DJ PINEMELON ຈາກເດັກນ້ອຍຜູ້ຫຼົງໃຫຼໃນສຽງເພງ ສູ່ດີເຈຄິວທອງຜູ້ມີຜົນງານໂດດເດັ່ນ

ແບ່ງປັນ

DJ PINEMELON ຈາກເດັກນ້ອຍຜູ້ຫຼົງໃຫຼໃນສຽງເພງ ສູ່ດີເຈຄິວທອງຜູ້ມີຜົນງານໂດດເດັ່ນ

13 March 2026 91

Highlights

  • ຈຸດເລີ່ມຕົ້ນຂອງ DJ PINEMELON ຈາກຄວາມມັກເພງສາກົນໃນໄວເດັກ ສູ່ການເປັນດີເຈມືອາຊີບໃນໄວ 26 ປີ.
  • ເປົ້າໝາຍສູງສຸດຄືການສ້າງສັນຜົນງານໃຫ້ມີຄຸນນະພາບຈົນກ້າວໄປສູ່ລະດັບສາກົນ ແລະ ໄດ້ຮັບການຍອມຮັບຈາກດີເຈລະດັບໂລກ.
  • ຊ່ອງທາງຕິດຕາມຜົນງານຂອງ DJ PINEMELON ແລະ ການເຊີໄພຣສ໌ແຟນເພງດ້ວຍ 3 ເພງ Remix ໃໝ່ ທີ່ຈະປ່ອຍໃນຊ່ວງປີໃໝ່ລາວ 2026.


ຈາກຈຸດເລີ່ມຕົ້ນໃນຊ່ວງປີ 2011-2012 ທີ່ນັ່ງຟັງເພງສາກົນດ້ວຍຄວາມຫຼົງໃຫຼ ໃຜຈະຄິດວ່າເດັກນ້ອຍໃນມື້ນັ້ນຈະກາຍມາເປັນ ຢຸ້ນ – ທະນູສິດ ວົງສົມບັດ ຫຼື DJ PINEMELON ໂຕຕຶງໃນວົງການມິກຊ໌ເພງ ໃນໄວພຽງ 26 ປີ ທີ່ກຳລັງມາແຮງ ແລະ ມີຄິວງານແໜ້ນແບບສຸດໆ.

ຢຸ້ນ – ທະນູສິດ ວົງສົມບັດ ຫຼື ຫຼາຍຄົນມັກຈະຮູ້ຈັກລາວໃນນາມ DJ PINEMELON ທີ່ສາຍ EDM ຫຼື ຄົນທີ່ມັກຟັງການມິກຊ໌ເພງ (Mixing) ກໍຈະຮູ້ຈັກດີ ແລະ ລາວກໍມີຜົນງານອັນຫຼາກຫຼາຍ, ທັງຂຶ້ນຫຼິ້ນໃນງານເທດສະການດົນຕີຕ່າງໆຢູ່ໃນລາວເຮົາ ແລະ ປະເທດເພື່ອນບ້ານເຮົາຢ່າງປະເທດໄທ.

ຢຸ້ນ ຖືວ່າເປັນດີເຈຮຸ່ນໃໝ່ໄຟແຮງອີກໜຶ່ງຄົນທີ່ໂດດເດັ່ນ ເປັນທີ່ໜ້າຈັບຕາເບິ່ງຫຼາຍ ເພາະລາວມີຄວາມຕັ້ງໃຈ ແລະ ຄວາມພະຍາຍາມຫຼາຍໃນການເຮັດສິ່ງທີ່ຮັກ ທຸກການສະແດງລາວກໍຕັ້ງໃຈ ແລະ ໃສ່ຄວາມຄິດສ້າງສັນເຂົ້າໄປໃນການມິກຊ໌ເພງຈົນເຮັດໃຫ້ຄົນຟັງມັກເພາະຕິດຫູ. ເຊິ່ງໃນທ້າຍປີ 2025 ທີ່ຜ່ານມາ, ລາວກໍໄດ້ພິສູດໃຫ້ແຂກທີ່ເຂົ້າໄປຮ່ວມງານ Muan Awards 2025 ເຫັນ ແລະ ໄດ້ສຳຜັດກັບການສະແດງທີ່ເຮັດໃຫ້ບັນຍາກາດມີຄວາມ ມ່ວນ-ມັນ ແບບສຸດໆ ເປັນການສະແດງປິດທ້າຍງານທີ່ສ້າງຄວາມປະທັບໃຈຫຼາຍ.

ປັດຈຸບັນ, ຢຸ້ນ ອາຍຸ 26 ປີ ເປັນຄົນນະຄອນຫຼວງວຽງຈັນ ແຕ່ກຳເນີດ, ອາໄສຢູ່ທີ່ບ້ານ ສະພານທອງ, ເມືອງ ສີສັດຕະນາກ. ນອກຈາກບົດບາດໃນການເປັນດີເຈມິກຊ໌ (Mix) ເພງມ່ວນໆໃຫ້ເຮົາໄດ້ຟັງແລ້ວ ລາວຍັງມີວິຖີການໃຊ້ຊີວິດ (Lifestyle) ທີ່ໜ້າສົນໃຈ ເພາະສາມາດຈັດສັນເວລາໄດ້ຢ່າງລົງຕົວ.

ອ່ານຕື່ມ:  ເປີດໃຈ ຊານົນ ມະນີຜົນ ເຜີຍການໄປ The Face Men ເປັນຫຼາຍກວ່າການໄປປະກວດ

ຢຸ້ນ ມັກທີ່ຈະຫາເວລາວ່າງຈາກວຽກທີ່ລາວຮັກຢ່າງການເປັນດີເຈ ແລະ ໄດ້ແບ່ງເວລາສ່ວນໂຕໄປກັບການຫຼິ້ນເກມ ເພື່ອຜ່ອນຄາຍສະໝອງ ຫຼື ບາງເທື່ອກໍຈະອອກໄປຊອກຫາຮ້ານຄາເຟ່ທີ່ມີບັນຍາກາດດີໆນັ່ງ ເພື່ອປ່ຽນບັນຍາກາດ.

ຈຸດເລີ່ມຕົ້ນໃນການມາເປັນດີເຈ (DJ)

ເສັ້ນທາງສາຍອາຊີບດີເຈຂອງ ຢຸ້ນ ບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ, ແຕ່ມັນເລີ່ມຕົ້ນຈາກຄວາມມັກຮັກໃນການຟັງເພງສາກົນມາຕັ້ງແຕ່ສະໄໝຍັງນ້ອຍ ໂດຍສະເພາະໃນຊ່ວງປີ 2011-2012 ເຊິ່ງເປັນຍຸກທີ່ດົນຕີຕາເວັນຕົກມີອິດທິພົນສູງ.

ຕັ້ງແຕ່ຕອນນັ້ນມາ, ລາວກໍໄດ້ເລີ່ມທີ່ຈະສະສົມປະສົບການຂອງການຟັງເພງ ພ້ອມທັງຊຶມຊັບຈັງຫວະທີ່ແປກໃໝ່ຈົນມັນໄດ້ກາຍເປັນແຮງບັນດານໃຈໃຫ້ຢາກລອງສ້າງສັນສຽງເພງດ້ວຍຕົນເອງ.

ຂ້ອຍໄດ້ຍິນຄົນຢູ່ເທິງເວທີ Mix ເພງຄັ້ງທຳອິດແມ່ນຊ່ວງປີໃໝ່ລາວ ຮູ້ສຶກມັກແຮງເລີຍຊອກສຶກສາການຫຼິ້ນເພງແນວນີ້ແບບຈິງຈັງ ແລະ ກໍໄດ້ຮູ້ວ່າອາຊີບທີ່ເຫັນນີ້ເອີ້ນວ່າ ດີເຈ

Tips: ການ Mix ເພງ (ຫຼື DJ Mixing ແມ່ນຮູບແບບສິລະປະການເຊື່ອມຕໍ່ຈາກເພງໜຶ່ງໄປຫາອີກເພງໜຶ່ງ ໃຫ້ມີຄວາມຕໍ່ເນື່ອງ ແລະ ກົມກືນກັນ ໂດຍບໍ່ໃຫ້ຈັງຫວະຂາດຕອນ ຫຼື ເຮັດໃຫ້ຜູ້ຟັງຮູ້ສຶກສະດຸດເວລາຟັງ).

ເວທີທີ່ເຮັດໃຫ້ປະທັບໃຈ

ທຸກໆເວທີທີ່ ຢຸ້ນ ໄດ້ກ້າວຂຶ້ນໄປສະແດງ ມັນໄດ້ມອບປະສົບການທີ່ລ້ຳຄ່າໃຫ້ກັບລາວສະເໝີ ແຕ່ຖ້າຈະເວົ້າເຖິງຄວາມຊົງຈຳທີ່ປະທັບໃຈ ແລະ ພິເສດທີ່ສຸດສຳລັບລາວ ກໍຄົງໜີບໍ່ພົ້ນເວທີ Heineken Star Celebration.

ໃນຊ່ວງເວລານັ້ນ, ລາວໄດ້ປົດປ່ອຍທັກສະ ແລະ ພະລັງງານດ້ານດົນຕີຢ່າງເຕັມທີ່ ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຜູ້ຄົນທີ່ພ້ອມໃຈກັນມາຟັງລາວສະແດງຫຼິ້ນມິກຊ໌ເພງ ເຊິ່ງທຸກຄົນພ້ອມມ່ວນຊື່ນໄປກັບທຸກຈັງຫວະທີ່ລາວສ້າງສັນ.

ແບບຢ່າງທີ່ດີ ແລະ ຜູ້ສ້າງແຮງບັນດານໃຈ

ໃນສ່ວນນີ້, ເປັນພຽງຈຸດເລີ່ມຕົ້ນນ້ອຍໆໃນປະເທດລາວເຮົາ ເພາະ ຢຸ້ນ ບໍ່ແມ່ນພຽງແຕ່ການເປີດເພງຢູ່ເທິງເວທີເທົ່ານັ້ນແຕ່ເປົ້າໝາຍສູງສຸດອີກຢ່າງໜຶ່ງຄືການສ້າງຊື່ສຽງ ແລະ ໄດ້ກ້າວໄປສູ່ຈຸດທີ່ໄອດໍຂອງລາວຢ່າງ Skrillex ດີເຈທີ່ມີຊື່ສຽງລະດັບໂລກແນມເຫັນຜົນງານ ແລະ ຢາກມີໂອກາດພົບກັບຕົວຈິງຈັກເທື່ອໜຶ່ງໃນຊີວິດ.

“ຂ້ອຍກໍຕິດຕາມດີເຈຫຼາຍຄົນ ແລະ ຜູ້ທີ່ໃຫ້ແຮງບັນດານໃຈຫຼັກໆເລີຍກໍມີທັງໝົດ 4 ຄົນຄື Skrillex, Knock2, Isoxo ແລະ y3llo. ເພາະພວກເຂົາເຮັດວຽກໜັກຫຼາຍກັບເສັ້ນທາງນີ້ ບວກກັບຄວາມໝັ້ນໃຈ ແລະ ບໍ່ເຄີຍຍອມແພ້ກັບສິ່ງທີ່ພວກເຂົາຮັກ” ຢຸ້ນ ກ່າວ.

ອ່ານຕື່ມ:  "ເມລີ້" ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ວິທີຮັບມື ແລະ ຈັດການບັນຫາໃນແບບຂອງ ຢຸ້ນ

ຢຸ້ນ ໄດ້ນຳປະສົບການຊີວິດຂອງລາວ ໃນເລື່ອງການຮັບມືກັບບັນຫາທີ່ເກີດຂຶ້ນ ແລະ ໄດ້ນຳມາເລົ່າແບ່ງປັນສູ່ Muan the Intehview ຟັງວ່າ: “ໃນຖານະທີ່ເປັນດີເຈ ຫຼື ຄົນເຮັດວຽກງານສາຍສ້າງສັນ ການຕັ້ງສະຕິ ແລະ ຄິດໃຫ້ຫຼາຍມຸມ ຄືອາວຸດທີ່ສຳຄັນທີ່ສຸດ ເພາະມັນຈະຊ່ວຍເຮັດໃຫ້ເຮົາບໍ່ຟ້າວຕັດສິນໃຈຕາມອາລົມຊົ່ວວູບ ເຊິ່ງນີ້ເປັນທາງອອກທີ່ດີອີກເລື່ອງໜຶ່ງເລີຍທີ່ຂ້ອຍໄດ້ເຮັດມັນ”.

ຖ້າບໍ່ໄດ້ເປັນ DJ ຄິດວ່າຕອນນີ້ໂຕເອງຈະເຮັດຫຍັງ?

ເຖິງວ່າຊີວິດໃນປັດຈຸບັນຂອງລາວຈະເຕັມໄປດ້ວຍແສງສີ ແລະ ສຽງເພງ ແຕ່ຢຸ້ນກໍຍັງມີມຸມມອງການໃຊ້ຊີວິດທີ່ລຽບງ່າຍ ເພາະຫາກເສັ້ນທາງຊີວິດຂອງລາວບໍ່ໄດ້ມາພົບກັບອາຊີບສາຍດີເຈ ລາວກໍຄົງຈະເປັນພະນັກງານຫ້ອງການ (Office) ຄົນໜຶ່ງທີ່ຕັ້ງໃຈເຮັດວຽກແບບຄົນອື່ນໆ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ລາວເປັນຄົນທີ່ພ້ອມຈະປັບໂຕເຂົ້າກັບທຸກບົດບາດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ບໍ່ວ່າຈະຢູ່ໃນສາຍງານໃດກໍຕາມ.

ພິກັດຕິດຕາມຜົນງານຂອງ DJ PINEMELON 

ໃຜທີ່ເປັນແຟນຄລັບຂອງ DJ PINEMELON ຫຼື ຢຸ້ນ ສາມາດໄປມ່ວນກັບຈັງການມິກຊ໌ເພງຂອງລາວໄດ້ທີ່ຮ້ານ Baron ເຊິ່ງຮ້ານນີ້ເປັນບ່ອນປະຈຳການຫຼັກຂອງລາວ. ນອກຈາກນີ້, ລາວຍັງກຳລັງຈະມີການໄປຫຼິ້ນປະຈຳຢູ່ຮ້ານໃໝ່ໆເຊັ່ນ Head or Tails ແລະ Chada ໃນໄວໆນີ້, ທຸກຄົນສາມາດນຳໄປຟັງການສະແດງຂອງລາວໄດ້.

ຢຸ້ນ ໄດ້ຝາກເຖິງທຸກຄົນທີ່ຕິດຕາມຜົນງານວ່າ “ຕອນນີ້ ທຸກຄົນສາມາດຕິດຕາມຜົນງານໃນຊ່ອງທາງອອນລາຍຂອງຂ້ອຍໄດ້ທີ່ Youtube ແລະ Souncloud ໂດຍຊອກຫາຄຳວ່າ Pinemelon ໄດ້ເລີຍມີຊື່ດຽວໃນໂລກ ແລະ ຈະມີອີກ 3 ເພງທີ່ກຽມປ່ອຍຊ່ວງປີໃໝ່ລາວ 2026 ເປັນເພງ Remix ບວກກັບຈະມີ Tiktok Channel ໄວໆນີ້.

ທີ່ມາpinemelon.musicPinemelon

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.