ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.
ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ.
ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ ຈັນ, ພຸດ, ສຸກ ແລະ ອາທິດ ມື້ລະ 1 ຖ້ຽວ.
✈️ ນະຄອນຫຼວງວຽງຈັນ ➡️ ຫຼວງນໍ້າທາ
ຖ້ຽວບິນ QV601 ເວລາບິນ 11:40 ໂມງ, ເວລາຮອດ 12:40 ໂມງ
✈️ ຫຼວງນໍ້າທາ ➡️ ນະຄອນຫຼວງວຽງຈັນ
ຖ້ຽວບິນ QV601 ເວລາບິນ 13:20 ໂມງ, ເວລາຮອດ 14:20 ໂມງ

???? ໂປຣໂມຊັນພິເສດ ສຳລັບນັກເດີນທາງ: ຈອງປີ້ໃນຊ່ວງເປີດບິນຄືນ ເພື່ອຮັບລາຄາປີ້ສຸດພິເສດ (ມີຈຳນວນຈຳກັດ)
ການບິນລາວບອກກັບພວກເຮົາວ່າ ໃນຊ່ວງສະຫຼອງເປີດບິນຄືນນີ້, ພວກເຂົາໄດ້ຈັດໂປຣໂມຊັນພິເສດຂຶ້ນມາ ເພື່ອກະຕຸ້ນການຈອງໃນເສັ້ນທາງດັ່ງກ່າວ ກັບລາຄາເລີ່ມຕົ້ນ 890,000 ກີບຕໍ່ຖ້ຽວ (ຈາກປົກກະຕິ 1,300,000 ກີບ).
???? ໄລຍະການຈອງແມ່ນຕັ້ງແຕ່ມື້ນີ້ເຖິງ 7 ກຸມພາ 2025 ນີ້ ແລະ ສາມາດເລືອກມື້ເດີນທາງໄດ້ຕັ້ງແຕ່ວັນທີ 3 ກຸມພາ 2025 ເຖິງ 31 ມີນາ 2025.
ໃຜທີ່ມີແຜນເດີນທາງໄປຫຼວງນໍ້າທາໃນຊ່ວງນີ້ ເຮົາບໍ່ຢາກພາດລາຄາດີໆແບບນີ້. ສາມາດຈອງປີ້ໄດ້ທັນທີທີ່ www.laoairlines.com

ເປັນຫຍັງຕ້ອງເລືອກການບິນລາວ?
ຖ້າຈະເວົ້າເຖິງການເດີນທາງໄປຫຼວງນໍ້າທາ ກໍມີຕົວເລືອກທີ່ຫຼາກຫຼາຍ ເຊິ່ງແຕ່ລະຕົວເລືອກ ກໍມີຂໍ້ດີ ແລະ ຂໍ້ຈຳກັດທີ່ແຕກຕ່າງກັນ. ແຕ່ສຳລັບການບິນກັບການບິນລາວ ເຮົາຄິດວ່າມັນບໍ່ແມ່ນພຽງແຕ່ເລື່ອງຂອງເວລາຂອງການເດີນທາງທີ່ສັ້ນເທົ່ານັ້ນ ແຕ່ຍັງລວມເຖິງປະສົບການຕັ້ງແຕ່ການຈອງປີ້ ໄປຈົນຈົບການເດີນທາງ ທີ່ເຮັດໃຫ້ເຮົາບໍ່ຕ້ອງມາກັງວົນຫຍັງ.
ສິ່ງໜຶ່ງທີ່ເຮົາມັກກ່ຽວກັບການເດີນທາງດ້ວຍເຮືອບິນແມ່ນ ການວາງແຜນການເດີນທາງລ່ວງໜ້າໄດ້. ຍົກຕົວຢ່າງເຊັ່ນ ຖ້າເຮົາຮູ້ວ່າເຮົາຈະເດີນທາງມື້ໃດ, ເຮົາສາມາດເລືອກ ແລະ ຈອງບ່ອນພັກ ລວມທັງວາງແຜນກິດຈະກຳຕ່າງໆລ່ວງໜ້າໄດ້ດົນ ເພື່ອໃຫ້ເຮົາໄດ້ເຮັດທຸກຢ່າງຕາມທີ່ວາງແຜນໄວ້ ໂດຍບໍ່ຕ້ອງລໍຖ້າໃຫ້ຈໍ້ມື້ເດີນທາງແລ້ວຄ່ອຍມາເລືອກວ່າຈະເດີນທາງແບບໃດ ຫຼື ພັກຢູ່ໃສ.
ນອກຈາກນັ້ນ, ການບິນລາວຍັງມີຊ່ອງທາງການຈອງທີ່ສະດວກສະບາຍ ບໍ່ວ່າຈະເປັນທາງເວັບໄຊ ຫຼື ແອັບພລິເຄຊັນ ແລະ ຕົວເລືອກປີ້ທີ່ຫຼາກຫຼາຍ ເຊັ່ນ: ມີນໍ້າໜັກໂຫຼດກະເປົ໋າ, ມີພຽງແຕ່ກະເປົ໋າຖືຂຶ້ນຫ້ອງໂດຍສານ ຫຼື ຢາກຊື້ນໍາ້ໜັກເພີ່ມໃນກໍລະນີມີເຄື່ອງຫຼາຍ ກໍສາມາດເລືອກໄດ້.
ອີກຢ່າງໜຶ່ງແມ່ນ ການເດີນທາງດ້ວຍເຮືອບິນຍັງມີຂ້ໍດີອີກຢ່າງແມ່ນ ໄລຍະເວລາຂອງການເດີນທາງທີ່ສັ້ນ. ເສັ້ນທາງບິນລະຫວ່າງວຽງຈັນ–ຫຼວງນໍ້າທາ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ ສະນັ້ນ ເມື່ອເຮົາໄປຮອດແລ້ວ ເຮົາຈະບໍ່ຮູ້ສຶກເມື່ອຍຫຼາຍ ແລະ ສາມາດເຮັດກິດຈະກຳທີ່ວາງແຜນໄວ້ ຫຼື ເດີນທາງຕໍ່ໄດ້ທັນທີ.
ສະຫຼຸບແບບອວຍເລີຍກໍຄື ຫາກຕ້ອງການປະສົບການການເດີນທາງທີ່ແຕກຕ່າງ, ເໜືອລະດັບ ແລະ ປະຢັດເວລາ, ການບິນລາວຄືຄຳຕອບທີ່ເຮົາຄວນເລືອກ.
ເລື່ອງລາວທັງໝົດທີ່ເຮົານຳເອົາມາເລົ່າສູ່ຟັງນັ້ນ ບໍ່ແມ່ນພຽງແຕ່ຂ່າວ ແຕ່ຍັງເປັນໂອກາດສຳລັບຜູ້ທີ່ຕ້ອງການເດີນທາງທີ່ຕ້ອງການປະສົບການທີ່ເໜືອລະດັບ ພ້ອມຂໍ້ສະເໜີສຸດພິເສດ.
ຈອງປີ້ ແລະ ເລີ່ມຕົ້ນການເດີນທາງໃໝ່ໃນເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ໄດ້ທີ່
ເວັບໄຊ www.laoairlines.com
ແອັບພລິເຄຊັນ Lao Airlines ໃນ iOS / Anadroid
ໂທ 1626