ໜ້າຫຼັກ ມ່ວນຊວນໄປ ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024
ມ່ວນຊວນໄປ

ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024

ແບ່ງປັນ

ວັນສຸກແຫ່ງຊາດມາຮອດແລ້ວ ເຮັດວຽກແບບໜັກໜ່ວງມາໝົດອາທິດ ກໍຮອດເວລາແລ້ວທີ່ຈະພາຮ່າງກາຍຂອງເຮົາໄປພັກຜ່ອນກັບວັນຊິວໆທ້າຍອາທິດແບບນີ້. ໄປເບິ່ງກັນວ່າ ທ້າຍອາທິດທີ 6-8 ທັນວາ 2024 ມີງານໃດແດ່ທີ່ໜ້າສົນໃຈ ແລະ ຄວນພາກາຍ-ໃຈໄປເປີດຫູເປີດຕາ.

1. Thongtaek Fair 2024 for Restaurant ງານເທດສະການອາຫານທີ່ໃຫຍ່ທີ່ສຸດໃນລາວ ເອົາໃຈສາຍກິນ ແລະ ສົ່ງເສີມທຸລະກິດຮ້ານອາຫານ

ນອກຈາກຈະເປັນງານທີ່ລວມເອົາຮ້ານອາຫານເຖິງ 100 ຮ້ານມາໃຫ້ທຸກຄົນໄດ້ລອງຊີມແລ້ວ ໃນງານນີ້ຍັງມີກິດຈະກຳມ່ວນໆອີກຫຼາຍຢ່າງໃຫ້ເຮົາໄດ້ເຮັດ ບໍ່ວ່າຈະເປັນງານສີມື, ເບິ່ງດວງ, ງານສຳມະນາກ່ຽວກັບຮ້ານອາຫານ, ມິນິຄອນເສີດ, ເກມການແຂ່ງຂັນຕ່າງໆ ແລະ ອື່ນໆອີກ ເອົາໃຈສາຍກິນ ແລະ ໄວລຸ້ນຊິກໆແບບເຮົາ

???? Vientiane Life Center, ນະຄອນຫຼວງວຽງຈັນ

????️ 4-8 ທັນວາ 2024

2. Blue Chair Film Festival 2024 ເທດສະການຮູບເງົານານາຊາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ພາຜູ້ທີ່ມັກໃນຮູບເງົາ ແລະ ຜູ້ທີ່ເຮັດວຽກໃນແວດວົງຮູບເງົາຈາກຫຼາກຫຼາຍບ່ອນ ມາລວມຕົວກັນ

ງານສາຍຮູບເງົາເທີງຫນ້າຈໍໃຫຍ່: ບຸນມະໂຫລານຮູບເງົາ Blue Chair ທີ່ຫຼວງພະບາງ, ເລີ່ມແຕ່ວັນທີ 5-9 ທັນວານີ້, ເຊີ່ງຈະມີຮູບເງົາທັງໝົດຫຼາຍກວ່າ 60+ ເລື່ອງຈາກ 9 ປະເທດອາຊີຕາເວັນອອກສຽງໃຕ້, ເຊີນຊວນທຸກໆທ່ານມາຮ່ວມມ່ວນຊື່ນເບີ່ງຮູບເງົາ ແລະ ການສະແດງສີລະປະວັນນະຄະດີເທີງເວທີທີ່ແຕກຕ່າງກັນໃນແຕ່ລະຄືນ ແລະ ທີ່ສຳຄັນແມ່ນເຂົ້າຊົມຟຣີ.

ທຸກຄົນສາມາດເບິ່ງຮູບເງົາຕອນກາງເວັນ ແລະ ການສົນທະນາແລກປ່ຽນໄດ້ທີ່ ລິໂທລາວ ເຮົ້າ, ຕໍ່ດ້ວຍຮູບເງົາພາກຄ່ຳ ເຊີ່ງຈະມີສາຍ ຢູ່ 2 ບ່ອນຄື: ເດີ່ນໂຮງຮຽນປະຖົມສົມບູນຫຼວງພະບາງ.

See also  ພາທົວໂຊຣູມ Land Rover Laos ແລະ ທົດລອງຂັບ Range Rover Evoque PHEV ຮຸ່ນໃໝ່ 2024

ສາມາດຍ່າງເຂົ້າມາໃນງານ ເລືອກນັ່ງຕັ່ງສີຟ້າທີ່ເປັນເອກະລັກຂອງງານນີ້, ມາສຳຜັດ ແລະ ເພີດເພີນກັບບັນຍາກາດຂອງຫຼວງພະບາງ ກິນປັອບຄອນ ແລະ ເຄື່ອງດື່ມ ໃນຂະນະທີ່ເບິ່ງຫນັງຈາກຫນ້າຈໍໂປເຈັກເຕີຂະຫນາດໃຫຍ່.

ອີກໜຶ່ງບ່ອນສາຍຮູບເງົາກາງຄືນທີ່ສອງຂອງງານແມ່ນຢູ່ທີ່ ເຮືອນຈັນ ເຮືອນມໍລະດົກໂລກ ເຊີ່ງຈະຈັດກິດຈະກໍາສາຍຮູບເງົາພິເສດ, ສົນທະນາແລກປ່ຽນ ໃນວັນສຸກ ທີ 6 ຫາ ວັນເສົາ ທີ 7 ທັນວາ 2024 ນີ້.

???? ນະຄອນຫຼວງພະບາງ

????️ 5-9 ທັນວາ 2024

3. Wellness Festival 3 ໂດຍ ກຳລັງໃຈ – Gamlangchai (ສະເພາະຜູ້ທີ່ລົງທະບຽນເທົ່ານັ້ນ) ເທດສະການສຸຂະພາບຈິດ ແລະ ກາຍ-ໃຈ ພາເຮົາໄປສຳຫຼວດກາຍໃຈຂອງໂຕເອງ ເພື່ອການເປັນຢູ່ທີ່ດີຂຶ້ນ

“ກຳລັງໃຈ” ຂໍເຊີນຊວນທຸກຄົນມາຮ່ວມງານ “ເທສະການສຸຂະພາບຈິດ ແລະ ກາຍໃຈ” ຄັ້ງທີ 3 ທີ່ມີຈຸດປະສົງໃນການສົ່ງເສີມຄວາມຮັບຮູ້ດ້ານສຸຂະພາບຈິດ ຜ່ານການສົນທະນາໃນຫຼາກຫຼາຍຫົວຂໍ້ທີ່ຈະນໍາພາທຸກຄົນເດີນທາງໃນເສັ້ນທາງຂອງການໂອບກອດຕົວເອງ ແລະ ການແບ່ງປັນຄວາມຮັກ, ຄວາມເຂົ້າໃຈ, ກິດຈະກຳດ້ານສິລະປະ ແລະ ການສະແດງຄອນເສີດ.

“ເທສະການສຸຂະພາບຈິດ ແລະ ກາຍໃຈ” ໄດ້ຮວບຮວມຫຼາກຫຼາຍກິດຈະກຳ ແລະ ຫົວຂໍ້ສົນທະນາໃນຂົງເຂດທີ່ກ່ຽວພັນກັບສຸຂະພາບຈິດໃຈ ເຊິ່ງງານດັ່ງກ່າວຈະກ່າວເຖິງ:

???? ສຸຂະພາບຈິດໃນບ່ອນເຮັດວຽກ

???? ການສົ່ງເສີມສຸຂະພາບຈິດຂອງກຸ່ມຄົນທີ່ຖືກຄວາມຮຸນແຮງທາງຮ່າງກາຍ ແລະ ໃຈ

????  ການຫຼຸດຜ່ອນຄວາມເຂົ້າໃຈຜິດກ່ຽວກັບສຸຂະພາບຈິດດ້ວຍການເປີດໃຈຮັບຟັງ

???? ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານຈິດໃຈຂອງພໍ່ແມ່ຍຸກໃຫມ່

???? ການອອກກຳລັງກາຍຜ່ານການເຕັ້ມ Zumba

ນອກຈາກນັ້ນພາຍໃນງານຍັງມີຕະຫຼາດນັດ, ຮ້ານຄ້າເພື່ອສົ່ງເສີມສຸຂະພາບກາຍໃຈ, ແລະ ກຸ່ມໄວໜຸ່ມທີ່ມາສະແດງຜົນງານຈາກຫຼາກຫຼາຍພາກສ່ວນ

 ມາຮ່ວມກັນສ້າງຊ່ວງເວລາທີ່ດີໆນຳກັນໄດ້ທີ່ເທສະການ ສຸຂະພາບຈິດ ແລະ ກາຍໃຈ Vol.3 

See also  ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

???? Lab De Lines, ນະຄອນຫຼວງວຽງຈັນ

????️ 8 ທັນວາ 2024

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ...

ມ່ວນຊວນໄປ

ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15...

ມ່ວນຊວນໄປ

ພາທົວໂຊຣູມ Land Rover Laos ແລະ ທົດລອງຂັບ Range Rover Evoque PHEV ຮຸ່ນໃໝ່ 2024

ສະບາຍດີທຸກຄົນ! ມື້ນີ້ພວກເຮົາຈະພາໝູ່ເພື່ອນ ໄປຢ້ຽມຊົມໂຊຣູມ Land Rover Laos ແລະ ທົດລອງຂັບລົດ Range Rover Evoque PHEV...