັດຂຶ້ນຕະຫຼອດເດືອນ ກັນຍາ-ຕຸລາ 2026 ໂດຍຈະເປີດໃຫ້ເຂົ້າຮ່ວມທຸກໆ ວັນເສົາ ແລະ ວັນອາທິດ ເທົ່ານັ້ນ.
ສຳລັບຄ່າສະໝັກແມ່ນຈະຄຕົກຄົນລະ 200,000 ກີບ, ແຕ່ຖ້າໃຜເຄີຍຮ່ວມ workshop ຂອງ i:catgallery ມາກ່ອນ ແມ່ນເຫຼືອພຽງ 150,000 ກີບ (ລາຄານີ້ແມ່ນລວມຄ່າດິນເຜົາ, ເຜົາສຸກ, ອຸປະກອນ, ບາດປັ້ນ ແລະ ຍັງມີສິລະປິນມືອາຊີບຄອຍໃຫ້ຄຳແນະນຳຢ່າງໃກ້ຊິດ).
ພິເສດຫຼາຍກວ່ານັ້ນ, ໃນຊ່ວງທ້າຍເດືອນຕຸລາ ຜົນງານປັ້ນດິນເຜົາທີ່ຖືວ່າເປັນການເລົ່າເລື່ອງລາວຂອງທຸກຄົນທີ່ມາຮ່ວມລົງມື້ປັ້ນເອງນັ້ນ ກໍຈະຖືກນຳໄປຈັດສະແດງ Showcase ຢູ່ທີ່ i:catgallery ອີກດ້ວຍ ເຊິ່ງໃຜໆກໍສາມາດສົ່ງຜົນງານຂອງໂຕເອງເຂົ້າຮ່ວມສະແດງໃນຄັ້ງນີ້ໄດ້.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 15 ກັນຍາ – 31 ຕຸລາ 2026 (ເປີດທຸກໆ ວັນເສົາ ແລະ ອາທິດ)
- ເວລາ: 10:00 – 17:30 ໂມງ
- ສະຖານທີ່: i:cat gallery, ນະຄອນຫຼວງວຽງຈັນ.

Painting Class & Workshop
ຖ້າທຸກຄົນຢາກປ່ຽນບັນຍາກາດໃນວັນເຫງົາໆຂອງວັນອາທິດ, ລອງແວ່ໄປເຕີມສີສັນໃຫ້ຊີວິດຢູ່ Oath House Vientiane ເບິ່ງເດີ. ເພາະຕອນນີ້ກຳລັງຈະມີກິດຈະກຳ Painting Class & Workshop ເຊິ່ງເປັນກິດຈະກຳແຕ້ມຮູບສຸດຜ່ອນຄາຍ ທີ່ຈະປ່ຽນມື້ພັກຜ່ອນທຳມະດາໃຫ້ເຕັມໄປດ້ວຍຄວາມຄິດສ້າງສັນ.
ໃຜທີ່ແຕ້ມຮູບບໍ່ເກັ່ງ ຫຼື ບໍ່ເຄີຍຈັບແປງສີມາກ່ອນກໍບໍ່ຕ້ອງກັງວົນເລີຍ ເພາະງານນີ້ຈະມີອາຈານສອນຄອຍໃຫ້ຄຳແນະນຳຢ່າງໃກ້ຊິດ ແລະ ເປັນກັນເອງຫຼາຍ. ທີ່ສໍາຄັນແມ່ນບໍ່ຕ້ອງແບກຫຍັງໄປໃຫ້ເມື່ອຍ ເພາະທາງ Oath House Vientiane ໄດ້ຈັດກຽມອຸປະກອນສຳລັບແຕ້ມຮູບໄວ້ໃຫ້ຄົບຊຸດແລ້ວ, ພຽງແຕ່ເອົາໂຕເຮົາ ແລະ ຫົວໃຈທີ່ຢາກມາເລົ່າເລື່ອງລາວຜ່ານສີສັນມາຮ່ວມງານກໍພໍ.
ມ່ວນຊວນໄປ ຄິດວ່າບ່ອນນີ້ແມ່ນເໝາະຫຼາຍສຳລັບການມາປົດປ່ອຍຄວາມເປັນສິລະປິນໃນໂຕເຮົາ, ມາໃຊ້ເວລາຢູ່ກັບໂຕເອງ, ຈະຊວນແຟນ ຫຼື ໝູ່ ມາແຕ້ມຮູບງາມໆນຳກັນກໍໄດ້. ບອກເລີຍວ່າທຸກຄົນຈະໄດ້ທັງຜົນງານສິລະປະຝີມືໂຕເອງກັບບ້ານ, ໄດ້ທັງຄວາມຮູ້ສຶກດີໆກັບຄືນໄປ ອົບອຸ່ນຫົວໃຈສຸດໆ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 20 ກັນຍາ 2026
- ເວລາ: 13:00 – 17:00 ໂມງ
- ສະຖານທີ່: Oath House Vientiane, ນະຄອນຫຼວງວຽງຈັນ.

Artopia: Creative Journey ສັນສ້າງ ສ້າງສັນ
ຖ້າເຈົ້າເປັນຄົນໜຶ່ງທີ່ສົນໃຈງານອອກແບບ, ເຮັດວຽກສາຍ Creative ຫຼື ຢາກຮູ້ວ່າຄົນເຮັດວຽກເບື້ອງຫຼັງພວກເຂົາຄິດ ແລະ ສ້າງສັນຜົນງານກັນແນວໃດ, ມ່ວນຊວນໄປ ບອກເລີຍວ່າບໍ່ຄວນພາດງານ Artopia: Creative Journey ສັນສ້າງ ສ້າງສັນ ເລີຍເດີ.
ງານນີ້ຄືໄດ້ຈັດຂຶ້ນມາເພື່ອຄົນມັກງານສິລະປະ ແລະ ການອອກແບບໂດຍສະເພາະ, ຖືເປັນໂອກາດດີທີ່ຈະໄດ້ໄປເປີດມຸມມອງໃໝ່ໆນຳກັນທຸກຄົນ. ຄວາມພິເສດຂອງງານແມ່ນຈະເປັນການລວມໂຕຂອງກຸ່ມນັກອອກແບບ ແລະ ຄົນເຮັດວຽກສາຍ Creative ໃນປະເທດເຮົາ.
ແຕ່ລະຄົນກໍຈະນຳເອົາທີ່ຮ່ວມເອົາປະສົບການໂຕຈິງມາເລົ່າ ແລະ ຖ່າຍທອດໃຫ້ຟັງແບບເຈາະເລິກ. ເນື້ອຫາໃນງານແມ່ນຈັດເຕັມຫຼາຍ, ບໍ່ວ່າຈະເປັນເລື່ອງຫຼັກການ Design Thinking, ການເອົາຄອນເທັນມາປະສົມປະສານກັບງານອອກແບບໃຫ້ໜ້າສົນໃຈ, ເຕັກນິກການອອກແບບລາຍເສັ້ນໂຕອັກສອນ, ເສັ້ນທາງຊີວິດຂອງນັກອອກແບບອິນດີ້ ໄປຈົນເຖິງປະສົບການສຸດພິເສດໃນການເຮັດວຽກລະດັບສາກົນໃຫ້ກັບ Netflix ອີກດ້ວຍ.
ງານນີ້ທຸກຄົນຈະໄດ້ທັງຄວາມຮູ້, ແຮງບັນດານໃຈ ແລະ ໄອເດຍໃໝ່ໆ ກັບໄປປັບໃຊ້ກັບວຽກຂອງໂຕເອງ, ແຖມຍັງໄດ້ໄປພົບປະ ແລະ ແລກປ່ຽນປະສົບການກັບຄົນໃນວົງການດຽວກັນ. ໃຜທີ່ຢາກເຕີມໄອເດຍໃຫ້ໂຕເອງ ຫຼື ຢາກຫາແຮງຈູງໃຈໃນການຜະລິດຜົນງານ, ລອງຫາເວລາໄປຮ່ວມ ແລະ ເກັບກ່ຽວຄວາມຮູ້ໃນງານນີ້ເບິ່ງເດີ.
ລາຍລະອຽດກ່ຽວກັບງານ
- ວັນງານ: 19 ກັນຍາ 2026
- ເວລາ: 13:00ໂມງ – 19:00 ໂມງ
- ສະຖານທີ່: August Living Haus, ນະຄອນຫຼວງວຽງຈັນ.