ລົມກັບໂຕແມ່ຂາລຸຍ ນັກສ້າງເນື້ອຫາສາຍທ່ອງທ່ຽວ ເມສາ ຈາກເພຈ MAKAME-ມາກະເມ

ແບ່ງປັນ

ລົມກັບໂຕແມ່ຂາລຸຍ ນັກສ້າງເນື້ອຫາສາຍທ່ອງທ່ຽວ ເມສາ ຈາກເພຈ MAKAME-ມາກະເມ

02 July 2026 20

ທຸກຄົນເຄີຍມີເວລາທີ່ຕື່ນເຕັ້ນຈົນຫົວໃຈເຕັ້ນແຮງແບບຄວບຄຸມບໍ່ໄດ້ເລີຍບໍ່? Muan TheInterview ຄິດວ່າມັນຕ້ອງມີຈັກເທື່ອແຫຼະຖ້າເຮົາໄດ້ເຈິກັບສິ່ງທີ່ຄາດເດົາບໍ່ໄດ້ ແລ້ວຍິ່ງຖ້າເປັນການມີຊື່ລຸ້ນຮັບລາງວັນໃດໜຶ່ງມັນກໍຍິ່ງຕື່ນເຕັ້ນຂຶ້ນໄປອີກ.

ພໍຮອດວິນາທີທີ່ຊື່ສາຂາລາງວັນທີ່ເຮົາມີຊື່ເຂົ້າຊີງກຳລັງຈະຖືກປະກາດ ມັນຄືຊ່ວງເວລາທີ່ເຮັດໃຫ້ລຸ້ນຈົນລືມຫາຍໃຈເລີຍກໍວ່າໄດ້ ແລະ ໃນຄຳຄືນສຸດພິເສດນັ້ນ, ເມສາ – ທິບພະພອນ ໄຊຈະເລີນ ຫຼື MAKAME-ມາກະເມ ກໍໄດ້ຍິນຊື່ໂຕເອງຖືກກ່າວຜ່ານສຽງໄມຢູ່ເທິງເວທີວ່າລາວເປັນຜູ້ໄດ້ຮັບລາງວັນ Muan Awards 2025 Best Travel Content Creator of the Year – ນັກສ້າງເນື້ອຫາສາຍທ່ອງທ່ຽວດີເດັ່ນແຫ່ງປີ.

ທຸກຄົນລອງຄິດພາບຕາມວ່າໃນຕອນນັ້ນທີ່ບໍ່ມີໃຜຈະຮູ້, ບໍ່ຄິດຝັນວ່າລາງວັນນັ້ນມັນຈະເປັນຂອງເຮົາ, ພໍຮູ້ວ່າໂຕເອງໄດ້ ຖ້າເປັນເຮົາກໍຄົງຈະເຮັດໂຕບໍ່ຖືກເລີຍແມ່ນບໍ່ທຸກຄົນ? ນັ້ນແຫຼະ, ຄວາມຮູ້ສຶກມັນບໍ່ຕ່າງຫຍັງກັບທີ່ ເມສາ ຮູ້ສຶກເລີຍ.

ຄວາມໃນໃຈຂອງ ເມສາ ເຈົ້າຂອງເພຈ MAKAME-ມາກະເມ

ມື້ນີ້ Muan TheInterview ເລີຍຢາກຊວນທຸກຄົນມາຟັງຄວາມຮູ້ສຶກແທ້ໆຈາກປາກຂອງ ເມສາ ວ່າແມ່ນຫຍັງທີ່ເຮັດໃຫ້ລາວເລືອກທີ່ຈະອອກເດີນທາງທ່ຽວຈົນໄດ້ລາງວັນໄປຄອງແບບນີ້ ເພາະຖ້ານັບຕັ້ງແຕ່ຕອນນັ້ນເວລາກໍຜ່ານມາເກືອບປີແລ້ວແຕ່ ເມສາ ກໍຍັງຈື່ຄວາມຮູ້ສຶກນັ້ນໄດ້ດີເລີຍ, ເມສາ ປັດຈຸບັນລາວອາຍຸ 26 ປີ (ເກີດວັນທີ 05 ເມສາ 2000) ເປັນເຈົ້າຂອງຊ່ອງ MAKAME-ມາກະເມ ແລະ ຍັງຄວບຄູ່ການເຮັດວຽກໃນສາຍ Influencer ໃນລາວ.

ເມສາ ໄດ້ເລົ່າໃຫ້ຟັງວ່າ “ວິນາທີທຳອິດທີ່ໄດ້ຍິນຊື່ຕົວເອງຄືສະຕັ້ນໄປເລີຍ ໂຕຊາໄປໝົດ ແລະ ບໍ່ຮູ້ຈະເຮັດໂຕແນວໃດ ເພາະບໍ່ເຄີຍຂຶ້ນເວທີທີ່ມີຄົນເບິ່ງຫຼາຍຂະໜາດນັ້ນຈັກເທື່ອ, ສຽງຮ້ອງເຊຍຂອງທຸກຄົນໃນງານ ເປັນສິ່ງທີ່ເຮັດໃຫ້ຂ້ອຍຮູ້ສຶກພູມໃຈໃນໂຕເອງ, ສຽງຂອງທຸກຄົນເຮັດໃຫ້ຮູ້ວ່າມີຫຼາຍຄົນທີ່ເບິ່ງ ແລະ ຕິດຕາມຜົນງານເຮົາຢູ່”.

ອ່ານຕື່ມ:  DJ PINEMELON ຈາກເດັກນ້ອຍຜູ້ຫຼົງໃຫຼໃນສຽງເພງ ສູ່ດີເຈຄິວທອງຜູ້ມີຜົນງານໂດດເດັ່ນ

ທ່ຽວໃຫ້ມ່ວນ ເພາະມັນຄືຄວາມຊົງຈຳ

ຫຼາຍຄົນອາດຈະຄິດວ່າການໄປທ່ຽວແລ້ວຕ້ອງໄດ້ຖ່າຍຄລິບເຮັດຄອນເທັນໄປນຳ ມັນຄົງຈະເມື່ອຍ ແລະ ບໍ່ຟິນເທົ່າການໄປທ່ຽວແບບພັກຜ່ອນແທ້ໆ. ແຕ່ສຳລັບ ເມສາ ແລ້ວ ມີມຸມມອງທີ່ຕ່າງອອກໄປ ແລະ ໜ້າສົນໃຈຫຼາຍ ພໍໄດ້ຟັງແລ້ວກໍເຮັດໃຫ້ Muan TheInteriew ຢາກລອງເອົາວິທີຄິດນີ້ໄປປັບໃຊ້ກັບຊີວິດເບິ່ງເລີຍວ່າເຮັດແນວໃດ ເມສາ ຈຶ່ງຮັກສາຄວາມມ່ວນນັ້ນໄວ້ໄດ້ທັງທີ່ຍັງແບກວຽກໄວ້ຢູ່.

ເມສາ ເລົ່າໃຫ້ຟັງວ່າ: “ການໄປທ່ຽວຊື່ໆ ກັບ ການທ່ຽວນຳເຮັດວຽກໄປນຳ ທີ່ຈິງແລ້ວມັນບໍ່ຕ່າງກັນຫຼາຍເທົ່າໃດ ຂຶ້ນກັບວ່າເຮົາຈະເຄັ່ງຄັດກັບງານຫຼາຍບໍ່ ເພາະທຸກຄັ້ງທີ່ຂ້ອຍໄປທ່ຽວກໍຈະເອົາພະລັງບວກໄປນຳ ເຮັດໃຫ້ຮູ້ສຶກຕື່ນເຕັ້ນທຸກຄັ້ງທີ່ໄດ້ອອກເດີນທາງ, ທ່ຽວກໍມ່ວນໃນອີກສ່ວນໜຶ່ງ ແຕ່ທັງໄດ້ຖ່າຍງານໄປນຳທ່ຽວໄປນຳມັນກໍມ່ວນດີ. ຂ້ອຍຈະບອກໂຕເອງຕະຫຼອດວ່າ ທ່ຽວໃຫ້ມ່ວນເພາະມັນເປັນອີກໜຶ່ງຄວາມຊົງຈຳທີ່ເມື່ອຍ້ອນກັບມາເບິ່ງມັນກໍຍັງມີຄວາມສຸກ”.

ວິທີຄິດແບບ MAKAME-ມາກະເມ ຢາກເບິ່ງແບບໃດໃຫ້ເຮັດແບບນັ້ນ

ທຸກຄົນເຄີຍສົງໄສບໍ່ວ່າ ເປັນຫຍັງເວລາເບິ່ງຄລິບທ່ຽວຂອງບາງຊ່ອງ ແລ້ວເຮົາຄືຮູ້ສຶກອິນ, ຟິນ ແລະ ສະບາຍໃຈຄືໄດ້ໄປຢືນຢູ່ຈຸດນັ້ນນຳກັນເລີຍ ເຊິ່ງ ເມສາ ກໍຈະມາແບ່ງປັນເຄັດລັບ ແລະ ວິທີຄິດເບື້ອງຫຼັງການເຮັດຄອນເທັນທີ່ບອກເລີຍວ່າ ພໍທຸກຄົນຟັງແລ້ວຮ້ອງອໍ້ທັນທີ ເພາະມັນເປັນເທັກນິກງ່າຍໆ ແຕ່ໄດ້ໃຈຄົນເບິ່ງໄປເຕັມໆ.

“ຕັ້ງແຕ່ເຮັດຄລິບມາ ຂ້ອຍຈະບອກກັບໂຕເອງສະເໝີວ່າ ຢາກເບິ່ງຄລິບແບບໃດ ໃຫ້ເຮັດຄລິບແບບນັ້ນອອກມາ ລອງເອົາໂຕເອງເປັນຝ່າຍຄົນເບິ່ງ ແລະ ການເຮັດຄລິບ 4-5 ວິນາທີທຳອິດທີ່ໃຊ້ເປີດຄລິບຄືອີຫຍັງທີ່ໂຄດສຳຄັນ ເພາະຢາກໃຫ້ຄົນທີ່ເຂົ້າມາເບິ່ງຮູ້ສຶກເພີນ ແລະ ສະບາຍໃຈ ໄດ້ເຕີມທຳມະຊາດເຖິງວ່າບໍ່ໄດ້ໄປ” ເມສາ ເລົ່າ.

ປະສົບການທ່ຽວ ແລະ ການແບກເປ້ສຸດໂຫດ

ບາງເທື່ອເວລາເຮົາເບິ່ງຄລິບທ່ຽວ ພໍເຫັນວິວທຳມະຊາດງາມໆຄືວ່າເຂົາຄືໄປທ່ຽວສະບາຍໆແທ້ ແຕ່ບອກເລີຍວ່າເບື້ອງຫຼັງໜ້າຈໍນັ້ນ, ອາດຈະແມ່ນມະຫາກາບການສູ້ຊີວິດແບບສຸດຂີດ ເພາະກວ່າຈะໄດ້ພາບງາມໆມາໃຫ້ພວກເຮົາເບິ່ງນັ້ນ ຕ້ອງລຸຍ ແລະ ຜ່ານຄວາມທ້າທາຍອັນໃດມາແດ່ ບອກເລີຍວ່າອ່ານແລ້ວຈະຍິ່ງຫຼົງຮັກໃນຄວາມພະຍາຍາມຂອງ ເມສາ ເລີຍ. 

ເມສາ ໄດ້ບອກກັບ Muan TheInterview ວ່າ: “ສຳລັບທຣິບທີ່ໄປກໍຈະມີໝູ່ຮ່ວມນຳແບບບໍ່ຊ້ຳໜ້າເລີຍ ຍ້ອນຄວາມທີ່ຂ້ອຍຢາກໄດ້ມິດຕະພາບໃໝ່ໆແດ່ ຄລິບໃດທີ່ເບິ່ງຄືຊິລກໍໜ້າຈະເປັນການ ຖ່າຍວິວ+ສິນຄ້າ ໄປນຳ ເພາະຫາໝູ່ຮ່ວມທຣິບຈັບກ້ອງໃຫ້ ແຕ່ກໍບໍ່ລຶ້ງເລີຍ ແລະ ທີ່ສູ້ຊີວິດກໍໜ້າຈະເປັນທຣິບຍ່າງປ່າແບກເປ້ 17 ກິໂລ ຕອນທຳອິດຖ່າຍວິວ, ຫຼັງໆເລີ່ມບໍ່ຢາກຈັບໂທລະສັບ ແຕ່ພໍຮອດຈຸດໝາຍເຫັນທຳມະຊາດງາມໆກໍເຮັດໃຫ້ເຊົາເມື່ອຍເລີຍ”.

ອ່ານຕື່ມ:  Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ

MAKAME-ມາກະເມ ປ່ຽນເຫດການບໍ່ຄາດຄິດໃຫ້ເປັນຄວາມມ່ວນໄດ້

Muan TheInterview ຄິດວ່າທຸກຄົນຕ້ອງເຄີຍເຈິເຫດການດຽວກັນແຫຼະ ເວລາທີ່ເຮົາຕັ້ງໃຈໄປທ່ຽວ ແຕ່ຝົນພັດມາຕົກໃສ່, ຫຼົງທາງ ຫຼື ຢູ່ໆລົດກໍມາເພກາງທາງ. ເປັນແບບນີ້, ຫຼາຍຄົນຄົງຈະເລີ່ມເບື່ອ ແລະ ຮູ້ສຶກໝົດມ່ວນແມ່ນບໍ່?

ແຕ່ສຳລັບ ເມສາ ນັ້ນ, ລາວມີມຸມມອງການທ່ຽວແບບປ່ຽນເລື່ອງຮ້າຍໃຫ້ກາຍເປັນເລື່ອງທີ່ໜ້າຕື່ນເຕັ້ນແທນທີ່ເຮັດໃຫ້ເຮົາໄດ້ຂໍ້ຄິດດີໆວ່າ ຖ້າຫາກມັນບໍ່ເປັນໄປຕາມແຜນ, ມັນກໍມັກຈະມີຄວາມຊົງຈຳດີໆທີ່ຄາດບໍ່ເຖິງເຊື່ອງໄວ້ຢູ່ສະເໝີ.

“ຂ້ອຍຂໍຍົກເອົາສະຖານະການຈິງມາເວົ້າເດີ ບາງຄັ້ງເຫດການບໍ່ຄາດຄິດກໍເປັນອີກໜຶ່ງສິ່ງທີ່ເຮັດໃຫ້ຮູ້ສຶກປະທັບໃຈ ທັງມ່ວນ, ຢ້ານ, ຕົກໃຈ ແລະ ອີກຫຼາກຫຼາຍອາລົມ. ເຖິງວ່າມັນອາດຈະນອກເໜືອທີ່ວາງແຜນໄວ້ ເພາະຂ້ອຍໄປທ່ຽວທຳມະຊາດ ແລະ ບໍ່ສາມາດກຳນົດໄດ້ວ່າຈະເກີດຫຍັງຂຶ້ນແດ່ ຂໍພຽງແຕ່ມີສະຕິ ແລະ ແກ້ໄຂສະຖານະການໄດ້ໄວ ກໍໂອເຄແລ້ວ”. ເມສາ ເລົ່າ

ຈາກຄົນແປກໜ້າທີ່ທ່ຽວນຳກັນ ສູ່ໝູ່ສະໜິດສາຍທ່ຽວ

ສະເໜ່ຂອງການທ່ຽວຄືການໄດ້ໄປເຫັນວິວງາມໆ ຫຼື ສະຖານທີ່ແປກໃໝ່ ແຕ່ຫຼາຍຄົນມັກຈະລືມສິ່ງນີ້ໄປ ເພາະມັນຍັງມີບາງສິ່ງທີ່ວິເສດກວ່ານັ້ນຄື “ຜູ້ຄົນ” ແລະ “ມິດຕະພາບ” ທີ່ໄດ້ຮ່ວມທາງນຳກັນ ມັນເປັນສິ່ງທີ່ ເມສາ ຍັງຈື່ມັນໄດ້ດີຈົນຮອດທຸກມື້ນີ້.

ເມສາ ໄດ້ແບ່ງປັນຄວາມປະທັບໃຈວ່າ: “ມິດຕະພາບທີ່ໄດ້ຮັບຈາກຄົນແປກໜ້າ ຍັງຝັງໃຈບໍ່ລືມ, ຈາກຄົນທີ່ບໍ່ເຄີຍຮູ້ຈັກກັນຕອນນີ້ກາຍເປັນໝູ່ທີ່ໄປນຳກັນເກືອບທຸກທຣິບຍ້ອນມີໝູ່ທີ່ຢູ່ໃນສາຍດຽວກັນ, ມັກຫຍັງຄືກັນ ມັນປ່ຽນໃຫ້ຊີສິດເຮົາມີສີສັນຂຶ້ນ ຈາກແຕ່ກ່ອນເມເປັນຄົນທີ່ບໍ່ຄ່ອຍເວົ້າຫຼາຍ ຕອນນີ້ເລີ່ມເວົ້າເລີ່ມລົມເລີ່ມໝັ້ນໃຈຫຼາຍກວ່າເກົ່າ ເຮົາຢາກຢູ່ສັງຄົມແບບໃດ ເຮົາເລືອກເອງໄດ້ ເພາະມັນຈະສະທ້ອນຄວາມເປັນໂຕເຮົາ.

ຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງ ເຮັດຄົນຄົນຮູ້ຈັກບ່ອນທ່ຽວໃນລາວ

ດ້ວຍຄວາມທີ່ Muan TheInterview ຢາກຮູ້ວ່າກ່ອນຈະຜ່ານຈຸດເລີ່ມຕົ້ນທຳອິດ ແລະ ການຕັດສິນໃຈເລືອກຈັບກ້ອງມາຖ່າຍບັນທຶກຂອງ ເມສາ ນັ້ນມີແຮງບັນດານໃຈມາຈາກສິ່ງໃດ ແລ້ວຖ້າຍ້ອນກັບໄປໄດ້ລາວຢາກບອກຫຍັງກັບໂຕເອງທີ່ສຸດ? 

ເມສາ ຕອບວ່າ: “ຖ້າຍ້ອນເວລາກັບໄປໄດ້ກໍຈະບອກກັບໂຕເອງວ່າ ທີ່ຕັ້ງໃຈຢາກລົງຄລິບເປັນຄວາມຊົງຈຳ ຕອນນີ້ຫຼາຍລ້ານຄົນໄດ້ເຫັນແລ້ວເດີ ແລະ ພວກເຂົາກໍໄດ້ຕາມໄປທ່ຽວພ້ອມ, ບ່ອນໃດງາມໆໃນປະເທດລາວ ເຈົ້າໄດ້ເປັນອີກສ່ວນທີ່ຖ່າຍທອດມັນອອກມາໃຫ້ຄົນໄດ້ເຫັນແລ້ວ”.

ໝຸດໝາຍຕໍ່ໄປຂອງ MAKAME-ມາກະເມ ຄືລຸຍທ່ຽວຕໍ່ໃນບ້ານເກີດ

ຫຼັງຈາກເພຈ MAKAME-ມາກະເມ ຫຼື ເມສາ ໄດ້ຄວ້າລາງວັນ Muan Awards 2025 ມາແລ້ວ ຫຼາຍຄົນຄົງລຸ້ນ ແລະ ຄິດວ່າສະຖານີຕໍ່ໄປທີ່ລາວຄືຈະພາທຸກຄົນໄປທ່ຽວຕ້ອງເປັນຕ່າງປະເທດແນ່ນອນ ແຕ່ ເມສາ ຍັງຄົງເລືອກປະເທດລາວເຮົາຄືເກົ່າ.

ອ່ານຕື່ມ:  ສະບາຍດີມະນຸດ Omaidy ເຜີຍເຄັດລັບຄວາມຈິງໃຈ ຈົນຄວ້າໄດ້ Muan Awards 2025

“ຈຸດໝາຍຕໍ່ໄປກໍຍັງຄົງເປັນປະເທດລາວຄືເກົ່າ ເພາະມີຫຼາຍບ່ອນທີ່ເຮົາບໍ່ຮູ້ແຕ່ມັນງາມ ຄືໃນປີນີ້ໂຊຊຽວເລີ່ມມີການເປີດການເບິ່ງເຫັນ, ຂ້ອຍເຫັນຄົນທ້ອງຖິ່ນໂພສລົງແລ້ວຂຶ້ນຟີດກໍຢາກໄປທ່ຽວ ເພື່ອເປັນອີກໜຶ່ງກະບອກສຽງໃນການເຜີຍແຜ່ສະຖານທີ່ ຢາກໃຫ້ຫຼາຍໆຄົນໄດ້ທ່ຽວລາວນຳກັນ ເພາະເຮົາບໍ່ຮູ້ວ່າທຳມະຊາດຈະເລີ່ມຈາງໄດ້ຕອນໃດ” ເມສາ ກ່າວ.

ຊວນປົດລັອກໃຈ ແລະ ອອກເດີນທາງທ່ຽວ

ທຸກຄົນເຄີຍເປັນບໍ່… ຢາກລອງເຮັດສິ່ງໃໝ່ໆ ແຕ່ກໍຍັງລັງເລ ແລະ ບໍ່ກ້າກ້າວຂ້າມກຳແພງຄວາມຢ້ານຂອງໂຕເອງ ບໍ່ວ່າຈະເປັນການຢາກແບກເປ້ອອກໄປທ່ຽວໃນບ່ອນທີ່ບໍ່ເຄີຍໄປ ຫຼື ການເລີ່ມຕົ້ນຈັບກ້ອງເຮັດຄລິບທ່ຽວໃນແບບທີ່ໂຕເອງມັກ.

ເພາະຫຼາຍຄົນມັກຈະຕິດຢູ່ໃນ Comfort Zone ເພາະຄິດວ່າ ເອົາໄວ້ກ່ອນກໍໄດ້ ເມສາ ຈຶ່ງຢາກບອກທຸກຄົນວ່າ: “ອອກໄປເທາະ! ຢາກໃຫ້ໄປທ່ຽວກ່ອນຈະມີການປ່ຽນແປງ ເພາະທຳມະຊາດໃນແຕ່ລະປີບັນຍາກາດຈະປ່ຽນຢູ່ເລື້ອຍໆ ຂ້ອຍຢາກໃຫ້ທຸກຄົນໄດ້ໄປເຫັນຄວາມດິບຂອງມັນ ເພາະບໍ່ຢາກໃຫ້ຄິດເສຍດາຍທີຫຼັງ”.

ເປັນຄຳເວົ້າສັ້ນໆ ແຕ່ເຕືອນສະຕິໄດ້ດີສຸດໆເລີຍວ່າບໍ່ທຸກຄົນ, ການທີ່ຈະກ້າ ຫຼື ຕັດສິນໃຈກ້າວຂາອອກໄປ ເປີດປະສົບການໃໝ່ ບາງເທື່ອກໍຕ້ອງມີຄົນມາສ້າງແຮງບັນດານໃຈໃຫ້ເຮົາກ່ອນ ມັນເປັນສິ່ງທີ່ບໍ່ຜິດເລີຍ ຖ້າຮອດເວລາຂອງທຸກຄົນແລ້ວກໍລຸຍໂລດເດີ.

ກຽມເຮັດຄລິບເຈາະເລິກວິຖີທ້ອງຖິ່ນ ແລະ ຮ້ານເດັດຕ່າງແຂວງ

ສຳລັບຜົນງານໃນໄວໆນີ້ ເມສາ ກໍຍັງຄົງຕັ້ງໃຈຜະລິດຄລິບທ່ຽວມ່ວນໆມາໃຫ້ທຸກຄົນໄດ້ເບິ່ງກັນຄືເກົ່າ ແຕ່ສິ່ງທີ່ພິເສດແປກໃໝ່ທີ່ລາວກຳລັງຄິດ ແລະ ກຳລັງເລີ່ມ ເຊິ່ງ ເມສາ ກໍໄດ້ເລົ່າສົ່ງທ້າຍກ່ອນປິດບົດຄວາມນີ້ວ່າ:

“ຂ້ອຍກໍຍັງຄົງຜະລິດຄລິບມາໃຫ້ທຸກຄົນໄດ້ເຫັນຄືເກົ່າ ແລະ ທີ່ຄິດໄວ້ຕອນນີ້ ນອກຈາກແຫຼ່ງທ່ອງທ່ຽວກໍຢາກເຮັດຄລິບວິຖີຊີວິດທ້ອງຖິ່ນ ແລະ ອາຫານການກິນ ເພາະຕອນຂ້ອຍໄປທ່ຽວ ການທີ່ຈະໄປກິນຮ້ານໃດ ຫຼື ກິນຫຍັງໃນເຂດພື້ນທີ່ແຂວງນັ້ນ ເປັນອີກໜຶ່ງສິ່ງທີ່ໂຕເອງພົບທຸກຄັ້ງ ວ່າການອອກຕ່າງແຂວງແລ້ວບໍ່ຮູ້ຈະກິນຫຍັງ ຝາກເປັນກຳລັງໃຈ ແລະ ຕິດຕາມເພຈ MAKAME-ມາກະເມ ແດ່ເດີທຸກຄົນ”.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.