Lao Art Week 2026 ເລີ່ມແລ້ວ! ສຳຫຼວດສາຍສ່ອງແສງ ກັບ ສິ່ງໃໝ່ໆທີ່ໃຫຍ່ກວ່າເກົ່າ

Key Takeaways:
- Lao Art Week 2026 ຈັດຂຶ້ນພາຍໃຕ້ຄອນເຊັບ ສາຍສ່ອງແສງ ແລະ ຂະຫຍາຍພື້ນທີ່ການຈັດງານໄປເຖິງ 4 ແຂວງ ເຊັ່ນ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ຫຼວງພະບາງ.
- ຈຸດປະສົງຫຼັກຂອງງານແມ່ນເພື່ອສົ່ງເສີມນັກສິລະປິນລາວ, ຍົກລະດັບສິລະປະລາວສູ່ເວທີສາກົນ ແລະ ສ້າງຄວາມຜູກພັນໃນຊຸມຊົນ.
- ຜົນງານທີ່ນຳມາສະແດງເນັ້ນການຖ່າຍທອດວິຖີຊີວິດຄວາມເປັນລາວ, ຜ້າລາວ ແລະ ຮີດ 12 ຄອງ 14 ໃນຮູບແບບສິລະປະຮ່ວມສະໄໝ.
- ມີການກະຈາຍສະຖານທີ່ຈັດງານໄປຕາມຄາເຟ, ແກເລີຣີ ແລະ ພື້ນທີ່ສ້າງສັນຫຼາຍກວ່າ 20 ບ່ອນໃນນະຄອນຫຼວງວຽງຈັນ.
- ພາຍໃນງານມີກິດຈະກຳ Workshop ທີ່ຫຼາກຫຼາຍ ເຊັ່ນ ງານຝີມື, ງານແຕ້ມຮູບ ແລະ ງານເຄື່ອງປັ້ນດິນເຜົາ ລະຫວ່າງວັນທີ 10 ຫາ 25 ຕຸລາ 2026 ນີ້.
ປີນີ້ຖືເປັນກ້າວສຳຄັນຂອງວົງການສິລະປະລາວ! Lao Art Week 2026 ໄດ້ກັບມາອີກຄັ້ງຢ່າງຍິ່ງໃຫຍ່ ພ້ອມກັບຄອນເຊັບ “ສາຍສ່ອງແສງ” ເຊິ່ງຄວາມພິເສດຂອງປີນີ້ແມ່ນບໍ່ໄດ້ຈຳກັດຢູ່ພຽງແຕ່ ເມືອງຫຼວງ ນະຄອນຫຼວງວຽງຈັນ ອີກຕໍ່ໄປ. ເພື່ອຂະຫຍາຍພື້ນທີ່ແຫ່ງຄວາມຄິດສ້າງສັນໃຫ້ກວ້າງຂວາງກວ່າເກົ່າ ງານປີນີ້ໄດ້ຂະຫຍາຍການຈັດງານໄປເຖິງ 4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ຫຼວງພະບາງ.
ຫຼັງຈາກທີ່ “ມ່ວນ” ໄດ້ພາທຸກຄົນໄປເບິ່ງຄວາມງົດງາມ ແລະ ເພີດເພີນກັບສິລະປະຢູ່ຫຼວງພະບາງໃນຮອບກ່ອນແລ້ວ, ຮອບນີ້ເຮົາຈະພາທຸກຄົນມາສ່ອງບັນຍາກາດ ແລະ ຜົນງານສິລະປະຮ່ວມສະໄໝທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ໄປນຳກັນ!

ເມື່ອວັນທີ 9 ຕຸລາ ທີ່ຜ່ານມາ, ມ່ວນໄດ້ມີໂອກາດເຂົ້າຮ່ວມພິທີເປີດງານຢ່າງເປັນທາງການ ຢູ່ທີ່ ຫໍພິພິທະພັນແຫ່ງຊາດລາວ. ພາຍໃນງານ ໄດ້ມີການກ່າວເຖິງຈຸດປະສົງຫຼັກຂອງການຈັດງານໃນປີນີ້ ເຊິ່ງສຸມໃສ່:
- ສົ່ງເສີມນັກສິລະປິນລາວ: ເປີດໂອກາດໃຫ້ໄດ້ສະແດງອອກເຖິງຄວາມເປັນຕົວຕົນຢ່າງເຕັມທີ່ ແລະ ສ້າງຄວາມໝັ້ນໃຈໃນການສ້າງສັນຜົນງານ.
- ຍົກລະດັບສິລະປະລາວສູ່ເວທີສາກົນ: ຂະຫຍາຍການຮັບຮູ້ ແລະ ຜັກດັນຜົນງານຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນວົງກວ້າງ.
- ສ້າງຄວາມຜູກພັນໃນຊຸມຊົນ: ເພີ່ມສາຍໃຍຄວາມຮັກ, ຄວາມຜູກພັນ ແລະ ປູກຝັງຄວາມພາກພູມໃຈໃນວັດທະນະທຳລາວຢ່າງຍືນຍົງ.
ພາຍໃນຫໍພິພິທະພັນແຫ່ງຊາດລາວ ຖືເປັນ 1 ໃນຫຼາຍກວ່າ 20 ສະຖານທີ່ຈັດງານ. ຜົນງານທີ່ນຳມາສະແດງຢູ່ບ່ອນນີ້ ແມ່ນມີຄວາມໂດດເດັ່ນໃນການຖ່າຍທອດ ວິຖີຊີວິດຄວາມເປັນລາວ, ບໍ່ວ່າຈະເປັນເລື່ອງລາວຜ່ານ ຜ້າລາວ ຫຼື ຮີດ 12 ຄອງ 14 ທີ່ຖືກນຳມາຕີຄວາມ ແລະ ນຳສະເໜີໃນຮູບແບບ “ສິລະປະຮ່ວມສະໄໝ” ຢ່າງງົດງາມ ແລະ ໜ້າປະທັບໃຈ.

ປັກໝຸດ 20 ກວ່າສະຖານທີ່ຮ່ວມຈັດງານ ໃນນະຄອນຫຼວງວຽງຈັນ
ນອກຈາກຫໍພິພິທະພັນແຫ່ງຊາດລາວແລ້ວ, ງານ Lao Art Week 2026 ໃນນະຄອນຫຼວງວຽງຈັນ ຍັງໄດ້ກະຈາຍຄວາມງາມຂອງສິລະປະໄປຕາມຄາເຟ, ແກເລີຣີ, ສູນວັດທະນະທຳ ແລະ ພື້ນທີ່ສ້າງສັນຫຼາຍກວ່າ 20 ບ່ອນ ເຊັ່ນ:
- Lao National Museum
- RICCO EATERY SPACE
- Quan Cafe
- Craft Matcha Haus
- Le Padaek
- Tai Baan Crafts
- MAG UXO Visitor Information Centre
- Institut français du Laos
- Lao Textile Museum
- The Lao National Puppet Theater
- Lao Art Museum
- Oath House
- KHANG
- The Traditional Lao Silk Residence
- i:cat gallery
- T’Shop Lai Gallery
- La porte rouge
- Saneha
- National Institute of Fine Arts
- Mulberries Centre
- Baan Ariya
- Panya.Nivej Organic Farm & Ceramics Studio
- SaTea
- WUDEE Martial Arts
- Arekashi

ບໍ່ໄດ້ມີແຕ່ເບິ່ງ! ຍັງມີກິດຈະກຳ Workshop ໃຫ້ຮ່ວມມ່ວນນຳ
ສຳລັບໃຜທີ່ຢາກລອງລົງມືເຮັດເອງ, ງານປີນີ້ຍັງມີ ກິດຈະກຳ Workshop ທີ່ຫຼາກຫຼາຍ ແລະ ໜ້າສົນໃຈຫຼາຍ ເຊັ່ນ: ງານຝີມື, ງານແຕ້ມຮູບ, ແລະ ງານເຄື່ອງປັ້ນດິນເຜົາ ໃຫ້ທຸກຄົນໄດ້ເຂົ້າຮ່ວມ ແລະ ເປີດປະສົບການໃໝ່ໆໄປນຳກັນ.
ວັນທີ 10 – 25 ຕຸລາ 2026 ນີ້ເທົ່ານັ້ນ!
ຢ່າລືມຊວນໝູ່, ຊວນຄອບຄົວ ຫຼື ຄົນຮັກ ອອກໄປຕາມຫາ, ສຳຫຼວດຄວາມສວຍງາມ ແລະ ເພີດເພີນກັບສິລະປະລາວໃນງານ LAO ART WEEK 2026 ນຳກັນເດີ້!





